ລັດວິສາຫະກິດ ການບິນລາວ ປະກາດຮັບເຮືອບິນໂດຍສານລຸ້ນ C909 ຂອງບໍລິສັດເຮືອບິນທຸລະກິດຈີນ ຫຼື ບໍລິສັດ COMAC ເຂົ້າປະຈໍາກອງບິນຂອງຕົນ. ເຮືອບິນໂດຍສານລໍາໃໝ່ນີ້ ໄດ້ຮັບການຂຶ້ນທະບຽນດ້ວຍລະຫັດ RDPL-34229, ມີ 90 ບ່ອນນັ່ງ ເຊິ່ງເປັນບ່ອນນັ່ງຊັ້ນປະຢັດທັງໝົດ ໂດຍຕົກແຕ່ງດ້ວຍສີຟ້າຂາວ ແລະ ສີຂຽວ ອັນເປັນເອກະລັກຂອງສາຍການບິນ, ຢູ່ສ່ວນຫາງເຮືອບິນໄດ້ພິມດອກຈຳປາ ເຊິ່ງເປັນດອກໄມ້ປະຈໍາຊາດຂອງລາວ.
ໃນພິທີເປີດໂຕເຮືອບິນໂດຍສານລໍາດັ່ງກ່າວ, ຜູ້ຕາງໜ້າສາຍການບິນໄດ້ກ່າວຢໍ້າວ່າ ການເພີ່ມເຮືອບິນໂດຍສານລຸ້ນ C909 ຖືເປັນຄວາມກ້າວໜ້າອັນໃຫຍ່ຫຼວງທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດວິສາຫະກິດ ການບິນລາວ ໃນການຍົກລະດັບການໃຫ້ບໍລິການຜູ້ໂດຍສານ. ນອກຈາກນີ້, ລັດວິສາຫະກິດ ການບິນລາວ ຍັງເນັ້ນຕື່ມວ່າ ເຫດການທີ່ມີຄວາມໝາຍຄວາມສໍາຄັນຄັ້ງນີ້ ສະແດງໃຫ້ເຫັນເຖິງ ການຮ່ວມມືທີ່ນັບມື້ນັບເຕີບໃຫຍ່ລະຫວ່າງ ລາວ ແລະ ຈີນ ໃນດ້ານການຂົນສົ່ງທາງອາກາດ, ເຊິ່ງຊ່ວຍເສີມສ້າງການຮ່ວມມືທາງຍຸດທະສາດແບບຮອບດ້ານ ຂອງທັງສອງບໍລິສັດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບເຮືອບິນລໍາໃໝ່ ໂດຍທ່ານ ຄໍາຫຼ້າ ພົມມະວັນ, ຫົວໜ້າກົມການບິນພົນລະເຮືອນ, ມີທ່ານ ວຽງໄຊ ສິງຄໍາ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ, ທ່ານ ນາງ ຫຼີຫຼິງ (Li Ling), ຮອງປະທານກຸ່ມບໍລິສັດ COMAC ທັງເປັນປະທານບໍລິສັດ ໂຄແມັກ ຊຽງໄຮ້ ແອຣ໌ຄຣາຟ ບໍລິການລູກຄ້າ ຈໍາກັດ (COMAC Shanghai Aircraft Customer Service Co).
ເຮືອບິນໂດຍສານລຸ້ນ C909 ໄດ້ຮັບການເປີດໂຕຜ່ານສັນຍາເຊົ່າກັບບໍລິສັດ COMAC (ບໍລິສັດເຮືອບິນທຸລະກິດຈີນ), ເຊິ່ງຈະໃຫ້ບໍລິການຊ່ວຍເຫຼືອແບບຮອບດ້ານ ເພື່ອຮັບປະກັນໃຫ້ການດໍາເນີນງານສອດຄ່ອງຕາມມາດຕະຖານດ້ານຄວາມປອດໄພສູງສຸດ.
ເບື້ອງຕົ້ນ, ເຮືອບິນໂດຍສານລໍານີ້ ຈະໃຫ້ບໍລິການເສັ້ນທາງພາຍໃນປະເທດ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ປາກເຊ, ລວມທັງນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ, ພ້ອມວາງແຜນຂະຫຍາຍບໍລິການໄປຍັງຈຸດໝາຍປາຍທາງອື່ນໆເພີ່ມຕື່ມ. ສໍາລັບຖ້ຽວບິນປະຖົມມະລຶກ ມີກໍານົດເປີດໃຫ້ບໍລິການໃນວັນທີ 12 ເມສາ 2025.
ລັດວິສາຫະກິດ ການບິນລາວ ໄດ້ຈັດກຽມບ່ອນນັ່ງສໍາລັບຜູ້ໂດຍສານທີ່ກວ້າງຂວາງ ແລະ ຍົກສູງສະມັດຖະພາບການເຮັດວຽກຂອງເຮືອບິນທີ່ມີປະສິດທິພາບ ເຊິ່ງເຊື່ອວ່າຈະຊ່ວຍມອບປະສົບການໃຫ້ແກ່ຜູ້ໂດຍສານໃນການເດີນທາງທີ່ສະດວກສະບາຍຫຼາຍຂຶ້ນ.