ແຫຼ່ງມໍລະດົກໂລກອົງການ UNESCO ອັນລໍ້າຄ່າຂອງລາດຊະອານາຈັກໄທ
ບົດ ແລະ ຮູບໂດຍ: ມິກ ຊິບເພັ້ນ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ປະເທດໄທເຕັມໄປດ້ວຍແຫຼ່ງບູຮານສະຖານ ແລະ ຮ່ອງຮອຍວັດວາອາຣາມເກົ່າແກ່ທີ່ໜ້າຕະການຕາຫຼາກຫຼາຍແຫ່ງ ແຕ່ໝາກຫົວໃຈສໍາຄັນອັນເປັນດັ່ງອັນຍະມະນີຂອງໄທຕ້ອງແມ່ນຢູ່ທີ່ ສຸໂຂໄທ.
ຍຸກສະໄໝຂອງ ອານາຈັກ ສຸໂຂໄທ ແກ່ຍາວຕັ້ງແຕ່ປີ ຄ.ສ 1238 ໄປຈົນເຖິງ ຄ.ສ 1438 ເຊິ່ງສາມາດເອີ້ນໄດ້ວ່າເປັນຈຸດເລີ່ມຕົ້ນຂອງປະຫວັດສາດໄທເລີຍກໍ່ວ່າໄດ້ ແລະ ມໍລະດົກຕົກທອດອັນອຸດົມສົມບູນຈະເລີນຮຸ່ງເຮືອງສືບທອດກັນມາຈາກອະນາຈັກສຸໂຂໄທກໍ່ຍັງຄົງຢູ່ທຸກມື້ນີ້ ແລະ ສະທ້ອນໃຫ້ເຫັນຜ່ານວັດທະນະທໍາຂອງຊາວໄທໃນປັດຈຸບັນ. ໃນໄລຍະທີ່ຮຸ່ງເຮື່ອງທີ່ສຸດ ອານາຈັກສຸໂຂໄທໄດ້ປົກຄອງເອົາເຂດແດນອານາຈັກຕ່າງໆຢ່າງກວ້າງໃຫຍ່ໄພສານນັບຕັ້ງແຕ່ນະຄອນສີທໍາມະລາດໃນພາກໃຕ້ຂອງໄທຂຶ້ນໄປຫາ ນະຄອນຫຼວງພະບາງ ແລະ ມະຕະບະໃນທາງພາກເໜືອຂອງ ລາວ ແລະ ມຽນມາ. ນັກປະຫວັດສາດໄດ້ກໍານົດເອົາສຸໂຂໄທ ເປັນອານາຈັກຂອງໄທແຫ່ງທໍາອິດຢ່າງແທ້ຈິງ ແລະ ມີພຣະມະຫາກະສັດເຖິງ 9 ອົງຂຶ້ນຄອງລາດເປັນເວລາແກ່ຍາວ 2 ສະຕະວັດ ເຊິ່ງເປັນຍຸກສະໄໝທີ່ມີຄວາມໝັ້ນຄົງທີ່ສຸດຂອງປະຫວັດສາດໄທ. ພຣະກະສັດຣາມຄຳແຫງເຊິ່ງເປັນກະສັດອົງທີສອງທີ່ຂຶ້ນຄອງລາດໄດ້ສ້າງລະບົບການຂີດຂຽນຂຶ້ນມາທີ່ກາຍມາເປັນພື້ນຖານໃຫ້ກັບອັກສອນໄທສະໄໝໃໝ່ທີ່ຖືກນໍາໃຊ້ໃນປັດຈຸບັນ. ນອກນີ້ ພຣະອົງຍັງໄດ້ສົ່ງເສີມການນັບຖືພຸດທະສາສະໜາເຊິ່ງໄດ້ກາຍມາເປັນສິລະປະທາງສາສະໜາຂອງໄທທີ່ເຫັນກັນໃນທຸກມື້ນີ້. ສໍາລັບອານາຈັກສຸໂຂໄທ ການຜະລິດເຄື່ອງປັ້ນດິນເຜົາແມ່ນມີຄວາມສຳຄັນຕໍ່ເສດຖະກິດເປັນຢ່າງຍິ່ງ. ໝໍ້ທີ່ຖືກປັ້ນຈາກເຕົາເຜົາຫຼາຍໆແຫ່ງທີ່ຕັ້ງຢູ່ເຂດນອກເມືອງ ແລະ ໃນບໍລິເວນໃກ້ຄຽງຂອງເມືອງສີສັດຊະນາໄລໄດ້ຖືກສົ່ງອອກໄປທົ່ວທຸກພາກພື້ນ. ມາຮອດປັດຈຸບັນ, ນັກບູຮານຄະດີທາງທະເລຍັງຄົງສືບຕໍ່ຄົ້ນພົບຊາກເຮືອສິນຄ້າສຸໂຂໄທທີ່ຈົມຢູ່ໃນອ່າວໄທ ແລະ ໃນເຂດນ່ານນໍ້າຂອງມາເລເຊຍ ເຊິ່ງໝາຍຄວາມວ່າຄວາມລັບທາງອະລິຍະທໍາຈາກຍຸກສະໄໝສຸໂຂໄທຍັງມີອີກຫຼາກຫຼາຍຢ່າງໃຫ້ຊອກຮູ້ຄົ້ນຫາຕື່ມອີກ.

ພາຍຫຼັງການສິ້ນພຣະຊົນຂອງພຣະກະສັດ ຣາມຄໍາແຫງ ອິດທິພົນຂອງ ອານາຈັກສຸໂຂໄທກໍ່ເລີ່ມຫຼຸດໜ້ອຍຖອຍລົງ. ກະສັດອົງສຸດທ້າຍຂອງອານາຈັກສຸໂຂໄທ ພຣະກະສັດທໍາມະຣາຊາໄດ້ສິ້ນພຣະຊົນໃນປີ ຄ.ສ 1438 ເຮັດໃຫ້ອານາຈັກດັ່ງກ່າວຖືກຜັນກາຍມາເປັນພຽງແຂວງໜຶ່ງໃນອານາຈັກອະຍຸດທະຍາໃນປັດຈຸບັນ.

ອຸທະຍານປະຫວັດສາດສຸໂຂໄທ
ສວນອຸທິຍານດັ່ງກ່າວເຕັມໄປດ້ວຍວັດວາອາຮາມ, ຮ່ອງຮອຍອາຄານເກົ່າ ແລະ ອານຸສາວະລີທີ່ງົດງາມຕະການຕາ ແລະ ທັງເປັນ ແຫຼ່ງມໍລະດົກໂລກຂອງອົງການ UNESCO ທີ່ດຶງດູດເອົານັກທ່ອງທ່ຽວຫຼາຍພັນຄົນໃນແຕ່ລະປີ. ສະຖານທີ່ດັ່ງກ່າວມີເນື້ອທີ່ກວມເອົາຫຼາຍກວ່າ 7,000 ເຮັກຕາ ແລະ ແບ່ງອອກເປັນ 5 ເຂດທີ່ສາມາດສໍາຫຼວດໄດ້ດ້ວຍລົດຖີບ ຫຼື ຂີ່ລົດບັກກີ້ໄຟຟ້າ. ນອກນີ້ ພາຍໃນອຸທິຍານ ກໍ່ຍັງມີຫໍພິພິທະພັນແຫ່ງຊາດຣາມຄໍາແຫງ ທີ່ຊ່ວຍໃຫ້ຂໍ້ມູນ ແລະ ມຸມມອງທາງປະຫວັດສາດທີ່ໜ້າສົນໃຈແກ່ນັກທ່ອງທ່ຽວ ແລະ ເປັນຈຸດເລີ່ມຕົ້ນທີ່ດີກ່ອນການເລີ່ມສໍາຫຼວດທ່ຽວຊົມອຸທິຍານແຫ່ງນີ້.

ບໍລິເວນໃຈກາງຂອງອຸທິຍານມີຄູນໍ້າອ້ອມຮອບ ແລະ ມີວັດວາອາຮາມທີ່ງົດງາມເຖິງ 21 ແຫ່ງ. ວັດທີ່ອະລັງການກວ່າໝູ່ແມ່ນວັດສີຊຸມ ຕັ້ງຢູ່ບໍລິເວນຮອບນອກກຳແພງເມືອງເກົ່າຢູ່ທາງຫົວມຸມທິດຕາເວັນຕົກສຽງເໜືອ. ເມື່ອຍ່າງເຂົ້່າໄປໃກ້ວັດສີຊຸມຕາມທາງຍ່າງ ຈະສາມາດແນມເຫັນ ພະພັກຂອງພຣະພຸດທະຮູບອົງໃຫຍ່ປະທັບທີ່ຢູ່ພາຍໃນໄດ້ຢ່າງຊັດເຈນຜ່ານປ່ອງເປີດທີ່ຜະໜັງດ້ານໜ້າ. ພະຫັດຂອງພະພຸດທະຮູບທີ່ສູງ 15 ແມັດ, ກວ້າງ 11 ແມັດ ຖືກເຄືອບດ້ວຍແຜ່ນຄໍາເປວທີ່ຜູ້ມາສັກກະລະຫຼາຍພັນຄົນແປະໃສ່ເພື່ອເປັນການກາບໄຫວ້.

ຄືນວັນເພັນຂອງເດືອນພະຈິກອຸທະຍານປະຫວັດສາດສຸໂຂໄທແຫ່ງນີ້ກໍ່ຈະຈັດງານບຸນໄຫຼເຮືອໄຟທີ່ໃຫຍ່ທີ່ສຸດຂອງໄທເຊິ່ງໃນບາງໂອກາດກໍຈະມີການຈັດກິດຈະກໍາຫຼາກຫຼາຍບໍ່ວ່າຈະເປັນການສະແດງດົນຕີ, ການຟ້ອນລໍາທີ່ຈັດເຕັມດ້ວຍແສງສີສຽງແລະ ມີການຈູດພຸນໍາອີກ

ຜູ້ທີ່ມີຄວາມມັກຮັກໃນປະຫວັດສາດ ແລະ ວັດທະນະທໍາທີ່ພ້ອມຈະໃຊ້ເວລາດົນໆໃນການສໍາຫຼວດຮຽນຮູ້ກ່ຽວກັບປະຫວັດສາດຂອງເຂດພາກພື້ນນີ້ສາມາດສືບຕໍ່ໄປທ່ຽວຊົມເມືອງບູຮານທີ່ຢູ່ໃກ້ໆ ທີ່ເຖິງວ່າຈະມີຂະໜາດນ້ອຍກວ່າແຕ່ກໍຍັງຄົງມົນສະເໜ່ບໍ່ຕ່າງກັນເລີຍ ບໍ່ວ່າຈະເປັນ ເມືອງ ສີສັດຊະນາໄລ (ເນື້ອທີ່ 4,000 ເຮັກຕາ) ແລະ ກໍາແພງເພັດ (ເນື້ອທີ່ 340 ເຮັກຕາ). ເມືອງ ສີສັດຊະນາໄລຕັ້ງຢູ່ແຄມແມ່ນ້ຳຍົມ ເຊິ່ງເປັນເມືອງທີ່ຮູ້ຈັກກັນດີໃນຖານະທີ່ເປັນສູນກາງທາງຈິດວິນຍານຂອງອານາຈັກສຸໂຂໄທ ແລະ ຂຶ້ນຊື່ໃນການເປັນຜູ້ຜະລິດເຄື່ອງປັ້ນດິນເຜົາທີ່ປານີດງົດງາມສົ່ງອອກໄປທົ່ວອາຊີຕາເວັນອອກສຽງໃຕ້, ສ່ວນເມືອງກຳແພງເພັດ (ເນື້ອທີ່ 340 ເຮັກຕາ) ແມ່ນເມືອງປ້ອມປາການທີ່ຕັ້ງຢູ່ຫ່າງອອກໄປທາງທິດໃຕ້. ຈຸດເດັ່ນໆຂອງອຸທິຍານປະຫວັດສາດກໍາແພງເພັດຈະແມ່ນວັດຊ້າງຮອບ ທີ່ຕັ້ງຢູ່ໃນເຂດປ່າເຊິ່ງເຕັມໄປດ້ວຍຮູບປັ້ນຊ້າງ 68 ໂຕທີ່ເປັນສັນຍາລັກຂອງຄວາມຮຸ່ງເຮືອງຂອງກະສັດໄທ ແລະ ຍັງມີຫໍພິພິທະພັນນ້ອຍໆໜ້າຮັກທີ່ວາງສະແດງວັດຖຸບູຮານພ້ອມດ້ວຍຂໍ້ມູນປະຫວັດປະກອບໃສ່ແຕ່ລະອັນ.