ເທດສະການສະເຫຼີມສະຫຼອງທີ່ຍາວນານທີ່ສຸດຂອງຊາວລາວ!
ໃນເດືອນເມສາຂອງທຸກໆປີ, ປະເທດລາວຈະມີການຈັດງານຕາມທ້ອງຖະໜົນທີ່ໃຫຍ່ທີ່ສຸດ ແລະ ປຽກຊຸ່ມທີ່ສຸດຂອງປີ. ງານດັ່ງກ່າວແມ່ນບຸນປະເພນີ ວັນຊາດລາວ ແລະ ຈະຖືກຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ ໂດຍສະເພາະແມ່ນຢູ່ແຂວງຫຼວງພະບາງ.
ໃນຊ່ວງໄລຍະຂອງວັນບຸນດັ່ງກ່າວຈະມີການຈັດພິທີທາງສາສະໜາ ຕາມຮີດຄອງຂອງລາວ ໂດຍສະເພາະແມ່ນການໃຊ້ນໍ້າເພື່ອມາຫົດສົງ ແລະ ປັດເປົ່າຄວາມໂຊກຮ້າຍຂອງປີເກົ່າອອກໄປ. ຜູ້ຄົນສ່ວນໃຫຍ່ຈະພາກັນໃຊ້ ໂອຕັກນໍ້າມາຫົດສົງໃຫ້ກັນພ້ອມກ່າວອວຍພອນປີໃໝ່. ດັ່ງນັ້ນ, ຫາກທ່ານຈະຖືກຂໍຫົດນໍ້າ ກໍ່ບໍ່ຄວນປະຕິເສດເດ! ເກັບເຄື່ອງຂອງທ່ານໄວ້ໃນຖົງຢາງໃຫ້ຄັກແນ່ ເພາະວັດຖຸມີຄ່າອາດຈະປຽກນໍ້າໄດ້, ຫໍ່ກ້ອງຖ່າຍຮູບໄວ້ໃນຖົງທີ່ກັນນໍ້າມິດຊິດ ແລ້ວພ້ອມປຽກເຕັມທີ່ໄປເລີຍ! ເດືອນເມສາເປັນເດືອນທີ່ຮ້ອນທີ່ສຸດຂອງປີ, ການທີ່ມີຄົນມາຫົດນໍ້າເຢັນໆໃສ່ພ້ອມກັບກ່າວອວຍພອນ ສະບາຍດີປີໃໝ່ ເປັນຄວາມຮູ້ສຶກທີ່ສົດຊື່ນອີ່ຫຼີ.
ໄລຍະກໍານົດການຈັດງານປີໃໝ່ລາວຢ່າງເປັນທາງການແມ່ນຖືກຢູ່ສາມວັນນັບຈາກ ວັນທີ 14 ຫາ 16 ຂອງເດືອນເມສາ, ແຕ່ຫາກໄລ່ໄລຍະເວລາການສະເຫຼີມສະຫຼອງແທ້ໆແລ້ວສ່ວນຫຼາຍຈະໃຊ້ເວລາປະມານໜຶ່ງອາທິດເລີຍ. ຕາມຄວາມເຊື່ອຂອງຊາວທ້ອງຖິ່ນ ວັນທຳອິດຂອງການສະເຫຼີມສະຫຼອງປີໃໝ່ (ວັນສັງຂານລ່ວງ) ຖືເປັນມື້ສຸດທ້າຍຂອງປີເກົ່າ, ວັນຖັດມາ (ວັນສັງຂານເນົາ) ແມ່ນມື້ເຄິ່ງກາງລະຫວ່າງປີເກົ່າ ແລະ ປີໃໝ່, ແລະ ວັນສຸດທ້າຍ (ສັງຂານຂຶ້ນ) ຖືເປັນມື້ທຳອິດຂອງປີໃໝ່.
ທີ່ແຂວງຫຼວງພະບາງ, ໃນມື້ວັນທີ 13 ເມສາ, ໜຶ່ງມື້ກ່ອນວັນງານຢ່າງເປັນທາງການ ຈະມີການຈັດພິທີແຫ່ຊ້າງຮຽງເກີຍໃນຕອນເຊົ້າຈາກວັດໃໝ່ ໄປທີ່ ວັດຊຽງທອງ. ຊ້າງ ມີຄວາມສຳຄັນຕໍ່ປະຫວັດສາດຂອງປະເທດລາວ ແລະ ພິທີດັ່ງກ່າວແມ່ນຖືເປັນສັນຍາລັກອັນສໍາຄັນ ທີ່ສື່ໃຫ້ເຫັນເຖິງການຝຶກສອນບັນດາຊ້າງເພື່ອໄປສູ້ເສິກ. ຕະຫຼອດໄລຍະນີ້, ຜູ້ຄົນຍັງຈະພາກັນໄປຢ້ຽມຢາມເລາະລຽບຕາມບັນດາວັດວາອາຣາມໃນທ້ອງຖິ່ນ ເພື່ອຫົດສົງພຣະພຸດທະຮູບ, ສ້າງບຸນກຸສົນ ແລະ ທັງມີການເຕົ້າໂຮມພົບປະຄອບຄົວຢູ່ຕາມຈຸດຕ່າງໆເຊັ່ນ: ນ້ຳຕົກຕາດກວາງຊີ ເປັນຕົ້ນ.
ໃນວັນທໍາອິດຂອງການສະເຫຼີມສະຫຼອງຢ່າງເປັນທາງການກໍ່ຄືວັນທີ 14 ເມສາ, ງານວາງສະແດງຕາມທ້ອງຖະໜົນຈະຖືກຈັດຂຶ້ນທີ່ຖະໜົນສາຍຫຼັກຂອງຕົວເມືອງ ເຊິ່ງທ່ານຈະໄດ້ເຫັນ ຖົງກັນນ້ຳ, ແວ່ນຕາກັນແດດ, ເສື້ອລາຍດອກໄມ້, ປືນນ້ຳ, ພ້ອມທັງບັນດາເຄື່ອງໃຊ້ສອຍຕ່າງໆສໍາລັບງານບຸນປະເພນີຖືກວາງຂາຍຢູ່ທີ່ນີ້. ຕໍ່ມາໃນຕອນບ່າຍຂອງມື້ດັ່ງກ່າວ, ຜູ້ຄົນຈະພາກັນຍ້າຍໄປທີ່ແມ່ນໍ້າຂອງ, ຂຶ້ນເຮືອໄປທີ່ດອນຊາຍ ເພື່ອຕົບພະທາຍ (ຕົບພະທາດຊາຍ) ທີ່ຖືກປະດັບປະດາໄປດ້ວຍດອກໄມ້ ແລະ ທຸງ. ພິທີການດັ່ງກ່າວແມ່ນອ້າງອີງມາຈາກວັນນະຄະດີຂອງສາສະໜາພຸດທີ່ກ່າວໄວ້ວ່າ ດິນຊາຍທຸກເມັດທີ່ຖືກໃຊ້ມາຕົບພະທາດຊາຍຈະຊ່ວຍປັດເປົ່າບາບກໍາໄດ້.
ໃນຕອນບ່າຍຂອງມື້ທີສອງຈະມີການແຫ່ຫວໍ່ ຕາມຖະໜົນສາຍຫຼັກລົງໄປທີ່ ວັດຊຽງທອງ. ຂະບວນແຫ່ທີ່ມີຊີວິດຊີວາດັ່ງກ່າວຈະປະກອບມີຜູ້ຄົນຈາກຊົນເຜົ່າຕ່າງໆທີ່ແຕ່ງຊຸດປະຈໍາເຜົ່າຂອງຕົນ, ບັນດາອົງການທຸລະກິດ, ພະສົງ, ປູ່ເຍີ ແລະ ຍ່າເຍີ ທີ່ເປັນດວງວິນຍານບັນພະບູລຸດຂອງຊາວຫຼວງພະບາງ, ພ້ອມທັງມີບັນດານັກຟ້ອນໂຂນຈາກ ໂຮງລະຄອນ ພະລັກພະລາມ ເຂົ້າຮ່ວມຂະບວນຟ້ອນລໍາຕີກອງ ແລະ ເສບດົນຕີ ໂດຍມີຜູ້ຄົນເກືອບໝົດເມືອງພາກັນເຂົ້າມາເບິ່ງມາຊົມ ແລະ ຫົດນ້ຳໃສ່ຜູ້ທີ່ເຂົ້າຮ່ວມຂະບວນແຫ່.
ໃນແຕ່ລະປີ, ບັນດາສາວງາມຈາກທ້ອງຖິ່ນຈະພາກັນເຂົ້າຮ່ວມແຂ່ງຂັນປະກວດ ນາງສັງຂານ ເຊິ່ງຖືເປັນຕົວແທນໃຫ້ແກ່ໜຶ່ງໃນບັນດາລູກສາວທັງເຈັດຂອງພະຍາກະບິນລະພົມ ແລະ ໃນປີນີ້ແມ່ນຖືກຜຽນຂອງ ນາງ ກິຣິນີເທວີ ທີ່ແຕ່ງກາຍດ້ວຍເຄື່ອງປະດັບແກ້ວມໍລະກົດ, ມືຂວາຖືຂໍ, ມືຊ້າຍຖືປືນ ແລະ ປະທັບເທິງຫຼັງຊ້າງ. ຫຼັງຈາກສິ້ນສຸດຂະບວນແຫ່, ຜູ້ຄົນສ່ວນຫຼາຍກໍ່ຈະພາກັນແຍກຍ້າຍໄປຫຼິ້ນ ໄປຢາມເຮືອນໝູ່ເຮືອນຄູ່ຂອງຕົນເພື່ອຫຼິ້ນນ້ຳ, ອວຍພອນປີໃໝ່ ແລະ ມ່ວນຊື່ນສັງສັນ.
ວັນທີ 16 ເມສາ, ເຊິ່ງເປັນມື້ສຸດທ້າຍຂອງງານ ແມ່ນຈະເລີ່ມຕົ້ນຕັ້ງແຕ່ຕອນເຊົ້າໆ ດ້ວຍການໃສ່ບາດໃຫ້ແກ່ພະສົງທີ່ຍ່າງບິນທະບາດຜ່ານຕາມຕົວເມືອງ. ຈາກນັ້ນຜູ້ຄົນຈະພາກັນຂຶ້ນໄປທີ່ຍອດພູສີເພື່ອຖວາຍເຂົ້າໜຽວໃຫ້ແກ່ດວງວິນຍານທີ່ລ່ວງລັບ. ໃນຕອນບ່າຍ, ຂະບວນແຫ່ຈະຖືກແຫ່ກັບຄືນອອກຈາກ ວັດຊຽງທອງ ໄປສູ່ຖະໜົນສາຍຫຼັກ, ໂດຍຈະຍັງມີການສືບຕໍ່ຫຼິ້ນນໍ້າ ແລະ ຄົບງັນສັງສັນໃນເຮືອນຂອງໃຜລາວ, ພ້ອມທັງຈັດພິທີບາສີສູ່ຂວັນເອົາໂຊກເອົາໄຊມາສູ່ປີໃໝ່. ໃນຕອນແລງ ຂະບວນແຫ່ໂຄມໄຟລົງຈະຖືກແຫ່ລົງຈາກພູສີໃນຊ່ວງຕາເວັນຕົກດິນ, ໂດຍມີນັກຟ້ອນໂຂນມາສະແດງລະຄອນພະລັກພະລາມໃຫ້ປະຊາຊົນໄດ້ເບິ່ງໄດ້ຊົມ.
ໃນມື້ຖັດມາ ຖືເປັນມື້ຂອງການຈັດກິດຈະກໍາສະບາຍໆຢ່າງງຽບສະຫງົບ. ເຊິ່ງມື້ດັ່ງກ່າວນີ້ ຈະມີພິທີອາລາດທະນາ ອັງເຊີນ ພະບາງ ຈາກຫໍພະບາງ ມາປະດິດສະຖານໄວ້ທີ່ ວັດໃໝ່ ສຸວັນນະພູມມາລາມ, ໂດຍມີການຕັ້ງຫໍຂຶ້ນສະເພາະ ເພື່ອປົກປັກຮັກສາ ພະບາງ ທີ່ປະດິດສະຖານດ້ວຍຄໍາໄວ້. ໃນສາມວັນນັບຈາກນັ້ນ, ບັນດາຊາວເມືອງທ້ອງຖິ່ນ ແລະ ນັກທ່ອງທ່ຽວຈະພາກັນມາຖວາຍດອກໄມ້, ໄຕ້ທຽນ, ຈັດຕັ້ງພິທີຫົດສົງຕາມຮີດຄອງປະເພນີ ແລະ ອະທິຖານຂໍພອນ. ຢ່າລືມແຕ່ງຕົວໃຫ້ເໝາະສົມເດ, ແມ່ຍິງຄວນນຸ່ງ ສິ້ນ ແລະ ທຸກຄົນຕ້ອງບ່ຽງແພກ່ອນເຂົ້າຮ່ວມພິທີການສ້າງບຸນກຸສົນໃຫ້ແກ່ປີທີ່ຈະມາເຖິງໃນຕໍ່ໜ້າ.
ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ Anita Preston / Evensong Film