ແສງໄຟ ທີ່ມາພ້ອມກັບຄວາມຕື່ນເຕັ້ນ

Author:

Category:

spot_img
A fireboat takes to the Mekong

 

ສີສັນເມືອງລາວພາຍຫຼັງສິ້ນສຸດໄລຍະເຂົ້າພັນສາ

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ເມື່ອຮອດຊ່ວງເວລາໜຶ່ງ, ຂະນະທີ່ງານບຸນເຂົ້າພັນສາກໍາລັງຈະສິ້ນສຸດລົງໃນຊ່ວງເດືອນຕຸລາຂອງທຸກໆປີ ແລະ ປະຊາຊົນຄົນລາວກໍປາກົດວ່າຮູ້ສຶກໂລ່ງອົກໂລ່ງໃຈຫຼາຍຂຶ້ນ. ສາຍຝົນໄດ້ພັດພາແມ່ນໍ້າຂອງໃຫ້ອັ່ງລົ້ນຈົມເຕັມຝັ່ງທັງສອງຟາກ, ຂະນະທີ່ອາກາດເລີ່ມຮ້ອນຂຶ້ນ ສົ່ງແສງສີທອງທົ່ວທຸກສາລະທິດ, ແລະ ທົ່ວປະເທດຕ່າງກໍຫ້າງຫາກະກຽມຈັດງານບຸນສະເຫຼີມສະຫຼອງກັນຢ່າງຍິ່ງໃຫຍ່ຟົດຟື້ນ, ທ່າມກາງແສງສີຕາມສາຍນໍ້າ, ແປວໄຟ ແລະ ຄວາມເຫຼື້ອມໃສສັດທາ.

 

ສໍາລັບມື້ທີ່ເປັນສີລິມຸງຄຸນດຽວກັນຂອງປີນີ້ ແມ່ນກົງກັບວັນທີ 8 ຕຸລາ ພາຍຫຼັງການບໍາເພັນພຽນພາວະນາໄລຍະສາມເດືອນສິ້ນສຸດລົງ, ເທສະການທີ່ໜ້າຫຼົງໄຫຼຂອງລາວທັງ 2 ງານກໍເລີ່ມຕົ້ນຂຶ້ນທີ່ແຄມຝັ່ງແມ່ນໍ້າຂອງ ເຊິ່ງເປັນສາຍນໍ້າທີ່ໃຫຍ່ທີ່ສຸດໃນລາວ. ເມື່ອຫວນກັບມາທີ່ແຂວງຫຼວງພະບາງ, ເມືອງຫຼວງບູຮານແຫ່ງນີ້ໄດ້ກາຍເປັນດິນແດນມະຫັດສະຈັນແຫ່ງຮຸ່ງສະຫຼົວ. ຢູ່ຫ່າງຈາກເມືອງຫຼວງພະບາງໄປທາງທິດໃຕ້ພຽງ 40 ນາທີເມື່ອເດີນທາງໂດຍເຮືອບິນ, ກໍມີນະຄອນຫຼວງວຽງຈັນທີ່ພວມຟົດສະນັ່ນດ້ວຍສຽງເຮືອຊ່ວງປະສານກັບສຽງໂຮ່ຮ້ອງຂອງບັນດານັກຊົມ-ເຊຍຢູ່ແຄມຝັ່ງແມ່ນໍ້າ, ແຕ່ການສະເຫຼີມສະຫຼອງງານບຸນດັ່ງກ່າວໃນແຕ່ລະຄັ້ງ ລ້ວນແຕ່ສະທ້ອນໃຫ້ເຫັນເຖິງຈິດວິນຍານຂອງປະຊາຊົນລາວທີ່ສະແດງອອກໃນຫຼາຍແງ່ມຸມ.

 

ພາບບັນຍາກາດບຸນໄຫຼເຮືອໄຟຢູ່ຫຼວງພະບາງ

 

ຫຼວງພະບາງ: ບ່ອນເຊິ່ງແສງໄຟລອຍລ່ອງເທິງໜ້ານໍ້າ

ບໍ່ມີສິ່ງໃດທີ່ຈະສາມາດກະກຽມຄວາມພ້ອມໃນການຕ້ອນຮັບແຂກບ້ານແຂກເມືອງທີ່ເດີນທາງມາທ່ຽວຊົມຫຼວງພະບາງໄດ້ຢ່າງສົມບູນແບບທຽມທັນເທົ່າງານບຸນໄຫຼເຮືອໄຟ. ໃນຂະນະທີ່ດວງຕາເວັນພວມລາລັບສູ່ຂອບຟ້າຟາກໜ່ວຍພູສູງເດັ່ນເໜືອເມືອງມໍລະດົກໂລກຂອງອົງການ UNESCO ແຫ່ງນີ້, ກໍມີບາງສິ່ງທີ່ໜ້າອັດສະຈັນໄດ້ເລີ່ມປາກົດຕົວຂຶ້ນ. ການທີ່ແສງໄຟຟ້າຈະຄ່ອຍດັບມອດລົງເທື່ອລະດວງນັ້ນ ບໍ່ແມ່ນເຫດການບັງເອີນແຕ່ຢ່າງໃດ ແຕ່ເປັນຍ້ອນຄວາມຕັ້ງໃຈຂອງຜູ້ຄົນໃນທີ່ນັ້ນເອງ. ວັດວາອາຮາມທຸກໆແຫ່ງ, ຕະຫຼອດຮອດຮ້ານຄ້າ, ບ້ານເຮືອນທຸກຫຼັງຕ່າງກໍພາກັນປະຖິ້ມແສງອັນເຈີດຈ້າຂອງດວງໄຟສະໄໝໃໝ່ ພ້ອມກ້າວເຂົ້າສູ່ແສງທຽນ ແລະ ໂຄມໄຟເຈ້ຍ ເຊິ່ງແຜ່ແສງພໍຮິບຮີ່. ຈາກນັ້ນ, ຕົວເມືອງທັງໝົດກໍກັບກາຍມາເປັນຜົນງານສິລະປະທີ່ມີຊີວິດຊີວາ ແລະ ມີລົມຫັນໃຈ.

 

ເມື່ອເລີ່ມພິທີຂະບວນແຫ່ເຮືອໄຟ, ປະຊາຊົນຈາກບ້ານຕ່າງໆຈະນໍາເອົາເຮືອໄຟທີ່ພວກຕົນປະດິດຂຶ້ນດ້ວຍຄວາມພາກພູມໃຈ ທັງເປັນທີ່ຮັກຫອມປຽບສະເໝືອນລູກຫຼານຄີງໆຂອງພວກຕົນນັ້ນມາອວດຮູບໂສມໃຫ້ປວງຊົນເຊີຍຊົມ. ເຮືອເຫຼົ່ານີ້ບໍ່ໄດ້ເປັນພຽງເຮືອທໍາມະດາທົ່ວໄປ, ແຕ່ເປັນຜົນງານອັນເດັ່ນສະຫງ່າ ທີ່ສະແດງໃຫ້ເຫັນເຖິງຄວາມເຫຼື້ອມໃສສັດທາຂອງພໍ່ແມ່ປະຊາຊົນລາວ, ເຊິ່ງອົງປະກອບຂອງເຮືອປະເພດດັ່ງກ່າວແມ່ນ: ໂຄງໄມ້ໃຜ່ທີ່ຫໍ່ຫຸ້ມດ້ວຍເຈ້ຍສີ, ທັງປະດັບປະດາດ້ວຍຮູບສັດ 12 ລາສີ ຄ້າຍກັບວ່າຈະເປັ່ງແສງອອກມາຈາກຂ້າງໃນ. ເຮືອບາງລໍາກໍມີລັກສະນະທໍາມະດາແຕ່ແຝງຊ້ອນຄວາມງົດງາມ, ຂະນະທີ່ເຮືອບາງລໍາກໍເປັນຜົນງານຊັ້ນເອກໃນຮູບແບບສິລະປະບາໂຣກ (baroque) ໂດຍໃຊ້ເວລາໃນການປະດິດສ້າງເປັນຫຼາຍເດືອນ.

 

ຂະບວນແຫ່ເຮືອໄຟ ເມື່ອເບິ່ງອີກມຸມໜຶ່ງກໍບໍ່ຕ່າງຫຍັງກັບສາກສະແດງລະຄອນເວທີ. ສຽງກອງກະທົບກັບສຽງຂັບລໍາພື້ນເມືອງດ້ວຍຈັງຫວະທີ່ມ່ວນອອນຊອນ, ຂະນະທີ່ສຽງເພງພື້ນເມືອງໃນເວລາໃດກໍດັງກ້ອງກັງວານຢູ່ທົ່ວເສັ້ນທາງສາຍນີ້ມາຫຼາຍສະຕະວັດ. ຂະບວນແຫ່ເຄື່ອນທີ່ຢ່າງຊ້າໆຄ້າຍຄືກັບຢູ່ໃນຄວາມຝັນ, ໂດຍເປີດໂອກາດໃຫ້ສາມາດດື່ມດໍາກັບທຸກລາຍລະອຽດໄດ້ເປັນຢ່າງດີ. ບັນດາເດັກນ້ອຍກໍພາກັນຍ່າງຕາມຫຼັງຂະບວນແຫ່ ໃນມືຖືດອກໄມ້ໄຟ ທັງສົ່ງສຽງຫົວຢອກໄຍກັນຢ່າງມ່ວນຊື່ນ ເຮັດໃຫ້ພາບບັນຍາກາດຟົດຟື້ນຍິ່ງຂຶ້ນ.

 

ພາບອັນງົດງາມຕະການຕາດັ່ງກ່າວຍັງຄົງດໍາເນີນຕໍ່ໄປຈົນຮອດແມ່ນໍ້າ, ເມື່ອເຮືອໄຟລໍາທໍາອິດຖືກປ່ອຍລົງສູ່ໜ້ານໍ້າອັນມືດມິດຂອງແມ່ນໍ້າຂອງ, ປາກົດວ່າຊ່ວງເວລາໄດ້ຢຸດນິ້ງໄປຊົ່ວຂະນະໜຶ່ງ. ແສງໄຟເລີ່ມສະທ້ອນອອກມາ ແລະ ທະວີຄູນຂຶ້ນເທິງໜ້ານໍ້າ, ກໍ່ກໍາເນີດກຸ່ມແສງຮິບຮີ່ທີ່ລອຍລ່ອງຕາມສາຍນໍ້າ ປຽບດັ່ງດວງດາວທີ່ຕົກຫຼົ່ນລົງມາຈາກເທິງຟ້າ. ເມື່ອເຝົ້າເບິ່ງພິທີກໍາພື້ນເມືອງທີ່ພວມລອຍລ່ອງລັກສະນະນີ້, ຈະຊ່ວຍໃຫ້ທ່ານສາມາດເຂົ້າໃຈເຖິງເຫດຜົນທີ່ປະຊາຊົນລາວພາກັນເຊື່ອວ່າ ບັນດາເຮືອໄຟເຫຼົ່ານີ້ຈະຊ່ວຍປັດເປົ່າສິ່ງບໍ່ດີທັງປວງໃຫ້ໄຫຼໜີໄປກັບສາຍນໍ້າ ພ້ອມນໍາພາແຕ່ສິ່ງດີໆ, ມີສີລິມຸງຄຸນມາສູ່ປວງຊົນໃນປີຕໍ່ໄປ.

 

ພິທີກໍາດັ່ງກ່າວບໍ່ພຽງແຕ່ເປັນການສະແດງອັນໜ້າຕື່ນຕາຕື່ນໃຈເທົ່ານັ້ນ, ແຕ່ຍັງເປັນພິທີກໍາສັກສິດທີ່ເປີດໂອກາດໃຫ້ທຸກຄົນມີສ່ວນຮ່ວມນໍາອີກ. ເຮືອໄຟເຫຼົ່ານີ້ ຖືເປັນເຄື່ອງບູຊາເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ແມ່ນໍ້າລໍາທານ ທີ່ຫຼໍ່ລ້ຽງຊີວິດຊາດຂອງຜູ້ຄົນ. ການໄດ້ປະສົບພົບພໍ້ກັບການລວມຕົວກັນຂອງຊຸມຊົນຈາກຫຼາຍບ້ານ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ແມ່ນໍ້າ ຖືເປັນພາບທີ່ໜ້າປະທັບໃຈແບບຫາອັນປຽບບໍ່ໄດ້ ທ່າມກາງຍຸກສະໄໝທີ່ນັບມື້ນັບຂາດການເຊື່ອມໂຍງກັບທໍາມະຊາດຫຼາຍຂຶ້ນເລື້ອຍໆ.

ຊາວບ້ານແຫ່ເຮືອໄຟໄປຫາແມ່ນໍ້ຳຂອງ

ນະຄອນຫຼວງວຽງຈັນ: ຫົວໃຈທີ່ພວມເຕັ້ນແຮງ ແລະ ເຕັມໄປດ້ວຍຄວາມສຸກ

ເມື່ອເຫັນເຮືອລອຍລ່ອງຕາມກະແສນໍ້າໃນນະຄອນຫຼວງວຽງຈັນ, ເຮັດໃຫ້ເກີດມີຄວາມຮູ້ສຶກເຖິງຄວາມແຕກຕ່າງກັນຢ່າງເຫັນໄດ້ຊັດເຈນເມື່ອທຽບກັບຂະບວນເຮືອໄຟທີ່ພວມໄຫຼລ່ອງຢູ່ເທິງໜ້ານໍ້າທາງພາກເໜືອ ແຕ່ທັງສອງລ້ວນແຕ່ສ້າງຄວາມຫຼົງໄຫຼໄດ້ເທົ່າກັນ. ໃນມື້ດຽວກັບບຸນໄຫຼເຮືອໄຟຢູ່ແຂວງຫຼວງພະບາງ, ກໍມີງານບຸນຊ່ວງເຮືອທ່າວັດຈັນ (ນະຄອນຫຼວງວຽງຈັນ) ເຊິ່ງຈັດຂຶ້ນຢ່າງຄຶກຄື້ນ ແລະ ງົດງາມ, ຜູ້ຄົນນັບພັນມາບຽດສີກັນຢູ່ແຄມຝັ່ງແມ່ນໍ້າຂອງ, ທ່າມກາງບັນຍາກາດທີ່ໂອບລ້ອມດ້ວຍກິ່ນທູບຫອມ, ຂະນະທີ່ແມ່ນໍ້າຂອງເຊິ່ງໄດ້ກາຍມາເປັນສະໜາມຊ່ວງເຮືອ ທີ່ເຕັມໄປດ້ວຍສຽງໂຮ່ຮ້ອງຢ່າງມ່ວນຊື່ນຂອງຊາວບ້ານ.

 

ການເດີນທາງມາຮອດສະຖານທີ່ຊ່ວງເຮືອຕັ້ງແຕ່ເຊົ້າໆ ບໍ່ໄດ້ໝາຍຄວາມວ່າຈະໄດ້ນັ່ງຊົມການແຂ່ງເຮຶອຍາວໂດຍກົງໃນທັນທີ ເນື່ອງຈາກກິດຈະກໍາຊ່ວງເຮືອຍາວແມ່ນຈັດຂຶ້ນໃນຕອນບ່າຍ, ແຕ່ກໍໄດ້ສໍາຜັດກັບບັນຍາກາດອັນໜ້າປະທັບໃຈເປັນການທົດແທນ. ເຮືອຍາວແຕ່ລະລໍາຈະຖືກຕົກແຕ່ງບໍ່ຕ່າງຫຍັງກັບສວນດອກໄມ້ລອຍຟ້າ ໂດຍປະດັບປະດາດ້ວຍດອກໄມ້, ທຸງ, ແລະ ປ້າຍຊື່ ເພື່ອປະກາດໃຫ້ຮູ້ກ່ຽວກັບໝູ່ບ້ານ, ວັດ ຫຼື ອົງກອນທີ່ເປັນຕົວແທນໃຫ້ແກ່ເຮືອລໍາດັ່ງກ່າວ. ບັນດາສີພາຍຈະນຸ່ງຊຸດສີດຽວກັນໝົດທີມ ແລະ ມາພ້ອມກັບສຽງສວດມົນ ເຊິ່ງເປັນມົນຄາຖາທີ່ໄດ້ຈາກຄູບາອາຈານຜູ້ຊົງຄຸນວຸດທິ ເພື່ອສ້າງຄວາມແຂງແກ່ນທາງຈິດວິນຍານໃຫ້ແກ່ທີມສີພາຍ ແລະ ສ້າງຄວາມເກງຂາມໃຫ້ແກ່ຜູ້ເຂົ້າຮ່ວມແຂ່ງຂັນ. ທ່ານສາມາດສໍາຜັດໄດ້ເຖິງພະລັງອັນຍິ່ງໃຫຍ່ ເຊິ່ງເປັນຜົນມາຈາກການກະກຽມຝຶກຊ້ອມ ບວກກັບຄວາມຕັ້ງໃຈທີ່ສະສົມມາເປັນເວລາຫຼາຍເດືອນ.

 

ເມື່ອການແຂ່ງຂັນເຮືອຊ່ວງເລີ່ມເປີດສາກຂຶ້ນ, ແຄມຝັ່ງແມ່ນໍ້າຂອງກໍຈະໄດ້ຍິນແຕ່ສຽງໂຮ່ຮ້ອງຂອງບັນດາກອງເຊຍແຕ່ລະຝ່າຍ. ກອງເຊຍນັບພັນຄົນສົ່ງສຽງປະສານກຶກກ້ອງ, ສຽງກອງດັງເປັນຈັງຫວະ ຂະນະທີ່ເຮືອຊ່ວງກໍມຸ່ງໜ້າສູ່ເສັ້ນໄຊດ້ວຍໃຈອັນຈົດຈໍ່ຂອງບັນດາສີພາຍທີ່ສາມັກຄີກັນແກວ່ງໄກວໄມ້ພາຍທວນຕາມກະແສນໍ້າຢ່າງສະຫງ່າງາມ ທັງໜ້າປະຫຼາດໃຈ. ບັນດາສີພາຍຊາຍ, ສີພາຍຍິງ ແລະ ສີພາຍຍິງ-ຊາຍ ຕ່າງກໍໄດ້ຮັບຊ່ວງເວລາທີ່ໜ້າຈົດຈໍາ. ຜູ້ຊະນະການແຂ່ງຂັນ ບໍ່ພຽງແຕ່ໄດ້ຮັບຂັນລາງວັນເທົ່ານັ້ນ; ແຕ່ພວກເຂົາຍັງໄດ້ຮັບສິດໃນການອວດອ້າງຜົນງານເຊິ່ງຈະສືບຕໍ່ຄົງຢູ່ຈົນຮອດງານບຸນຊ່ວງເຮືອນປີຖັດໄປ.

 

ນອກຈາກການແຂ່ງຂັນເຮືອຊ່ວງແລ້ວ, ຍັງມີກິດຈະກໍາພາເພີນຕ່າງໆ ເຊັ່ນ: ການລິ້ມລອງກັບລົດຊາດຂອງປີ້ງໄກ່ກັບເຂົ້າຫຼາມ ເຊິ່ງປີ້ງຢ້າງໃສ່ເຕົາຖ່ານຕັ້ງລຽນລາຍຕາມຮ້ານນ້ອຍແຄມທາງ, ພວກເດັກນ້ອຍກໍເພີດເພີນກັບເຄື່ອງຫຼິ້ນປະເພດຕ່າງໆ ບໍ່ວ່າຈະເປັນມ້າໝູນ ຫຼື ອື່ນໆ, ສ່ວນພະສົງສາມະເນນກໍມີພິທີຜູກແຂນອວຍພອນແກ່ອອກຕົນຍາດໂຍມ ພ້ອມຍັງມີຄອນເສີດກາງແຈ້ງທີ່ໃຫ້ບັນເລງເພງຢ່າງມ່ວນຊື່ນ ເພີ່ມບັນຍາກາດໃຫ້ແກ່ການສະເຫຼີມສະຫຼອງງານບຸນຄຶກຄື້ນຕະຫຼອດຄືນ.  ກິ່ນຫອມຂອງທູບທຽນ ປະສົມປະສານກັບກິ່ນເຂົ້າໜົມຈືນກ້ວຍ ແລະ ປິດທ້າຍງານດ້ວຍແສງສີຈາກການຈູດພຸ ຫຼື ດອກໄມ້ໄຟ.

Fireboats are lit totally by candles and lanterns

ນໍ້າສອງສາຍຫຼອມລວມເປັນຫົວໃຈດຽວກັນ

ສິ່ງທີ່ສາມາດດຶງດູດໃຈຜູ້ເຂົ້າຮ່ວມງານຫຼາຍທີ່ສຸດກ່ຽວກັບງານບຸນຄູ່ແຝດດັ່ງກ່າວກໍຄື ງານບຸນທັງສອງລ້ວນແຕ່ມີສ່ວນກ່ຽວພັນທັງຕື່ມເຕັມເຂົ້າກັນຢ່າງສົມບູນແບບ. ຂະນະທີ່ຫຼວງພະບາງໄດ້ມອບປະສົບການແຫ່ງການຄິດພິຈາລະນາ ແລະ ຄວາມເຊື່ອມໂຍງທາງຈິດວິນຍານ; ທັງຖືເປັນໂອກາດສໍາລັບການຜ່ອນຄາຍ ແລະ ຈົດຈໍາສິ່ງສໍາຄັນຢ່າງແທ້ຈິງ. ສ່ວນນະຄອນຫຼວງວຽງຈັນກໍໄດ້ມອບສານແຫ່ງຄວາມສຸກອັນບໍລິສຸດ ແລະ ການສະເຫຼີມສະຫຼອງຮ່ວມກັນ ເຊິ່ງເປັນສັນຍານເຕືອນໃຈໃຫ້ສາມາດຄິດໄດ້ວ່າ ຊີວິດຄວນດໍາລົງຄົງຢູ່ດ້ວຍຄວາມປາຖະໜາ ແລະ ມີເປົ້າໝາຍທີ່ແນ່ນອນ.

 

ງານບຸນທັງສອງລ້ວນແຕ່ມີຄວາມໝາຍອັນເລິກເຊິ່ງຮ່ວມກັນ ນັ້ນກໍຄື: ການສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ເຈົ້າແມ່ຄົງຄາທີ່ສະຖິດຢູ່ໃນແມ່ນໍ້າຂອງ ເຊິ່ງເປັນສາຍນໍ້າທີ່ຫຼໍ່ລ້ຽງຊີວິດປະຊາຊົນພາຍໃນຊາດ, ລວມທັງການເຄົາລົບນັບຖືຮີດຄອງປະເພນີທີ່ເຊື່ອມໂຍງເອົາຊຸມຊົນເຂົ້າຫາກັນ ແລະ ຄວາມເຂົ້າໃຈທີ່ວ່າ ຄວາມສຸກອັນຍິ່ງໃຫຍ່ທີ່ສຸດໃນຊີວິດກໍແມ່ນການປ່ອຍວາງປະຊາຊົນລາວບໍ່ພຽງແຕ່ຈັດງານບຸນສະເຫຼີມສະຫຼອງມື້ສິ້ນສຸດຂອງວັນເຂົ້າພັນສາເທົ່ານັ້ນ, ແຕ່ຍັງມີການໄຕ້ເຮືອໄຟ, ຊ່ວງເຮືອ, ຮ້ອງລໍາທໍາເພງ ແລະ ແບ່ງປັນຄວາມສຸກ, ຄວາມເຄົາລົບນັບຖື ປຽບດັ່ງສາຍນໍ້າທີ່ບໍ່ເຄີຍຢຸດໄຫຼ.

 

Rowers must paddle hard and fast to win
A carnival sets up in time for the boat races

 

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປນະຄອນຫຼວງວຽງຈັນ ແລະ ຫຼວງພະບາງທຸກວັນ ໂດຍມີປາຍທາງຈາກຫຼາຍຕົວເມືອງໃນລາວ ແລະ ທົ່ວພາກພື້ນ

Read More

Related Articles