ພາບ: ຊາກເຈດີບູຮານຕັ້ງຢູ່ບໍລິເວນ ບ້ານໂຄກຊາຍ
ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ບົດໂດຍ: ວິລະ ພູນວົງສາ ( ຈາກ: Snaé History)
ແຜນທີ່ ແລະ ຮູບ ໂດຍ: ຄິດສະໜາ ສຸກກະສັນ, ເຈສັນ ໂຣລັນ
ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດຕາເວັນອອກສ່ຽງໃຕ້ພຽງ 20 ກິໂລແມັດ, ບ່ອນທີ່ມີແມ່ນໍ້າຂອງໂຄ້ງລົງ ແລະ ທົ່ງນາມ້ວນອອກຄືກັບຜ້າພົມສີຂຽວ, ເປັນເມືອງທີ່ງຽບສະຫງົບມີອາດີດອັນຍິ່ງໃຫຍ່ທີ່ແປກປະຫຼາດ – ຊາຍຟອງ. ຕອນແນມທໍາອິດມັນອາດຈະເບິ່ງຄືເຂດອື່ນໆຕາມແຄມນໍ້າ. ແຕ່ໃຫ້ເບິ່ງໃກ້ໆໄປອີກໜ້ອຍໜຶ່ງ ແລະ ຈະຄົ້ນພົບຊາກຕຶກບູຮານທີ່ເຊື່ອງໄວ້ໃນສວນ, ເຂົາເຈົ້າເອີ້ນມັນວ່ານະຄອນແຫ່ງ 300 ວັດເປັນບ່ອນທີ່ປະຫວັດສາດ, ນິທານ ແລະ ຊີວິດປະຈຳວັນເຊື່ອມໂຍງເຂົ້າກັນ ແລະ ລໍຖ້າຜູ້ມາຢ້ຽມຢາມທີ່ຢາກຮູ້ຢາກເຫັນ.
ຕົ້ນກຳເນີດຂອງຊາຍຟອງ:
ຊາຍຟອງແມ່ນພື້ນທີ່ທີ່ມີຄວາມສຳຄັນທາງປະຫວັດສາດ ໂດຍເລີ່ມຕົ້ນຂຶ້ນໃນສະໄໝຂອງອານາຈັກຂະເໝນໃນຍຸກຂອງພຣະເຈົ້າໄຊວໍລະມັນທີ VII (ຄ.ສເຊິ່ງແມ່ນພະມະຫາກະສັດທີ່ມີອຳນາດສູງສຸດຄົນໜຶ່ງໃນສະໄໝອັງກໍ. ໃນໄລຍະທີ່ພຣະອົງຄອງ
ອຳນາດຢູ່ຈັກກະວັດຂະເໝນໄດ້ຂະຫຍາຍອິດທິພົນໄປທາງທິດເໜືອຈົນເຖິງດິນແດນທີ່ປັດຈຸບັນແມ່ນປະເທດລາວ ລວມທັງເຂດເມືອງວຽງຈັນໃນປັດຈຸບັນ.
ໃນເວລານັ້ນ ພື້ນທີ່ທີ່ກາຍເປັນບ້ານຊາຍຟອງໃນທຸກມື້ນີ້ ແມ່ນຍັງເປັນພຽງຊຸມຊົນນ້ອຍໆຂອງຊາວໄຕ. ແຕ່ປະມານປີ ຄ.ສ. 1186 ພາຍຫຼັງການຍຶດຄອງຂອງຂະເໝນ ບ້ານນີ້ໄດ້ຖືກຍົກຂຶ້ນໃຫ້ເປັນສູນກາງການປົກຄອງທາງພາກເໜືອ ຂອງອານາຈັກຂະເໝນ ດ້ວຍຄວາມເປັນພູມມິສາດທີ່ເໝາະສົມ ແລະ ຕັ້ງຢູ່ຕິດແມ່ນໍ້າຂອງ. ນັ້ນແມ່ນຕົ້ນກຳເນີດຂອງເມືອງທີ່ມີຊື່ວ່າຊາຍຟອງ
ຊາຍຟອງສະໄໝລ້ານຊ້າງ:
ພາຍຫຼັງການສຸຣະຄົດ (ຕາຍ) ຂອງພະເຈົ້າໄຊວໍລະມັນທີ 7 ປະມານ ປີ ຄ.ສ 1218 ຈັກກະພັດຂະເໝນເກີດມີຄວາມແຕກແຍກພາຍໃນ ເຮັດໃຫ້ບັນດາຫົວເມືອງຂຶ້ນຕ່າງພາກັນແຍກໂຕເປັນອິດສະລະ ລວມເຖິງວຽງຈັນ, ຕໍ່ມາໃນປີ ຄ.ສ 1356 ດ້ວຍການນຳພາຂອງ ພະຍາຟ້າງຸ່ມ ປະຖົມກະສັດຕຍ໌ແຫ່ງອານາຈັກລ້ານຊ້າງ ເຮັດໃຫ້ວຽງຈັນ (ລວມເຖິງຊາຍຟອງ) ໄດ້ຖືກທ້ອນໂຮມເຂົ້າກັບອານາຈັກລ້ານຊ້າງໄດ້ສຳເລັດ. ຊາຍຟອງຄ່ອຍໆຖືກຫຼຸດບົດບາດຄວາມສຳຄັນລົງຈົນຕົກມາເຖິງລັດຊະການຂອງພະເຈົ້າໄຊຍະເຊດຖາທິຣາດ(ລະຫວ່າງປີ ຄ.ສ 1550-1572) ເມືອງວຽງຈັນກັບມາມີຄວາມສຳຄັນອີກຄັ້ງ ຍ້ອນຖືກຍົກບົດບາດຂຶ້ນໃຫ້ກາຍເປັນນະຄອນຫຼວງຂອງອານາຈັກລ້ານຊ້າງໃນປີ ຄ.ສ 1560. ຊາຍຟອງຫຼຸດຖານະລົງກາຍເປັນພຽງຫົວເມືອງນ້ອຍໆດ້ານທິດຕາເວັນອອກເທົ່ານັ້ນ. ຕໍ່ມາໃນສະໄໝຂອງພະເຈົ້າສຸລິຍະວົງສາ (ລະຫວ່າງປີ ຄ.ສ 1638-1695) ຊາຍຟອງ ມີຖານະເປັນພຽງເມືອງທ່າການຄ້າຄູ່ກັບເມືອງວຽງຄຸກເທົ່ານັ້ນ ເຊິ່ງຈາກການລົງສຳຫຼວດພື້ນທີ່ຈິງ(ຂອງຜູ້ຂຽນເອງ) ລະຫວ່າງ ປີ ຄ.ສ 2022 ແລະ 2025 ໄດ້ພົບເຫັນຊາກສະຖູບເຈດີ ແລະ ພຣະພຸດທະຮູບຕາມໄຮ່ນາຮົ້ວສວນຂອງຊາວບ້ານໆຊາຍຟອງ, ໂຄກຊາຍ ແລະ ອື່ນໆທີ່ຢູ່ອ້ອມໜອງຄຳແສນ ເປັນຈຳນວນຫຼວງຫຼາຍ ຈາກຂໍ້ມູນການສຳຫຼວດຂອງນາງ Anna Karlström ໃນປີ 2009 ບອກວ່າ ຊາຍຟອງມີວັດວາອາຮາມທັງໝົດທັງໝົດ (ລວມທັງວັດຮ້າງ) ປະມານ 300 ແຫ່ງ (ຝັ່ງຊາຍຟອງມີ 220 ວັດ, ຟັ່ງວຽງຄຸກມີອີກ 80 ວັດ) ເຊິ່ງສ່ວນໃຫຍ່ສ້າງຂຶ້ນໃນຄຣິສສະຕະວັດທີ 16 ເປັນຕົ້ນມາດ້ວຍເຫດນີ້ຍຸກນັ້ນຈຶ່ງມີຊື່ເອີ້ນຫຼິ້ນໆວ່າ ຍຸກຄຳລ້ານຊ້າງ
ການລົ້ມສະຫຼາຍຂອງຊາຍຟອງ:
ການສຸຣະຄົດຂອງພຣະເຈົ້າສຸລິຍະວົງສາໃນປີ ຄ.ສ. 1695 ໄດ້ເປັນຈຸດເລີ່ມຕົ້ນຂອງຄວາມແຕກແຍກພາຍໃນຂອງອານາຈັກລ້ານຊ້າງ. ໃນປີ ຄ.ສ. 1707, ລ້ານຊ້າງໄດ້ແຕກອອກເປັນສອງອານາຈັກ: ລ້ານຊ້າງຫຼວງພຣະບາງ ແລະ ລ້ານຊ້າງວຽງຈັນ ໂດຍທີ່ຊາຍຟອງຍັງຢູ່ໃນເຂດອຳນາດຂອງລ້ານຊ້າງວຽງຈັນ. ໃນປີ ຄ.ສ. 1731, ຈຳປາສັກກໍໄດ້ແຍກອອກຈາກວຽງຈັນ ແລະ ຈັດຕັ້ງເປັນອານາຈັກເອກະລາດຂອງຕົນເອງ ເອີ້ນວ່າອານາຈັກລ້ານຊ້າງຈຳປາສັກ.
ຈົນເຖິງປີ ຄ.ສ. 1779, ທັງສາມອານາຈັກລາວ ຖືກສະຫຍາມ (ປະເທດໄທໃນປັດຈຸບັນ) ຂະຫຍາຍອຳນາດເຂົ້າຄອງຢ່າງເຕັມຮູບແບບ. ໃນລະຫວ່າງປີ ຄ.ສພຣະເຈົ້າອານຸວົງ ຂອງວຽງຈັນ ໄດ້ນຳສົງຄາມເພື່ອປົດໄພຈາກການຄອງອຳນາດຂອງສະຫຍາມ ແຕ່ການລຸກຮືນັ້ນປະສົບຄວາມລົ້ມເຫຼວ. ພາຍຫຼັງການພ່າຍແພ້ ສະຫຍາມໄດ້ຈູດເຜົາແລະທຳລາຍນະຄອນວຽງຈັນ ພ້ອມທັງກວາດຕ້ອນປະຊາກອນຈຳນວນຫຼາຍ ລວມທັງຜູ້ຄົນໃນຊາຍຟອງ ຂ້າມແມ່ນໍ້າໄປຢູ່ໃນຂອບເຂດທີ່ສະຫຍາມສາມາດຄວບຄຸມໄດ້ງ່າຍ. ຜົນທີ່ຕາມມາ ຄື ຊາຍຟອງ ແລະ ວຽງຄຸກ ທີ່ເຄີຍເປັນເມືອງທ່າ ແລະ ສູນກາງການຄ້າທີ່ສຳຄັນ ໄດ້ຖືກຫຼຸດຖານະລົງ ກາຍເປັນພຽງບ້ານນ້ອຍໆທໍ່ນັ້ນ.
ຄວາມໝາຍຂອງຊື່ ໄຊຟອງ ຫຼື ຊາຍຟອງ
ຄວາມໝາຍທີ່ແທ້ຈິງຂອງຊື່ໄຊຟອງຫຼືຊາຍຟອງນັ້ນ ຍັງບໍ່ມີຫຼັກຖານທາງປະຫວັດສາດທີ່ຊັດເຈນ ແຕ່ມີສອງຂໍ້ສັນນິຖານທີ່ໄດ້ຮັບການກ່າວຂານກັນຢ່າງແຜ່ຫຼາຍ:
ຂໍ້ສັນນິຖານທີ 1: ຄຳວ່າ: ໄຊ ຫຼື ມີຮາກມາຈາກຄຳວ່າ ຊັຍ(Jaya) ຊັຍ ໃນພາສາປາລີ-ສັນສະກິດ ທີ່ແປວ່າ ໄຊຊະນະ ຫຼື ໄຊວໍລະມັນ ທີ 7 ສ່ວນຄຳວ່າ ຟອງ ແປງມາຈາກຄຳວ່າ ຜ່ອງ ໃນພາສາລາວ ທີ່ແປວ່າ ຂາວ, ສະອາດ, ຮຸ່ງເຮືອງ. ເມື່ອລວມເຂົ້າກັນແລ້ວແປໄດ້ວ່າ: ໄຊຊະນະອັນຮຸ່ງເຮືອງ ຫຼື ຄວາມຮຸ່ງເຮືອງຂອງພະເຈົ້າໄຊວໍລະມັນທີ 7.
ຂໍ້ສັນນິຖານທີ 2: ຄຳວ່າ: ຊາຍມາຈາກຄຳວ່າ ຂີ້ຊາຍ ຫຼື ຫາດຊາຍ, ສ່ວນ ຟອງມາຈາກຄຳວ່າ ຟອງກະແສນໍ້າ ຫຼື ຄື້ນນໍ້າ ເຊິ່ງສອງຄຳນີ້ມາຈາກພາສາລາວ ມີຄວາມໝາຍລວມກັນວ່າ ເມືອງແຫ່ງຫາດຊາຍ ແລະ ຄື້ນຟອງນໍ້າ ເຊິ່ງຄົນເຂດນີ້ຈະຮູ້ກັນດີວ່າ ເມືອງນີ້ຄືເມືອງທີ່ມີຫາດຊາຍກວ້າງໃຫຍ່ກ່ອນໝູ່ຂອງວຽງຈັນ ໃນປັດຈຸບັນນີ້ໄດ້ຊື່ວ່າເມືອງຫາດຊາຍຟອງເຊິ່ງເປັນ 1 ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ.
ຢ່າງໃດກໍດີໃນຂໍ້ນີ້ອາດຈະຕ້ອງໄດ້ຝາກໃຫ້ນັກວິຊາການ ແລະ ຄົນລຸ້ນໃໝ່ໃຫຍ່ລຸນສຶກສາຄົ້ນຄວ້າຊ່ວຍກັນຕື່ມໃນອະນາຄົດ.
ສິ່ງທີ່ໜ້າສົນໃຈຂອງຊາຍຟອງໃນປັດຈຸບັນ:
ພຽງແຕ່ຂັບລົດອອກຈາກຕົວເມືອງວຽງຈັນໄປທາງທິດໃຕ້ປະມານ 20 ນາທີ ຜ່ານທາງຖະໜົນທ່າເດືອ ແລະ ວົງວຽນຈີນາຍໂມ້ ກໍຈະເຂົ້າສູ່ເຂດຊາຍຟອງ ພື້ນທີ່ງຽບສະຫງົບທີ່ມີທັງສິ່ງໜ້າສົນໃຈທາງວັດທະນະທຳ ແລະ ທຳມະຊາດ.

ອາຫານທ້ອງຖິ່ນ ແລະ ຂອງຕ້ອນຍອດນິຍົມ:
– ເຂົ້າປຸ້ນແຈ່ວຂີງແຄມແມ່ນໍ້າຂອງລາຄາອາຫານຫຼັກສິບ ວິວທຳມະຊາດຫຼັກລ້ານ
– ເມື່ອຈະກັບກໍສາມາດແວ່ຊື້ຂຽບໝູບ້ານແກ້ງປາຢ້າງ ເຊິ່ງເປັນຂອງຕ້ອນຍອດຮິດກັບໄປຝາກຄົນຢູ່ເຮືອນໄດ້.
– ສຳລັບໃຜທີ່ຢາກໄດ້ຜະລິດຕະພັນລາວ ເສື້ອຍືດ-ກະເປົ໋າ ຫຼື ຢາກມາແວ່ມາຢາມຂ້ອຍຊື່ໆ ກໍສາມາດມາແວ່ກັນໄດ້ເດີທີ່ຮ້ານ Snaé Shop ຢູ່ບ້ານໂພເງິນ (ກ່ອນຮອດບ້ານຫ້ອມ 2 ກມ.) ຕິດແຄມທາງໃຫຍ່ເລີຍ.
ແຫຼ່ງທ່ອງທ່ຽວທາງວັດທະນະທຳປະກອບດ້ວຍ:
– ຢ້ຽມຊົມວັດເກົ່າແກ່ຕັ້ງແຕ່ສະຕະວັດທີ 16 ເຊັ່ນ ວັດທົ່ງທາດ, ວັດໜອງຄຳແສນ, ວັດປ່າເລໄລ, ແລະ ວັດນາກຫໍ່ຜ້າ. ມີນິທານທ້ອງຖິ່ນເວົ້າວ່າ ພາຍໃນວັດນາກຫໍ່ຜ້າ ໃນອະດີດມີຖ້ຳລັບເຊື່ອມຕໍ່ກັບໜອງຄຳແສນ ເຮັດໃຫ້ນາກສາມາດເຂົ້າອອກໄດ້ຢ່າງອິດສະລະ.
– ພົບຮ່ອງຮອຍຂອງວັດເກົ່າ ຊຶ່ງກະຈາຍຕົວຢູ່ຕາມໄຮ່ນາ ແລະ ຮົ້ວສວນຂອງຊາວບ້ານ ສະຖູບເຈດີ ແລະ ພຣະພຸດທະຮູບເກົ່າ ເຊິ່ງເຮັດດ້ວຍດິນໜຽວບາງອົງຍັງຄົງສະພາບດີ, ບາງອົງກໍ່ຖືກເປ່ເພຕາມການເວລາ.
ໜອງຄຳແສນ ໜອງແຫ່ງຕຳນານ:
ຫາກມາຢ້ຽມຊົມຊາຍຟອງ ແລ້ວບໍ່ໄປເບິ່ງ ໜອງຄຳແສນ ແມ່ນເໝືອນຍັງມາບໍ່ຄົບ! ໜອງນ້ຳທຳມະຊາດຂະໜາດ 86 ເຮັກຕາ ແຫ່ງນີ້ ແມ່ນບ່ອນຊຸ່ມນໍ້າແຫ່ງສຸດທ້າຍທີ່ຍັງຄົງເຫຼືອຢູ່ຂອງຊານເມືອງວຽງຈັນ ແລະເປັນບ່ອນອາໄສຂອງສັດປ່າ ແລະ ພືດນ້ຳຫຼາຍກວ່າ 175 ຊະນິດ ໃນຂະນະທີ່ຄວາມເຊື່ອພື້ນເມືອງກໍຍິ່ງເຮັດໃຫ້ໜອງນໍ້າແຫ່ງນີ້ຍິ່ງມີສະເໜ່.
ໃນປີ 1902 ນັກບູຮານຄະດີຊາວຝຣັ່ງ ຈີ.ມາສແປໂຣ (G. Maspero) ໄດ້ບັນທຶກຕຳນານທ້ອງຖິ່ນວ່າ: ໃນຄືນເດືອນເພັງຈະມີເຮືອຄຳລອຍຢູ່ເທິງນ້ຳ ພ້ອມສຽງດົນຕີຄ່ອຍໆດັງຂຶ້ນ ແຕ່ຜູ້ໃດທີ່ເຫັນມັກຈະປ່ວຍ ຫຼື ຕາຍໃນພາຍໃນປີນັ້ນ ເພາະຖືກວິນຍານຂອງໜອງນ້ຳສາບແຊ່ງ.
ຊື່ “ໜອງຄຳແສນ” ກໍມີທີ່ມາຈາກອີກຕຳນານໜຶ່ງ. ໃນສະໄໝກໍ່ສ້າງພຣະທາດຫຼວງ ຊາວບ້ານທີ່ມີສັດທາໄດ້ເຮັດເຮືອສະເພົາໃສ່ຄຳ ເພື່ອນຳໄປບໍລິຈາກ ຂຶ້ນເຮືອຂື້ນທາງນ້ຳຜ່ານໜອງຄຳແສນ. ແຕ່ພໍຮູ້ວ່າພຣະທາດຫຼວງສ້າງສຳເລັດແລ້ວ ພວກເຂົາເສຍໃຈ ແລະ ຖອກຄຳລົງໃນໜອງນ້ຳນັ້ນ. ຈາກເຫດການນີ້ຈຶ່ງເກີດຊື່ “ໜອງຄຳແສນ” ມາຈົນທຸກມື້ນີ້.
ອະດີດທີ່ຍັງມີເລື່ອງເລົ່າ:
ທຸກມື້ນີ້ ຊາຍຟອງອາດຈະບໍ່ໄດ້ປາກົດຢູ່ໃນຂໍ້ມູນທ່ອງທ່ຽວປານໃດ ແຕ່ກໍເປັນສ່ວນໜຶ່ງຂອງສະເໜ່ຂອງມັນ. ວັດວາອາຮາມທີ່ມິດງຽບ, ຕຳນານຍັງຄົງຢູ່ໃນຄວາມຈຳຂອງຊາວບ້ານ ແລະ ອາຫານເຕັມໄປດ້ວຍລົດຊາດແທ້ໆ. ບໍ່ວ່າທ່ານຈະເປັນຄົນຮັກປະຫວັດສາດ, ຜູ້ສະແຫວງຫາຄວາມສະຫງົບ ຫຼື ຜູ້ທີ່ມີຄວາມສົນໃຈໃນວິຖີຊີວິດຕາມແຄມນໍ້າ, ຊາຍຟອງ ພ້ອມມອບລາງວັນໃຫ້ຜູ້ກ້າໄປພ້ອມໃຈຕ້ອງກ້າຫຼຸດອອກຈາກແຜນທີ່ ແລະ ກ້າຍ້ອນກັບໄປຫາອະດີດ.