Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ການບິນລາວ

ການກວດສອບເຮືອບິນ C Check

posted by Billy
Nov 14, 2022 500 0 0
Share

ການບໍາລຸງຮັກສາເຮືອບິນບໍ່ໃຫ້ມີຂໍ້ຜິດພາດໃດໆປຽບດັ່ງກັບເປົ້າໝາຍສູງສູດຂອງພວກເຮົາ
ໂຮງຈອດເຮືອບິນທີ່ຢູ່ດ້ານຫຼັງສະໜາມບິນສາກົນວັດໄຕນີ້ເປັນຈຸດທີ່ຢູ່ຫ່າງໄກຈາກຄວາມສັບສົນວຸ້ນວາຍຂອງອາຄານຜູ້ໂດຍສານຂາອອກ-ຂາເຂົ້າ ພ້ອມທັງຫ່າງຈາກຜູ້ຄົນທີ່ພາກັນຕໍ່ແຖວລໍຖ້າທີ່ເຕັມໄປດ້ວຍສຽງລາກກະເປົ໋າໄປມາ. ໂຮງຈອດເຮືອບິນນີ້ຈຶ່ງເຮັດໃຫ້ເຮົາຮູ້ສຶກໄດ້ເຖິງຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບງຽບ.
ບັນດາເຮືອບິນຫຼາຍລໍາຖືກຈັດລຽງເປັນຢ່າງດີຢູ່ເທິງໂຄງ ແລະ ຄານເຫຼັກອັນສູງສະຫງ່າຊຶ່ງຢູ່ທ່າມກາງກຸ່ມຊ່າງກົນຈັກຊຸດສີຟ້າທີ່ເຮັດວຽກຢ່າງງຽບໆຢູ່ດ້ານໃນເຮືອບິນແຕ່ລະລໍາ. ເມື່ອແນມເຂົ້າໄປກໍ່ຈະເຫັນກໍ້ແຜ່ນເຫຼັກ, ລູກບິດ, ຝາປິດ ແລະ ກໍ້ສາຍໄຟ ທີ່ຈັດວາງໄວ້ຢ່າງເປັນລະບຽບ.

ສາຍການບິນລາວ ມີຄວາມສາມາດໃນດໍາເນີນການບໍາລຸງຮັກສາທີ່ຈຳເປັນໃຫ້ກັບເຮືອບິນ ແອບັສ (Airbus) A320 ແລະ ອາເຕແອ (ATR) ດ້ວຍຕົນເອງ. ຊຶ່ງທັງໝົດນີ້ແມ່ນຄວາມມຸ່ງໝັ້ນພະຍາຍາມຂອງການບິນລາວໃນການຍົກສູງຄວາມອາດສາມາດຂອງວິສະວະກອນຂອງຕົນທີ່ໄດ້ຜ່ານການຢັ້ງຢືນຈາກ ​ອົງການ​ຄວາມ​ປອດ​ໄພ​ການບິນ​ເອີຣົບ.
ມື້​ນີ້, ຂ້າ​ພະ​ເຈົ້າໄດ້​ມີໂອກາດເຂົ້າຮ່ວມຊົມການກວດ C check, ເຊິ່ງ​ເປັນ​ການກວດ​ສອບຊີ້ນສ່ວນຕ່າງໆຂອງເຮືອບິນຢ່າງລະອຽດ. ໂດຍການກວດສອບດັ່ງກ່າວນີ້ຈະຖືກຈັດຕັ້ງປະຕິບັດເປັນຮອບວຽນແຕກຕ່າງກັນໂດຍອີງໃສ່ແຕ່ລະລຸ້ນເຮືອບິນ. ATR ຈະຕ້ອງໄດ້ຮັບການກວດສອບເມື່ອມີຮອບການບິນຄົບທຸກໆ 5,000 ຊົ່ວໂມງບິນ ແລະ Airbus A320 ຄວນໄດ້ຮັບການກວດເມື່ອມີຮອບການບິນຄົບ 7500 ຊົ່ວໂມງບິນ ຫຼື 24 ເດືອນ. ການກວດ C check ແມ່ນການກວດສອບດ້ວຍສາຍຕາຢ່າງລະອຽດຄຽງຄູ່ໄປກັບການທົດສອບລະບົບການດໍາເນີນງານຕ່າງໆຂອງເຮືອບິນ, ໂດຍຂະບວນການເຮັດວຽກທັງໝົດນີ້ໄດ້ຖືກຈັດຢູ່ໃນແຜນງານບຳລຸງຮັກສາເຮືອບິນຂອງສາຍການບິນລາວ.
ຊ່າງກົນຈັກຜູ້ໜຶ່ງໄດ້ອະທິບາຍໃຫ້ຂ້າພະເຈົ້າເຂົ້າໃຈກ່ຽວກັບຂະບວນການນີ້ຫຼາຍຂື້ນວ່າ “ຖ້າການກວດສະພາບຂອງຂອບປິດປະຕູທາງເຂົ້າແບບນີ້ແມ່ນສາມາດກວດເບິ່ງໄດ້ດ້ວຍຕາເປົ່າເລີຍ ແຕ່ບາງສ່ວນຂອງເຮືອບິນກໍ່ຕ້ອງໄດ້ມີການກວດສອບຢ່າງລະອຽດໃກ້ຊິດ ແລະ ທັງນໍາໃຊ້ອຸປະກອນພິເສດເຊົ້າຊ່ວຍໃນການກວດສອບອີກດ້ວຍ.”

ລາວຍັງບອກຕື່ມອີກວ່າຂະ​ບວນ​ການ​ທັງ​ໝົດນີ້​ມີຄວາມ​ລະ​ອຽດຫຼາຍ​ຈົນບາງຄັ້ງ​ອາດຈະ​ຕ້ອງໃຊ້​ເວ​ລາຮອດ​ສອງ​ອາ​ທິດ​ໃນການກວດສອບແຕ່ລະຄັ້ງອີກດ້ວຍ. ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ການບິນ​ນັ້ນຈະຕ້ອງບໍ່ໃຫ້ເກີດຄວາມ​ຜິດ​ພາດໃດໆກໍ່ຕາມ ບໍ່ວ່າຈະນ້ອຍ ຫຼື ໃຫຍ່, ການບິນ​ລາວຈຶ່ງ​ຕ້ອງເອົາໃຈ​ໃສ່ຮັບປະກັນ​ວ່າ​ທຸກ​ຊີ້ນສ່ວນຂອງເຮືອບິນແມ່ນຈະ​ສາມາດດໍາເນີນການໄດ້ຢ່າງເຕັມປະສິດທິພາບຢູ່ສະເໝີ. ສະນັ້ນ ການທີ່ຈະບັນລຸເປົ້າໝາຍດັ່ງກ່າວນັ້ນ, ນາຍຊ່າງເພິ່ນໄດ້ກ່າວຕື່ມອີກວ່າ,
“ພວກເຮົາຕ້ອງເຮັດວຽກຢ່າງໜັກ ແລ້ວກໍ່ໜັກກວ່າເຮືອບິນທີ່ພວກເຮົາກວດສອບສະເໝີ.”

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ອານຸສິດ ບຸນຍົງ

ການບິນລາວ
Share

Previous

[:en]Tangible Memories[:la]ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້[:]

Next

[:en]Top 5 Places to Visit in Quang Nam, Vietnam[:la]5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທຸລະກິດ, ການບິນລາວ, ທ່ອງທ່ຽວ
May 28, 2019

(English) Flying Colors

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ການບິນລາວ
Mar 14, 2018

ຟັງຜ່ານສາຍ ຮັບດ້ວຍໃຈ

ຄວາມກ້າວໜ້າ ແລະ ທັນສະໄໝຂອງເຕັກໂນໂລຢີໃນປະຈຸບັນໄດ້ເຮັດໃຫ້ຄວາມຕ້ອງການໃນການຕອບສະໜອງ...

Read More
45 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top