ເສັ້ນໄໝສູ່ມໍລະດົກຕົກທອດ

Author:

Category:

spot_img

 

ສະເຫຼີມສະຫຼອງວັນສ້າງຕັ້ງຮ້ານ ອອກພົບຕົກ ຄົບຮອບ 25 ປີ

ບົດໂດຍ: Valérie Olla

ຮູບໂດຍ: Loris Faedda ແລະ ພຸດ ແກ້ວລຳສິງ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ທ່າມກາງການຫຸ້ມລ້ອມຂອງທັດສະນີຍະພາບອັນງົດງາມທີ່ເປັ່ງປະກາຍຈາກແມ່ນໍ້າຂອງໄຫຼຜ່ານເມືອງຫຼວງພະບາງ, ຍັງມີສູນກາງແຫ່ງຄວາມຄິດສ້າງສັນ, ຊຸມຊົນ ແລະ ວັດທະນະທໍາທີ່ປ່ຽມລົ້ນໄປດ້ວຍຄວາມມີຊີວິດຊີວາ ເຊິ່ງກໍແມ່ນ ສູນຫັດຖະກໍາ ອອກພົບຕົກ (Ock Pop Tok Living Crafts Centre); ແລະ ໃນເດືອນຕຸລາຂອງປີນີ້, ສູນຫັດຖະກໍາດັ່ງກ່າວ ຈະມີການຈັດງານສະເຫຼີມສະຫຼອງວາລະຄົບຮອບ 25 ປີຂອງການສ້າງຕັ້ງສູນແຫ່ງນີ້. ເມື່ອຍ້ອນກັບຄືນຫຼັງໃນຊ່ວງ 25 ປີກ່ອນ, ມີແມ່ຍິງ 2 ຄົນ ເຊິ່ງຄົນໜຶ່ງແມ່ນຊ່າງຕໍ່າຫູກທີ່ເປັນຄົນລາວ ແລະ ອີກຄົນແມ່ນຊ່າງຖ່າຍຮູບຊາວອັງກິດ ກ່ອນທີ່ທັງສອງຈະຮ່ວມກັນສານຝັນຈົນກໍ່ເກີດເປັນທຸລະກິດ ອັນໄດ້ກາຍມາເປັນປະພາຄານແຫ່ງການສົ່ງເສີມຄວາມອາດສາມາດຂອງຊ່າງຫັດຖະກໍາ ແລະ ການອະນຸລັກວັດທະນະທໍາໃນລາວ.

 

ອອກພົບຕົກ, ເຊິ່ງມີຄວາມໝາຍໃນພາສາລາວແມ່ນ “ຕາເວັນອອກພົບຕາເວັນຕົກ”, ກໍ່ຕັ້ງຂຶ້ນໃນປີ 2000 ໂດຍທ່ານ ນາງ ແວວມະນີ ດວງດາລາ (ແວວ) ແລະ ທ່ານ ໂຈອັນນາ ສະມິດ (ໂຈ). ຍ້ອນນາງແວວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທໍາການຕໍ່າຫູກແບບພື້ນເມືອງ ບວກກັບເລື່ອງລາວຄວາມເປັນມາອັນສັບຊ້ອນ, ຂະນະທີ່ນາງ ໂຈ ກໍມີປະສົບການດ້ານການອອກແບບ ແລະ ຖ່າຍຮູບ, ເຮັດໃຫ້ສາມາດເບິ່ງເຫັນໂອກາດທີ່ບໍ່ພຽງແຕ່ຈໍາໜ່າຍຜ້າແພຜືນງາມພຽງຢ່າງດຽວ, ແຕ່ຍັງສາມາດສ້າງໃຫ້ເປັນທຸລະກິດ ເພື່ອເຊີດຊູຍົກຍ້ອງບັນດາຊ່າງຫັດຖະກໍາຜູ້ທີ່ມີຄວາມຄິດສ້າງສັນນໍາອີກ. ວິໄສທັດຂອງທັງສອງເຖິງຈະເບິ່ງທໍາມະດາ ແຕ່ກໍມີຄວາມໝາຍເລິກເຊິ່ງ ໂດຍສະເພາະກໍແມ່ນການມຸ່ງເປົ້າແນໃສ່ການສ້າງເວທີທີ່ຊ່າງຕໍ່າຫູກ ແລະ ຊ່າງຫັດຖະກໍາສາມາດມີລາຍຮັບທີ່ຍືນຍົງ ແລະ ສາມາດຮັກສາປະເພນີອັນລໍ້າຄ່າຂອງຜ້າແພລາວທີ່ຕໍ່າດ້ວຍມື ໃຫ້ຄົງຢູ່ສູ່ຄົນລຸ້ນຕໍ່ໄປ.

 

ເປົ້າໝາຍຕົວຈິງຂອງສູນຫັດຖະກໍາ ອອກພົບຕົກ ກໍແມ່ນສ້າງຜົນພວງທາງສັງຄົມ ແລະ ເສດຖະກິດທີ່ເຂັ້ມແຂງ. ຕະຫຼອດໄລຍະ 25 ປີຜ່ານມາ, ວິສາຫະກິດເພື່ອສັງຄົມແຫ່ງນີ້ ໄດ້ສະໜອງວຽກເຮັດງານທໍາ ແລະ ຄ່າຈ້າງງານທີ່ເປັນທໍາໃຫ້ແກ່ຊ່າງຫັດຖະກໍາຈໍານວນຫຼາຍຮ້ອຍຄົນ, ໂດຍສ່ວນໃຫຍ່ແມ່ນແມ່ຍິງຊົນເຜົ່າຕ່າງໆໃນທົ່ວປະເທດລາວ. ສິ່ງດັ່ງກ່າວບໍ່ໄດ້ພຽງແຕ່ຄວາມສໍາພັນທາງຜົນປະໂຫຍດພຽງຢ່າງດຽວ ແຕ່ຍັງເປັນການຮ່ວມມືກັນນໍາອີກ. ການເຮັດວຽກຮ່ວມກັບ ອອກພົບຕົກ ຊ່ວຍເຮັດໃຫ້ແມ່ຍິງເຫຼົ່ານີ້ໄດ້ຮັບອິດສະຫຼະພາບທາງການເງິນ, ຊ່ວຍໃຫ້ພວກເຂົາສາມາດເບິ່ງແຍງຄ່າໃຊ້ຈ່າຍພາຍໃນຄອບຄົວ ທັງສົ່ງເສີມໃຫ້ລູກໆຂອງຕົນສາມາດເຂົ້າໂຮງຮຽນ ແລະ ກ້າວເປັນຜູ້ນໍາໃນຊຸມຊົນໄດ້. ຄວາມມຸ່ງໝັ້ນຂອງວິສາຫະກິດເພື່ອສັງຄົມແຫ່ງນີ້ ແມ່ນຍຶດໝັ້ນໃນຫຼັກການຊື້-ຂາຍທີ່ເປັນທໍາ, ຊ່ວຍຮັບປະກັນໃຫ້ຜົນກໍາໄລສ່ວນໃຫຍ່ຖືກສົ່ງກັບຄືນໄປສູ່ຊ່າງຫັດຖະກໍາໂດຍກົງ, ຊຸກຍູ້ສົ່ງເສີມໃຫ້ເກີດວົງຈອນແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ຍົກລະດັບສີມືໃຫ້ກ້າວໜ້າຂຶ້ນເລື້ອຍໆ.

 

ສູນຫັດຖະກໍາ ອອກພົບຕົກ ຖືເປັນຫຼັກຖານພິສູດຄວາມຈິງໄດ້ເປັນຢ່າງດີ. ສູນແຫ່ງນີ້ເປັນໄດ້ຫຼາຍກວ່າຫ້ອງວາງສະແດງຜົນງານສິລະປະ; ເປັນພິພິທະພັນກາງແຈ້ງທີ່ນັກທ່ອງທ່ຽວສາມາດສໍາຜັດປະສົບການ ຕະຫຼອດຂະບວນການຜະລິດຜ້າແພທີ່ຕ່ຳດ້ວຍມື, ນັບແຕ່ການປູກມອນ-ລ້ຽງມ້ອນເພື່ອສາວໄໝ ລວມທັງການປູກຝ້າຍ ຈົນຮອດຂະບວນການຍ້ອມສີທໍາມະຊາດ ແລະ ຕໍ່າແຜ່ນແພດ້ວຍຄວາມພິຖີພິຖັນ. ບັນຍາກາດພາຍໃນເຕັມໄປດ້ວຍສຽງ ຄິກແຄັກ! ຂອງກີ່ຕໍ່າຫູກ ແລະ ສີສັນຕ່າງໆ ນັບແຕ່ສີຟ້າແກ່ທີ່ໄດ້ຈາກຕົ້ນຄາມ ໄປຈົນຮອດສີແດງສົດຈາກຕົ້ນຝາງ, ລ້ວນແຕ່ບອກເລົ່າເລື່ອງລາວກ່ຽວກັບຄວາມຮູ້ຂອງຄົນບູຮານທີ່ສືບທອດກັນມາຜ່ານຫຼາຍເຊັ່ນຄົນ. ຄວາມມຸ່ງໝັ້ນຕັ້ງໃຈຂອງ ອອກພົບຕົກ ໃນການໃຊ້ສີຍ້ອມທໍາມະຊາດ ແລະ ວິທີການປະຕິບັດທີ່ຍືນຍົງ ຖືເປັນຫົວໃຈສໍາຄັນໃນພາລະກິດຂອງພວກເຂົາ, ເພື່ອຮັບປະກັນໃຫ້ຜົນງານອັນອ່ອນຊ້ອຍງົດງາມມີຄວາມເປັນມິດຕໍ່ສິ່ງແວດລ້ອມ ລວມທັງຜູ້ຄົນທີ່ຊົມໃຊ້ຜະລິດຕະພັນຂອງ ອອກພົບຕົກ.

 

ເມື່ອເບິ່ງຄືນຫຼັງ 25 ປີ, ຮ້ານອອກພົບຕົກ ບໍ່ພຽງແຕ່ສະເຫຼີມສະຫຼອງຜົນສໍາເລັດໃນຖານະເປັນວິສາຫະກິດເພື່ອສັງຄົມເທົ່ານັ້ນ, ແຕ່ຍັງເປັນມໍລະດົກຕົກທອດທີ່ຍືນຍົງ ໃນນາມສະຖາບັນວັດທະນະທໍານໍາອີກ. ຮ້ານອອກພົບຕົກ ໄດ້ປະກອບສ່ວນຊ່ວຍອະນຸລັກຮັກສາວິທີການຕໍ່າຜ້າແພແບບພື້ນເມືອງ, ສະໜັບສະໜູນຊຸມຊົນຊ່າງຫັດຖະກໍາທີ່ປ່ຽມລົ້ນດ້ວຍຄວາມສາມາດ ພ້ອມທັງເຜີຍແຜ່ໂຄສະນາຄວາມງົດງາມອັນໜ້າອັດສະຈັນ ແລະ ເລື່ອງເລົ່າທີ່ມີຄວາມໝາຍອັນເລິກເຊິ່ງຂອງຜ້າແພທີ່ຕໍ່າດ້ວຍມືຂອງລາວໃຫ້ກາຍເປັນທີ່ຮັບຮູ້ຂອງຊາວໂລກ. ເສັ້ນຝ້າຍ ຫຼື ເສັ້ນໄໝທີ່ສອດປະສານຜ່ານກີ່ຕໍ່າຫູກໃນທີ່ແຫ່ງນີ້ ບໍ່ໄດ້ເປັນພຽງຜືນຜ້າທໍາມະດາເທົ່ານັ້ນ; ແຕ່ຍັງເຊື່ອມໂຍງກັບປະຫວັດສາດ, ຄວາມມຸ່ງໝັ້ນຕັ້ງໃຈຂອງຊຸມຊົນ ແລະ ຄໍາໝັ້ນສັນຍາອັນຈິງໃຈສໍາລັບອະນາຄົດ. ດັ່ງຄໍາເວົ້າໜຶ່ງຂອງ ນາງໂຈ ທີ່ວ່າເສັ້ນຝ້າຍທຸກເສັ້ນລ້ວນແລ້ວແຕ່ບອກເລົ່າເລື່ອງລາວໃນຕົວຂອງມັນ

 

ເມື່ອທ່ານເດີນທາງທ່ອງທ່ຽວເມືອງຫຼວງພະບາງ, ບໍ່ຄວນພາດໂອກາດທີ່ຈະແວ່ຊົມຮ້ານອອກພົບຕົກ ເນື່ອງຈາກເປັນສະຖານທີ່ທີ່ທ່ານສາມາດເຂົ້າຮ່ວມແລກປ່ຽກບົດຮຽນກັບບັນດາຊ່າງຫັດຖະກໍາຜູ້ຊໍານານງານ, ເຊິ່ງຈະເຮັດໃຫ້ທ່ານໄດ້ຮຽນຮູ້ກ່ຽວກັບການຜະລິດຜ້າແພທີ່ຕໍ່າດ້ວຍມື, ຫຼື ທ່ານສາມາດລິ້ມລອງລົດຊາດອາຫານຟິວຊັນຕາເວັນອອກ ແລະ ຕາເວັນຕົກອັນແຊບຊ້ອຍ ທີ່ຮ້ານອາຫານ Silk Road Kitchen. ນອກຈາກນີ້, ທ່ານຍັງສາມາດພັກແຮມໃນຫ້ອງພັກທີ່ຕົກແຕ່ງປະດັບປະດາຢ່າງງົດງາມ ທີ່ Mekong Villa ໄດ້ນໍາອີກ. ທ່ານຄວນຊອກເວລານັ່ງລົດຕຸກຕຸກໄຟຟ້າສີບົວ ເຊິ່ງເປັນເອກະລັກຂອງຮ້ານຈາກໃຈກາງເມືອງ ເພື່ອມຸ່ງໜ້າໄປສໍາຫຼວດສິ່ງຂອງທີ່ວາງສະແດງພາຍໃນ ສູນຫັດຖະກໍາ ອອກພົບຕົກ ພ້ອມສໍາຜັດຄວາມມະຫັດສະຈັນຂອງຜ້າແພລາວດ້ວຍຕົນເອງ. 

 

ເນື່ອງໃນໂອກາດຄົບຮອບ 25 ປີ ຂອງການກໍ່ຕັ້ງສູນຫັດຖະກໍາ ອອກພົບຕົກ,ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານສໍາຄັນໃນຄັ້ງນີ້.

 

ສໍາລັບຂໍ້ມູນເພີ່ມຕື່ມສາມາດເບິ່ງໄດ້ທີ່ ockpoptok.com

ວິທີເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ປາກເຊ, ຮາໂນຍ, ກຸງເທບ, ສຽມຣຽບ ແລະ ຊຽງໃໝ່.

Read More

Related Articles