ລັດວິສາຫະກິດ ການບິນລາວ ໄດ້ປະກາດການປ່ຽນແປງຜູ້ບໍລິຫານຫຼາຍຕຳແໜ່ງ ເນື່ອງຈາກໝົດວາລະປະຈຳການຂອງທ່ານ ໄພທູນ ກຸນສຸວັນ ແລະ ເພື່ອເສີມສ້າງໂຄງສ້າງການບໍລິຫານ ແລະ ສະໜັບສະໜູນການເຕີບໂຕໃນໄລຍະຍາວ.
ໃນວັນທີ 12 ທັນວາ 2025, ທ່ານ ສະເຫຼີມ ໄຕຍະລາດ ອະດີດຮອງຜູ້ອຳນວຍການ ໄດ້ຮັບການແຕ່ງຕັ້ງເປັນ ຜູ້ຮັບຜິດຊອບວຽກ ຜູ້ອຳນວຍການ ຂອງລັດວິສາຫະກິດ ການບິນລາວ.
ເຊັ່ນດຽວກັນໃນວັນທີ 30 ມັງກອນ 2026, ທ່ານ ຟອງສີສຸພັນ ພົມມະວົງ ໄດ້ຮັບການແຕ່ງຕັ້ງເປັນ ຮອງຜູ້ອຳນວຍການໃຫຍ່ ຂອງລັດວິສາຫະກິດ ການບິນລາວ. ພິທີດັ່ງກ່າວໄດ້ມີ ທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີ ກະຊວງການໂຍທາທິການ ແລະ ຂົນສົ່ງ ເປັນປະທານ.
ພ້ອມທັງໄດ້ກ່າວວ່າ ການປັບໂຄງສ້າງໃນຄັ້ງນີ້ ມີເປົ້າໝາຍເພື່ອປັບປຸງກົງໄກການບໍລິຫານ ສົ່ງເສີມການສືບກໍ່ສ້າງຕໍ່ບຸກຄະລາກອນ ແລະ ເພີ່ມຂີດຄວາມສາມາດດ້ານການນຳພາ ເພື່ອຜັກດັນສາຍການບິນແຫ່ງຊາດ ໃຫ້ເຕີບໂຕຢ່າງຍືນຍົງ ແລະ ມີປະສິດທິພາບ.




English
