ສວນພຶກສາຊາດ ຜາຕັດແກ້ ເປັນສະຖານ ທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ທ່ານ ບໍ່ຄວນພາດ ຖ້າຫາກທ່ານມີໂອກາດໄດ້ເດີນທາງມາຢ້ຽມຢາມ ແຂວງຫຼວງພະບາງ ເນື່ອງຈາກວ່າ ສວນດັ່ງກ່າວ ແມ່ນມີຄວາມອຸດົມສົມບູນ ທາງທຳມະຊາດ ເຊິ່ງມັນໄດ້ຫັນປ່ຽນ ຈາກພື້ນທີ່ ທີ່ເຄີຍເປັນປ່າດົງພົງໄພຮົກເຮື້ອ ຢູ່ລຸ່ມພູຫີນປູນ ຈົນກາຍມາເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ຖືກ ອອກແບບມາຢ່າງປານີດ ກັບບັນຍາກາດອັນຂຽວອຸ່ມທຸ່ມ, ສວຍສົດງົດງາມ, ຕ້ອງຕາຕ້ອງໃຈ ແຂກທີ່ມາທ່ຽວຊົມ ຈາກທັງພາຍໃນ ແລະ ຕ່າງປະເທດ.
ສິ່ງທີ່ເປັນຈຸດສຸມຫຼັກໆຂອງ ສວນພຶກສາຊາດຜາຕັດແກ້ ແຫ່ງນີ້ ແມ່ນການສະໜອງຄວາມຮູ້ ຜ່ານການສິດສອນ, ເຊິ່ງເປີດໂອກາດໃຫ້ບັນດາໂຮງຮຽນ ແລະ ກຸ່ມບ້ານ ໄດ້ມາຮຽນຮູ້ກ່ຽວກັບ ໂພຊະນາການ, ແລະ ພວກເຂົາກໍ່ໄດ້ຮັບເມັດພັນພືດກັບເມືອ ເພື່ອນໍາໄປຂະຫຍາຍພັນ.
ເຖິງແມ່ນວ່າວຽກງານຫຼັກຂອງ ສວນພຶກສາຊາດ ຜາຕັດແກ້ ແມ່ນນຳໃຊ້ເປັນສູນວິໄຈຄົ້ນຄວ້າ, ແຕ່ບັນຍາກາດຢູ່ພາຍໃນສວນ ກໍ່ຍັງເໝາະແກ່ ການພັກຜ່ອນຢ່ອນອາລົມ ໃຫ້ແກ່ຜູ້ທີ່ເຂົ້າມາຢ້ຽມຢາມ, ທັງຍັງມີອາຫານແຊບໆໄວ້ລໍຖ້າໃຫ້ບໍລິການນຳອີກ.
ຜູ້ກໍ່ຕັ້ງ ສວນພຶກສາຊາດ ຜາຕັດແກ້ ແຫ່ງນີ້ ແມ່ນ ທ່ານ ຣິກ ກາເດັນລາ ເຊິ່ງເພິ່ນເປັນນັກອະນຸລັກສິລະປະ ທີ່ມີຄວາມຄິດສ້າງສັນ ແລະ ມັກຮັກໃນການອອກແບບ, ແລະ ມີຄວາມຫຼົງໄຫຼ ໃນການສ້າງສັນສິລະປະທີ່ມີຊີວິດ. ທ່ານ ຣິກ ໄດ້ເວົ້າສູ່ພວກເຮົາຟັງວ່າ “ໃນທີ່ສຸດ ຂ້າພະເຈົ້າກໍ່ໄດ້ໜີຈາກຊີວິດໃນເອີຣົບແລະ ໄດ້ເດີນທາງໄກເປັນເທື່ອທຳອິດ ຫຼັງຈາກທີ່ບໍ່ໄດ້ໄປໃສໄກມາດົນ.
ຂ້າພະເຈົ້າໄດ້ເດີນທາງມາທີ່ຫຼວງພະບາງ ແລະ ໄດ້ພົບກັບສະຖານທີ່ແຫ່ງນີ້. ໂດຍພື້ນຖານແລ້ວ, ຂ້າພະເຈົ້າເປັນຜູ້ໜຶ່ງທີ່ມັກຈັດແຈງ. ຂ້າພະເຈົ້າມັກລະດົມຄົນມາຢູ່ຮ່ວມກັນ ເພື່ອປະສົມປະສານລະຫວ່າງ ດ້ານເຕັກນິກ ແລະດ້ານຄວາມຄິດສ້າງສັນເຂົ້າກັນ, ແຕ່ເມື່ອລົງມືເຮັດໂຕຈິງແລ້ວ ມັນກໍ່ມີຄວາມຫຍຸ້ງຍາກຫຼາຍ. ມາຮອດປັດຈຸບັນນີ້ ພວກເຮົາກໍ່ຍັງບໍ່ທັນສາມາດ ບັນລຸເປົ້າຫມາຍໄດ້ເທື່ອ. ພວກເຮົາຍັງຕ້ອງການ ທຶນຕື່ມ ເພື່ອມາສ້າງໂປມນໍ້າ ແລະ ຊົນລະປະທານ, ສ້າງເຮືອນພັກສໍາລັບ ນັກວິໄຈທີ່ມາຢ້ຽມຢາມ, ແລະ ເພີ່ມການເພາະແນວພັນພິເສດ ຂອງດອກກ້ວຍໄມ້ນຳ…”, ທ່ານ ຣິກ ກ່າວໄປ ແລະ ຖອນຫາຍໃຈໄປນຳ ເພາະຮູ້ວ່າພາລະດັ່ງກ່າວ ບໍ່ແມ່ນເລື່ອງງ່າຍໆເລີຍ. ບັນດາຜົນງານຕ່າງໆ ທີ່ເຮົາພົບເຫັນພາຍໃນສວນ ແມ່ນມາຈາກທຶນສ່ວນຕົວຂອງທ່ານ ຣິກ ເກືອບ ທັງໝົດ.
ແລ້ວເປັນຫຍັງຈຶ່ງຕ້ອງແມ່ນພຶກສາຊາດ? ທ່ານ ນາງ ໄບຣໂອນີ ສະມາດ, ນັກວິໄຈ ທີ່ມາເຮັດວຽກຄົ້ນຄວ້າ ໄລຍະຍາວ ກ່ຽວກັບພຶກສາຊາດ ຢູ່ພູຫີນປູນດັ່ງກ່າວ, ໄດ້ອະທິບາຍ ໃຫ້ພວກເຮົາຟັງວ່າ: “ພືດ ເປັນທຸກສິ່ງທຸກຢ່າງ. ໃຫ້ເຮົາລອງຄິດຫາອາຫານ, ເຄື່ອງນຸ່ງ, ສະໝຸນໄພ, ຢາປົວພະຍາດ, ວັດສະດຸກໍ່ສ້າງຕ່າງໆ – ສິ່ງດັ່ງກ່າວນີ້ ກໍ່ລ້ວນແລ້ວແຕ່ມາຈາກພືດທັງໝົດ. ສິ່ງໃຫຍ່ໆທີ່ມະນຸດເຮົາເຄີຍຄົ້ນພົບ ສ່ວນຫຼາຍກໍ່ແມ່ນກ່ຽວຂ້ອງກັບພືດ ແລະ ການຫັນພືດໃຫ້ເປັນ ເສດຖະກິດ”
ປະເທດລາວເຮົາ ເປັນປະເທດທີ່ອຸດົມສົມບູນທາງຊັບພະຍາກອນທຳມະຊາດ, ເປັນໜຶ່ງໃນບັນດາປະເທດສຸດທ້າຍໃນໂລກ ທີ່ມີພູຫີນປູນສະພາບ ສົມບູນ ຫຼົງເຫຼືອຢູ່. ນອກນັ້ນ, ຍັງພົບເຫັນຮ່ອງຮອຍ ພື້ນທະເລເກົ່າ ກັບຊາກກະດູກສັດທີ່ໄດ້ກາຍເປັນຫີນ ທີ່ຍາວໄປຮອດແຂວງຜົ້ງສາລີ ທາງພາກເໜືອຂອງ ລາວ. ຈຸດພິເສດຂອງສວນພຶກສາຊາດຢູ່ຜາຕັດແກ້ນີ້
ແມ່ນເປັນພືດຫີນປູນ. ນັກວິທະຍາສາດຈາກ ຕ່າງປະເທດ ຕ່າງກໍ່ພາກັນຫວັງວ່າລະບົບນິເວດ ທີ່ຢູ່ໃນເຂດຜາແຫ່ງນີ້ ຈະຍັງບໍ່ທັນຖືກລົບກວນ ແລະ ຍັງຄົງຢູ່ໃນສະພາບທີ່ສົມບູນຢູ່. ພ້ອມນັ້ນພວກເຂົາກໍ່ມີຄວາມສົນອົກສົນໃຈ ຢາກເຂົ້າໄປ ສໍາຫຼວດເບິ່ງ ເຂດດັ່ງກ່າວ ເພື່ອສຶກສາຄົ້ນຄວ້າເຖິງປະຫວັດສາດ ທາງທຳມະຊາດ.
ໄບຣໂອນີກ່າວວ່າ:“ນີ້ຖືວ່າໜ້າພາກພູມໃຈຫຼາຍ ສໍາລັບປະເທດລາວ ທີ່ມີສະຖານທີ່ໜ້າສົນໃຈແບບນີ້ ທີ່ດຶງດູດໃຫ້ນັກຊ່ຽວຊານ ມາສຶກສາຄົ້ນຄວ້າທາງດ້ານ ວິທະຍາສາດ. ພວກເຮົາຄາດວ່າ ຈະຄົ້ນພົບພືດພັນ ຫຼາກຫຼາຍໃນເຂດດັ່ງກ່າວ”. ເນື່ອງຈາກປະເທດລາວຢູ່ໃກ້ກັບປະເທດຈີນ, ໜຶ່ງໃນສິ່ງທີ່ຊ່ຽວຊານຢາກ ຄົ້ນພົບ ແມ່ນດອກໄມ້ຕະກູນແມັກໂນເລຍ ທີ່ໃກ້ຈະສູນພັນແລ້ວ. ໄບຣໂອນີກ່າວຕື່ມວ່າ: “ພວກເຮົາຢ້ານວ່າພືດຊະນິດນີ້ ແລະ ຊະນິດອື່ນໆໃນຕະກູນ ແມັກໂນເລຍ ຈະບໍ່ມີຊີວິດລອດ ຢູ່ໃນພາກພື້ນແຫ່ງນີ້ ເພາະວ່າປ່າໄມ້ ໄດ້ຖືກທໍາລາຍເກືອບໝົດແລ້ວ. ສະນັ້ນ ພວກເຮົາຫວັງຢ່າງຍິ່ງວ່າ ຈະຍັງພົບເຫັນພືດເຫຼົ່ານີ້ຫຼົງເຫຼືອຢູ່ ເພື່ອຈະໄດ້ສະຫງວນໄວ້ບໍ່ໃຫ້ສູນພັນ. ສຳລັບວຽກງານການຄົ້ນຄວ້າ ແລະ ການສະຫງວນພັນພືດໂຕນີ້, ພວກເຮົາກໍ່ໄດ້ຮັບການຊ່ວຍເຫຼືອຈາກ ສວນພະລາຊີນີສິລິກິດ, ສວນສິບສອງປັນນາຂອງ ປະເທດຈີນ, ສວນພຶກສາຊາດຂອງຣາຊະວົງເອດິນເບີກ ແລະ ສວນພຶກສາຊາດ ຂອງສິງກະໂປ”
ເຖິງຢ່າງໃດກໍ່ຕາມ, ໄບຣໂອນີ ແລະ ສົມດີ (ເພື່ອນຮ່ວມງານຂອງລາວ) ກໍ່ຮູ້ດີວ່າ ມັນບໍ່ແມ່ນເລື່ອງງ່າຍເລີຍ ທີ່ຈະອະທິບາຍກ່ຽວກັບວິທະຍາສາດ ໃຫ້ບຸກຄົນທົ່ວໄປເຂົ້າໃຈໄດ້. ສະນັ້ນ, ສວນດັ່ງກ່າວນີ້ຈຶ່ງເປັນອີກວິທີໜຶ່ງ ທີ່ຊ່ວຍໃຫ້ຂໍ້ມູນ ກ່ຽວກັບພຶກສາຊາດພາຍ ໃນທ້ອງຖິ່ນ. ບໍລິເວນສວນ ທີ່ເປັນຮູບວົງມົນຕໍ່ກັນ ແມ່ນນຳໃຊ້ເປັນບ່ອນວາງສະແດງພືດພັນຕ່າງໆ ທີ່ຄົນລາວເຮົາ ນິຍົມນຳໃຊ້ປິ່ນປົວຄົນ ແລະ ຊ້າງ, ໃຊ້ ເປັນອາຫານ, ໃຊ້ປຸງແຕ່ງລົດຊາດ, ໃຊ້ເປັນສີຍ້ອມຜ້າ, ລວມໄປເຖິງພືດທີ່ໃຊ້ເປັນຢາພິດນຳອີກ! ເມື່ອທ່ານຍ່າງເຂົ້າໄປເລາະຫຼິ້ນ ໃນບໍລິເວນສວນ ທ່ານຈະຮູ້ສຶກ ສະຫງົບຈິດສະຫງົບໃຈ ກັບບັນຍາກາດທີ່ອ້ອມຮອບດ້ວຍໄມ້ໄຜ່ສີທອງ, ຟັງສຽງນົກຮ້ອງຈິ໋ບໆ, ສູດອາກາດທຳມະຊາດ, ເຮັດໃຫ້ຮູ້ສຶກຜ່ອນຄາຍໄດ້ ຢ່າງເຕັມທີ່.
ທ່ານ ຣິກ ມີຄວາມຫວັງວ່າ ລາວຈະສາມາດດຶງເອົາ ນັກສຶກສາປະຣິນຍາເອກ ໃຫ້ມາເຮັດວຽກກັບພະນັກງານຄົນລາວຢູ່ສວນ ເພື່ອສົ່ງເສີມໃຫ້ມີການຄົ້ນຄວ້າ ໃນຂະແໜງນີ້ຫຼາຍຂຶ້ນ. ທ່ານ ຣິກ ກ່າວປິດທ້າຍວ່າ: “ຂ້າພະເຈົ້າຢາກຈັດງານສໍາລັບນັກຂຽນ, ເປັນງານທີ່ເປີດໂອກາດໃຫ້ຄົນໄດ້ມາປະກອບຄຳຄິດ ຄຳເຫັນ, ເພື່ອປຸກລະດົມ ໃຫ້ມີການສົນທະນາກັນໃນວົງກວ້າງ ກ່ຽວກັບບັນຫາສິ່ງແວດລ້ອມ ແລະ ຄວາມສໍາຄັນຂອງສິ່ງແວດລ້ອມ ຕໍ່ການປ່ຽນແປງ ຂອງໂລກເຮົາໃນປັດຈຸບັນ”
ຜາຕັດແກ້ ສາມາດເດີນທາງໄປໄດ້ໂດຍທາງເຮືອ ເຊິ່ງໃຊ້ເວລາ 10-15 ນາທີຈາກຕົວເມືອງຫຼວງພະບາງ. ເຮືອຈະອອກທຸກໆຊົ່ວໂມງ ຈາກທ່າເຮືອທີ່ກໍານົດໄວ້. ມີຄ່າເຂົ້າຢ້ຽມຊົມ 25 ໂດລາ (ລວມຄ່າເຮືອແລ້ວ). ສວນຈະປິດທຸກໆວັນພຸດ ເບີໂທ 071 261000 ສາມາດເບິ່ງແຜນທີ່ໄດ້ຈາກເວັບໄຊ້ www.pha-tad-ke.com. ຫ້ອງການຕັ້ງຢູ່ສຸດຖະໜົນ, ຮ່ອມທີສີ່ ເບື້ອງຂວາມື ຫຼັງຈາກຮ້ານໂຈມາ.
ໝາຍເຫດ: ຜູ້ເສຍອົງຄະອາດຈະພົບຄວາມ ຫຍຸ້ງຍາກໃນການຂຶ້ນ-ລົງຕາຝັ່ງທີ່ສູງຊັນ. ກະລຸນາແຈ້ງໃຫ້ພະນັກງານພວກເຮົາຊາບ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ.
ຮູບໂດຍ: Arounothay Khoungkhakoune