ມາທ່ຽວຊົມໄຂ່ມຸກແຫ່ງທິດຕາເວັນອອກນໍາກັນ
ບົດໂດຍ: ອານິຕາ ເພຣສຕັ້ນ
ຮູບໂດຍ: ອານິຕາ ເພຣສຕັ້ນ / ເອເວັນຊອງຟິມ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ນະຄອນ ໄຊງ່ອນ (ປັດຈຸບັນມີຊື່ທາງການວ່າ ນະຄອນໂຮ່ຈີມິນ) ແມ່ນບ່ອນຢູ່ອາໄສຂອງປະຊາຊົນປະມານ 10 ລ້ານຄົນ ແລະ ເປັນເມືອງທີ່ຂະຫຍາຍຕົວຢ່າງໄວວາ. ທີ່ເຂດໃຈກາງເມືອງ ເມື່ອທ່ານໄດ້ມີໂອກາດມາເຫັນ ແນມເບິ່ງແລ້ວຈະສໍາຜັດໄດ້ເຖິງອາລົມທີ່ແຕກຕ່າງຕັດກັນຢ່າງສິ້ນເຊີງ: ບໍ່ວ່າຈະເປັນອາຄານເກົ່າແກ່ຈາກສະໄໝອານານິຄົມທີ່ຕັ້ງຢູ່ຂ້າງໆຕຶກສູງທັນສະໄໝ ຫຼື ສູນການຄ້າໃຫຍ່ທີ່ຕັ້ງຢູ່ຂ້າງຮ່ອມນ້ອຍແຄບໆທີ່ມີຜູ້ເຖົ້າຜູ້ແກ່ກໍາລັງປຸງແຕ່ງອາຫານພື້ນເມືອງ. ຖ້າເບິ່ງຕາມຖະໜົນຫົນທາງ ທ່ານຈະເຫັນຮ້ານຫຍິບເກີບຢູ່ຂ້າງໆຕິດກັບຮ້ານຂາຍເກີບກິລາທີ່ຫຼູຫຼາເລີຍ. ຕົວເມືອງທີ່ທັນສະໄໝແຫ່ງນີ້ກໍາລັງຖືກຂະຫຍາຍອອກໄປ ແຕ່ຮ່ອງຮອຍທາງປະຫວັດສາດກໍຍັງຖືກຮັກສາໃຫ້ຄົງຢູ່ ສາມາດເຫັນໄດ້ໃນທຸກຫົນແຫ່ງ.
ຄັ້ງໜຶ່ງເຄີຍຂຶ້ນຊື່ວ່າເປັນ “ໄຂ່ມຸກແຫ່ງທິດຕາເວັນອອກ”, ໄຊງ່ອນ ແມ່ນນະຄອນຫຼວງຂອງອິນດູຈີນຝຣັ່ງ. ໃນສະໄໝນັ້ນຝຣັ່ງໄດ້ເຂົ້າມາກໍ່ສ້າງຖະໜົນຫົນທາງທີ່ກວ້າງຂວາງ, ສ້າງໂຮງໝໍ, ໂຮງຮຽນ, ລະບົບການຂົນສົ່ງ ແລະ ບໍລິການໄປສະນີ. ນອກນີ້ ພວກເຂົາຍັງນໍາເອົາລະບົບຍຸຕິທໍາຂອງຕົນເຂົ້າມາເຊັ່ນກັນ ເຊິ່ງສາມາດເຫັນໄດ້ຜ່ານ ເຄື່ອງປະຫານກິໂຢຕິນ (guillotine) ທີ່ຕັ້ງຂຶ້ນຢູ່ທາງໜ້າຂອງສານ (ສ້າງຂຶ້ນປີ 1881) ໃກ້ກັບ ພະລາຊະວັງເອກະລາດ (Independence Palace).

ຮ່ອງຮອຍຫຼັກຖານອິດທິພົນຂອງຝຣັ່ງປາກົດໃຫ້ເຫັນຢູ່ຕາມອາຄານທີ່ສໍາຄັນຫຼາຍໆແຫ່ງໃນທົ່ວເມືອງ. ນັບຕັ້ງແຕ່ຫ້ອງການໄປສະນີ, ໂຮງລະຄອນ, ພະລາຊະວັງຂອງບາດຫຼວງໃຫຍ່ (Archbishop), ຫໍເມືອງ, ຫໍພິພິທະພັນ ໂຮ່ຈີມິນ, ແລະ ໂບດນອດເທິດາມ (Notre Dame) ບົ່ງບອກເຖິງເອກະລັກຂອງສະຖາປັດຕະຍະກຳທີ່ດີເລີດຂອງຝຣັ່ງ. ນອກຈາກທີ່ກ່າວມາກໍ່ຍັງມີອາຄານຈາກສະໄໝອານານິຄົມອື່ນໆກະແຈກກະຈາຍໄປທົ່ວນະຄອນໄຊງ່ອນເຊັ່ນກັນ.
ທາງທິດເໜືອຂອງພະລາຊະວັງເອກະລາດແມ່ນ ຊາດເຊີລູ ໂລບາ (Chasseloup Laubat) ໂຮງຮຽນເກົ່າແກ່ທີ່ສຸດ ແລະ ມີຊື່ສຽງທີ່ສຸດຂອງໄຊງ່ອນເຊິ່ງສ້າງຂຶ້ນໃນຊຸມປີ 1870. ໂຮງຮຽນດັ່ງກ່າວເປັນບ່ອນອົບຮົມຫຼໍ່ຫຼອມບັນດາສິດເກົ່າທີ່ມີຊື່ສຽງຫຼາກຫຼາຍທ່ານເຊັ່ນ ພຣະກະສັດໂນໂຣດົມຂອງ ອານາຈັກກຳປູເຈຍ, ນັກຂຽນຊື່ດັງ ທ່ານ ນາງ ມາເກີຣິດ ດູຣາ ແລະ ເຊື້ອເຈົ້າຈາກລາດຊະວົງລາວກໍຈົບຈາກສະຖາບັນແຫ່ງນີ້ເຊັ່ນກັນ. ໂຮງຮຽນດັ່ງກ່າວຍັງຄົງເປີດສອນເປັນປົກກະຕິ ແລະ ຍັງຮັກສາໂຄງສ້າງຮູບແບບການຕົບແຕ່ງດັ້ງເດີມເຊັ່ນ: ພື້ນກະເບື້ອງສີດຳ ແລະ ສີຂາວ ພ້ອມປະຕູໄມ້. ໃກ້ໆຫັ້ນຢູ່ທີ່ຖະໜົນ ຫວໍ ວັນ ຕັນ (Vo Van Tan) (ອະດີດເອີ້ນວ່າ ຖະໜົນ ເຕັສຕາກ) ແມ່ນເຮືອນເກົ່າຂອງ ທ່ານ ນາງ ດູຣາ ເຊິ່ງປັດຈຸບັນກາຍເປັນທະນາຄານໄປແລ້ວ.
ຕະຫຼາດ ເບັນ ແທັງ (Ben Thanh) (ສ້າງປີ 1914) ຍັງຄົງເປັນສູນກາງບ່ອນເຕົ້າໂຮມທາງສັງຄົມຂອງ ເມືອງ ໄຊງ່ອນ ແລະ ທັງເປັນສະຖານທີ່ທ່ອງທ່ຽວຍອດນິຍົມສໍາລັບເລາະຊື້ເຄື່ອງທີ່ລະນຶກ. ອາຄານດັ່ງກ່າວຍັງຄົງຢູ່ໃນສະພາບເດີມ ພ້ອມດ້ວຍໂມງໃຫຍ່ທີ່ຂຶ້ນຊື່ລືຊາ. ໃນອີກຟາກໜຶ່ງຂອງຖະໜົນຈະມີຫ້ອງການລົດໄຟທີ່ສວຍງາມມີສີສັນໂດດເດັ່ນ ມຸງດ້ວຍກະເບື້ອງສີແດງ ແລະ ປະຕູເຫຼັກທີ່ຖືກປະດັບປະດາຢ່າງງົດງາມເຊິ່ງສ້າງຂຶ້ນໃນປີດຽວກັນ. ອາຄານຫຼັງນີ້ເກືອບຖືກທໍາລາຍມາກ່ອນ ແຕ່ໂຊກດີທີ່ຍັງໄດ້ຮັບການຊ່ວຍເຫຼືອໃຫ້ຄົງຢູ່.

ນັກຂຽນຝຣັ່ງ ທ່ານ ນາງ ມາເກີຣິດ ດູຣາ ໄດ້ຂຽນບັນທຶກເລື່ອງລາວວິຖີຊີວິດໃນສະໄໝອານານິຄົມຝຣັ່ງທີ່ໄຊງ່ອນ ເຊິ່ງເພິ່ນໄດ້ພັນລະນາເຖິງການໄປເລາະຊື້ເຄື່ອງທີ່ ຖະໜົນ ກາຕິນາ (Rue Catinat). ຖະໜົນໃຫຍ່ແຫ່ງນີ້ມີທຸກໆຢ່າງທີ່ຊາວຝຣັ່ງຕ້ອງການ: ຮ້ານກາເຟ, ຮ້ານເບເກີຣີ, ໂຮງໜັງ ແລະ ສະຕູດິໂອຖ່າຍຮູບ. ໂຮງແຮມ ຄອນຕິເນັນຕັ້ນ (The Continental Hotel ສ້າງປີ 1880) ທີ່ຕົບແຕ່ງດ້ວຍປ່ອງຢ້ຽມຂະໜາດໃຫຍ່ ແລະ ຮາວລະບຽງເຫຼັກສີຂາວກໍເຄີຍມີໂອກາດໄດ້ຮັບຕ້ອນນັກຂຽນທີ່ມີຊື່ສຽງເຊັ່ນ ທ່ານ ຊອມເມີ້ເຊັດ ມອມ (Somerset Maugham) ແລະ ທ່ານ ແກຣັມ ກຣີນ (Graham Greene) ນັກປະພັນທີ່ຂຽນເລື່ອງ “ເດີ ຄວາເອັດ ອາເມຣິກັນ (The Quiet American)” ຢູ່ທີ່ນັ້ນ.

ເຖິງຫຼາຍຄົນຈະເຂົ້າໃຈວ່າຫ້ອງການໄປສະນີກາງໄດ້ຖືກອອກແບບໂດຍ ທ່ານ ກຸສຕາບ ແອັບແຟ້ນ (Gustave Eiffel), ແຕ່ທີ່ຈິງແລ້ວສະຖາປັດຕະຍະກໍານີ້ບໍ່ແມ່ນຜົນງານຂອງເພິ່ນ. ແນວໃດກໍຕາມ, ທ່ານຍັງສາມາດເບິ່ງການອອກແບບຂອງ ທ່ານ ແອັບແຟ້ນໄດ້ທີ່ ຂົວ ປົງ ເດ ເມຊາເຈີຣີ ມາຣິຕີມ (Pont des Messageries Maritimes ສ້າງຂຶ້ນ 1882) ເຊິ່ງມີຮູບຊົງໂລຫະໂຄ້ງສີຂຽວອ່ອນ. ຂົວຄົນຍ່າງແຫ່ງນີ້ເປັນຈຸດຍອດນິຍົມສໍາລັບການຖ່າຍຮູບແຕ່ງງານພຣີເວັດດິ້ງ.
ຢູ່ໃກ້ໆຈະມີທະນາຄານອິນດູຈີນ ທີ່ມີຮູບຊົງໜ້າປະທັບໃຈເຊິ່ງເຄີຍເປັນບ່ອນຜະລິດເງິນຕາ ແລະ ສະໜອງທຶນແກ່ບັນດາອຸດສາຫະກຳຕ່າງໆໃນສະໄໝອານານິຄົມ. ສະຖາປັດຕະຍະກໍາແຫ່ງນີ້ມີຄວາມປະສົມປະສານລະຫວ່າງ ແບບ ອາດ ເດໂກ (Art Deco), ແບບຕາເວັນອອກ ແລະ ແບບສະໄໝອານານິຄົມເຂົ້ານໍາກັນ.

ຢູ່ທີ່ທາງເສັ້ນກາງຂອງ ນະຄອນ ໄຊງ່ອນ ປະກອບມີຕົ້ນໂອກສີເຫຼືອງຄໍາຂະໜາດໃຫຍ່ລາຍລຽງກັນໄປຕາມທາງໂດຍທີ່ບາງບ່ອນມີຄວາມສູງເຖິງ 30 ແມັດ. ຕົ້ນໄມ້ເຫຼົ່ານີ້ຖືກປູກເມື່ອ 150 ປີກ່ອນ ແລະ ຍັງຄົງສືບຕໍ່ເຕີບໃຫຍ່ຢູ່ຄຽງຄູ່ກັບການພັດທະນາຂອງນະຄອນແຫ່ງນີ້.