ເບື້ອງເລິກເບື້ອງຫຼັງຂອງບຸນບັ້ງໄຟທີ່ໜ້າປະທັບໃຈຈາກ ເມືອງ ເຟືອງ
ບົດຄວາມໂດຍ: ເຈສັນ ໂຣລັນ
ຮູບພາບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ບຸນບັ້ງໄຟ ເປັນບຸນປະເພນີທີ່ຖືໄດ້ວ່າໂດດເດັ່ນເປັນອັນດັບຕົ້ນໆຂອງປະເທດລາວເລີຍກໍ່ວ່າໄດ້ ເຊິ່ງຈະຈັດຂຶ້ນໃນຊ່ວງທີ່ອາກາດຮ້ອນອົບເອົ້າທີ່ສຸດກ່ອນການເຮັດນາປູກເຂົ້າຈະເລີ່ມຂຶ້ນ. ຊາວບ້ານຈະມາໂຮມກັນເພື່ອຍິງບັ້ງໄຟຂຶ້ນເທິງຟ້າຕາມຮີດຄອງປະເພນີທີ່ສືບທອດກັນມາຍາວນານຫຼາຍສະຕະວັດ.

ເມືອງເຟືອງ ເຊິ່ງຕັ້ງຢູ່ທາງທິດເໜືອອອກໄປຈາກນະຄອນຫຼວງວຽງຈັນ ເປັນບ່ອນທີ່ຜູ້ມາທ່ຽວມາຊົມສາມາດສໍາຜັດປະສົບການຄວາມພິເສດຂອງບຸນບັ້ງໄຟໄດ້ຢ່າງເຕັມຮູບແບບ. ເມື່ອຊາວບ້ານເລີ່ມມາເຕົ້າໂຮມກັນເພື່ອກະກຽມງານ ລຳໂພງກໍ່ຈະດັງຂຶ້ນພ້ອມດ້ວຍສຽງເພງໝໍລຳ ແລະ ລູກທົ່ງທີ່ໄດ້ຍິນກັນໄປທົ່ວບ້ານທົ່ວເມືອງ. ບັ້ງໄຟ ຫຼື ກະບອກ ທີ່ໃຊ້ໃນງານແມ່ນບັນດານາຍຊ່າງພາກັນສ້າງຂຶ້ນມາເອງຈາກທໍ່ໄມ້ໄຜ່ ຫຼື ທໍ່ PVC ແລ້ວໃສ່ໝື້ຕອກໃຫ້ເຕັມແໜ້ນ ພ້ອມຕິດຟິວສໍາລັບຈຸດສະນວນເຂົ້າໄປ. ຕາມຄວາມເຊື່ອຂອງຊາວລາວການຍິງບັ້ງໄຟຂຶ້ນຟ້າແມ່ນພິທີກໍາຄອບໄຂວ່ເທວະດາຟ້າແຖນເພື່ອຂໍຝົນໃຫ້ຕົກຕາມລະດູການ ໃຫ້ພືດພັນ, ຜົນລະປູກຈະເລີນງອກງາມອຸດົມສົມບູນຕະຫຼອດປີ.

ເມື່ອການສະເຫຼີມສະຫຼອງເລີ່ມຄຶກຄື້ນໄດ້ທີ່ແລ້ວ ຂະບວນແຫ່ຂອງຊາວບ້ານທີ່ແຕ່ງກາຍດ້ວຍຊຸດສີສັນສົດໃສກໍ່ຈະເລີ່ມເຄື່ອນທີ່ ມີທັງຟ້ອນທັງລໍາລຽນກັນໄປຕາມຫົນທາງພ້ອມສຽງພິນເຄື່ອງດົນຕີພື້ນເມືອງໄຟຟ້າປະເພດດີດມ່ວນໆດັງກ້ອງກັງວານໄປຄຽງຄູ່ກັນ. ບັ້ງໄຟຈະຖືກເຄື່ອນຍ້າຍດ້ວຍລໍ້ຍູ້ທີ່ປະດັບປະດາຢ່າງສວຍງາມຈຸດໝາຍປາຍທາງຂອງຂະບວນກໍຄືສະໜາມຍິງບັ້ງໄຟທ່າມກາງສຽງດົນຕີກຶກກ້ອງສະນັ່ນຫວັ່ນໄຫວຕະຫຼອດທາງ.

ສ່ວນມາດຕະການຄວາມປອດໄພແມ່ນຫາຍຫ່ວງໂລດບໍ່ມີຫຍັງຕ້ອງກັງວົນ ແລະ ປະຕິບັດຕາມໄດ້ງ່າຍທີ່ສຸດ – ຜູ້ໃດທີ່ມາເບິ່ງບັ້ງໄຟກໍ່ຂໍໃຫ້ຢືນຢູ່ໄກໆຈາກຖານຍິງບັ້ງໄຟ ແລະ ຢູ່ບໍລິເວນໃກ້ໆນັ້ນກໍ່ຈະມີບໍ່ຂີ້ຕົມໄວ້ໃຫ້ໂດດລົງເພື່ອບັນເທົາຄວາມເຈັບທີ່ອາດຈະເກີດຈາກການເຜົາໄໝ້. ປະເພນີທ້ອງຖິ່ນເພິ່ນຍັງຖືເອົາວ່າ ຖ້າບັ້ງໄຟຍິງບໍ່ຂຶ້ນ ຫຼື ລະເບີດກາງອາກາດ ຊາວບ້ານກໍ່ຈະຫາມເອົານາຍຊ່າງລົງຕົມເພື່ອລົງໂທດ.

ບຸນບັ້ງໄຟ ເປັນດັ່ງກັບຕົວແທນຂອງຮູບແບບວິຖີຊີວິດຂອງຄົນລາວທີ່ສື່ໃຫ້ເຫັນເຖິງການເຕົ້າໂຮມສາມັກຄີເຊິ່ງກັນ ແລະ ກັນ, ຄວາມເບີກບານມ່ວນຊື່ນທີ່ສຸດແສນຈະມີຊີວິດຊີວາ ແລະ ຄວາມຜູກພັນໃກ້ຊິດຕິດແທດກັບທຳມະຊາດເຮັດໃຫ້ຜູ້ທີ່ມາທ່ຽວມາຊົມໄດ້ສຳຜັດເຖິງມໍລະດົກວັດທະນະທຳອັນດີງາມຂອງຊາດລາວຢ່າງແທ້ຈິງ.