ສໍາຜັດປະສົບການທີ່ແມ່ນໍ້າຄານ
ບົດໂດຍ: ວິນເຊນ ວິຈິດ – ວາດາກັນ (Vincent Vichit-Vadakan)
ຮູບໂດຍ: ເດີນ້ຳຄານ (The Namkhan)
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ເມືອງຫຼວງພະບາງ ຖືເປັນສະຖານທີ່ທີ່ນັກທ່ອງທ່ຽວຫຼາຍຄົນຕ່າງກໍຫຼົງໄຫຼໄຝ່ຝັນຫາ. ຕົວເມືອງດັ່ງກ່າວມີຊື່ສຽງໃນເລື່ອງວັດວາອາຮາມເກົ່າແກ່ງົດງາມ, ລວມທັງບັນຍາກາດອັນງຽບສະຫງົບ ແລະ ບ້ານເຮືອນທີ່ມີຮູບຊົງສະຖາປັດຕະຍະກໍາແບບອານານິຄົມຝຣັ່ງ. ບັນຍາກາດອ້ອມຮອບຕົວເມືອງ ສາມາດຊ່ວຍໃຫ້ທ່ານເກີດຄວາມຮູ້ສຶກຄືກັບວ່າພວມຍ້ອນເວລາກັບຄືນຫາອະດີດອັນຍາວນານ ເມື່ອທ່ານລອງກ້າວຍ່າງເລາະລຽບຕາມເສັ້ນທາງບໍລິເວນໃກ້ຄຽງ. ນອກຈາກນີ້ທ່ານສາມາດເລືອກທີ່ຈະສຶກສາສໍາຫຼວດບັນດາສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ເປັນຕົ້ນແມ່ນ ວັດຊຽງທອງ ແລ້ວໄປຢ້ຽມຊົມພະທາດພູສີ, ຫຼື ພຽງແຕ່ຕ້ອງການພັກຜ່ອນແບບງຽບໆ ພ້ອມສໍາຜັດບັນຍາກາດການພະຈົນໄພກໍໄດ້.
ຢູ່ຫ່າງຈາກຕົວເມືອງພຽງ 15 ນາທີ, ທ່ານຈະຄົ້ນພົບຂອງມີຄ່າທີ່ລໍຖ້າທ່ານຢູ່ໂດຍຖືກເຊື່ອງຊ້ອນໄວ້ເປັນຢ່າງດີ ແລະ ນັ້ນກໍຄື ເດີນ້ຳຄານ (The Namkhan), ເຊິ່ງເປັນຣີສອດແຄມນໍ້າທີ່ພ້ອມມອບປະສົບການແບບບໍ່ຄືໃຜ. ສາມາດເວົ້າໄດ້ວ່າ ເດີນໍ້າຄານ ເປັນບ່ອນພັກແຮມທີ່ໃຫ້ບໍລິການທຸກຮູບແບບທັງແທດເໝາະສໍາລັບທຸກຄົນ-ທຸກເພດໄວ ບໍ່ວ່າທ່ານຈະມາທ່ຽວກັບຄູ່ຮັກ ແລະ ກໍາລັງຊອກຫາສະຖານທີ່ພັກຜ່ອນແສນໂຣແມນຕິກ, ຫຼື ມາກັບຄອບຄົວທີ່ໄຝ່ຫາກິດຈະກໍາແບບມ່ວນໆເພີດເພີນ ຫຼື ນັກທ່ອງທ່ຽວທີ່ເດີນທາງລໍາພັງ ແຕ່ຕ້ອງການຜ່ອນຄາຍທ່າມກາງການຫຸ້ມລ້ອມຂອງທໍາມະຊາດ.
ຜູ້ຄົນສ່ວນໃຫຍ່ພາກັນເຂົ້າໃຈວ່າ ຫຼວງພະບາງຕັ້ງຢູ່ແຄມແມ່ນໍ້າຂອງ. ແຕ່ຄວາມຈິງແລ້ວ, ເມືອງຫຼວງພະບາງຕັ້ງຢູ່ລະຫວ່າງກາງແມ່ນໍ້າທັງສອງສາຍ ເຊັ່ນ ແມ່ນໍ້າຂອງ ແລະ ແມ່ນໍ້າຄານ ເຊິ່ງເປັນສາຍນໍ້າຂະໜາດນ້ອຍທັງເປັນສາຂາຂອງແມ່ນໍ້າຂອງ ຈິ່ງເປັນສາເຫດເຮັດໃຫ້ຜູ້ຄົນພາຍນອກບໍ່ຄ່ອຍຈະຮູ້ຈັກ. ແມ່ນໍ້າທັງສອງສາຍເຫຼົ່ານີ້ ໄດ້ໄຫຼມາພົບກັນທີ່ຈຸດແຈແຫຼມປາກນໍ້າຄານອັນມີຮູບຊົງງົດງາມຄ້າຍກັບແຫຼມ/ຄາບສະໝຸດ. ຫາກນັກທ່ອງທ່ຽວເດີນທາງມາຫຼວງພະບາງໃນຊ່ວງລະດູໜາວ, ທ່ານຈະເຫັນສີສັນທີ່ແຕກຕ່າງກັນຢູ່ລະຫວ່າງຈຸດໄຫຼພົບຂອງແມ່ນໍ້າສອງສາຍນີ້.
ເດີນ້ຳຄານຣີສອດ (The Namkhan Resort) ຕັ້ງຢູ່ແຄມຝັ່ງແມ່ນໍ້າຄານ, ທ່າມກາງການຫຸ້ມລ້ອມຂອງປ່າໄມ້ ແລະ ທໍາມະຊາດ. ເຖິງແມ່ນຈະຕັ້ງຢູ່ຫ່າງໄກຈາກຄວາມວຸ້ນວາຍໃນຕົວເມືອງ, ແຕ່ການເດີນທາງຊໍ້າພັດສະດວກສະບາຍ ໂດຍໃຊ້ເວລາພຽງໄລຍະສັ້ນໆ. ຂະນະທີ່ທາງຣີສອດກໍມີບໍລິການຮັບສົ່ງ-ແຂກໝົດມື້ຈົນຮອດຄໍ່າໂດຍບໍ່ເສຍຄ່າ, ເຊິ່ງລົດຂົນສົ່ງຖ້ຽວສຸດທ້າຍຈະກັບຄືນຫ້ອງພັກພາຍຫຼັງປິດຕະຫຼາດກາງຄືນ. ຖ້າທ່ານຕ້ອງການເດີນທາງສໍາຫຼວດດ້ວຍຕົນເອງແບບເປັນສ່ວນຕົວ ກໍສາມາດເຊົ່າລົດຈັກໄຟຟ້າໄດ້.
ໜຶ່ງໃນຂໍ້ດີທີ່ສຸດຂອງ ເດີນໍ້າຄານ ກໍແມ່ນມີສະຖານທີ່ພັກຫຼາກຫຼາຍຮູບແບບ ເຊິ່ງທ່ານສາມາດເລືອກພັກໄດ້ຕາມຕ້ອງການ ບໍ່ວ່າຈະເປັນຫ້ອງພັກແບບຮຽບງ່າຍ, ທັນສະໄໝ ຫຼື ຫຼູຫຼາກໍມີ.

ສໍາລັບນັກທ່ອງທ່ຽວທີ່ຄິດຫາການຕັ້ງແຄ້ມແຕ່ຕ້ອງການຄວາມສະດວກສະບາຍຄົບວົງຈອນ, ທາງຣີສອດກໍມີເຕັ້ນແຄ້ມປິ້ງຮອງຮັບ ເຊິ່ງເປັນເຕັ້ນຂະໜາດໃຫຍ່, ສະດວກສະບາຍ, ມີທັງຕຽງນອນນຸ້ມໆ, ແອປັບອາກາດ, ໄຟຟ້າ ແລະ ພື້ນທີ່ນັ່ງຫຼິ້ນທັງໃນຮົ່ມ ແລະ ກາງແຈ້ງ. ເຕັ້ນແຕ່ລະຫຼັງຈະມີລະບຽງສ່ວນຕົວພ້ອມວິວງາມໆຈາກແມ່ນໍ້າ. ສ່ວນຫ້ອງນໍ້າແມ່ນຕັ້ງຢູ່ດ້ານນອກແຕ່ໃຫ້ຄວາມເປັນສ່ວນຕົວ ແລະ ສະອາດຈົບງາມ.
ຖ້າຕ້ອງການຫ້ອງນອນທີ່ມີຝາກັ້ນແໜ້ນໜາກວ່າເຕັ້ນ ກໍສາມາດເລືອກຫ້ອງສະວິດ ຫຼື ບັງກະໂລ, ເຊິ່ງມີຫຼາຍຫ້ອງໄດ້ຮັບການຕົກແຕ່ງດ້ວຍຜົນງານສິລະປະພື້ນເມືອງ. ທຸກໆຫ້ອງລ້ວນແຕ່ຕັ້ງຢູ່ແຄມແມ່ນໍ້າ ຫຼື ເທິງເນີນພູ ໂດຍມອບທິວທັດອັນສວຍງາມ ລວມທັງບັນຍາກກາດອ້ອມຮອບຢ່າງງຽບສະຫງົບ.
ຖ້ານັກທ່ອງທ່ຽວຕ້ອງການພັກອາໄສເພື່ອຜ່ອນຄາຍ, ກໍມີວິນລາສອງຊັ້ນຮອງຮັບໂດຍແທດເໝາະສໍາລັບການພັກຜ່ອນຢ່ອນໃຈແບບພິເສດ ໂດຍມີສອງຫ້ອງນອນ, ພ້ອມລະບຽງຂະໜາດໃຫຍ່, ອ່າງອາບນໍ້າທີ່ສາມາດແນມເຫັນທິວທັດຂ້າງນອກ ຫຼື ເລືອກພັກຜ່ອນໃນແບບແປກໃໝ່ ໂດຍນອນຫຼິ້ນເທິງເປ/ອູ່ ເຊິ່ງແຂວນໄວ້ຢູ່ກາງອາກາດ. ແຕ່ຖ້າທ່ານຢ້ານຄວາມສູງ, ເປ/ອູ່ດັ່ງກ່າວຖືວ່າບໍ່ຈໍາເປັນ!

ການເດີນທາງທ່ຽວຊົມພາຍໃນຣີສອດກໍສະດວກສະບາຍ, ທ່ານສາມາດຍ່າງເລາະຫຼິ້ນ ຫຼື ຂໍໃຊ້ບໍລິການລົດບັກກີ້ຜ່ານແອັບຂອງຣີສອດໄດ້. ແອັບພລີເຄຊັນດັ່ງກ່າວຍັງຊ່ວຍໃຫ້ທ່ານສາມາດສົ່ງຂໍ້ຄວາມຫາພະນັກງານໄດ້ຕະຫຼອດເວລາ ກໍລະນີຕ້ອງການຄວາມຊ່ວຍເຫຼືອໃດໜຶ່ງ, ເຊັ່ນ ຈອງທຣິດເມັນສະປາ ຫຼື ສັ່ງບໍລິການອາຫານເຖິງຫ້ອງ. ແອັບດັ່ງກ່າວເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, ເຮັດໃຫ້ບໍລິການສະດວກສະບາຍຢູ່ໃກ້ພຽງປາຍນິ້ວ.
ຢູ່ເທິງພູກໍມີຮ້ານ Roots, ເຊິ່ງເປັນຮ້ານອາຫານແບບເປີດໂລ່ງຂອງຣີສອດ. ໂດຍມີຫຼາກຫຼາຍເມນູໃຫ້ເລືອກຮັບປະທານ ນັບແຕ່ອາຫານລາວທ້ອງຖິ່ນຍອດນິຍົມ ຈົນຮອດອາຫານທີ່ໄດ້ຮັບແຮງບັນດານໃຈຈາກການເດີນທາງຂອງເຈົ້າຂອງຣີສອດ.

ລອງຊີມເອາະຫຼາມເຊິ່ງມີລົດຊາດຂ້ອນຂ້າງເຜັດຮ້ອນທັງເຂັ້ມຂຸ້ນ ໂດຍມີສ່ວນປະສົມຂອງເຄືອສະຄ່ານ ແລະ ສະໝຸນໄພສົດໆ ເຊັ່ນ ຜັກຊີ. ນັກທ່ອງທ່ຽວຍັງສາມາດລິ້ມລອງລາກູ້ງົວເຊິ່ງເປັນສູດປະສົມລາວ-ຝຣັ່ງ ຫຼື ແຈ່ວບອງເຜັດໆ ເຊິ່ງເປັນສູດແຈ່ວປະຈໍາທ້ອງຖິ່ນ. ນອກຈາກນີ້, ຍັງມີ Currywurst (ເຄຣີ ວວສ) ເຊິ່ງໄດ້ຮັບແຮງບັນດານໃຈຈາກອາຫານເຢຍລະມັນຕົ້ນຕໍາລັບຂອງເຈົ້າຂອງຣີສອດ ແລະ ກັສປາໂຊແບບສົດໃໝ່ ທີ່ເປັນສູດຂອງຄອບຄົວຈາກສະເປນ.
ເຊຟໂມ, ແມ່ຄົວປະຈໍາຣີສອດຜູ້ມີຄວາມສາມາດພິເສດ, ເຊິ່ງສາມາດປຸງແຕ່ງອາຫານທຸກເຍື່ອງໄດ້ແບບແຊບຊ້ອຍ ຢ່າງໜ້າອັດສະຈັນ. ສໍາລັບອາຫານເຊົ້າ, ບໍ່ຄວນພາດເຄບໝາກພ້າວເນື້ອນຸ້ມຫອມຫວານຂອງແມ່ຄົວໂມ.
ຖ້າທ່ານເປັນຄົນມັກລິ້ມລອງກັບອາຫານປະເພດຕ່າງໆ, ທ່ານສາມາດເພີດເພີນກັບການເຂົ້າຮ່ວມຫ້ອງຮຽນປຸງແຕ່ງອາຫານ ຮ່ວມກັບແມ່ຄົວໂມ. ກ່ອນອື່ນ, ແມ່ນເລີ່ມຕົ້ນດ້ວຍການນໍາພາທ່ານໄປທ່ຽວຊົມສວນກະເສດອິນຊີຂອງຣີສອດ, ໃນທີ່ນັ້ນເອງ ທ່ານຈະໄດ້ເຫັນພືດຜັກນາໆຊະນິດທີ່ກໍາລັງເຕີບໃຫຍ່ ບໍ່ວ່າຈະເປັນ ຖົ່ວຍາວ, ໝາກຫຸ່ງ, ດອກອັນຊັນ ແລະອື່ນໆອີກຫຼາຍຢ່າງ. ທ່ານຈະມີໂອກາດໄດ້ຮຽນຮູ້ກ່ຽວກັບວິທີການເຮັດປຸຍໝັກ, ການປູກເຫັດ ແລະ ວິທີລ້ຽງໄກ່ ແລະ ເປັດ.
ຈາກນັ້ນກໍເລີ່ມກ້າວເຂົ້າສູ່ຊ່ວງເວລາປຸງແຕ່ງອາຫານ. ຊັ້ນຮຽນນີ້ແທດເໝາະສໍາລັບຜູ້ຮຽນຮູ້ທຸກລະດັບ, ບໍ່ວ່າທ່ານຈະເປັນມືໃໝ່ ຫຼື ຜູ້ທີ່ຮັກມັກໃນການປຸງແຕ່ງອາຫານຢູ່ແລ້ວ. ໂດຍທ່ານຈະໄດ້ຮຽນຮູ້ວິທີການປຸງແຕ່ງອາຫານລາວຍອດນິຍົມ ເຊັ່ນ ຕໍາໝາກຫຸ່ງ ຫຼື ລາບ ເຊິ່ງມັກຖືກເອີ້ນວ່າ ເປັນອາຫານປະຈໍາຊາດຂອງລາວ. ນອກຈາກນີ້, ທ່ານຍັງຈະໄດຮູ້ເອົາເຄັດລັບການໜຶ້ງເຂົ້າໜຽວແບບດັ້ງເດີມນໍາອີກ.
ມີກິດຈະກໍາໃຫ້ເຮັດຫຼາຍຢ່າງຕະຫຼອດເວລາທີ່ ເດີນໍ້າຄານ. ຫາກທ່ານຮູ້ສຶກກະຕືລືລົ້ນ, ຄວນລອງພາຍເຮືອຄາຍັກຫຼິ້ນຕາມແມ່ນໍ້າ ຫຼື ຂີ່ລົດຖີບເລາະຕາມເສັ້ນທາງປ່າໄມ້ສັກຂອງຣີສອດ. ນອກຈາກນີ້, ທ່ານຍັງສາມາດຫຼິ້ນຕີດອກປີກໄກ່, ໝາກລຸກ ຫຼື ຕີບູນ (ເປຕັງ) ເຊິ່ງເປັນກິລາຍອດນິຍົມໃນລາວນໍາອີກ.
ທ່ານສາມາດເລີ່ມຕົ້ນວັນໃໝ່ດ້ວຍຊີ່ກົງເຊິ່ງເປັນການອອກກໍາລັງກາຍຍາມເຊົ້າທີ່ຜ່ອນຄາຍດ້ວຍການຝຶກກາຍ-ຝຶກຈິດ, ຫຼື ຢືດເສັ້ນ-ເອັນດ້ວຍໂຍຄະຍາມແລງຊ່ວງຕາເວັນຕົກດິນ. ຖ້າທ່ານຕ້ອງການກິດຈະກໍາຜ່ອນຄາຍກວ່າ ຊີ່ກົງ ຫຼື ໂຍຄະ, ແມ່ນສາມາດມຸ່ງໜ້າໄປຍັງພື້ນທີ່ໂລ່ງແຄມຝັ່ງແມ່ນໍ້າໃນຣີສອດ ເຊິ່ງຜູ້ຄົນເອີ້ນວ່າຫາດຊາຍແຫ່ງດຽວຂອງຫຼວງພະບາງ. ເຊິ່ງຈະມີຕູບນ້ອຍສໍາລັບນັ່ງພັກຜ່ອນຊົ້ນຮົ່ມ ແລະ ເຊີຍຊົມກັບທິວທັດອັນສວຍງາມ.
ຖ້າທ່ານຕ້ອງການເບິ່ງຮູບເງົາ, ທາງຣີສອດກໍມີໂຮງໜັງກາງແຈ້ງໄວ້ບໍລິການທ່ານສະເພາະ, ພ້ອມອາຫານຄໍ່າ ແລະ ສິດການເຂົ້າເຖິງບັນຊີ Netflix.
ຢູ່ທີ່ ຈັງໂກ້ ສະປາ ພົບກັບນັກຜູ້ຊ່ຽວຊານດ້ານສຸຂະພາບຂອງຣີສອດ ຜູ້ມີທັກສະໃນການບຳບັດທີ່ຫາໄດ້ຍາກ ແລະ ຊ່ວຍຟື້ນຟູພະລັງງານ. ຜູ້ຈັດການສະປາ Gloria ແນະນຳການບຳບັດດ້ວຍສຽງຖ້ວຍ ແລະ ອາບນ້ຳແຂງເພື່ອຟື້ນຟູຮ່າງກາຍແລະຈິດໃຈ. ນັກບຳບັດເຊັ່ນ Maria José ນຳເສີມຫຼັກສູດການບຳບັດໃນນ້ຳທີ່ຜະສົມການລອຍນ້ຳ ການຍືດກ້າມເນື້ອ ແລະ ສະມາທິ ເພື່ອຄວາມຜ່ອນຄາຍ ແລະ ສົມດຸນໃນຈິດໃຈ.
ເມື່ອທ່ານກຽມພ້ອມທີ່ຈະອອກເດີນທາງໄປໄກຕື່ມອີກ, ສາມາດຂຶ້ນນັ່ງເຮືອ Mekong ເຊິ່ງເປັນເຮືອໄມ້ທີ່ສວຍງາມຂອງຣີສອດ. ທ່ານສາມາດສໍາຜັດປະສົບການທີ່ຫຼາກຫຼາຍ ເປັນຕົ້ນແມ່ນການລ່ອງເຮືອເພື່ອຊົມຕາເວັນຂຶ້ນທ່າມກາງບັນຍາກາດອັນງຽບສະຫງົບ ພ້ອມພິທີຕັກບາດແບບດັ້ງເດີມ ຫຼື ລ່ອງເຮືອທ່ຽວຊົມຕາເວັນຕົກດິນອັນໂຣແມນຕິກ ພ້ອມຂົບຄ້ຽວອາຫານວ່າງ ແລະ ຈິບເຄື່ອງດື່ມຢ່າງເພີດເພີນ.
ການທ່ຽວຊົມບ້ານຈ່ານ, ໝູ່ບ້ານທີ່ຮູ້ຈັກກັນດີ ແລະ ຂຶ້ນຊື່ກ່ຽວກັບກັບເຄື່ອງປັ້ນດິນເຜົາຫຼາຍປະເພດ ເຊິ່ງຕັ້ງຢູ່ຟາກກົງກັນຂ້າມຂອງແມ່ນໍ້າ ໂດຍທີ່ທ່ານສາມາດລອງເຮັດເຄື່ອງປັ້ນດິນເຜົາຂອງຕົນເອງ ຫຼື ເລືອກຊື້ສິນຄ້າຫັດຖະກໍາ ຫຼື ພຽງແຕ່ເພີດເພີນກັບວິວແມ່ນໍ້າ ແລະ ພູເຂົາອ້ອມຮອບ.
ເດິນໍ້າຄານ ບໍ່ໄດ້ເປັນສະເພາະສະຖານທີ່ພັກເຊົາເພື່ອຜ່ອນຄາຍພຽງຢ່າງດຽວເທົ່ານັ້ນ, ແຕ່ຍັງເປັນປະສົບການທີ່ສົມບູນແບບ. ນັກທ່ອງທ່ຽວກໍຈະຫຼົງຮັກໃນຄວາມງາມອັນງຽບສະຫງົບ ບວກກັບບັນຍາກາດແບບໂຣແມນຕິກ. ຜູ້ທີ່ຫຼົງໄຫຼກັບອາຫານເປັນຊີວິດຈິດໃຈ ກໍຈະໄດ້ເພີດເພີນກັບລົດຊາດຂອງອາຫານແບບລາວໆ. ສ່ວນຄົນຮັກທໍາມະຊາດ ກໍຈະຮູ້ສຶກຄືກັບຢູ່ເຮືອນທີ່ຕັ້ງຢູ່ທ່າມກາງປ່າໄມ້ ແລະ ສາຍນໍ້າ. ແລະ ນັກທ່ອງທ່ຽວທີ່ມາແບບຄອບຄົວ ກໍຈະໄດ້ພົບກັບພື້ນທີ່ ແລະ ສໍາຜັດກິດຈະກໍາຫຼາຍຢ່າງເພື່ອຊ່ວຍໃຫ້ທຸກຄົນສາມາດເພີດເພີນຢ່າງມີຄວາມສຸກ.
ບໍ່ວ່າທ່ານຈະອອກເດີນທາງເພື່ອຜັກຜ່ອນ, ສຶກສາສໍາຫຼວດ ຫຼື ຮຽນຮູ້ສິ່ງໃໝ່ໆ, ເດີນໍ້າຄານ ສາມາດຕອບໂຈດຄວາມຕ້ອງການຂອງທ່ານໄດ້ ເນື່ອງຈາກເປັນສະຖານທີ່ທີ່ທ່ານຈະໄດ້ເພີດເພີນກັບຄວາມງາມຂອງຫຼວງພະບາງໃນຮູບແບບທີ່ແຕກຕ່າງຢ່າງແທ້ຈິງ.

ຫາກຕ້ອງການຈອງ ຫຼື ຂໍ້ມູນເພີ່ມຕື່ມ,
ສາມາດເຂົ້າເບິ່ງທີ່ thenamkhan.com
ວິທີເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງຫຼວງພະບາງເປັນປະຈໍາ ເດີນທາງຈາກນະຄອນຫຼວງວຽງຈັນ, ຊຽງໃໝ່, ຮາໂນ່ຍ ແລະ ກຸງເທບ.



English
