ບຸນໄຫຼເຮືອໄຟ

0
9

ບົດໂດຍ ອານິຕາ ເພຣສຕັນ

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ

 

ມີໜຶ່ງງານບຸນຂອງລາວທີ່ຫຼາຍຄົນບໍ່ຄວນພາດນັ້ນກໍຄື ບຸນໄຫຼເຮືອໄຟ (Fireboat Festival) ເຊິ່ງຈັດຂຶ້ນໃນມື້ອອກພັນສາປະວໍລະນາ (Buddhist Lent). ບຸນດັ່ງກ່າວເປັນງານບຸນປະເພນີ ທີ່ເນັ້ນໃສ່ຄວາມມ່ວນຊື່ນ, ຄວາມຄະນຶກຄະນອງ ແລະ ການກິນ-ດື່ມສ້າງສັນໜ້ອຍກວ່າງານບຸນປີໃໝ່ລາວ ແຕ່ມີຄວາມງົດງາມ ທັງມີສະເໜ່ຫຼາຍກວ່າທົບເທົ່າ ເວົ້າໄດ້ວ່າເປັນອີກງານກິດຈະກໍາໜຶ່ງທີ່ທ່ານຄວນໝາຍໄວ້ໃນປະຕິທິນເພື່ອກຽມແຜນອອກເດີນທາງ. ໃນຊ່ວງເດືອນຕຸລາ, ເມືອງເກົ່າເຊິ່ງມີວັດວາອາຮາມກວ່າ 35 ແຫ່ງ ທີ່ເປັນມໍລະດົກຂອງອົງການອຸຍເນສໂກ ຈະຮຸ່ງແຈ້ງສະຫວ່າງສະໄຫວ ພ້ອມອ້າບເອ້ໄປດ້ວຍແສງທຽນອັນອົບອຸ່ນທີ່ເປັ່ງປະກາຍອອກມາຈາກໂຄມໄຟເຈ້ຍສາຫຼາກຫຼາຍສີ ນັບເປັນພັນໆອັນ ໂດຍປະດັບປະດາໄປຕາມເສັ້ນທາງອັນມີສະເໜ່ ແລະ ແປກຕາ. ງານບຸນດັ່ງກ່າວຈົບລົງດ້ວຍຂະບວນແຫ່ເຮືອໄຟທີ່ມີລັກສະນະຮູບຊົງເປັນສັດຕ່າງໆໃນນິທານ ໂດຍປະດິດຈາກເຈ້ຍທີ່ສ້າງຂຶ້ນດ້ວຍຄວາມປານີດ ພ້ອມແສງທຽນສ່ອງປະກາຍລະຍິບລະຍັບ ເຄື່ອນທີ່ໄປຕາມຖະໜົນສາຍສໍາຄັນ ເພື່ອນໍາໄປລອຍລ່ອງໃນແມ່ນໍ້າຂອງ.

ຄໍາວ່າ ອອກພັນສາ ໝາຍເຖິງ ການອະນຸຍາດໃຫ້ບັນດາພະພິກຂຸສົງສາມາດອອກຈາກເຂດຈຳກັດພາຍຫຼັງເຂົ້າຈໍາພັນສາຄົບ 3 ເດືອນ ທັງເປັນເວລາທີ່ອຸບາສົກ (ຜູ້ຊາຍ), ອຸບາສີກາ (ຜູ້ຍິງ) ໄດ້ພາກັນງົດດື່ມສຸລາຢາເມົາ, ຂະນະທີ່ງານແຕ່ງດອງ ຫຼື ງານສະເຫຼີມສະຫຼອງໃນທີ່ສາທາລະນະອື່ນໆກໍຖືກຫ້າມຈັດຂຶ້ນໃນຊ່ວງເຂົ້າພັນສາ. ການອອກພັນສາ ຍັງໝາຍເຖິງເວລາທີ່ພະພຸດທະເຈົ້າໄດ້ສະເດັດກັບມາຍັງໂລກມະນຸດພາຍຫຼັງຈໍາພັນສາຢູ່ເທິງສະຫວັນເປັນເວລາສາມເດືອນ. ໃນຊ່ວງເວລານີ້, ພະພິກຂຸສົງສາມາດເດີນທາງເຂົ້າ-ອອກວັດໄດ້ຢ່າງເສລີ ຫຼື ອອກໄປປະຕິບັດໜ້າທີ່ຢູ່ບ່ອນອື່ນເປັນປົກກະຕິ ແລະ ປະຊາຊົນກໍສາມາດຈັດງານຕ່າງໆທີ່ຖືກຫ້າມໃນໄລຍະເຂົ້າພັນສາໄດ້. 

 ວັດທຸກແຫ່ງ ຈະໃຊ້ເວລາຫຼາຍອາທິດເພື່ອປະດິດໂຄມໄຟເຈ້ຍສາຫຼາກຫຼາຍສີຢ່າງປານີດ ແລະ ລະອຽດອ່ອນ ເພື່ອນໍາມາແຂວນໄວ້ຕາມຊາຍຄາ ແລະ ບໍລິເວນເດີ່ນວັດໃຫ້ມີຄວາມສະຫງ່າງາມ. ສໍາລັບການສ້າງເຮືອໄຟເພື່ອກຽມຮ່ວມຂະບວນແຫ່ ກໍມີການແຂ່ງຂັນກັນຢ່າລະອຽດ ແລະ ວັດແຕ່ລະແຫ່ງກໍໃຊ້ເວລາຫຼາຍເດືອນເພື່ອສ້າງເຮືອໄຟໄວ້ແຫ່ ແລະ ໂຄມໄຟຢ່າງຊານສະຫຼາດ, ເຊິ່ງເຮືອໄຟບາງລໍາກໍມີຮູບຮ່າງແປກຕາ ບໍ່ວ່າຈະເປັນເຮືອບິນ, ປາລວມທັງໄວຣັສໂຄໂລນາ!

ຮູບຮ່າງຂອງເຮືອໄຟທີ່ນິຍົມສ້າງຫຼາຍກວ່າໝູ່ກໍແມ່ນ ພະຍານາກ ເຊິ່ງເປັນສັນຍະລັກແຫ່ງສາຍພົວພັນອັນໃກ້ຊິດສະໜິດແໜ້ນຂອງຊຸມຊົນຄົນຫຼວງພະບາງ ທ່າມກາງຄວາມສໍາພັນລະຫວ່າງແມ່ນໍ້າຂອງ, ນິທານພື້ນເມືອງ ແລະ ຄວາມເຊື່ອທາງໄສຍະສາດ. ເຫັນໄດ້ຈາກວັດຊຽງທອງ ທີ່ຖືກສ້າງຂຶ້ນເທິງຈຸດໄຫຼພົບກັນຂອງແມ່ນໍ້າສອງສາຍ ແລະ ເປັນບ່ອນອາໄສຂອງພະຍານາກສອງອົງ ທີ່ປະຊາຊົນໃນທ້ອງຖິ່ນພາກັນຂາບໄຫວ້ບູຊາ, ສະນັ້ນ ຈຸດດັ່ງກ່າວຈິ່ງກາຍເປັນສູນກາງໃນການປະກອບພິທີກໍາສໍາຄັນຕ່າງໆ.

ມີການກໍານົດຈັດງານບຸນເປັນເວລາ 3 ວັນ ໃນຊ່ວງວັນສິນເພັງ (ປີນີ້ກົງກັບວັນທີ 17 ຕຸລາ) ແລະ ເນັ້ນການເຕົ້າໂຮມກັນທີ່ຈຸດແຈແຫຼມປາກນໍ້າຄານຂອງຫຼວງພະບາງເປັນສ່ວນໃຫຍ່, ແຕ່ຖ້າທ່ານຕ້ອງການສໍາຜັດກັບປະສົບການສ່ວນຕົວຫຼາຍຂຶ້ນ, ກໍສາມາດຢ້ຽມຊົມຕາມວັດວາອາຮາມແຫ່ງຕ່າງໆໄດ້ ເພາະວັດທຸກແຫ່ງຈະມີການປະດັບຕົກແຕ່ງ ພ້ອມທັງມີພິທີການ ແລະ ພິທີກໍາທີ່ຈັດຂຶ້ນໃນຊ່ວງງານບຸນດັ່ງກ່າວ. 

ກ່ອນຈະຮອດວັນສິນເພັງ ຫຼື ມື້ອອກໃໝ່ 14 ຄໍ່າ, ຈະມີການປະດັບປະດາຕົກແຕ່ງສະຖານທີ່ວັດຈອມສີ ກ່ອນຈະມີການເຕົ້າໂຮມພະສົງ, ສາມະເນນ, ບັນດາຜູ້ນໍາ ພ້ອມດ້ວຍເຖົ້າແກ່ຍາດໂຍມ ຮ່ວມກັນທໍາພິທີທາງສະສາະໜາທີ່ວັດດັ່ງກ່າວ. ຢູ່ຕາມຕົວເມືອງ, ປະຊາຊົນຈະເລີ່ມພາກັນຫ້ອຍໂຄມໄຟໄວ້ຕາມປະຕູເຮືອນຂອງໃຜລາວ ເພື່ອລໍຖ້າເລີກຍາມທີ່ຈະໄຕ້ປະທີບ (ໂຄມໄຟ). ໃນມື້ອອກໃໝ່ 15 ຄໍ່າ ຖືເປັນມື້ງາມຍາມດີໃນການທໍາບຸນຕັກບາດ ແລະ ຕາມເສັ້ນທາງໃນຕົວເມືອງ ຈະເຕັມໄປດ້ວຍຊາວບ້ານຊາວເມືອງນັ່ງເປັນແຖວຍາວຢຽດຢູ່ເທິງເສັ້ນທາງຄົນຍ່າງ ເພື່ອລໍຖ້າຕັກບາດຖວາຍທານແດ່ພະພິກຂຸສົງທີ່ອອກມາບິນທະບາດ. ຄວາມຈິງແລ້ວ, ທ່ານສາມາດທໍາບຸນຕັກບາດຢູ່ວັດໃດກໍໄດ້ ແລະ ພວກເຮົາຂໍແນະນໍາໃຫ້ທ່ານລອງໄປທ່ຽວຊົມວັດວາອາຮາມແຫ່ງຕ່າງໆທີ່ຕັ້ງຢູ່ຂ້ອນຂ້າງຫ່າງໄກຈາກຕົວເມືອງ ເພື່ອສໍາຜັດປະສົບການທີ່ເປັນສ່ວນຕົວ ແລະ ເພີ່ມຄວາມສຸກທາງໃຈໃຫ້ຫຼາຍຂຶ້ນ. ສິ່ງສໍາຄັນຢ່າລືມແຕ່ງກາຍໃຫ້ເໝາະສົມເພື່ອຕັກບາດ ແລະ ຫ້າມເຂົ້າໃກ້ພະພິກຂຸສົງເກີນຂອບເຂດ.

ໃນຕອນຄໍ່າກ່ອນມື້ແຫ່ເຮືອໄຟ, ປະຊາຊົນທ້ອງຖິ່ນຈໍານວນຫຼາຍຈະພາກັນມຸ່ງໜ້າຈາກວັດໜຶ່ງໄປສູ່ອີກວັດໜຶ່ງ ເພື່ອຊົມການໄຕ້ໂຄມໄຟ ແລະ ເບິ່ງຄວາມງົດງາມຂອງການຕົກແຕ່ງພາຍໃນວັດແຕ່ລະແຫ່ງ ພ້ອມຖ່າຍຮູບຫຼິ້ນຕາມຄວາມປະສົງຂອງໃຜລາວ ເຊິ່ງໄດ້ຮັບຄວາມນິຍົມກັນຢ່າງແຜ່ຫຼາຍໃນກິດຈະກໍາດັ່ງກ່າວ. ວັດທີ່ຜູ້ຄົນອັ່ງອໍກັນຢ່າງຄັບຄາໜາແໜ້ນກວ່າໝູ່ກໍແມ່ນ ວັດຊຽງທອງ ແລະ ວັດຊຽງມ່ວນ ເຊິ່ງຜູ້ຄົນໃນທ້ອງຖິ່ນຈະພາກັນແຕ່ງກາຍນຸ່ງຖືແບບລາວບູຮານ ພ້ອມຖ່າຍຮູບຮ່ວມກັບໂຄມໄຟ. ປະຊາຊົນໃນທ້ອງຖິ່ນຍັງພາກັນວຽນທຽນອ້ອມສິມວັດ ແລະ ໄຕ້ທຽນພະເພື່ອຂໍພອນໃຫ້ມີແຕ່ໂຊກລາບ ແລະ ເພີດເພີນກັບແສງສີອັນສະຫວ່າງເສາະໃສ. 

ມື້ທີສາມ (ມື້ແຮມ 1 ຄໍ່າ) ຖືເປັນມື້ບຸນໄຫຼເຮືອໄຟ. ກະໂທງ ເຊິ່ງເປັນສັນຍະລັກຂອງຄໍາອະທິຖານ ທີ່ປະກອບມີທຽນໄຂ, ດອກໄມ້ສີສົດໃສ, ຕົ້ນກ້ວຍ ແລະ ໃບຕອງ ຈະຖືກນໍາມາວາງຂາຍຕາມຮ້ານຄ້ານ້ອຍ-ໃຫຍ່ຕ່າງໆຫຼາຍແຫ່ງ ເບິ່ງຄືວ່າຈະໂຜ່ອອກມາຈາກຈຸດໃດໜຶ່ງຂອງຖະໜົນສາຍຫຼັກ. ລອງຊື້ປະມານໜຶ່ງອັນ ແລ້ວບອກລາໂຊກຮ້າຍໃຫ້ໄຫຼໄປກັບແມ່ນໍ້າຂອງ ເພື່ອເປີດທາງໃຫ້ມີແຕ່ໂຊກລາບຫຼັ່ງໄຫຼເຂົ້າມາໃນຊີວິດ. ເມື່ອນັ້ນເຮືອໄຟຂອງແຕ່ລະພາກສ່ວນຈະມາເຕົ້າໂຮມກັນຢູ່ເດີ່ນຫໍພິພິທະພັນແຫ່ງຊາດ ເພື່ອເລີ່ມຂະບວນແຫ່ມຸ່ງໜ້າໄປສູ່ວັດຊຽງທອງທີ່ຕັ້ງຢູ່ຈຸດແຈແຫຼມປາກນໍ້າຄານ. ເຮືອໄຟແຕ່ລະລໍາທີ່ມີການອອກແບບແຕກຕ່າງກັນ ຄ່ອຍໆເຄື່ອນທີ່ຊ້າໆເບິ່ງຄືກັບວ່າພວມລອຍລ່ອງໄປຕາມຖະໜົນ, ສ່ອງສະຫວ່າງດ້ວຍແສງທຽນ ແລະ ບາງຄັ້ງກໍມີເຕັກນິກພິເສດ ເຊັ່ນ ມີການພົ່ນຄວັນ ແລະ ໄຟອອກມາ. ເມື່ອຖືກຈຸດປະກາຍດ້ວຍແສງທຽນ, ເຮັດໃຫ້ວັດຖຸເຫຼົ່ານີ້ເບິ່ງຄືກັບວ່າຍັງມີຊີວິດ ແລະ ມີລົມຫັນໃຈ ເຊິ່ງກໍາລັງເປັ່ງປະກາຍຢູ່ເໜືອຝູງຊົນທີ່ຄັບຄາໜາແໜ້ນ. ໃນຂະບວນແຫ່ເຮືອໄຟປະກອບດ້ວຍຫຼາຍພາກສ່ວນເຂົ້າຮ່ວມ, ມີທັງກຸ່ມນັກຮຽນ-ນັກສຶກສາ ທີ່ສວມເສື້ອເຊີດສີຂາວເປັນລະບຽບຍ່າງຮ່ວມຂະບວນ ໂດຍມີທຽນຖືໄວ້ໃນມືຂອງແຕ່ລະຄົນ, ມີທັງກຸ່ມແມ່ຍິງພາກັນສວມຊຸດພື້ນເມືອງ, ກຸ່ມຍິງສາວທີ່ເໜັບດອກຈໍາປາໃສ່ມວຍຜົມ ພາກັນແອະແອ່ນຟ້ອນດ້ວຍວາດລີລາອັນສະຫງ່າງາມ ແລະ ໄວໜຸ່ມຊາຍຈະພາກັນແຕ່ງໂຕເປັນຫະນຸມານ ຈາກພື້ນນິທານລາມມະກຽດ. ສ່ວນຝູງຊົນຈະຍ່າງຕາມຫຼັງເຮືອໄຟ ພ້ອມຮ່ວມກັນຮ້ອງເພງ ແລະ ຕົບມືຢ່າງເບີກບານມ່ວນຊື່ນ.  

ທີ່ວັດຊຽງທອງ, ຝູງຊົນຈະມາເຕົ້າໂຮງກັນຢູ່ແຄມຝັ່ງແມ່ນໍ້າຂອງ ແລະ ແມ່ນໍ້າກໍເຕັມໄປດ້ວຍຄໍາອະທິຖານຂອງປະຊາຊົນທ້ອງຖິ່ນ ທີ່ພວມຈົມເລິກລົງໄປໃນພື້ນນໍ້າອັນມືດມົນ. ສ່ວນໃຫຍ່ກໍແມ່ນກຸ່ມໄວໜຸ່ມ ແລະ ຄູ່ບ່າວສາວທີ່ນິຍົມກັນເປັນພິເສດ ໃນການປ່ອຍກະໂທງລົງສູ່ແມ່ນໍ້າ. ຂະບວນແຫ່ຈະຄ່ອຍຫຍັບຍ້າຍລົງຕາມຊັ້ນຂັ້ນໄດເກົ່າແກ່ທີ່ສູງຊັນຂອງວັດ ເພື່ອປ່ອຍລົງສູ່ແມ່ນໍ້າຂອງ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການປະຖິ້ມໂຊກຮ້າຍທັງມວນໃຫ້ໜີຫ່າງຈາກຊີວິດ ໃນຂະນະດຽວກັນ ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ເຈົ້າແມ່ຄົງຄາທີ່ປົກປັກຮັກສາໃຫ້ຢູ່ຊຸ່ມກິນເຢັນ. ຂະນະທີ່ເຮືອໄຟຫຼາຍລໍາລອຍລ່ອງໄປຕາມໜ້ານໍ້າຂອງຢ່າງຊ້າໆ ພາຍໃຕ້ການຍູ້ໜູນໂດຍກະແສນໍ້າ, ຈາກນັ້ນທຽນກໍຄ່ອຍໆເຜົາໄໝ້ຕົນເອງຢ່າງສະຫງົບ ກ່ອນຈະດັບມອດລົງ ແລະ ກ້າວເຂົ້າສູ່ຄວາມມືດມິດປະນິພານ. 

 

ການເດີນທາງ

ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ຈາກປາຍທາງວຽງຈັນ, ຮາໂນ່ຍ, ຊຽງໃໝ່ ແລະ ປາກເຊ.

ເຄັດລັບ: ຄວນສາກແບັດໂທລະສັບໃຫ້ເຕັມ ພ້ອມກວດສອບໃຫ້ໝັ້ນໃຈວ່າ ມີພື້ນທີ່ເກັບພາບງາມໆ ແລ້ວເພີດເພີນກັບເທສະການງານບຸນທີ່ງົດງາມທີ່ສຸດໃນລາວ.