ຫ້າ ຄາໍຖາມສໍາພາດກັບ ທ່ານ ແອນໂທນີ້ ອັດສາດສາ

Author:

Category:

spot_img

ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ເມື່ອບໍ່ດົນມານີ້ ວາລະສານຈໍາປາເມືອງລາວ ໄດ້ມີໂອກາດໂອ້ລົມແລກປ່ຽນກັບ ທ່ານ ແອນໂທນີ້ ອັດສາດສາ ຊ່ຽວຊານດ້ານ ການເງິນທີ່ໄດ້ມາປະຕິບັດຫນ້າທີ່ປະຈໍາຢູ່ກັບ ສາຍການບິນລາວ.

1:  ​ລົບກວນທ່ານເລົ່າສູ່ເຮົາຟັງວ່າທ່ານ​ມາເຮັດວຽກຢູ່​ປະ​ເທດ​ລາວໄດ້ແນວໃດ, ໄດ້ປະສົບການໃຊ້​ຊີ​ວິດ ແລະ ເຮັດ​ວຽກຢູ່ບ້ານເຮົາແບບໃດແດ່?

ຂ້ອຍໄດ້ເຂົ້າມາເຮັດວຽກຢູ່ ສປປ ລາວ ນັບຕັ້ງແຕ່ເດືອນມັງກອນປີ 2016 ຍ້ອນປະເທດລາວມີຄວາມຕ້ອງການບໍລິສັດທີ່ປຶກສາສາກົນພ້ອມດ້ວຍຊ່ຽວຊານລະດັບຜູ້ຈັດການທີ່ມີປະສົບປະການໃຫ້ເຂົ້າມາຊ່ວຍພັດທະນາທຸລະກິດໃນປະເທດທີ່ກໍາລັງເຕີບໃຫຍ່. ໃນຊ່ວງທີ່ມາໃໝ່ໆບໍລິສັດທີ່ຂ້ອຍເຮັດວຽກນໍາຫຼັກໆແມ່ນບໍລິສັດທີ່ເຮັດກ່ຽວກັບພະລັງງານໄຟຟ້ານ້ຳຕົກ. ຕໍ່ມາຂ້ອຍກໍ່ໄດ້ມີໂອກາດຕໍ່ຍອດໄປເຮັດວຽກໃນອຸດສາຫະກໍາອື່ນໆ ໂດຍສະເພາະແມ່ນດ້ານທະນາຄານ, ປະກັນໄພ, ລວມໄປເຖິງບັນດາບໍລິສັດທີ່ເຮັດທຸລະກິດການຜະລິດ ແລະ ອົງການຈັດຕັ້ງສາກົນນໍາອີກ.

2: ວຽກການເງິນໃນຂົງເຂດການບິນໃນບ້ານເຮົາແຕກຕ່າງຈາກປະສົບການຜ່ານມາຂອງທ່ານໃນລະດັບສາກົນແນວໃດແດ່?

ອຸດສາຫະກໍາການບິນແນ່ນອນວ່າແຕກຕ່າງຈາກອຸດສາຫະກໍາອື່ນໆໃນຫຼາຍໆດ້ານເລີຍກໍ່ວ່າໄດ້. ບໍ່ວ່າຈະເປັນດ້ານຕະຫຼາດແລະວົງຈອນທາງເສດຖະກິດທີ່ຖືວ່າມີລັກສະນະສະເພາະ ແລະຂື້ນກັບຄວາມຕ້ອງການການເດີນທາງ ທາງອາກາດລະຫວ່າງປະເທດເປັນສວ່ນຫຼາຍ. ອຸດສາຫະກໍາການບິນເປັນການບໍລິການດ້ານການຂົນສົ່ງທີ່ມີການແຂ່ງຂັນສູງ, ເຊິ່ງໄດ້ໃຊ້ເງິນລົງທືນຈໍານວນມະຫາສານ, ມີຕົ້ນທຶນໃນການດໍາເນີນງານສູງ ແລະ ມີການຄຸ້ມຄອງທາງດ້ານການເງິນເຂັ້ມງວດທີ່ສຸດ. ອຸດສາຫະກໍາການບິນຖືໄດ້ວ່າເປັນອຸດສາຫະກໍາທີ່ຖືເອົາລູກຄ້າເປັນສູນກາງ.

ຫາກເບິ່ງໃນມຸມມອງຂອງປະເທດໜຶ່ງໆແລ້ວ, ອຸດສາຫະກໍາການບິນມີຄວາມສໍາຄັນ ແລະ ຖືເປັນອຸດສາຫະກໍາທາງຍຸດທະສາດທີ່ຊ່ວຍອໍານວຍຄວາມສະດວກໃຫ້ມີການຫຼັ່ງໄຫຼເຂົ້າອອກຂອງສິນຄ້າ ແລະ ຜູ້ຄົນຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ. ທັງໝົດທັງມວນນີ້ລ້ວນແຕ່ສະແດງໃຫ້ເຫັນຜ່ານຂໍ້ມູນການເງິນຂອງບັນດາບໍລິສັດສາຍການບິນ. ຖ້າທ່ານຕ້ອງການເຂົ້າໃຈວຽກການເງິນຂອງສາຍການບິນ, ທ່ານຕ້ອງເຂົ້າໃຈຮູບແບບທຸລະກິດຂອງສາຍການບິນກ່ອນ.

3: ວັນປົກກະຕິໃນການເຮັດວຽກຢູ່ທີ່ສໍານັກງານໃຫຍ່ການບິນລາວທີ່ນະຄອນຫຼວງວຽງຈັນຂອງທ່ານເປັນແນວໃດແດ່?

ວຽກການເງິນ ແລະ ການບັນຊີ ແມ່ນວຽກທີ່ບໍ່ເຄີຍປົກກະຕິ ເພາະມີຫຼາຍໜ້າວຽກ ແລະ ຄວາມຮັບຜິດຊອບທີ່ທ້າທາຍໃຫ້ຈັດການແກ້ໄຂ ແລະ ຄຸ້ມຄອງສະເໝີ. ຢູ່ທີ່ການບິນລາວ ສ່ວນໃຫຍ່ຈະແມ່ນການຈັດການກັບບັນຊີທີ່ກ່ຽວພັນກັບລູກຄ້າ ແລະ ບັນດາຜູ້ສະໜອງ. ບໍລິສັດຈະເຮັດໜ້າທີ່ເບິ່ງການດໍາເນີນງານປະຈໍາວັນຂອງການບິນລະຫວ່າງປະເທດ ແລະ ພາຍໃນປະເທດ. ຂ້ອຍເອງແມ່ນມີໜ້າທີ່ຊ່ວຍ ແລະ ໃຫ້ຄໍາປຶກສາ, ຕິດຕາມສັງເກດການບັນຊີທັງໝົດວ່າໄດ້ຖືກຈັດການ ແລະ ຄຸ້ມຄອງແນວໃດ ແລ້ວຈາກນັ້ນກໍ່ຍັງໄດ້ໃຫ້ຄໍາແນະນໍາເພື່ອຮັກສາໃຫ້ສອດຄ່ອງກັບມາດຕະຖານສາກົນ.

4: ຈຸດໝາຍປາຍທາງການເດີນທາງທີ່ທ່ານມັກທີ່ສຸດໃນຖ້ຽວບິນຂອງສາຍການບິນລາວແມ່ນບ່ອນໃດ ແລະ ຍ້ອນຫຍັງ?

ຜ່ານມາຂ້ອຍໄດ້ມີໂອກາດໄປຢ້ຽມຢາມຊຽງຂວາງ ແລະ ຫຼວງພະບາງ ດ້ວຍສາຍການບິນລາວ, ແຕ່ຂ້ອຍຢາກບອກເລີຍວ່າຂ້ອຍມັກທຸກໆເສັ້ນທາງບິນພາຍໃນປະເທດລາວເຮົາ ເພາະທຸກແຂວງລ້ວນແຕ່ມີຄວາມສວຍງາມໜ້າທ່ຽວຊົມ.

5: ຫຼັງຈາກທີ່ໄດ້ເຮັດວຽກຢູ່ນີ້ມາຫຼາຍປີ ວັດທະນະທໍາຂອງຄົນລາວເຮົາດ້ານໃດແດ່ທີ່ທ່ານໄດ້ຊຶມຊັບມາປັບໃຊ້ເຂົ້າໃນຊີວິດປະຈໍາວັນຫຼາຍທີ່ສຸດ?

ສໍາລັບຊີວິດປະຈຳວັນຂ້ອຍໄດ້ຊຶມຊັບເອົາຄວາມມານະອົດທົນ, ຄວາມລຽບງ່າຍແລະຄວາມຮັກຄວາມແພງຈາກວັດທະນະທໍາລາວ. ຕໍ່ກັບໝູ່ເພື່ອນຂ້ອຍໄດ້ຮຽນຮູ້ທີ່ຈະຖ່ອມຕົນ, ເຄົາລົບຄວາມເປັນສ່ວນຕົວ ແລະ ໄວ້ເນື້ອເຊື່ອໃຈກັນ. ຂ້ອຍພະຍາຍາມສະແດງອອກໃນແງ່ບວກໃຫ້ຫຼາຍເທົ່າທີ່ຈະເຮັດໄດ້ ແລະ ຈະສືບຕໍ່ຮຽນຮູ້ຢູ່ສະເໝີ ຕາມສຸພາສິດລາວທີ່ວ່າເຈົ້າຮູ້, ເຈົ້າສອນ. ເຈົ້າບໍ່ຮູ້, ເຈົ້າຮຽນຮູ້

ທ່ານ ແອນໂທນີ້ ອັດສາດສາ ປັດຈຸບັນປະຈໍາຢູ່ ໂຄງການພັດທະນາ  ການບິນລາວຢ່າງຍືນຍົງ (Lao Airlines Sustainable Development Project) ໂດຍເປັນການຮ່ວມມືລະຫວ່າງ ທະນາຄານໂລກ ແລະ ລັດວິສາຫະກິດການບິນລາວ.

Read More

Related Articles