ລັດວິສາຫະກິດ ການບິນລາວ ໄດ້ຈັດກອງປະຊຸມ ປຶກສາຫາລື ວຽກງານການຂາຍ ປະຈຳປີ 2026 ລະຫວ່າງລັດວິສາຫະກິດ ການບິນລາວ ແລະ ຕົວແທນຂາຍປີ້ເຮືອບິນ ທົ່ວປະເທດ.
ໃນວັນທີ 19 ກຸມພາ 2026 ທີ່ຜ່ານມາ ໂດຍການເປັນປະທານ ຂອງທ່ານ ສະເຫຼີມ ໄຕຍະລາດ ຜູ້ຮັບຜິດຊອບວຽກ ຜູ້ອຳນວຍການ
ໃນກອງປະຊຸມດັ່ງກ່າວແມ່ນໄດ້ມີການນຳສະເໜີກ່ຽວກັບວຽກງານການຂາຍ ແລະ ແຜນເສັ້ນທາງບິນໃຫມ່.

ພ້ອມທັງຜະລິດຕະພັນຕ່າງໆຂອງສາຍການບິນໃນປີ 2026, ພ້ອມນີ້ໃນກອງປະຊຸມແມ່ນຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ໂດຍລວມກໍແມ່ນປຶກສາຫາລືແນວທາງຮ່ວມກັນ, ເພີ່ມທະວີຂອດບໍລິການໃຫ້ທົ່ວເຖິງ ແລະ ນັບມື້ນັບດີຍິ່ງຂຶ້ນຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສາຍຂອງພວກເຮົາ.




English
