“ເລື່ອງລາວຂອງຊັອກໂກແລັດໃນຝັນ“
ບົດໂດຍ : ເຈສັນ ໂຣລັນ
ຮູບໂດຍ : ມິກາເອວ ບຣ໋ອງຮອດສ໌
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ນັກທ່ອງທ່ຽວທີ່ເຂົ້າມາລາວໂດຍທົ່ວໄປແລ້ວຈະໄປຢ້ຽມຢາມສະຖານທີ່ສໍາຄັນຕ່າງໆແລ້ວກໍ່ໄປຕໍ່ບ່ອນໃໝ່, ແຕ່ສໍາລັບ ທ່ານ ມິກາເອວ ບຣ໋ອງຮອດສ໌ ແລ້ວແມ່ນຈະຕ່າງອອກໄປຈາກຜູ້ອື່ນ ເພາະເພິ່ນໄດ້ຄົ້ນພົບບາງສິ່ງບາງຢ່າງທີ່ຄວນຄ່າຈະຢູ່ຕໍ່. ທ່ານ ມິກາເອວ ເກີດມາຈາກພໍ່ຊາວໂຮນລັງ ແລະ ແມ່ຊາວແບນຊິກ ເພິ່ນໄດ້ນໍາເອົາມໍລະດົກຕົກທອດຈາກທັງສອງຊາດເອີຣົບທີ່ຢູ່ໃນສາຍເລືອດຂອງເພິ່ນກໍ່ຄື ຊັອກໂກແລັດນັ້ນເອງມາສູ່ປະເທດລາວ ໂດຍທີ່ບໍ່ຄາດຄິດເລີຍວ່າສິ່ງດັ່ງກ່າວຈະປ່ຽນແປງອະນາຄົດຂອງເພິ່ນໄປຄືແນວໃດ.
ຄວາມຮັກຂອງເພິ່ນທີ່ມີຕໍ່ປະເທດລາວມີຈຸດເລີ່ມຕົ້ນຄ້າຍໆນັກທ່ອງທ່ຽວຫຼາຍໆຄົນ ກໍ່ຄືການມາທ່ຽວແບບແບັກແພັກເກີ້ໃນປີ 2003. ເມື່ອເພິ່ນໄດ້ກັບເມືອບ້ານຂອງເພິ່ນໃນປີ 2006 ບາງສິ່ງບາງຢ່າງທີ່ຢັ່ງເລິກລົງໄປໃນຈິດໃຈໄດ້ຖືກກະຕຸ້ນຂຶ້ນມາ. ສໍາລັບຜູ້ອື່ນແລ້ວນີ້ອາດຈະເບິ່ງເປັນພຽງການຄິດຮອດຄວາມຊົງຈໍາດີໆຈາກການໄປທ່ຽວພັກຜ່ອນ, ແຕ່ສໍາລັບ ທ່ານ ມິກາເອວ ເພິ່ນເຫັນປະເທດລາວເປັນເຮືອນຂອງເພິ່ນ. ດັ່ງນັ້ນ ເພິ່ນຈຶ່ງຕັດສິນໃຈມາຊື້ກໍາມະສິດຂອງດິນປ່າຕອນໜຶ່ງຢູ່ລາວ ບໍ່ແມ່ນເພື່ອພັດທະນາຕໍ່ເຕີມໃດໆແຕ່ເພື່ອມາປົກປັກຮັກສາໄວ້ ຈາກນັ້ນເພິ່ນກໍ່ປຸກຕູບນ້ອຍໆໃນໃຈກາງຂອງຜືນປ່າດັ່ງກ່າວຢູ່. ເມື່ອເວລາຜ່ານໄປ ສະຖານທີ່ສຸດພິເສດແຫ່ງນີ້ກໍ່ໄດ້ເບັ່ງບານມາເປັນ ດຣີມ ທາມ ສະຖານທີ່ພັກຜ່ອນແບບເປັນມິດຕໍ່ສິ່ງແວດລ້ອມທີ່ໄດ້ໃຫ້ບໍລິການແກ່ບັນດານັກທ່ອງທ່ຽວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ລາວໄດ້ໃຊ້ບໍລິການເປັນເວລາເກືອບທົດສະວັດ.
ຫຼັງຈາກສະສົມປະສົບການສິບກວ່າປີໃນຂະແໜງການທ່ອງທ່ຽວ ທ່ານ ມິກາເອວ ກໍ່ເລີ່ມເໝີ່ລອຍໄປຕາມຜືນປ່າສຸດທີ່ຮັກຂອງເພິ່ນ ຄິດເຖິງວ່າອະນາຄົດບົດບາດຕໍ່ໄປວ່າຈະສືບຕໍ່ໄປໃນທິດທາງໃດ. ເຊິ່ງໃນຕອນນັ້ນເອງເພິ່ນກໍ່ໄດ້ຕັດສະຮູ້ເຖິງສອງແນວຄິດງ່າຍໆຄື: ເພິ່ນຢາກກິນຊັອກໂກແລັດ ແລະ ຊັອກໂກແລັດທີ່ປູກຢູ່ລາວກໍຍັງບໍ່ທັນມີເທື່ອ. ໃນຕອນນັ້ນເອງວິໄສທັດຂອງເພິ່ນກໍໄດ້ກໍ່ໂຕຂຶ້ນມາເປັນຮູບເປັນຮ່າງບໍ່ແມ່ນເພື່ອກິນຊ໋ອກໂກແລັດ ແຕ່ເພື່ອສ້າງມັນຂຶ້ນມາ.
ທ່ານ ມິກາເອວ ອະທິບາຍວ່າ “ໂດຍພື້ນເພທີ່ຂ້ອຍມາຈາກແບນຊິກ, ຂ້ອຍເຕີບໃຫຍ່ມາກັບການກິນຊັອກໂກແລັດແບບທີ່ແຊບທີ່ດີທີ່ສຸດ, ດັ່ງນັ້ນມາດຕະຖານຂອງຂ້ອຍຈຶ່ງສູງແຮງ. ເມື່ອຂ້ອຍລິເລີ່ມເຮັດຊັອກໂກແລັດຈຶ່ງມີເປົ້າໝາຍດຽວເທົ່ານັ້ນທີ່ຕ້ອງບັນລຸ ຄືການເຮັດຊັອກໂກແລັດທີ່ດີທີ່ສຸດ ຖ້າບໍ່ໄດ້ແນວນັ້ນກໍບໍ່ຕ້ອງເຮັດເລີຍ.”
ເສັ້ນທາງນັບຕັ້ງແຕ່ແຮງບັນດານໃຈກ່ອນຈະກ້າວມາເປັນຜົນງານເປັນຊິ້ນເປັນອັນໄດ້ນັ້ນເປັນເສັ້ນທາງທີ່ບໍ່ງ່າຍ ແລະ ໃຊ້ເວລາສົມຄວນ. ໃນຕອນທີ່ ທ່ານ ມິກາເອວ ແຊໄອເດຍຂອງເພິ່ນໃຫ້ອ້າຍຟັງ ອ້າຍເພິ່ນກໍ່ທ້າໃຫ້ເພິ່ນລອງເຮັດຊັອກໂກແລັດສໍາລັບ ວັນຄຣິສມາດໃນປີ 2015 ທັນທີ ເຊິ່ງເຮັດໃຫ້ເພິ່ນພົບວ່າ ການທີ່ຈະເຮັດຊັອກໂກແລັດນັ້ນ ຄວາມມັກຮັກຊື່ໆມັນບໍ່ພໍ ມັນຈະຕ້ອງມີຄວາມອົດທົນທຸ້ມເທລອງຜິດລອງຖືກກ່ອນທີ່ທ່ານຈະສາມາດສ້າງສິ່ງພິເສດສໍາລັບແບ່ງປັນໃຫ້ຜູ້ອື່ນໄດ້.
ອຸປະສັກທີ່ເພິ່ນຕ້ອງປະເຊີນໜັກໜາຫຼາຍ. ຢູ່ລາວເຮົາບໍ່ໄດ້ມີການປູກຕົ້ນໂກໂກ້ແບບຄັກແນ່ມີແຕ່ຈໍານວນບໍ່ເທົ່າໃດຕົ້ນກະແຈກກະຈາຍກັນໄປໃນທົ່ວປະເທດແລະ ບໍ່ມີອຸປະກອນສໍາລັບຜະລິດຊັອກໂກແລັດເລີຍ. ແຕ່ດ້ວຍຄວາມບໍ່ຍອມແພ້ ທ່ານ ມິກາເອວ ໄດ້ລິເລີ່ມການປະຈົນໄພຄົ້ນຫາຕົ້ນໂກໂກ້ໃນທົ່ວອາຊີຕາເວັນອອກສຽງໃຕ້ ເຊິ່ງເພິ່ນກໍ່ໄດ້ເຟັ້ນຫາເມັດພັນກັບມາຈາກຫຼາຍໆປະເທດບໍ່ວ່າຈະເປັນ ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ, ໄທ, ຕີມໍ ເລສເຕ, ປາປົວ ນິວ ກີເນ ແລະ ຈາກປະເທດທີ່ຢູ່ຫ່າງໄກອອກໄປຄື ມາດາກາສກ້າ ແລະ ເປຣູ.
ວິທີການທີ່ທ່ານ ມິກາເອວ ໃຊ້ສ້າງຊັອກໂກແລັດ ແມ່ນເປັນໄປຕາມແນວທາງການໃຊ້ຊີວິດແບບລຽບງ່າຍຂອງເພິ່ນ. ແທນທີ່ຈະລົງທຶນໃສ່ເຄື່ອງຈັກອຸດສາຫະກໍາ ເພິ່ນເລືອກທີ່ຈະສຸມໃສ່ວິທີການແບບພື້ນຖານ ແລະ ຍອມອົດທົນເຮັດຂັ້ນຕອນຕ່າງໆເອງແບບບໍ່ງ່າຍເລີຍ. ວິທີນີ້ສົ່ງຜົນໃຫ້ເພິ່ນສາມາດຜະລິດສິນຄ້າທີ່ມີຄວາມພິເສດ ແລະ ພິຖີພິຖັນລັງສັນອອກມາເປັນ ຊັອກໂກແລັດທີ່ເຮັດເອງດ້ວຍມືແທ້ໆໂດຍທີ່ວ່າຊັອກໂກແລັດທຸກໆແທ່ງຈະສະແດງໃຫ້ເຫັນເຖິງມາດຕະຖານທີ່ລະມຽດລະໄມຂອງເພິ່ນ.
ໃນປັດຈຸບັນ ຊັອກໂກແລັດໃນຝັນຈໍາໜ່າຍສິນຄ້າຂອງເພິ່ນໃນປະລິມານທີ່ຈໍາກັດ ໂດຍອີງໃສ່ຄຸນະພາບ ຫຼາຍກວ່າຄວາມຫຼາກຫຼາຍ. ຊັອກໂກແລັດຂາວຂອງເພິ່ນໄດ້ມີການປະສົມປະສານເມັດໂກໂກ້ (cacao nibs) ເຂົ້າໄປ, ສ່ວນຊັອກໂກແລັດລົດນົມກໍຈະມີສ່ວນປະສົມຂອງໂກໂກ້ສູງກວ່າຊັອກໂກແລັດທີ່ວາງຂາຍທົ່ວໄປໃນທ້ອງຕະຫຼາດ ແລະ ດາກຊັອກໂກແລັດຂອງເພິ່ນຈະມີລົດຊາດທີ່ເປັນເອກະລັກແບບພິເສດສຸດໆອີງຕາມແຕ່ລະແຫຼ່ງທີ່ມາຂອງໂກໂກ້. ສິນຄ້າທຸກຊະນິດຂອງເພິ່ນລ້ວນແຕ່ປອດສານພິດ ແລະ ເປັນທໍາມະຊາດໂດຍທີ່ບໍ່ມີສານກັນບູດ ຫຼື ສານເຄມີໃດໆເຈືອປົນຢູ່ເລີຍ.
ບາງທີສິ່ງທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ ທ່ານ ມິກາເອວ ກໍ່ແມ່ນການໄດ້ຜະລິດຊັອກໂກແລັດແທ່ງທໍາອິດທີ່ມາຈາກປະເທດລາວ ທີ່ໄດ້ຈາກການຮ່ວມມືກັບຊາວກະສິກອນໃນແຂວງວຽງຈັນ. ຜົນສໍາເລັດດັ່ງກ່າວແມ່ນໝາກຜົນຂອງຄວາມພະຍາຍາມທີ່ຈະຊຸກຍູ້ໃຫ້ຊາວກະສິກອນທ້ອງຖິ່ນເລືອກລອງປູກຕົ້ນໂກໂກ້ໄປນໍາ.
ນອກເໜືອຈາກການສ້າງຊັອກໂກແລັດທີ່ພິເສດແລ້ວ ທ່ານ ມິກາເອວ ຍັງມີສ່ວນຊ່ວຍໃນການສ້າງໂອກາດ. ຊັອກໂກແລັດໃນຝັນ ມີຄວາມພູມໃຈຢ່າງຍິ່ງທີ່ໄດ້ຈ້າງງານແມ່ຍິງລາວ ໃຫ້ໂອກາດໃນການພັດທະນາສີມື ແລະ ສະໜອງການຝຶກອົບຮົມ. ທຸກໆການໄດ້ລີ້ມລອງ ຊີມລົດຊາດຊັອກໂກແລັດໄດ້ກາຍມາເປັນໂອກາດທີ່ສໍາຄັນຂອງຊາວທ້ອງຖິ່ນທີ່ຈະໄດ້ຮັບຮູ້ວ່ານີ້ແມ່ນຊັອກໂກແລັດທີ່ປູກ ແລະ ຜະລິດໃນບ້ານເກີດຂອງຕົນ.
ໃນຕໍ່ໜ້າ ທ່ານ ມິກາເອວ ມີແຜນທີ່ຈະຂະຫຍາຍການປຸງແຕ່ງໂກໂກ້ທັງໃນລາວ ແລະ ທັງຄຽງຄູ່ກັບການສົ່ງອອກໄປຕ່າງປະເທດແຕ່ໃນທ່າມກາງການເຕີບໂຕດັ່ງກ່າວ, ຫຼັກໝັ້ນຂອງເພິ່ນຍັງບໍ່ປ່ຽນແປງຄືຕ້ອງເປັນຊັອກໂກແລັດແບບທໍາມະຊາດໂດຍບໍ່ມີຂໍ້ຍົກເວັ້ນ.

ຈາກຄວາມຝັນກາງເວັນ ກາຍມາເປັນຜູ້ຜະລິດເມັດໂກໂກ້ ແລະ ຊັອກໂກແລັດ ການເດີນທາງຂອງ ທ່ານ ມິກາເອວ ບຣ໋ອງຮອດສ໌ ໄດ້ໃຫ້ຂໍ້ຄິດບາງຢ່າງແກ່ພວກເຮົາຄື ບາງຄັ້ງເສັ້ນທາງທີ່ມີຄວາມໝາຍ ເລີ່ມຕົ້ນງ່າຍໆໄດ້ພຽງຈາກການຢາກເຮັດຢາກລອງຢາກກິນ. ສໍາລັບເພິ່ນແລ້ວ ຊັອກໂກແລັດບໍ່ແມ່ນພຽງແຕ່ຂອງຫວານ ແຕ່ມັນເປັນຕົວຂັບເຄື່ອນໃຫ້ແກ່ຄວາມແນ່ແທ້, ຄວາມຍືນຍົງ ແລະ ການປ່ຽນແປງໃນດິນແດນທີ່ວິຖີດັ່ງກ່າວຫາກໍ່ລິເລີ່ມຢັ່ງຮາກ.