ເຟັ້ນຫາຄວາມສະຫງົບ ແລະ ຜ່ອນຄາຍທີ່ ໂຮງແຮມ ອາມາຣີ ວຽງຈັນ
ບົດໂດຍ: ເຈສັນ ໂຣລັນ
ພາບໂດຍ: ໂຮງແຮມ ອາມາຣີ ວຽງຈັນ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ໂຮງແຮມ ອາມາຣີ ວຽງຈັນ ພວກເຮົາມຸ່ງໝັ້ນໃນການສ້າງສັນປະສົບການທີ່ໜ້າປະທັບໃຈໃຫ້ກັບແຂກຜູ້ມາຢ້ຽມຢາມ ໂດຍເນັ້ນໃສ່ການຕ້ອນຮັບອັນອົບອຸ່ນ ແລະ ຄວາມອຸດົມສົມບູນດ້ານວັດທະນະທຳ. ໂຄງການນີ້ມີຄວາມສຳຄັນຕໍ່ກັບພວກເຮົາເປັນຢ່າງຍິ່ງ, ເນື່ອງຈາກສະຖານທີ່ນີ້ ໃຫ້ຫຼາຍກວ່າຄຳວ່າໂຮງແຮມແບບທົ່ວໄປ, ສະແດງໃຫ້ເຫັນເຖິງວິໄສທັດໃນການຕ້ອນຮັບແຂກແບບຈິງໃຈ, ເຕັມໄປດ້ວຍຄວາມເອົາໃຈໃສ່, ມໍລະດົກທ້ອງຖິ່ນ ແລະ ການອອກແບບຢ່າງປະນີດ. ພວກເຮົາພາກພູມໃຈທີ່ໄດ້ນຳສະເໜີເລື່ອງລາວສັນລະເສີນຜູ້ຄົນ, ວັດທະນະທຳ ແລະ ຄວາມມີຊີວິດຊີວາຂອງນະຄອນຫຼວງວຽງຈັນ.
ເລີຍອອກໄປໜ້ອຍໜຶ່ງຈາກຖະໜົນທີ່ສະຫງົບງຽບຂອງ ນະຄອນຫຼວງວຽງຈັນ ບ່ອນທີ່ເວລາຄ່ອຍໆໝຸນໄປຕາມຈັງຫວະຂອງມັນເອງ ໄປພ້ອມໆກັບແມ່ນໍ້າຂອງທີ່ໄຫຼມາປະຈົບຢູ່ຫົວມຸມຂອງຕົວເມືອງແຫ່ງນີ້ ຈະມີໂຮງແຮມແຫ່ງໜຶ່ງຕັ້ງຢູ່ທີ່ໄດ້ລວບລວມເອົາຈິດວິນຍານຂອງລາວເຮົາເຂົ້າຢູ່ບ່ອນດຽວຢ່າງງົດງາມ ເຊິ່ງສະຖານທີ່ດັ່ງກ່າວກໍແມ່ນໂຮງແຮມ ອາມາຣີ ວຽງຈັນ ນັ້ນເອງ.
ໂຮງແຮມ ອາມາຣີ ເປັນຫຼາຍກວ່າສະຖານທີ່ພັກຜ່ອນ, ສະຖານທີ່ແຫ່ງນີ້ທີ່ອ້ອມຮອບດ້ວຍທິວທັດແມ່ນໍ້າຂອງສຸດສາຍຕາ ພ້ອມເຮັດໃຫ້ທ່ານສໍາຜັດເຖິງກິ່ນອາຍຄວາມອົບອຸ່ນຈາກມິດໄມຕີຂອງຊາວລາວ. ມັນເປັນດັ່ງກັບວິຫານທີ່ຖືກອອກແບບມາຢ່າງພິຖີພິຖັນ ປະສົມປະສານເຂົ້າກັນກັບຄວາມງົດງາມຂອງວັດທະນະທຳປຽບດັ່ງກັບສາຍແມ່ນ້ຳຂອງທີ່ໄຫຼມາປະຈວບພົບພໍ້ກັນ. ນັບຕັ້ງແຕ່ຊ່ວງເວລາທີ່ແຂກກ້າວຂາຍ່າງເຂົ້າມາດ້ານໃນ, ຮັບຕ້ອນຢ່າງອ່ອນໂຍນໂດຍພະນັກງານທີ່ເປັນມິດ ຈິບເຄື່ອງດື່ມເຢັນໆທີ່ມີກິນຫອມຂອງສະໝຸນໄພພື້ນເມືອງ ທ່ານຈະໄດ້ສໍາຜັດກັບຄວາມຮູ້ສຶກທີ່ບອກກັບທ່ານວ່າ ມາຮອດແລ້ວເດີ ຮອດທັງກາຍກໍ່ຄືຈຸດໝາຍປາຍທາງ ແລະ ຮອດທັງໃຈກໍ່ຄືຄວາມອົບອຸ່ນຄວາມສະດວກສະບາຍທີ່ໄດ້ຮັບ.
ໃນຈໍານວນ 248 ຫ້ອງ ຂອງໂຮງແຮມແຫ່ງນີ້ ບາງຫ້ອງກໍ່ຈະເຫັນວິວແມ່ນໍ້າຂອງທີ່ໄຫຼຜ່ານສຸດສາຍຕາ, ບາງຫ້ອງກໍຈະໄດ້ເຫັນວິວຕົວເມືອງທີ່ລຽບງ່າຍບໍ່ມີຕຶກສູງເຊິ່ງເປັນມົນສະເໜ່ຂອງເມືອງວຽງຈັນ ເປັນອາຄານທີ່ຖືກສ້າງມາພິເສດບໍ່ພຽງແຕ່ເພື່ອຄວາມສະດວກສະບາຍເທົ່ານັ້ນ ແຕ່ເພື່ອຄວາມສະຫງົບທາງອາລົມຈິດໃຈໄປພ້ອມ. ການຕົບແຕ່ງແບບອົບອຸ່ນ, ປະດັບປະດາດ້ວຍແຜ່ນແພທີ່ອ່ອນນຸ້ມ ແລະ ລວດລາຍທ້ອງຖິ່ນໄດ້ສະທ້ອນເຖິງຄວາມທີ່ບໍ່ຮີບຮ້ອນຂອງຕົວເມືອງແຫ່ງນີ້. ນອກນີ້ ທາງໂຮງແຮມກໍ່ຍັງມີ ຄຣັບ ນາວາ (Club Nava), ຫ້ອງເລົ້າຈ໌ແບບວີໄອພີທີ່ຕັ້ງຢູ່ເທິງຊັ້ນທີ 15 ພ້ອມວິວທິວທັດທຸກມຸມຂອງຕົວເມືອງ ທີ່ເຫັນຍາວຈົນສຸດຫາງຕາ ແລະ ບັນຍາກາດແບບສຸດພິເສດໃນການຮັບປະທານອາຫານເຊົ້າຕອນຕາເວັນຂຶ້ນ, ດື່ມດໍ່າຈິບຊາໃນຕອນບ່າຍ, ປິດທ້າຍດ້ວຍຄັອກເທວໃນຕອນແລງ – ແຕ່ລະຊ່ວງເວລາເປັນການເນັ້ນຢໍ້າວ່າຄວາມຫຼູຫຼາກໍ່ເຮັດໃຫ້ຮູ້ສຶກສໍາຜັດໄດ້ເຖິງຄວາມສະດວກສະບາຍອົບອຸ່ນຄືກັບເຮືອນຂອງເຮົາເລີຍ.
ສໍາລັບຜູ້ມັກຮັກໃນການລີ້ມລອງອາຫານ, ຫ້ອງອາຫານ ອາມາຢາ (Amaya) ພ້ອມໃຫ້ບໍລິການປະສົບການທີ່ຫຼາຍກວ່າການຮັບປະທານອາຫານແບບທົ່ວໄປໃຫ້ແກ່ທ່ານ. ຫ້ອງອາຫານແຫ່ງນີ້ໄດ້ຮັບແຮງບັນດານໃຈຈາກອາຫານຕາມແຄມທາງ ຫຼື ສະຕຣີດຟູດຈາກ ອາຊີຕາເວັນອອກສຽງໃຕ້ ທີ່ມີຄວາມຫຼາກຫຼາຍມີສີສັນຊີວິດຊີວາ. ຫ້ອງອາຫານແຫ່ງນີ້ໃສ່ໃຈຕໍ່ລົດຊາດ ແລະ ຄວາມສົດໃໝ່ໂດຍມີອາຫານເຊົ້າເປັນຈຸດຂາຍທີ່ເດັ່ນກວ່າໝູ່ ທ່ານລອງຈິນຕະນາການເບິ່ງເດີວ່າມີທັງຖ້ວຍເຂົ້າປຽກຮ້ອນໆແບບມີອາຍລອຍຂຶ້ນຟ້າ, ເຂົ້າໜົມຄຣົວຊອງຫອມມັນ, ໝາກໄມ້ເຂດຮ້ອນນາໆຊະນິດ ແລະ ຜູ້ຄົນມານັ່ງຊິວໆເມົ້າມອຍກັບຄົນຮູ້ໃຈເພື່ອເລີ່ມຕົ້ນວັນໃໝ່ຢ່າງສົດໃສ. ສະຖານີອາຫານທີ່ກະກຽມປຸງແຕ່ງອາຫານສົດຮ້ອນພ້ອມໃຫ້ບໍລິການອາຫານທ້ອງຖິ່ນ ແລະ ສາກົນພ້ອມນຳສະເໜີລົດຊາດທີ່ແຊບຊ້ອຍໃຫ້ກັບທ່ານຕະຫຼອດວັນ.
ເມື່ອຄ້ອຍຄໍ່າຍາມແລງ ຕາເວັນກໍາລັງລັບຟ້າ ແຂກທີ່ມາພັກມາໃຊ້ບໍລິການກໍ່ເລີ່ມພາກັນຂຶ້ນມາທີ່ ຣູບທ໋ອບບາ ສະເຕນລ້າ (Stellar) ເພື່ອເບິ່ງຕາເວັນຕົກດິນ ພ້ອມດື່ມດໍ່າກັບຄັອກເທວທີ່ຖືກລັງສັນຂຶ້ນມາແບບສະເພາະ ແລະ ທ້ອງຟ້າທີ່ສີແດງອ່ອນອອກບົວໆ ພາໃຫ້ແຂກໄດ້ຊຶມຊັບເອົາບັນຍາກາດຂອງຕົວເມືອງ ແລະ ແມ່ນ້ຳ, ຟັງສຽງເພງນຸ້ມໆ ແລະ ລົມພັດເບົາໆເຢັນສະບາຍ. ຊ່ວງເວລານີ້ ເມື່ອແນມລົງໄປຕົວເມືອງທີ່ຢູ່ດ້ານລຸ່ມ ທ່ານຈະໄດ້ເຫັນພາບຄວາມງາມທີ່ແທ້ຈິງຂອງ ນະຄອນຫຼວງວຽງຈັນ.
ແຕ່ ໂຮງແຮມ ອາມາຣີ ວຽງຈັນເຮົາ ບໍ່ມີແຕ່ຄວາມງຽບສຸກຂຸມເທົ່ານັ້ນ. ພາຍໃຕ້ຮູບລັກພາຍນອກທີ່ລຽບໆງຽບໆນີ້ ພາຍໃນຍັງມີຫ້ອງປະຊຸມໃຫຍ່ ສິນໄຊ ທີ່ກວ້າງຂວາງຕະການຕາສາມາດຮອງຮັບການຈັດງານຕ່າງໆໄດ້ທຸກຮູບແບບ ນັບຕັ້ງແຕ່ກອງປະຊຸມທາງການທູດໄປຈົນເຖິງງານແຕ່ງງານທີ່ອະລັງການ ພ້ອມນີ້ຍັງມີຫ້ອງປະຊຸມຂະຫນາດນ້ອຍທີ່ສາມາດຈັດປະຊຸມຍ່ອຍໄວ້ໃຫ້ນໍາໃຊ້ ສະທ້ອນໃຫ້ເຫັນເຖິງຄວາມພ້ອມຂອງໂຮງແຮມໃນການຕ້ອນຮັບແຂກລະດັບສູງຈາກທົ່ວໂລກ.
ນອກຈາກນັ້ນ ຖ້າເບິ່ງຫາຄວາມງຽບສະຫງົບ ທ່ານຈະພົບໄດ້ທຸກບ່ອນ. ເລີ່ມຈາກສະລອຍນ້ຳກາງແຈ້ງແບບອິນຟິນິຕີ້ ໄວ້ໃຫ້ແຊ່ນໍ້າຊິວໆໜີຈາກຄວາມວຸ້ນວາຍທີ່ເມື່ອແນມເບິ່ງແລ້ວຄືດັ່ງກັບກໍາລັງລອຍແມ່ນໍ້າຂອງຢູ່, ຕໍ່ມາກໍ່ຈະແມ່ນ ບຣີດສ໌ ສະປາ ທີ່ຊ່ວຍທ່ານຜ່ອນຄາຍຈິດໃຈມີຄວາມອົບອຸ່ນ ແລະ ລຽບງ່າຍ ນໍາມາໃຫ້ແຂກໄດ້ຟື້ນຟູພະລັງງານກັບຄືນມາເຕັມທີ່. ນອກນີ້ ກໍ່ຍັງມີສູນອອກກໍາລັງກາຍ FIT ທີ່ຕົບແຕ່ງແບບຮັບແສງທໍາມະຊາດເຂົ້າມາ ບວກໃສ່ກັບວິວແມ່ນໍ້າເຮັດໃຫ້ການອອກກໍາລັງກາຍຂອງທ່ານເພີດເພີນປານວ່າກໍາລັງນັ່ງສະມາທິຢູ່.
ພາຍໃນໂຕຂອງໂຮງແຮມເອງກໍ່ໄດ້ສະແດງຈຸດຢືນຜ່ານການມອບປະສົບການດ້ານຄວາມຍືນຍົງໃຫ້ຜູ້ມາໃຊ້ບໍລິການທຸກທ່ານອອກມາຢ່າງເຕັມທີ່. ພຣາດສ໌ຕິກປະເພດທີ່ໃຊ້ຄັ້ງດຽວແລ້ວຖີ້ມແມ່ນຖືກຈໍາກັດໃຫ້ມີໜ້ອຍທີ່ສຸດ. ວັດຖຸດິບປຸງແຕ່ງອາຫານຈາກທ້ອງຖິ່ນ ເຊັ່ນ: ຫົວສິງໄຄ, ຂ່າ, ເຂົ້າໜຽວ ທີ່ຄັດສັນມາຢ່າງດີຈາກຟາມ ແລະ ຊາວກະສິກອນທ້ອງຖິ່ນກໍລ້ວນແຕ່ຖືກນໍາສະເໜີຢ່າງພົ້ນເດັ່ນເທິງເມນູອາຫານ ໄປຈົນເຖິງການອອກແບບພາຍໃນທີ່ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ຊຸມຊົນ ແລະ ວັດທະນະທໍາ ທັງເປັນການສະແດງຄວາມເຄົາລົບຕໍ່ຄວາມງຽບສະຫງົບຂອງຕົວເມືອງວຽງຈັນ ແທນທີ່ຈະພະຍາຍາມເອົາສິ່ງແປກໃໝ່ທີ່ແຕກໂຕນໃສ່ເຂົ້າໄປ.
ໃນເມືອງທີ່ງຽບສະຫງົບຈົນເອີ້ນໄດ້ວ່າມີສຽງກະຊິບຫຼາຍກວ່າສຽງຮ້ອງໃສ່ກັນ. ໂຮງແຮມ ອາມາຣີ ວຽງຈັນ ໄດຕັ້ງໃຈຮັບຟັງ ແລະ ຕອບຮັບຕໍ່ເອກະລັກຂອງຕົວເມືອງແຫ່ງນີ້ຢ່າງສະຫງ່າງາມ. ໂຮງແຮມແຫ່ງນີ້ບໍ່ແມ່ນເປັນພຽງຈຸດສູນລວມທີ່ຖືກສ້າງຂຶ້ນດ້ວຍແທ່ງເຫຼັກ ແລະ ຫີນປູນເທົ່ານັ້ນ ແຕ່ມັນເປັນສະຖານທີ່ແຫ່ງຄວາມຮູ້ສຶກນຶກຄິດ ເປັນບ່ອນທີ່ແມ່ນໍ້າໄຫຼຜ່ານ ແລະ ເວລາລ່ອງລອຍໄປຢ່າງຊ້າໆ ເຊື້ອເຊີນບັນດາທ່ານໃຫ້ລອງມາຮູ້ຈັກສໍາຜັດກັບ ນະຄອນຫຼວງວຽງຈັນ ໃນຮູບແບບທີ່ບໍ່ແມ່ນເປັນພຽງສະຖານທີ່ໃຫ້ນັກທ່ອງທ່ຽວທີ່ມາຢາມເທົ່ານັ້ນ ແຕ່ໃຫ້ຄວາມຮູ້ສືກຄືການກັບມາສູ່ອ້ອມກອດຂອງເຮືອນຊານບ້ານຊ່ອງຕົນເອງ.
ສໍາລັບລາຍລະອຽດການຈອງ ຫຼື ຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່ amari.com/vientiane.
ວິທີເດີນທາງ:
ການບິນລາວມີຖ້ຽວບິນສໍາລັບເດີນທາງໄປທີ່ ນະຄອນຫຼວງວຽງຈັນ ຜ່ານສະໜາມບິນພາຍໃນປະເທດ ແລະ ໃນພາກພື້ນໄວ້ໃຫ້ບໍລິການທ່ານ.