ງານສິລະປະທີ່ແປກໃໝ່ເຮັດໃຫ້ເມືອງເກົ່າແກ່ແຫ່ງນີ້ເປັ່ງປະກາຍຢ່າງມີຊີວິດຊີວາ
ໂອ ສາວຜູ້ນັ້ນ! ຂ້າພະເຈົ້າຫຼົງຮ້ອງຂຶ້ນເລີຍ ເມື່ອຍ່າງມາເຖິງມຸມຫ້ອງ ແລະ ບັງເອີນໄດ້ປະເຊີນໜ້າກັບຍິງສາວທີ່ມີໜ້າຕາສວຍງາມຄົນໜຶ່ງ, ຜ້າບ່ຽງໄໝທີ່ມີລວດລາຍງົດງາມໄດ້ປິວສະບັດໄປຕາມແຮງລົມ ແລະ ອ້ອມລ້ອມປະຕູປ່ອງຢ້ຽມນ້ອຍໆໄວ້.
ຂ້າພະເຈົ້າຫາກໍລືມໄດໂນເສົາສີຟ້າສອງໂຕນັ້ນໄດ້, ຍ້ອນຮອຍຍິ້ມອັນໜ້າຂົນໜາວລຸກຂອງພວກມັນໄດ້ປັ່ນປ່ວນຢູ່ໃນຫົວຕະຫຼອດເວລາ, ແລະ ຍັງມີນາຍຊ່າງກຸ່ມໜຶ່ງທີ່ກໍາລັງຕັ້ງໃຈເຮັດວຽກຢ່າງຈົດຈໍ່ໃນການແກະສະຫຼັກເຄື່ອງໄມ້. ກ່ອນໜ້ານີ້ ຍັງມີເດັກນ້ອຍຈໍານວນໜຶ່ງທີ່ພາກັນຂີ່ລົດຖີບ ໂດຍມີວ່າວລອຍລ່ອງກາງອາກາດຢູ່ເທິງຫົວຂອງພວກເຂົາ. ແຕ່ຍິງສາວຄົນນັ້ນ, ນາງຍັງເປັນດາວເດັ່ນສະດຸດຕາດ້ວຍຄວາມງົດງາມຕາມອົງປະກອບຂອງນາງ.
ແຕ່ແລ້ວກໍມີແມວກຸ່ມໜຶ່ງ ມີທັງພວກໜ້າຕາໜ້າຮັກ, ດຸຮ້າຍ, ລະຫວາດລະແວງ ແລະ ອີກຫຼາຍໆໂຕ ຈົນຄິດວ່າໜ້າຈະປ່ຽນຊື່ເມືອງເປັນ “ສະຫວັນເມືອງແມວ” ຄືຈະເໝາະສົມກວ່າ.
ຕົວເມືອງເກົ່າແກ່ໃນເຂດພາກໃຕ້ແຫ່ງນີ້ ເຊິ່ງເປັນບ່ອນທີ່ບັນດານັກເດີນທາງທ່ອງທ່ຽວບໍ່ຄ່ອຍໃຫ້ຄວາມສົນໃຈພໍປານໃດ ເພາະຜູ້ໃດກໍໄຝ່ຝັນ ແລະ ມຸ່ງໜ້າໄປແຕ່ເມືອງຫຼວງພະບາງນັ້ນ ເຊິ່ງຕອນນີ້ກໍາລັງເບັ່ງບານກາຍເປັນເມືອງແຫ່ງສະຖາປັດຕະຍະກໍາ ແລະ ເປັນງານສິລະປະທີ່ແປກໃໝ່ທີ່ທຽບເທົ່າສິລະປະຂ້າງຖະໜົນ.
ຕຶກອາຄານອັນເກົ່າແກ່ຂອງຝຣັ່ງເສດທີ່ຝາຜະໜັງຫຼາຍບ່ອນໄດ້ຕົກສີຈົນຫຼ້ອນນັ້ນ ຂະນະນີ້ໄດ້ກາຍເປັນທີ່ຕັ້ງຂອງຮ້ານກາເຟ ແລະ ຮ້ານອາຫານທີ່ມີກິ່ນຫອມຊວນຊີມ. ຖະໜົນອັນກວ້າງຂວາງຫຼາຍເສັ້ນຖືກປະດັບເອ້ດ້ວຍສະຖາປັດຕະຍະກໍາເໜືອເສັ້ນຂອບຟ້າ ທີ່ປະສົມປະສານກັນຢ່າງກົມກືນກັບຄວາມກວ້າງໃຫຍ່ຂອງແມ່ນໍ້າຂອງ ທີ່ຕິດຈອດກັບອີກຟາກໜຶ່ງຂອງປະເທດໄທ ເຊິ່ງກໍແມ່ນແຂວງມຸກດາຫານນັ້ນເອງ. ຖ້າທ່ານຄິດວ່າ ຫຼວງພະບາງເປັນຕົວເມືອງອັນເກົ່າແກ່ແລ້ວ, ຂໍແນະນໍາໃຫ້ລອງຄິດຄືນໃໝ່.
ຊາກດຶກດໍາບັນ ຫຼື ຮ່ອງຮອຍຟອສຊິລ ໄດ້ພິສູດໃຫ້ເຫັນແລ້ວວ່າ ເຄີຍມີໄດໂນເສົາອາໄສຢູ່ໃນຕົວເມືອງເກົ່າແກ່ແຫ່ງນີ້ເຊິ່ງປັດຈຸບັນກໍແມ່ນສະຫວັນນະເຂດນັ້ນເອງ, ຂະນະທີ່ບັນພະບຸລຸດຂອງພວກມັນຍັງຄົງຖືກປະດັບເອ້ຕາມຝາຜະໜັງຕ່າງໆ. ນັກບູຮານຄະດີຊີ້ໃຫ້ເຫັນວ່າ ມະນຸດອາໄສຢູ່ໃນເຂດນີ້ຢ່າງໜ້ອຍ 4,000 ປີມາແລ້ວ. ມີການຄົ້ນພົບວັດຖຸບູຮານໃນຍຸກທອງສຳລິດ ແລະ ບໍ່ແຮ່ທອງແດງບູຮານ, ລວມທັງເສດຊາກຂອງລະບົບກະເສດແບບຂັ້ນໄດທີ່ມີເຂື່ອນທົດນໍ້າ ແລະ ຮ່ອງນໍ້າ, ເຄື່ອງມືທີ່ເຮັດດ້ວຍຫີນ, ແລະ ເສດຊາກຂອງເຄື່ອງປັ້ນດິນເຜົາ. ນອກນັ້ນກໍຍັງມີແກ້ວເຫຼົ້າແວງ ແລະ ຈອກກາເຟນໍາອີກ.
ອີງຕາມຕໍານານທີ່ເລົ່າຂານກັນມາໄດ້ກ່າວໄວ້ວ່າ ເມື່ອກ່ອນມີຊາວຜູ້ໄທ ແລະ ຊາວລາວ ໄດ້ພາກັນອົບພະຍົບມາຈາກທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ເຄື່ອນທີ່ລົງມາຕາມສາຍນໍ້າອູ ເຊິ່ງຢູ່ທາງພາກເໜືອຂອງຫຼວງພະບາງ ກ່ອນຈະເຄື່ອນຍ້າຍລົງມາທາງໃຕ້ຕາມແຄມແມ່ນ້ຳຂອງ, ພ້ອມສືບຕໍ່ເຄື່ອນຍ້າຍລົງມາເລື້ອຍໆ ຈົນມາຮອດສະຫວັນນະເຂດໃນປັດຈຸບັນ.
ພາຍຫຼັງຕົກຢູ່ພາຍໃຕ້ອິດທິພົນຂອງອານາຈັກຈໍາປາ ນັບແຕ່ສັດຕະວັດທີ 7 ຫາສັດຕະວັດທີ 10, ຊາວຂະເໝນກໍໄດ້ເຂົ້າຍຶດຄອງລາວໃນສັດຕະວັດທີ 13 ໂດຍໄດ້ປະຖິ້ມເຮືອນຫີນ ແລະ ການອອກແບບທີ່ໂດດເດັ່ນຢູ່ເທິງອີງຮັງ. ພາຍຫຼັງອານາຈັກລ້ານຊ້າງໄດ້ຮັບການສ້າງຕັ້ງຂຶ້ນໃນສັດຕະວັດທີ 14, ຈຶ່ງໄດ້ເຂົ້າຄວບຄຸມສະຫວັນນະເຂດ ແຕ່ພວກເຂົາບໍ່ໄດ້ອອກແບບງານສິລະປະຂ້າງຖະໜົນດັ່ງທີ່ເຫັນໃນຂະນະນີ້.
ຕົວເມືອງເກົ່າແກ່ເຊິ່ງປັດຈຸບັນເປັນທີ່ຮູ້ຈັກກັນດີໃນນາມ ເມືອງໄກສອນ ພົມວິຫານ ອັນເປັນສ່ວນໜຶ່ງຂອງການບູລະນະໂດຍລວມຂອງບູຮານສະຖານຫຼາຍແຫ່ງ ທີ່ມີອາຍຸຕັ້ງແຕ່ສະໄໝອານານິຄົມຝຣັ່ງເສດ. ສະມາຄົມ APA ເປັນຜູ້ຮັບໜ້າທີ່ໃນການສ້າງລາຍການ ແລະ ສ້າງແຜນທີ່ເມືອງເກົ່າແກ່ແຫ່ງນີ້ ເພື່ອຟື້ນຟູຄວາມເອກອ້າງທະນົງໃຈ, ຄວາມເປັນເອກະລັກ ແລະ ວັດທະນະທໍາຂອງຕົວເມືອງ. ຕຶກເກົ່າແກ່ພາຍໃນເມືອງ ຈະໄດ້ຮັບການປັບປຸງໃໝ່ ໂດຍຈັດເປັນສ່ວນໜຶ່ງຂອງໂຄງການນີ້ ເຊິ່ງຫວັງວ່າຈະເປັນການດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມການລົງທຶນໃນເຂດດັ່ງກ່າວໄດ້.
ຂະນະນີ້ຕົວເມືອງເກົ່າແກ່ແຫ່ງດັ່ງກ່າວນີ້ພວມກາຍເປັນທີ່ຕັ້ງຂອງການລ່າສົມບັດ. ເຮີຍ, ເບິ່ງແມ໊! ໂອວ້າວ, ແມ່ນຫຍັງເປັນແຮງບັນດານໃຈໃຫ້ຕົວລະຄອນໂຕນັ້ນ? ແລ້ວພວກເຮົາຈະພົບພໍ້ຫຍັງແດ່ໃນມຸມນີ້?
ໃນຄວາມເປັນຈິງກໍແມ່ນງານວາງສະແດງສິລະປະນັ້ນເອງ. ການສະສົມຜົນງານທີ່ໜ້າປະທັບໃຈຜ່ານຮູບແຕ້ມທີ່ປັດແຕ່ງລວດລາຍລະບາຍສີດ້ວຍປາກກາ ແລະ ນ້ຳມຶກໃນບໍລິເວນຕຶກເກົ່າ ໂດຍ ເພັດສະລາດ ນັກແຕ້ມຮູບຜູ້ມີສີມືຄົນໜຶ່ງ. ຜົນງານຖືກນໍາມາຈັດວາງສະແດງຢ່າງເໝາະສົມຢູ່ຫໍວາງສະແດງຜົນງານສິລະປະອັນເກົ່າແກ່ຂອງເມືອງ. ເມື່ອນໍາມາວາງຄູ່ກັບຮູບແຕ້ມທີ່ເປັນຜົນງານທາງສິລະປະແບບຄລາສສິກກ່ຽວກັບສະຖາປັດຕະຍະກໍາຂອງເມືອງ ກໍກາຍເປັນຮູບແຕ້ມທີ່ມີລາຍລະອຽດແບບເທົ່າທຽມກັນກັບຮູບແຕ້ມຂອງບ່າວນ້ອຍນັກມວຍ ເຊິ່ງກໍແມ່ນນັກແຕ້ມທີ່ມີສີມືອີກຄົນ. ໃນຄວາມຄິດຂອງຂ້າພະເຈົ້າ, ຕຶກເກົ່າແກ່ຍຸກອານານິຄົມເຫຼົ່ານັ້ນເບິ່ງຄືວ່າຕັ້ງຢ່າຫ່າງໄກແບບພໍເໝາະພໍດີຈາກກ້າມແຂນຂອງນັກແຕ້ມ ທີ່ພວມຂະຫຍັບຍ້າຍຕາມຮອຍພາບເທິງຂາຕັ້ງສໍາລັບແຕ້ມຮູບ.
ສາມາດເວົ້າໄດ້ເລີຍວ່າສິລະປິນທັງສອງຄົນນັ້ນເປັນທັງຜູ້ດູແລ ແລະ ມີສ່ວນຮ່ວມໃນການອອກແບບງານສິລະປະຂ້າງຖະໜົນ, ເຊິ່ງຜົນງານບາງຮູບແຕ້ມໄດ້ສະແດງເຖິງປະຫວັດສາດແບບບອກເລົ່າເລື່ອງລາວຂອງຕົວເມືອງ ແລະ ນາຍຊ່າງຜູ້ມີສີມື, ແຕ່ໂດຍສ່ວນໃຫຍ່ແລ້ວແມ່ນເປັນຮູບແຕ້ມທີ່ບອກເລົ່າເລື່ອງລາວແບບຕະຫຼົກຊວນຫົວ ຫຼື ແບບສ້າງສັນ ອັນໄດ້ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ເຂົ້າຊົມພໍສົມຄວນ. ໃນສະຖານທີ່ແຫ່ງນີ້ສາມາດຕອບໂຈດຄໍາຖາມໃຫ້ແກ່ບັນດາຜູ້ເຂົ້າທ່ຽວຊົມໄດ້ ໂດຍສະເພາະກໍແມ່ນ ທ່ານຈະຊອກມຸມ ແລະ ຖ່າຍຮູບໄດ້ຈັກແບບ? ທ່ານເຫັນແມວຈັກໂຕ ແລະ ແຕ່ລະໂຕມັນສະແດງທ່າທາງອອກມາແບບໃດ? ພາບບ້ານເຮືອນມີຈັກຫຼັງ ຫຼື ເດັກນ້ອຍມີຈັກຄົນ? ທ່ານໄດ້ຮຽນຮູ້ຫຍັງແດ່ຈາກບັນດານາຍຊ່າງຜູ້ມີສີມື ແລະ ສິ່ງທີ່ພວກເຂົາເຮັດ? ທ່ານເຫັນເຂົ້າໜົມກ້ອນມົນໆທີ່ຄົນວາງຂາຍຕາມແຄມທາງ ຫຼື ບໍ່? ທ່ານເຫັນຜົນງານຮູບແຕ້ມທັງໝົດຈັກຮູບ? ເວລາສໍາລັບດື່ມກາເຟເດເປັນແນວໃດ?
ຫັດທະຈັນ ນັນທະວົງ, ເຊິ່ງເປັນທັງສິລະປິນ, ຊ່າງພາບ, ແລະ ນັກອອກແບບກຣາຟຟິກ ໄດ້ເລົ່າໃຫ້ຜູ້ຂຽນຟັງວ່າ ງານສິລະປະຂ້າງຖະໜົນ ສ່ວນໃຫຍ່ໄດ້ຮັບການອອກແບບ ແລະ ແຕ້ມໂດຍບັນດາສິລະປິນ ແລະ ອາຈານທີ່ມາຈາກໂຮງຮຽນໃນເມືອງ. ໂດຍລວມແລ້ວ ມີນັກແຕ້ມທັງໝົດປະມານສິບສອງຄົນ ແຕ່ມີພຽງສາມຄົນເທົ່ານັ້ນທີ່ມາຈາກສະຫວັນນະເຂດ. ອາດເວົ້າໄດ້ວ່າມາເປັນທີມເລີຍກໍວ່າໄດ້.
ໃນການເດີນທາງທ່ອງທ່ຽວແຂວງສະຫວັນນະເຂດຄັ້ງລ່າສຸດຂອງຂ້າພະເຈົ້ານັ້ນ, ເຫັນໄດ້ວ່າໃນອະດີດຕົວເມືອງແຫ່ງນີ້ເກືອບເວົ້າໄດ້ວ່າບໍ່ມີຫຍັງເລີຍທີ່ຈະສ້າງຄວາມປະທັບໃຈໃນການທ່ຽວຊົມ, ແຕ່ນັ້ນແມ່ນກ່ອນຈະໄດ້ເຫັນຄວາມສໍາຄັນທີ່ຕົວເມືອງແຫ່ງນີ້ຄວນຄ່າແກ່ການບູລະນະ, ລວມທັງຟື້ນຟູຄວາມເອກອ້າງທະນົງໃຈກ່ຽວກັບຄວາມເປັນມາຂອງຍຸກບູຮານນະການ, ແລະ ສິ່ງທີ່ແນ່ນອນທີ່ສຸດກໍຄືຄວາມເປັນສິລະປະ. ເຊິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນສັນຍານບົ່ງບອກເຖິງການປັບປຸງຕົວເມືອງໃຫ້ມີການຟື້ນຕົວຄືນໃໝ່.
ການເດີນທາງ
ການບິນລາວມີບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ສະຫວັນນະເຂດທຸກມື້.
ຂໍ້ມູນເພີ່ມເຕີມ
ງານສິລະປະຂ້າງຖະໜົນ ແລະ ການປັບປຸງຜັງເມືອງໃຫ້ກັບເມືອງເກົ່າຂອງສະຫວັນນະເຂດ ໄດ້ຮັບການຄຸ້ມຄອງໂດຍທີ່ປຶກສາດ້ານສະຖາປັດຕະຍະກໍາ ສະມາຄົມ APA. ສາມາດຕິດຕາມຜົນງານໄດ້ທີ່ fb.com/apalaos
ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ເຈສັນ ໂຣລັນ / ເມໂລດີ ເຄມ