ວັງວຽງໃນມູມສູງສະຫວ່າງ

Author:

Category:

spot_img

ໂຮງແຮມ ດິເອເລເຟິນ ຄຣອສຊິ່ງ 

(The Elephant Crossing Hotel)

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ສາຍນໍ້າຍັງຄົງໄຫຼລ່ອງໂດຍບໍ່ມີມື້ຢຸດຢ່ອນ ກ່ອນທີ່ຕົວເມືອງຈະຕື່ນຈາກການຫຼັບໄຫຼ, ກ່ອນທີ່ຮ້ານຂາຍເຄື່ອງຈະເປີດໃຫ້ບໍລິການລູກຄ້າ ແລະ ກ່ອນທີ່ເຮືອຄາຍັກຈະຄ່ອຍໆລື່ນໄຫຼລົງສູ່ໜ້ານໍ້າ, ແມ່ນໍ້າຊອງຍັງຄົງໄຫຼລ່ອງຢ່າງຊ້າໆ ຜ່ານໜ້າຜາຫີນປູນສີເທົາອົມມ່ວງອ່ອນໆທ່າມກາງບັນຍາກາດຍາມເຊົ້າຕູ່, ຈາກນັ້ນທ້ອງຟ້າກໍຄ່ອຍໆປ່ຽນແປງ ຈົນເກືອບບໍ່ທັນສັງເກດເຫັນ.

ໃນຄັ້ງທຳອິດທີ່ເຫັນ ຈະຮູ້ສຶກເຖິງການເຄື່ອນໄຫວຂອງວັດຖຸບາງຢ່າງ,ທີ່ບໍ່ຮູ້ທີ່ໄປທີ່ມາແບບແນ່ນອນ, ລອຍຢູ່ເທິງຮ່ອມພູ ກ່ອນທີ່ບາລູນລົມຮ້ອນຈະປາກົດຂຶ້ນເທື່ອລະໜ່ວຍຢູ່ເໜືອພູຫີນປູນ ລ່ອງລອຍກາງອາກາດ, ສີສັນຂອງພວກມັນຄ່ອຍໆເຜີຍຕົວຕົນຜ່ານການປິດປັງຂອງມ່ານໝອກ. ສຽງກຶກກ້ອງຂອງຫົວເຜົາພ້ອມແປວໄຟທີ່ລຸກວາບຂຶ້ນມາ ໄດ້ຊ່ວຍຜັກດັນໃຫ້ບາລູນທະຍານຕົວໄດ້ສູງຂຶ້ນ. ແລະ ເມື່ອດວງຕາເວັນເລີ່ມເປັ່ງແສງສະທ້ອນສູ່ຈອມພູເຂົາ, ບັນດາບາລູນຫຼາຍສິບໜ່ວຍ ກໍພາກັນລ່ອງລອຍຢ່າງເຊື່ອງຊ້າຢູ່ເທິງທ້ອງຟ້າ, ເໜືອແມ່ນໍ້າ ແລະ ທ້ອງທົ່ງນາທີ່ຢູ່ເບື້ອງລຸ່ມ. ທັງໝົດນີ້, ຄືໜຶ່ງຊ່ວງເວລາທີ່ງົດງາມ ແຕ່ງຽບສະຫງົບຂອງເມືອງວັງວຽງ ເຊິ່ງຄວນຄ່າແກ່ການສໍາຜັດທ່າມກາງບັນຍາກາດທີ່ປາສະຈາກສິ່ງລົບກວນໃດໆ.

ໂຮງແຮມ ດິເອເລເຟິນ ຄຣອສຊິ່ງ (The Elephant Crossing Hotel), ຕັ້ງຢູ່ແຄມຝັ່ງແມ່ນໍ້າ ໂດຍນອນຢູ່ໃນຕໍາແໜ່ງທີ່ເໝາະສົມ ຄ້າຍກັບຖືກອອກແບບມາເພື່ອຊ່ວງເວລານີ້ໂດຍສະເພາະ. ໂຮງແຮມແຫ່ງນີ້ທີ່ຫາກໍໄດ້ຮັບການປັບປຸງໃໝ່ໆ ຖືກອອກແບບມາເພື່ອໃຫ້ກົມກືນກັບສະພາບແວດລ້ອມອ້ອມຂ້າງ, ໂດຍມີແມ່ນໍ້າຊອງ ກັບພູຜາສູງຊັນອ້ອມຮອບເປັນອົງປະກອບສໍາຄັນທີ່ງົດງາມ. ໂຮງແຮມຕັ້ງຢູ່ບໍ່ໄກຈາກຕົວເມືອງ ຈິ່ງເຮັດໃຫ້ເກີດຄວາມຮູ້ສຶກພໍສາມາດເຊື່ອມໂຍງຫາກັນໄດ້ສະດວກ, ແຕ່ໃນຂະນະດຽວກັນ ທິວທັດອ້ອມຮອບຊໍ້າພັດມອບຄວາມຮູ້ສຶກຄືກັບໄດ້ຫຼີກໜີຈາກຄວາມວຸ້ນວາຍ.

ຫ້ອງພັກທີ່ມາພ້ອມວິວແຖວໜ້າ

ທີ່ໂຮງແຮມ ດິເອເລເຟິນ ຄຣອສຊິ່ງ, ວິວທິວທັດ ບໍ່ໄດ້ເປັນສ່ວນປະກອບສໍາຮອງ. ເນື່ອງຈາກຫ້ອງສະວິດທີ່ຫັນໜ້າໄປທາງແມ່ນໍ້າ ໂດຍມີປະຕູເປີດອອກສູ່ລະບຽງສ່ວນຕົວ, ເຜີຍໃຫ້ເຫັນເສັ້ນທາງອັນຄົດໂຄ້ງຂອງແມ່ນໍ້າຊອງທີ່ໄຫຼຜ່ານຮ່ອມພູໄດ້ຢ່າງຊັດເຈນ. ໃນຊ່ວງຕອນເຊົ້າຕູ່, ແຂກທີ່ມາພັກເຊົາສາມາດອອກໄປນັ່ງຈິບກາເຟຢູ່ດ້ານນອກ ແລະ ເຝົ້າຕິດຕາມເບິ່ງບາລູນທີ່ພວມລອຍຜ່ານໄປໃນລະດັບສາຍຕາ, ເງົາຂອງມັນສະທ້ອນລົງສູ່ຜິວນໍ້າຊົ່ວຂະນະ, ເຊິ່ງເປັນພາບທີ່ງົດງາມບໍ່ຕ່າງຫຍັງກັບສາກໜຶ່ງໃນຮູບເງົາ ແຕ່ຊໍ້າພັດໃຫ້ຄວາມຮູ້ສຶກເປັນສ່ວນຕົວຢ່າງໜ້າປະຫຼາດໃຈ ໂດຍມີແຂກຜູ້ພັກເຊົາທີ່ຕື່ນນອນຕອນເຊົ້າໆບໍ່ເທົ່າໃດຄົນເທົ່ານັ້ນ ທີ່ຈະມີໂອກາດໄດ້ສໍາຜັດບັນຍາກາດໃນຊ່ວງເວລານີ້.

ສໍາລັບບັນຍາກາດພາຍໃນຫ້ອງພັກ ກໍຖືກອອກແບບປະສົມປະສານລະຫວ່າງຄວາມງຽບສະຫງົບກັບຄວາມທັນສະໄໝ ພ້ອມພື້ນທີ່ກວ້າງຂວາງ ແລະ ສະອາດງາມຕາ, ຕົກແຕ່ງດ້ວຍໂທນສີອົບອຸ່ນ ແລະ ວັດສະດຸທໍາມະຊາດທີ່ສະທ້ອນທິວທັດພາຍນອກ. ທັງໝົດນີ້ ແມ່ນເນັ້ນໃສ່ຄວາມສະດວກສະບາຍ ມີທັງຕຽງນອນຂະໜາດໃຫຍ່, ແອປັບອາກາດ, ແລະ ຫ້ອງນໍ້າທີ່

ທັນສະໄໝ ໂດຍປາສະຈາກສິ່ງປະດັບຕົກແຕ່ງເກີນຄວາມຈໍາເປັນ. ສໍາລັບຫ້ອງພັກວິວຕົວເມືອງ ກໍມອບບັນຍາກາດທີ່ແຕກຕ່າງ ເຊິ່ງສາມາດແນມເຫັນຫຼັງຄາບ້ານເຮືອນ ແລະ ເນີນພູອ້ອມຮອບຕົວເມືອງ.

ຈາກໝອກແມ່ນໍ້າສູ່ທ້ອງຟ້າຍາມແລງ

ເມື່ອເວລາຜ່ານໄປ, ບັນຍາກາດຂອງຕົວເມືອງກໍເລີ່ມຄຶກຄື້ນຫຼາຍຂຶ້ນ. ເຮືອຄາຍັກປາກົດຕົວເໜືອໜ້ານໍ້າ, ລົດຖີບຫຼາຍຄັນເລີ່ມຜ່ານເສັ້ນທາງຮ່ອມນ້ອຍໆທີ່ມີຝຸ່ນບາງໆໄງ່ກຸ້ມ ແລະ ທ້ອງຟ້າທີ່ເຄີຍງຽບສະຫງົບກໍກັບມາແຈ່ມໃສຂຶ້ນ, ຂະນະທີ່ຊ່ວງຄ້ອຍບ່າຍ, ສາຍຕາທຸກຄູ່ກໍຫັນກັບຂຶ້ນສູ່ທ້ອງຟ້າອີກຄັ້ງ.

ທີ່ Elevate 9, ເຊິ່ງເປັນຮ້ານອາຫານ ແລະ  ຫ້ອງຮັບຮອງເທິງດາດຟ້າຂອງໂຮງແຮມ, ກໍຈະພົບກັບວິວທິວທັດທີ່ເປີດກວ້າງຢ່າງໜ້າອັດສະຈັນ. ຈາກຈຸດນີ້, ຈະປາກົດເຫັນຮ່ອມພູເປັນຍ່ອມໆໃນບໍລິເວນກວ້າງ ໂດຍຂະຫຍາຍອອກໄປທຸກທິດທາງ, ມີແມ່ນໍ້າຊອງໄຫຼຜ່ານຢູ່ດ້ານລຸ່ມ ແລະ ສັນພູຫີນປູນທີ່ເນັ່ງເປັນສາຍຍາວໄກອອກໄປສຸດສາຍຕາ. ກ່ອນທີ່ດວງຕາເວັນຈະຕົກດິນ, ທ້ອງຟ້າກໍກັບມາມີຊີວິດຊີວາອີກຄັ້ງ. ບາລູນລົມຮ້ອນອີກຊຸດ ຖືກປ່ອຍຂຶ້ນ ພ້ອມດ້ວຍພາຣາໂມເຕີທີ່ສົ່ງສຽງຮື່ມໆເບົາໆ ຂະນະທີ່ໂຄ້ງຕົວລອຍລ່ອງຜ່ານເສັ້ນຂອບຟ້າ.

ຈາກເທິງດາດຟ້າ, ພາບທັງໝົດທີ່ປາກົດຢູ່ຕໍ່ໜ້າລ້ວນແຕ່ຊວນໃຫ້ຫຼົງໄຫຼ, ແປວໄຟທີ່ລຸກວາບແວວວາວຈາກຫົວເຜົາ ເຮັດໃຫ້ບາລູນພອງຕົວອອກ, ຂະນະທີ່ພາຣາໂມເຕີລ່ອງຕໍ່າຜ່ານໜ້າຜາ ແລະ ພູເຂົາກໍປ່ຽນສີສາດສ່ອງ ຈາກເສດສີເຫຼືອງອໍາພັນເປັນສີບົວ ພາຍຫຼັງດວງຕາເວັນລັບຂອບຟ້າ. ແຂກທີ່ມາພັກເຊົາຍັງສາມາດເພີດເພີນກັບອາຫານ ຫຼື ເຄື່ອງດື່ມແບບບໍ່ຮີບຮ້ອນ, ພ້ອມຢຸດການສົນທະນາເປັນໄລຍະເມື່ອທ້ອງຟ້າກັບມາດຶງດູດຄວາມສົນໃຈອີກຄັ້ງ.

ຊ່ວງເວລາພັກຜ່ອນທີ່ແຄມສະນໍ້າ

ເມື່ອລົງມາຈາກຊັ້ນດາດຟ້າສູ່ໜ້າດິນ, ກໍມີສະລອຍນໍ້າທີ່ມອບບັນຍາກາດອັນສະງຽບຫງົບຫຼາຍຂຶ້ນ ເນື່ອງຈາກຖືກອ້ອມລ້ອມດ້ວຍຕົ້ນຕານ ແລະ ວິວພູເຂົາ ຈິ່ງເໝາະສໍາລັບການລອຍຕົວເໜືອໜ້ານໍ້າ, ອ່ານປຶ້ມ ຫຼື ນັ່ງເມີ່ລອຍເພື່ອຊື່ນຊົມສາຍນໍ້າໄຫຼຜ່ານ. ເມື່ອແສງແດດຄ່ອຍໆເລື່ອນຫາຍໄປ, ສຽງລົບກວນຕ່າງໆພາຍໃນຕົວເມືອງກໍຄ່ອຍໆເບົາລົງ ເຫຼືອພຽງຈັງຫວະຂອງສາຍນໍ້າໄຫຼ ແລະ ສຽງຫົວຢອກໄຍອັນແຜ່ວເບົາຈາກລະບຽງໃກ້ຄຽງ.

ຈຸດຕັ້ງຫຼັກສໍາລັບອອກເດີນທາງສໍາຫຼວດ

ເຖິງແມ່ນວັງວຽງຈະມີຊື່ສຽງໃນດ້ານກິດຈະກໍາການພະຈົນໄພ, ບໍ່ວ່າຈະເປັນການພາຍເຮືອລ່ອງແກ້ງ, ຂີ່ລົດຖີບ, ຂີ່ມ້າ, ສໍາຫຼວດຖໍ້າ ຫຼື ແຫຼ່ງນໍ້າທໍາມະຊາດ, ແຕ່ໂຮງແຮມ Elephant Crossing ຊໍ້າພັດນໍາສະເໜີວິທີການສໍາຜັດກັບເມືອງວັງວຽງໄດ້ແບບຜ່ອນຄາຍກວ່າ ດ້ວຍທໍາເລທີ່ເອື້ອອໍານວຍແກ່ການເຂົ້າເຖິງກິດຈະກໍາຕ່າງໆໄດ້ສະດວກຂຶ້ນ ພ້ອມທັງຍັງຮັກສາບັນຍາກາດແຫ່ງການພັກຜ່ອນເມື່ອຮອດຊ່ວງສິ້ນສຸດຂອງວັນນັ້ນໆ. ຫຼັງຈາກໃຊ້ເວລາຫຼາຍຊົ່ວໂມງໃນການເດີນທາງສໍາຫຼວດ, ການທີ່ມີໂອກາດໄດ້ກັບຄືນມາທີ່ແຄມແມ່ນໍ້າ ກໍຊ່ວຍມອບຄວາມຮູ້ສຶກຜ່ອນຄາຍໄດ້ຢ່າງແທ້ຈິງ.

ສໍາລັບຄູ່ຮັກ, ນັກເດີນທາງຄົນດຽວ, ຫຼື ກຸ່ມນັກທ່ຽວຂະໜາດນ້ອຍ ຜູ້ຂຽນກ້າເວົ້າເລີຍວ່າ ມົນສະເໜ່ຂອງສະຖານທີ່ແຫ່ງນີ້ແມ່ນຄວາມສົມດຸນ ໂດຍສະເພາະ ຄວາມສະດວກສະບາຍທີ່ບໍ່ເກີນຄວາມຈໍາເປັນ, ຄວາມເຊື່ອມໂຍງໂດຍບໍ່ແອອັດ ແລະ ທັດສະນີຍະພາບອັນງົດງາມທີ່ຢູ່ເບື້ອງໜ້າ ລ້ວນກາຍເປັນຕົວເອກຂອງເລື່ອງເລົ່າທັງໝົດ.

 

ຫາກສົນໃຈຈອງ ຫຼື ຕ້ອງການຂໍ້ມູນເພີ່ມຕື່ມ

ສາມາດເຂົ້າເບິ່ງທີ່: 

theelephantcrossinghotel.com.

ຕິດຕໍ່:  +856 20 5878 3472

ວິທີເດີນທາງ:

ວັງວຽງຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອ ໂດຍໃຊ້ເວລາເດີນທາງພຽງບໍ່ເທົ່າໃດຊົ່ວໂມງກໍສາມາດໄປເຖິງໄດ້ຢ່າງສະດວກ.

Read More

Related Articles