ຄວາມລຶກລັບໃຕ້ພື້ນແມ່ນໍ້າຂອງ

Author:

Category:

spot_img

ຂຽນໂດຍ: ອານິຕາ ເພຣສຕັນ

ຮູບໂດຍ: ອານິຕາ ເພຣສຕັນ / ອີເວັນຊອງ ຟິມ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

“ເປັນການຍາກທີ່ແມ່ນໍ້າຂອງຈະຍອມເປີດເຜີຍຄວາມລັບຂອງຕົນໂດຍງ່າຍ”, ທີມງານສະມາຄົມ ເນຊັນແນວ ຈີໂອກຣາຟິກ (National Geographic) ກ່າວໃນປີ 2009 ຫຼັງຈາກພະຍາຍາມຄົ້ນຫາສົມບັດໃນຕໍານານດ້ວຍຄວາມຫວັງ. ແລ້ວແມ່ນວັດຖຸອັນໃດທີ່ຖືກເຊື່ອງຊ້ອນຢູ່ໃຕ້ພື້ນຄວາມເລິກອັນຂຸ່ນມົວຂອງແມ່ນໍ້າສາຍນີ້?. ເລື່ອງລາວກ່ຽວກັບ La Grandière ເຊິ່ງແມ່ນເຮືອກົນໄຟທີ່ບັນທຸກວັດຖຸອັນລໍ້າຄ່າ ພ້ອມກັບຄວາມລຶກລັບທີ່ຍັງຄົງເປັນປິດສະໜາ ເພື່ອສ້າງຄວາມສົງໄສໃຫ້ກັບນັກພະຈົນໄພ ແລະ ນັກປະຫວັດສາດຈົນຮອດເທົ່າທຸກວັນນີ້.

 

 

ເຫດການທັງໝົດເກີດຂຶ້ນໃນປີ 1893, ເມື່ອເຮືອກົນໄຟທັນສະໄໝທີ່ສຸດຢ່າງ La Grandière ທີ່ສ້າງຂຶ້ນໃນປະເທດຝຣັ່ງ ໄດ້ເດີນທາງມຸ່ງໜ້າມາອາຊີຕາເວັນອອກສ່ຽງໃຕ້. ເຮືອລໍານີ້ຖືກປະກອບສິ້ນສ່ວນສໍາເລັດຮູບໃນປະເທດຝຣັ່ງ ແລ້ວມາປະກອບຄືນໃໝ່ໃນໄຊງ່ອນ, ໂດຍຖືກບັງຄັບໃຫ້ໄຫຼລ່ອງໄປຕາມທ້ອງແມ່ນໍ້າຂອງອັນກວ້າງໃຫຍ່, ເຊິ່ງຕິດທຸງ Messageries Fluviales de Cochinchine, ບໍລິສັດເດີນເຮືອທີ່ມີຊື່ສຽງ. ເມື່ອເດີນທາງເຂົ້າສູ່ປະເທດລາວ, ເຮືອລໍານີ້ກໍໄດ້ປະເຊີນໜ້າກັບສິ່ງທ້າທາຍຄັ້ງຍິ່ງໃຫຍ່ທີ່ນໍ້າຕົກຕາດຄອນພະເພັງ ເຊິ່ງປຽບເໝືອນກໍາແພງກີດກັ້ນທາງທໍາມະຊາດໃນເຂດມະຫານະທີສີ່ພັນດອນ, ທີມງານຊາວຝຣັ່ງຈິ່ງຕັດສິນໃຈຮື້ຖອນເຮືອລໍານີ້ຢ່າງຊານສະຫຼາດ ແລ້ວຂົນສົ່ງສ່ວນປະກອບຕ່າງໆຂ້າມດອນຄອນ ຜ່ານເສັ້ນທາງລົດໄຟສາຍທໍາອິດຂອງລາວ, ສິ່ງດັ່ງກ່າວ ຖືເປັນຄວາມສໍາເລັດທີ່ສະແດງເຖິງຄວາມມຸ່ງໝັ້ນຂອງມະນຸດຊົນ ໃນການດີ້ນຮົນຕໍ່ສູ້ເພື່ອເອົາຊະນະທໍາມະຊາດ.

 

ໃນຊ່ວງຕົ້ນຊຸມປີ 1900, La Grandière ໄດ້ກາຍເປັນວັດຖຸເທິງແມ່ນໍ້າຂອງທີ່ຜູ້ຄົນຄຸ້ນເຄີຍ, ເຮັດໃຫ້ໄດ້ຮັບສາຍາວ່າ “ກໍາປັ່ນໃຫຍ່”. ແຕ່ກໍບໍ່ມີໃຜຄາດຄິດໄດ້ວ່າ ການເດີນທາງຄັ້ງຍິ່ງໃຫຍ່ທີ່ສຸດ ອາດຈະກາຍເປັນຄັ້ງສຸດທ້າຍສໍາລັບກໍາປັ່ນໃຫຍ່ລໍານີ້.

 

ໃນປີ 1910, ພົນເອກ ລີອົງ ເດ ເບລິເຢ (Léon de Beylie) ຊາວຝຣັ່ງ ໄດ້ເດີນທາງມາເຖິງຫຼວງພະບາງ ເນື່ອງຈາກມີຄວາມສົນໃຈຕໍ່ມໍລະດົກທາງວັດທະນະທໍາອັນລໍ້າຄ່າໃນເມືອງຫຼວງແຫ່ງນີ້. ພົນເອກ ເບລິເຢ ເກີດທີ່ເມືອງ Strasbourg, ເປັນຜູ້ບັນຊາການທະຫານບົກ ແລະ ເປັນນັກສະສົມຜົນງານສິລະປະອັນດັບຕົ້ນໆ ທີ່ມີຄວາມຫຼົງໄຫຼໃນສົມບັດອັນມີຄ່າຂອງອາຊີ. ໃນລະຫວ່າງການຢ້ຽມຢາມແບບບໍ່ເປັນທາງການກັບເຈົ້າຊີວິດສີສະຫວ່າງວົງ, ພົນເອກ ເບລິເຢ ກໍສະເໜີຂໍຢືມວັດຖຸບູຮານທາງພຸດທະສາສະໜາ ເພື່ອຈັດງານວາງສະແດງພິເສດ ທີ່ພິພິທະພັນ Louvre. ເຈົ້າສີສະຫວ່າງວົງ ໄດ້ຕອບຕົກລົງດ້ວຍຄວາມຝືນໃຈ ເຖິງແມ່ນຈະມີການເກືອດຫ້າມນໍາສິ່ງສັກສິດອອກຈາກບ້ານເມືອງກໍຕາມ.

 

ພະພຸດທະຮູບທອງຄໍາຫຼາຍອົງ, ເຄື່ອງປະດັບອັນຍະມະນີ ແລະ ວັດຖຸບູຮານຕ່າງໆ ລວມທັງຊັບສິນສົມບັດຈາກວັດວິຊຸນ ອັນເປັນທີ່ເຄົາລົບນັບຖືຂອງຊາວເມືອງ ໄດ້ຖືກຂົນລົງໃສ່ກໍາປັ່ນໃຫຍ່ La Grandière ພາຍໃຕ້ທ້ອງຟ້າທີ່ມືດມົວ. ປະຊາຊົນຊາວບ້ານຕ່າງກໍຊຸບຊິບນິນທາກັນດ້ວຍຄວາມກັງວົນໃຈ, ບາງຜ່ອງກໍຮູ້ສຶກຄືກັບລາງສັງຫອນ ເມື່ອກຸ່ມຄວັນດໍາຖືກພົ່ນອອກຈາກຮູທໍ່ຂອງລໍາເຮືອ ເຊິ່ງປຽບເໝືອນລົມຫັນໃຈຂອງພູດຜີປີສາດ. ຮຸ່ງເຊົ້າຂອງມື້ຕໍ່ມາ, ເຮືອຂະໜາດມະຫຶມາລໍານີ້ ໄດ້ຄ່ອຍເຄື່ອນຕົວອອກຈາກທ່ານໍ້າເພື່ອມຸ່ງໜ້າໄປທາງທິດໃຕ້ ໂດຍບັນທຸກວັດຖຸອັນລໍ້າຄ່າທີ່ບໍ່ໄດ້ຮັບຄວາມຍິນຍອມເຕັມໃຈເຫຼົ່ານີ້.

 

ໃນທີ່ສຸດ, ເຫດການບໍ່ຄາດຝັນກໍເກີດຂຶ້ນຢູ່ບໍລິເວນແກ້ງຫີນກາງແມ່ນໍ້າຂອງ ໃກ້ທ່າເດື່ອ, ແຂວງໄຊຍະບູລິ ເຊິ່ງຂຶ້ນຊື່ວ່າ ເປັນເຂດນ່ານນໍ້າອັນຕະລາຍ ເຮັດໃຫ້ກໍາປັ່ນໃຫຍ່ La Grandière ຫຼົ້ມ ແລ້ວຈົມດິ່ງລົງສູ່ພື້ນນໍ້າພ້ອມກັບຜູ້ໂດຍສານ, ລູກເຮືອ ແລະ ວັດຖຸບູຮານອັນລໍ້າຄ່າທັງໝົດ. ໂສກນາດຕະກໍາດັ່ງກ່າວ ໄດ້ສ້າງຄວາມສະເທືອນໃຈເປັນຢ່າງຍິ່ງໃຫ້ກັບອານານິຄົມແຫ່ງຕ່າງໆ, ຂະນະທີ່ສົບຂອງຜູ້ເສຍຊີວິດກໍໄດ້ຮັບການຄົ້ນຫາ ເພື່ອນໍາໄປປະກອບພິທີຢູ່ໄຊງ່ອນ, ສ່ວນຊັບສົມບັດອັນລໍ້າຄ່າທີ່ບັນທຸກຢູ່ໃນເຮືອ ກໍຈົມຫາຍລົງສູ່ພື້ນແມ່ນໍ້າຂອງ ກ່ອນທີ່ຈະຖືກດິນຕົມ ແລະ ຂີ້ຕະກອນທັບຖົມເອົາໄວ້.

 

ເລື່ອງລາວກ່ຽວກັບເຮືອກົນໄຟ La Grandière ແລະ ວັດຖຸບູຮານອັນລໍ້າຄ່າ ໄດ້ກາຍເປັນສ່ວນໜຶ່ງໃນນິທານພື້ນເມືອງຂອງຊຸມຊົນລຸ່ມແມ່ນໍ້າຂອງ, ເຊິ່ງເປັນການເສີມແຕ່ງອີກຂັ້ນໜຶ່ງໃຫ້ແກ່ມໍລະດົກທາງວັດທະນະທໍາຫຼວງພະບາງ. ຜູ້ເຖົ້າຜູ້ແກ່ໃນທ້ອງຖິ່ນ ຍັງສາມາດຈື່ຈໍາເລື່ອງລາວກ່ຽວກັບເຮືອອັນງົດງາມລໍານີ້ ແລະ ຄວາມຊົງຈໍາດັ່ງກ່າວຍັງຖືກຝັງແໜ້ນເຂົ້າໄວ້ໃນປະເພນີການບອກເລົ່າແບບປາກຕໍ່ປາກຂອງປະຊາຊົນໃນພື້ນທີ່ແຫ່ງນີ້.

 

ມົນສະເໜ່ທາງປະຫວັດສາດ ຍັງຄົງສືບຕໍ່ດຶງດູດໃຈນັກພະຈົນໄພໃຫ້ເດີນທາງມາທີ່ເຂດນ່ານນໍ້າໃນແມ່ນໍ້າຂອງ. ປີ 2009, ທີມງານສະມາຄົມ ເນຊັນແນວ ຈີໂອກຣາຟິກ ທີ່ມາພ້ອມກັບເຕັກໂນໂລຢີກວດຫາວັດຖຸໃຕ້ນໍ້າທີ່ທັນສະໄໝ ໄດ້ອອກເດີນທາງສໍາຫຼວດຢ່າງມີຄວາມຫວັງ, ເລື່ອງລາວການເດີນທາງຂອງພວກເຂົາ ໄດ້ຖືກບັນທຶນໄວ້ໃນສາລະຄະດີ “The Lost Buddhas of the Mekong“. ເຖິງແມ່ນຈະປະສົບກັບອຸປະສັກຫຍຸ້ງຍາກອັນໃຫຍ່ຫຼວງຈາກກະແສນໍ້າທີ່ໄຫຼພັດແຮງ ບວກກັບຄວາມຊັບຊ້ອນຂອງພູມີປະເທດໃຕ້ພື້ນນໍ້າ, ແຕ່ການພະຈົນໄພຂອງທີມງານກໍໄດ້ເນັ້ນໃຫ້ເຫັນເຖິງຄວາມກ້າວໜ້າຢ່າງອັດສະຈັນ ໃນດ້ານການສໍາຫຼວດບູຮານຄະດີໃຕ້ແມ່ນໍ້າ.

 

ປັດຈຸບັນ, ນັກທ່ອງທ່ຽວສາມາດສໍາຜັດກັບປະສົບການແຫ່ງການພະຈົນໄພໃນແມ່ນໍ້າຂອງໄດ້ດ້ວຍຕົນເອງ ຜ່ານເຮືອທ່ອງທ່ຽວຫຼາຍລໍາ ທີ່ລອຍລ່ອງຕາມເສັ້ນທາງປະຫວັດສາດບ່ອນທີ່ເຮືອກົນໄຟ La Grandière ເຄີຍແລ່ນຜ່ານ. ຜູ້ປະກອບການໃນທ້ອງຖິ່ນ ໄດ້ເປີດໃຫ້ບໍລິການລ່ອງເຮືອ ໂດຍມີຕັ້ງແຕ່ ເຮືອຊ້າແບບດັ້ງເດີມ ໄປຈົນເຖິງເຮືອຫຼູຫຼາ, ເຊິ່ງເຮືອແຕ່ລະລໍາຕ່າງກໍມີມຸມມອງທີ່ເປັນເອກະລັກກ່ຽວກັບລະດັບຄວາມຍິ່ງໃຫຍ່ຂອງແມ່ນໍ້າ. ການເດີນທາງຈາກຫຼວງພະບາງ ຈະພາທ່ານຜ່ານວັດວາອາຮາມຫຼາຍແຫ່ງທີ່ເປັ່ງແສງສີທອງສະດຸດຕາ, ລວມທັງບ້ານຕ່າງໆທີ່ຕັ້ງເດັ່ນສະຫງ່າຢ່າງມີຊີວິດຊີວາ ແລະ ໜ້າຜາຫີນປູນທີ່ງົດງາມອັດສະຈັນ… ທັງໝົດເຫຼົ່ານີ້ ຍັງເປັນທິວທັດດັ້ງເດີມທີ່ມີການປ່ຽນແປງພຽງເລັກໜ້ອຍເມື່ອທຽບໃສ່ສະໄໝທີ່ຍັງມີເຮືອ La Grandière ປາກົດຢູ່.

 

ນັກທ່ອງທ່ຽວທີ່ເດີນທາງມາທ່ຽວຊົມຫຼວງພະບາງ ສາມາດສຶກສາປະຫວັດສາດອັນໜ້າອັດສະຈັນນີ້ໄດ້ທີ່ ຫໍພິພິທະພັນແຫ່ງຊາດ, ເຊິ່ງຕັ້ງຢູ່ພະລາຊະວັງເກົ່າ. ພິພິທະພັນແຫ່ງນີ້, ໄດ້ສະສົມວັດຖຸບູຮານທາງພຸດທະສາສະໜາທີ່ໜ້າປະທັບໃຈ ເຊິ່ງຊ່ວຍໃຫ້ຜູ້ເຂົ້າຊົມສາມາດເຂົ້າໃຈເຖິງຄວາມສໍາຄັນທາງສິລະປະ ແລະ ແກ່ນແທ້ຂອງຊັບສົມບັດທີ່ສູນຫາຍໄປໃນຄາວນັ້ນ. ຢູ່ໃກ້ກັບຫໍພິພິທະພັນ ກໍມີວັດວິຊຸນ ເຊິ່ງມີພະທາດທີ່ເປັນເອກະລັກ ແລະ ຜົນງານສິລະປະທາງພຸດທະສາສະໜາຫຼາຍລາຍການ, ຖືເປັນອີກໜຶ່ງທາງທີ່ເຜີຍໃຫ້ເຫັນເຖິງມໍລະດົກທາງພຸດທະສາສະໜາ ອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງພື້ນທີ່ແຫ່ງນີ້.

 

ຄໍາແນະນໍາຈາກຜູ້ຊ່ຽວຊານ: ຄວນວາງແຜນທ່ອງທ່ຽວທາງນໍ້າໃນຊ່ວງເຊົ້າຕູ່ ເຊິ່ງເປັນຊ່ວງເວລາທີ່ມີແສງແດດອ່ອນ ແລະ ໜ້ານໍ້າກໍສະຫງົບນິ້ງ. ໃນຕອນເຊົ້າຕູ່ ຍັງເປັນຊ່ວງທີ່ຊາວປະມົງໃນທ້ອງຖິ່ນອອກຫາປາດ້ວຍເຮືອ, ເຊິ່ງຈະຊ່ວຍເປີດໂອກາດທີ່ເໝາະສົມ ເພື່ອຈະໄດ້ກົດຊັດເຕີກ້ອງແລ້ວເກັບບັນທຶກຮູບງາມໆ ດ້ວຍສາກຫຼັງທີ່ເຕັມໄປດ້ວຍໝອກໜາທີ່ພົ່ນອາຍຂຶ້ນຈາກໜ້ານໍ້າຂອງ.

 

ດ້ວຍກະແສນໍ້າໄຫຼວົນ ທັງເປັນສາຍນໍ້າທີ່ງຽບສະຫງົບ ຈິ່ງເຮັດໃຫ້ແມ່ນໍ້າຂອງມີສະເໜ່ທີ່ໜ້າຄົ້ນຫາ ໂດຍເຫັນໄດ້ຊັດເຈນເຖິງເຫດຜົນທີ່ແມ່ນໍ້າສາຍນີ້ ສາມາດດຶງດູດໃຈບັນດານັກສໍາຫຼວດມາໄດ້ຫຼາຍສະຕະວັດ. ເນື່ອງຈາກແມ່ນໍ້າຂອງ ຖືເປັນແມ່ນໍ້າທີ່ຊ່ວຍຄຸ້ມຄອງປົກປ້ອງຄວາມລຶກລັບໄວ້ເປັນຢ່າງດີ, ແລ້ວຊັບສົມບັດເຊັ່ນ ເຮືອກົນໄຟ La Grandière ຈະປາກົດຕົວຂຶ້ນມາ ຫຼື ບໍ່? ເຊິ່ງຕອນນີ້, ແມ່ນໍ້າຂອງຍັງຄົງເກັບຮັກສາເປັນຄວາມລັບຕໍ່ໄປ, ໂດຍປ່ອຍໄວ້ພຽງປິດສະໜາເພື່ອໃຫ້ນັກທ່ອງທ່ຽວມີໂອກາດພຽງແຕ່ສົງໄສວ່າ ມີຫຍັງແດ່ທີ່ເຊື່ອງຊ້ອນໄວ້ຢູ່ໃຕ້ພື້ນນໍ້າສາຍນີ້.

 

ການເດີນທາງ: ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຍັງຫຼວງພະບາງເປັນປະຈໍາ ໂດຍມີຕົ້ນທາງຈາກນະຄອນຫຼວງວຽງຈັນ, ປາກເຊ, ຮາໂນ່ຍ, ກຸງເທບ, ສຽບຣຽບ ແລະ ຊຽງໃໝ່

 

Read More

Related Articles