ຖ້າທຸກຄົນຮ່ວມໃຈກັນ ເຮົາສາມາດຫຼີກລ່ຽງປ້ອງກັນການລະບາດຂອງພະຍາດຄັ້ງໃໝ່ໄດ້
ການລະບາດຂອງພະຍາດໂຄວິດ-19 ເມື່ອບໍ່ດົນມານີ້ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດຂອງເຮົາຢ່າງສິ້ນເຊີງ, ເຮັດໃຫ້ເກີດມີການສູນເສຍຮຸນແຮງແບບທີ່ບໍ່ເຄີຍມີມາກ່ອນ ແລະ ເຮັດໃຫ້ໂລກປ່ຽນແປງຈາກໜ້າມືເປັນຫຼັງມື. ແຕ່ໄພພິບັດດັ່ງກ່າວນີ້ເປັນສິ່ງທີ່ສາມາດຫຼີກລ່ຽງ ແລະ ປ້ອງກັນໄດ້. ຂໍ້ມູນຫຼັກຖານການຄົ້ນຄວ້າຕ່າງໆໄດ້ສະແດງໃຫ້ເຫັນແລ້ວວ່າ ແຫຼ່ງກໍາເນີດຕົ້ນຕໍຂອງພະຍາດໂຄວິດ-19 ແມ່ນມາຈາກການສົ່ງຕໍ່ເຊື້ອພະຍາດຈາກສັດປ່າທີ່ຖືກຄ້າຂາຍໃນຕະຫຼາດ ມາສູ່ຄົນເຮົາ. ດັ່ງນັ້ນ ອີງໃສ່ບົດຮຽນລາຄາແພງທີ່ຖອດຖອນໄດ້ຈາກຄວາມຮຸນແຮງຂອງການລະບາດພະຍາດໂຄວິດ-19, ລັດຖະບານໃນທົ່ວໂລກ ຈຶ່ງຕ້ອງໄດ້ເອົາໃຈໃສ່ໃຫ້ຫຼາຍກວ່າເກົ່າ ຕໍ່ວຽກງານການປ້ອງກັນຄວາມສ່ຽງຂອງພະຍາດຕິດຕໍ່ຈາກສັດສູ່ຄົນທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ອັນສືບເນື່ອງມາຈາກການຄ້າຂາຍສັດປ່າເພື່ອບໍລິໂພກຂອງມະນຸດເຮົາ.
ຫຼາຍກວ່າ 70% ຂອງພະຍາດຕິດຕໍ່ຈາກສັດສູ່ຄົນທີ່ເກີດຂຶ້ນມາໃໝ່ລ້ວນແຕ່ແມ່ນກໍາເນີດມາຈາກສັດ ແລະ ຈາກການສືບສວນເຊື້ອໄວຣັສຂອງພະຍາດຕິດຕໍ່ຈາກສັດສູ່ຄົນໃນປັດຈຸບັນສະແດງໃຫ້ເຫັນວ່າ ມີໄວຣັສຫຼາຍກວ່າ 1.6 ລ້ານ ຊະນິດທີ່ພົບໃນສັດປີກ ແລະ ສັດລ້ຽງລູກດ້ວຍນົມ ແມ່ນຍັງບໍ່ທັນໄດ້ຮັບການສຶກສາຄົ້ນຄວ້າເທື່ອ. ອີງຕາມປະສົບການທີ່ສະສົມມາຫຼາຍທົດສະວັດ, ນັກວິທະຍາສາດຄາດຄະເນວ່າໄວຣັສກວ່າ 700,000 ຊະນິດ ຈາກການສືບພົບດັ່ງກ່າວ ສາມາດເຮັດໃຫ້ເກີດຄວາມສ່ຽງຂອງພະຍາດຕິດຕໍ່ຈາກສັດສູ່ຄົນໄດ້. ເຖິງວ່າຈະມີເຫດການທີ່ການຄ້າຂາຍສັດປ່າໄດ້ພາໃຫ້ເກີດການລະບາດຂອງພະຍາດແຜ່ລາມມາສູ່ຄົນເຮົາ, ເປັນອັນຕະລາຍຕໍ່ສຸຂະພາບຂອງມະນຸດ ແລະ ມີຜົນກະທົບທາງດ້ານເສດຖະກິດ, ແຕ່ໜ້າເສົ້າໃຈທີ່ການຄ້າຂາຍສັດປ່າຍັງຄົງຖືກພົບເຫັນທົ່ວໄປຢູ່ໃນລາວ ແລະ ປະເທດອື່ນໆໃນພາກພື້ນ.
ລັດຖະບານລາວ, ອົງການອະນຸລັກສັດປ່າ (WCS) ແລະ ບັນດາຄູ່ຮ່ວມງານອື່ນໆ ໄດ້ເຮັດວຽກມາເປັນເວລາຍາວນານ ໃນການກວດສອບ ສືບສວນ ຕະຫຼາດທີ່ໄດ້ຄ້າຂາຍສັດປ່າໃນທົ່ວປະເທດ. ນອກຈາກນີ້, ກົມລ້ຽງສັດ ແລະ ການປະມົງ ກໍໄດ້ເຮັດໜ້າທີ່ນໍາພາວຽກງານການເຝົ້າລະວັງພະຍາດຕິດຕໍ່ຈາກສັດສູ່ຄົນ ຢູ່ຕາມຕະຫຼາດທີ່ມີການຄ້າຂາຍສັດປ່າ ເຊິ່ງກົມດັ່ງກ່າວກໍ່ໄດ້ກວດພົບເຊື້ອໄວຣັສໂຄໂຣນາສາຍພັນທີ່ເຄີຍພົບເຫັນ ສາຍພັນໃໝ່ ແລະ ໄວຣັສອື່ນໆຢູ່ໃນສັດຈໍາພວກສັດເລັມແຫ້ນ, ເຈຍ ແລະ ສັດປ່າປະເພດອື່ນໆທີ່ວາງຂາຍເພື່ອບໍລິໂພກໃນຕະຫຼອດໄລຍະ 10 ປີຜ່ານມາ. ເຖິງແມ່ນວ່າຈະບໍ່ພົບເຊື້ອພະຍາດໂຄວິດ-19 ໃນລະຫວ່າງການເຝົ້າລະວັງດັ່ງກ່າວນີ້, ແຕ່ກໍຍັງມີໄວຣັສໃໝ່ອື່ນໆທີ່ສາມາດກໍ່ໃຫ້ເກີດພະຍາດໄດ້ເຊັ່ນກັນ. ການປະກົດຕົວເກີດຂຶ້ນຂອງໄວຣັສໂຄໂຣນາ ບວກກັບການຄ້າຂາຍສັດປ່າ ບົ່ງຊີ້ເຖິງຄວາມເປັນໄປໄດ້ທີ່ຈະເກີດການລະບາດຂອງໄວຣັສໄດ້ອີກ.
ດຣ.ບຸນລ້ອມ ດ້ວງເງິນ ແລະ ດຣ.ວັດທະນາ ເທບປັນຍາ ຈາກ ກົມລ້ຽງສັດ ແລະ ການປະມົງ ໄດ້ນໍາສະເໜີບົດລາຍງານຕໍ່ບັນດາຜູ້ນຳທົ່ວໂລກໃນປີ 2016 ທີ່ຜ່ານມາວ່າ ມີສັດປ່າຈໍານວນຫຼາຍທີ່ມາຈາກ 12 ສາຍພັນ ຖືກວາງຂາຍຢູ່ຕະຫຼາດໃນລາວ. ສັດເຫຼົ່ານີ້ຖືໄດ້ວ່າເປັນພາຫະຂອງພະຍາດຕິດຕໍ່ຈາກສັດສູ່ຄົນເຖິງ 36 ຊະນິດ, ເຊິ່ງເປັນໄພອັນຕະລາຍໂດຍກົງຕໍ່ສຸຂະພາບຂອງປະຊາຊົນໃນປະເທດ.
ການຊື້ຂາຍສັດປ່າເພື່ອນໍາໄປບໍລິໂພກຂອງມະນຸດ ເຮັດໃຫ້ເຊື້ອໄວຣັສທີ່ເກີດຂຶ້ນເອງຕາມທໍາມະຊາດ ເຊິ່ງມີຢູ່ໃນໂຕສັດຫຍັບເຂົ້າໃກ້ກັບມະນຸດ, ເຮັດໃຫ້ພວກມັນສາມາດໂດດຈາກສັດສາຍພັນໜຶ່ງໄປຫາອີກສາຍພັນໜຶ່ງ, ສາມາດຂະຫຍາຍພັນ ແລະ ເກີດກາຍເປັນພະຍາດປະຈໍາທ້ອງຖິ່ນ ຫຼື ເກີດການລະບາດໃຫຍ່ໄດ້. ການພົວພັນຢ່າງໃກ້ຊິດລະຫວ່າງສັດປ່າ, ສັດລ້ຽງ ແລະ ມະນຸດ ຜ່ານຕ່ອງໂສ້ການສະໜອງສັດປ່າ ໂດຍສະເພາະໃນຕະຫຼາດສົດຂອງ ສປປ ລາວ ຈະກໍ່ໃຫ້ເກີດຄວາມສ່ຽງສູງທີ່ໄວຣັສຈາກສັດຈະແຜ່ລາມໄປສູ່ຄົນ ແລະ ແຜ່ລາມໄປທົ່ວປະເທດໄດ້. ອີງຕາມຂໍ້ມູນການຄົ້ນຄວ້າພົບເຫັນວ່າ ປະຊາຊົນໃນຕົວເມືອງໄດ້ຊື້ສັດປ່າມາກິນເປັນສິນຄ້າຟຸມເຟືອຍ ເຊິ່ງເປັນພຶດຕິກໍາທີ່ສາມາດປ່ຽນແປງໄດ້ ໂດຍບໍ່ສົ່ງຜົນຕໍ່ຄວາມຕ້ອງການທາງດ້ານໂພຊະນາການ, ຍ້ອນປະຊາຊົນເຫຼົ່ານັ້ນສາມາດເຂົ້າເຖິງທາງເລືອກອື່ນທີ່ມີຄຸນຄ່າທາງໂພຊະນາການທີ່ສູງກວ່າ ແລະ ມີລາຄາທີ່ຕໍ່າກວ່າໄດ້ ເນື່ອງຈາກເປັນວັດຖຸດິບທີ່ສາມາດຜະລິດໄດ້ພາຍໃນປະເທດ (ໝາກໄມ້, ຜັກ, ທັນຍາພືດ, ຖົ່ວເປືອກແຂງ, ເມັດພືດ, ສະໝຸນໄພ, ເຄື່ອງເທດ, ຖົ່ວຂຽວ, ໝາກຖົ່ວ ແລະ ເຫັດ).
“ພວກເຮົາຍັງບໍ່ຮູ້ວ່າຜົນກະທົບສຸດທ້າຍຂອງ ໂຄວິດ-19 ຕໍ່ເສດຖະກິດ ຫຼື ສຸຂະພາບຂອງຄົນເຮົາຈະເປັນແນວໃດ. ແຕ່ສິ່ງໜຶ່ງທີ່ແນ່ນອນແມ່ນ ວິທີການທີ່ປອດໄພທີ່ສຸດ ແລະ ປະຢັດຄ່າໃຊ້ຈ່າຍທີ່ສຸດ ໃນການຄຸ້ມຄອງການລະບາດຂອງພະຍາດ ແມ່ນການຫຼີກລ່ຽງປ້ອງກັນບໍ່ໃຫ້ມັນເກີດຂຶ້ນແຕ່ທໍາອິດ,” ທ່ານ ດຣ. ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ຫາກຍັງສືບຕໍ່ມີການຄ້າຂາຍສັດປ່າຢູ່, ການລະບາດຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ກໍ່ຈະເກີດຂຶ້ນອີກຢ່າງແນ່ນອນ. ເຫດການຕໍ່ໄປອາດຈະເກີດຂື້ນຢ່າງໄວວາໃນມື້ອື່ນເລີຍ ແລະ ມັນອາດຈະຮ້າຍແຮງກວ່າເຫດການທີ່ພວກເຮົາກຳລັງປະເຊີນຢູ່ໃນທຸກມື້ນີ້ກໍ່ເປັນໄດ້.
“ພວກເຮົາຍັງບໍ່ຮູ້ວ່າຜົນກະທົບສຸດທ້າຍຂອງ ໂຄວິດ-19 ຕໍ່ເສດຖະກິດ ຫຼື ສຸຂະພາບຂອງຄົນເຮົາຈະເປັນແນວໃດ.”
ບົດຄວາມນີ້ແມ່ນໄດ້ຂຽນ ແລະ ອອກແບບ ໂດຍຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ແລະ ເປັນຜູ້ຮັບຜິດຊອບໂດຍກົງຕໍ່ກັບເນື້ອຫາດັ່ງກ່າວ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ.
ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ອົງການອະນຸລັກສັດປ່າ (WCS)