ເມືອງລັບແລຂອງພະຍາຊຽງສາ

Author:

Category:

spot_img

 

ບົດໂດຍ: ວິລະ ພູນວົງສາ ( ຈາກ: Snaé History)

ໄດ້ແຮງບັນດານໃຈຈາກ: ທ່ານ ຫຸມພັນ ຣັດຕະນະວົງ

ຮູບໂດຍ: ພູນຊັບ ເທວົງສາ

ເລິກເຂົ້າໄປໃນແນວພູຫີນປູນຂອງແຂວງຄຳມ່ວນ ບ່ອນທີ່ສາຍນ້ຳໄຫຼຫາຍເຂົ້າໄປກ້ອງໜ້າຜາ ແລະ ເສັ້ນທາງໃນປ່າຄ້າຍຄືກັບຈະນຳໄປສູ່ຄວາມຫວ່າງເປົ່າ, ມີຮ່ອມພູແຫ່ງໜຶ່ງທີ່ເກັບເຊື່ອງເລື່ອງລາວອັນລຶກລັບ ຈົນເກືອບເກີນຈະເຊື່ອ.ບາງຄົນຮູ້ຈັກສະຖານທີ່ແຫ່ງນີ້ໃນຊື່  “ອາລັນຍາເມືອງລັບແລ”. ໃນຕຳນານທ້ອງຖິ່ນບ່ອນນີ້ຖືກເອີ້ນວ່າເມືອງລັບແລ, ດິນແດນລຶກລັບທີ່ຜູກພັນກັບຊາກບູຮານສະຖານ, ປ່າສັກສິດ, ຜີລຶກລັບ ແລະເລື່ອງເລົ່າຂອງນັກຮົບລາວຜູ້ໜຶ່ງ ນາມວ່າ ພະຍາຊຽງສາ.

ພະຍາຊຽງສາ ກັບ ການຄົ້ນພົບເມືອງລັບແລ.

ອີງຕາມພົງສາວະດານລາວ, ພະຍາຊຽງສາແມ່ນແມ່ທັບ ແລະ ຂຸນນາງຄົນສຳຄັນ ຜູ້ມີເລື່ອງລາວຜູກພັນກັບໄລຍະທີ່ບ້ານເມືອງລາວກຳລັງກ້າວຜ່ານຄວາມຫວຸ້ນວາຍ. ຊື່ຂອງເພິ່ນໄດ້ປາກົດຂຶ້ນຢ່າງໂດດເດັ່ນຢູ່ໃນລັດຊະການຂອງ ພະເຈົ້າສິລິບຸນຍະສານແຫ່ງວຽງຈັນ, ໃນປີ ຄ.ສ 1736 ເພິ່ນໄດ້ຮັບຄຳສັ່ງໃຫ້ລົງໄປທາງໃຕ້ ເພື່ອຊ່ວຍແກ້ໄຂຂໍ້ຂັດແຍ່ງຢູ່ເມືອງນະຄອນ ຫຼື ນະຄອນພະນົມໃນປັດຈຸບັນ.  ມີການບັນທຶກໄວ້ວ່າ ພະຍາຊຽງສາໄດ້ນຳທະຫານລາວຈາກວຽງຈັນ ຈຳນວນ 10,000 ຄົນ ເຂົ້າສູ້ຮົບກັບສັດຕູ ແລະ ໄດ້ຮັບໄຊຊະນະກັບຄືນມາ.ມີຄວາມເລົ່າຂານກັນວ່າ ລະຫວ່າງທີ່ເພິ່ນໄດ້ຍົກທັບລົງໄປເມືອງນະຄອນນີ້ເອງ ເພິ່ນຈຶ່ງໄດ້ໄປບັງເອີນຄົ້ນພົບສະຖານທີ່ລຶກລັບທີ່ຮຽກກັນຕໍ່ມາວ່າອາຣັນຍາເມືອງລັບແລ

ໃນປີ ຄ.ສ 1778, ສະຫຍາມໄດ້ສົ່ງກອງທັບຈຳນວນພົນມະຫາສານ ມາຈາກຫຼາຍທິດທາງ ເພື່ອປິດລ້ອມນະຄອນຫຼວງວຽງຈັນໄວ້ ແລະ ໄດ້ສູ້ຮົບກັນຢູ່ນານເຖິງ 4 ເດືອນ, ສຸດທ້າຍດ້ວຍຄວາມອຶດຢາກ ວຽງຈັນກໍເລີຍແຕກ ພະເຈົ້າສິຣິບຸນຍະສານ ພ້ອມດ້ວຍຄົນສະໜິດຈຳນວນໜຶ່ງ ລວມເຖິງພະຍາຊຽງສາຈຶ່ງໄດ້ຫຼົບໜີໄປເມືອງຄຳເກີດ (ແຂວງບໍລິຄຳໄຊ ໃນປັດຈຸບັນ), ຫຼັງຈາກນັ້ນ 1 ປີຕໍ່ມາ ພະເຈົ້າສິຣິບຸນຍະສານຈຶ່ງເຖິງແກ່ສຸຣະຄົດ (ຕາຍ), ເມື່ອສະຖານະການທາງການເມືອງຜັນປ່ຽນໄປ ພະຍາຊຽງສາ ພ້ອມດ້ວຍໄພ່ພົນ ແລະ ຜູ້ຕິດຕາມຈຳນວນໜຶ່ງ ຈຶ່ງໄດ້ພາກັນຫຼົບໜີ ກັບມາລີ້ໄພຢູ່ສະຖານທີ່ລັບແຫ່ງນີ້ ເຊິ່ງມີໜ້າຜາສູງຊັນອ້ອມຮອບທັງ 4 ດ້ານ ແລະ ມີທາງເຂົ້າພຽງທາງດຽວ, ພວກເຂົາໄດ້ສ້າງບ້ານແປງເຮືອນ, ເຮັດໄຮ່ເຮັດນາຮົ້ວສວນ ແລະ ຄ່ອຍໆສ້າງເປັນຊຸມຊົນນ້ອຍໆ ທີ່ຖືກໂອບລ້ອມດ້ວຍໜ້າຜາ ແລະ ປ່າໄມ້. ຕໍ່ມາ ບ່ອນນີ້ຈຶ່ງເປັນທີ່ຮູ້ຈັກກັນໃນນາມເມືອງລັບແລ ຫຼື ອາລັນຍາເມືອງລັບແລນັ້ນເອງ, ຫຼັງຈາກນັ້ນພະຍາຊຽງສາຜູ້ນີ້ກໍບໍ່ໄດ້ຖືກກ່າວເຖິງໃນບັນທຶກທ່າງປະຫວັດສາດໃດໆອີກເລີຍ, ເຊື່ອກັນວ່າ ພະຍາຊຽງສາໄດ້ອາໄສຢູ່ທີ່ນີ້ຈົນເຖິງວາລະສຸດທ້າຍຂອງຊີວິດ ແລະ ປັດຈຸບັນນິ້ ຍັງມີທາດທີ່ເຊື່ອກັນວ່າບັນຈຸອັດຖິຂອງທ່ານຫຼົງເຫຼືອໃຫ້ເຫັນຢູ່.

ເມືອງທີ່ເຊື່ອງໂຕຢູ່ໃນປ່າ

ຮ່ອມພູແຫ່ງນີ້ຍັງຖືກເອີ້ນໃນອີກຊື່ໜຶ່ງວ່າກະຕຶບບ້ານນາສຳລັບຜູ້ມາຢ້ຽມຢາມໃນປັດຈຸບັນ, ບໍ່ມີເມືອງອັນໃຫຍ່ໂຕລໍຖ້າຢູ່ຫຼັງຖ້ຳ. ແຕ່ປະຫວັດສາດຂອງມັນຈະຄ່ອຍໆປາກົດຂຶ້ນທ່າມກາງຕົ້ນໄມ້. ຊາກດິນຈີ່ເກົ່າໆ, ຖານວັດ ແລະ ເສົາຫີນ ກະຈັດກະຈາຍຢູ່ກ້ອງເຄືອໄມ້ ແລະ ຮາກເຖົາວັນ. ຜູ້ສຳຫຼວດຮຸ່ນກ່ອນໆເຄີຍບັນທຶກວ່າ ໄດ້ພົບຊາກວັດທີ່ພັງລົງ ພ້ອມຮາກໄມ້ທີ່ຊອກຊອນເຂົ້າໄປຕາມຖານດິນຈີ່ເກົ່າໆ ແລະ ເສົາແກະສະຫຼັກທີ່ຄ່ອຍໆຈົມຫາຍລົງໃນພື້ນປ່າ.

ພູມສັນຖານອ້ອມຂ້າງຍິ່ງເພີ່ມບັນຍາກາດລຶກລັບໃຫ້ກັບຊາກເມືອງແຫ່ງນີ້. ຕົ້ນໄມ້ໃຫຍ່ຂຶ້ນຢູ່ອ້ອມເຂດສັກສິດ, ສາຍນ້ຳໃສໄຫຼຜ່ານຮ່ອມພູ ແລະ ຄຳເລົ່າທ້ອງຖິ່ນຍັງກ່າວເຖິງສະຖານທີ່ທາງສາສະໜາເກົ່າແກ່ທີ່ລີ້ຢູ່ໃນປ່າແຫ່ງນີ້. ໜຶ່ງໃນສິ່ງທີ່ໜ້າສົນໃຈຕາມຄຳບັນທຶກທ້ອງຖິ່ນ ຄື ຮູບປັ້ນຂອງ ນາງຜົມຫອມ ໃນທ່າກຳລັງອາບນ້ຳຢູ່ຂ້າງສາຍນ້ຳ.

ຜີບັງບົດຜູ້ຄົນທີ່ຫາຍຕົວໄດ້

ມີເລື່ອງເລົ່າເກົ່າແກ່ຂອງຊາວລາວໄດ້ເຄີຍອະທິບາຍໄວ້ວ່າເມືອງລັບແລເປັນບ່ອນທີ່ຄົນທົ່ວໄປບໍ່ສາມາດພົບເຫັນໄດ້ງ່າຍ. ບາງຕຳນານເວົ້າເຖິງຜູ້ຄົນອັນລຶກລັບທີ່ເອີ້ນວ່າ ຜີບັງບົດ, ອາດເປັນຄົນ ຫຼື ວິນຍານ ທີ່ຢູ່ຊື່ໆກໍປາກົດຕົວຂຶ້ນໃຫ້ເຫັນ ແລະ  ຈາກນັ້ນກໍຫາຍໂຕໄປໂດຍບໍ່ປະຮອງຮອຍໃດໆໄວ້ເລີຍ.  ເຖິງຈະຟັງເບິ່ງເປັນພຽງແຕ່ນິທານປະລຳປະລາ ແຕ່ເລື່ອງເລົ່າເຫຼົ່ານີ້ກໍໄດ້ຊ່ວຍເຮັດໃຫ້ສະຖານທີ່ໆຮຽກວ່າ ເມືອງລັບແລ ແຫ່ງນີ້ມີຄວາມໜ້າສົນໃຈຍິ່ງຂຶ້ນ.

ການເຂົ້າສູ່ເມືອງລັບແລ

ການນັ່ງເຮືອຫາງຍາວ, ທິວທັດພູຫີນປູນອັນສວຍງາມ, ການພົບປະຊາວບ້ານ, ການລອດຜ່ານຖ້ຳ ແລະ ການຍ່າງຕາມເສັ້ນທາງໃນປ່າ ຄ່ອຍໆສ້າງຄວາມຮູ້ສຶກວ່າ ທ່ານກຳລັງເດີນທາງຫ່າງອອກໄປຈາກໂລກທີ່ຄຸ້ນເຄີຍ. ເສັ້ນທາງທ່ອງທ່ຽວໃນພື້ນທີ່ແຫ່ງນີ້ ໄດ້ດຶງດູດນັກເດີນທາງມາດົນນານແລ້ວ ດ້ວຍການລ່ອງເຮືອລອດຖ້ຳທີ່ຍາວປະມານກິໂລແມັດເຄິ່ງ.

ການເດີນທາງ:

ຂັບລົດລົງໃຕ້ຕາມ ທາງເລກ 13 ໄປຫາວຽງຄຳ ບ່ອນຕັດກັບທາງເລກ 8, ແລ້ວສືບຕໍ່ລົງໃຕ້ອີກ 13 ກິໂລແມັດ ໄປຫາບ້ານສາມບອນ.ຈາກນັ້ນ ລ້ຽວຊ້າຍ ແລະ ສືບຕໍ່ອີກ 11 ກິໂລແມັດ ໄປຫາ ບ້ານຄູນເພັດ, ບ່ອນທີ່ສາມາດສອບຖາມຫາເຮືອ ແລະ ຜູ້ນຳທາງ ເພື່ອເດີນທາງໄປຍັງຖ້ຳ ແລະ ເມືອງລັບແລໄດ້.

ຕິດຕາມ ແລະ ໂອ້ລົມກັນຕື່ມໄດ້ທີ່:

Snaedesignlao@gmail.com

FB: SNAÉ HISTORY

IG: Snae_Shop

Read More

Related Articles