
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ
ບຸນເຂົ້າພັນສາ ແມ່ນຊ່ວງເວລາທີ່ ຫຼວງພະບາງ ເຂົ້າສູ່ໄລຍະສາມເດືອນແຫ່ງການຈໍາພັນສາ ບໍາເພັນພຽນ ພາວະນາ ຂອງ ພຣະສົງ ສຳມະເນນ ແລະ ບໍາເພັນສິນທານ, ພາວະນາ ແລະ ຖວາຍທານຂອງຜູ້ມີຈິດສັດທາຕໍ່ພຸດທະສາສະໜາ ເຊິ່ງເປັນໄລຍະແຫ່ງຄວາມງຽບສະຫງົບບໍ່ມີການສະເຫຼີມສະຫຼອງໃດໆເລີຍໃຫ້ເຫັນຕາມຖະໜົນຫົນທາງ. ແຕ່ເມື່ອວັນເວລາກ້າວເຂົ້າມາສູ່ເຄິ່ງທາງລະຫວ່າງກາງຂອງບຸນເຂົ້າພັນສາ ເມືອງທີ່ສັກສິດເກົ່າແກ່ບູຮານແຫ່ງນີ້ກໍ່ຈະຕື່ນຈາກການຫຼັບໄຫຼດ້ວຍສຽງທີ່ດັງກ້ອງໄປທົ່ວແມ່ນໍ້າຄານເຊິ່ງເປັນສຽງຂອງເຮືອຊ່ວງພ່ວງມາກັບສຽງຜູ້ຄົນນັບພັນທີ່ດັງສະໜັ່ນຟົດຟື້ນຮ້ອງໂຮໃຫ້ກໍາລັງໃຈໃນງານບຸນປະເພນີທີ່ໜ້າຕື່ນຕາຕື່ນໃຈທີ່ສຸດງານໜຶ່ງຂອງຊາວລາວ.
ບຸນຊ່ວງເຮືອ ບໍ່ພຽງແຕ່ຖືກຈັດຂຶ້ນຢູ່ຫຼວງພະບາງເທົ່ານັ້ນ ແຕ່ເປັນໄດ້ດັ່ງກັບຕົວຕົນທີ່ຖືກສືບທອດເຊື່ອມສານມາຍາວນານຂອງເມືອງມໍລະດົກແຫ່ງນີ້. ເຖິງວ່າຈະມີການຈັດແຂ່ງຂັນບຸນຊ່ວງເຮືອໃນທົ່ວປະເທດ ແຕ່ມີພຽງບໍ່ເທົ່າໃດແຫ່ງເທົ່ານັ້ນທີ່ຈະສາມາດຈັດແບບຍິ່ງໃຫຍ່ອະລັງການໄດ້ທຽບເທົ່າຈົນປ່ຽນເອົາເມືອງມໍລະດົກໂລກແຫ່ງນີ້ໃຫ້ກາຍມາເປັນສູນກາງຂອງການແຂ່ງຂັນລະດັບຊາດ.

ບຸນປະເພນີດັ່ງກ່າວໄດ້ຄ່ອຍໆກໍ່ໂຕຂຶ້ນດັ່ງກັບພາຍຸໃຫຍ່ທີ່ພ້ອມໂຫມກະໜໍ່າ ໂດຍລິເລີ່ມຈາກການແຂ່ງໃນຂັ້ນບ້ານຕາມສາຍນໍ້າທີ່ຢູ່ທາງເໜືອຂຶ້ນໄປເພື່ອຂັດເກົາສີມືກຽມຄວາມພ້ອມສໍາລັບງານໃຫຍ່ທີ່ຈະມາຮອດໄວໆນີ້. ໃນມື້ກ່ອນການແຂ່ງຂັນ ທ່ານຈະໄດ້ເຫັນທັງລໍ້ທັງກະຕ່າຂາຍເຄື່ອງຂາຍແນວກິນຂອງປະຊາຊົນຈາກເຂດນອກຫຼັ່ງໄຫຼກັນເຂົ້າມາເພື່ອເຕົ້າໂຮມຢູ່ເຂດຫ້ອງການໄປສະນີ ເຊິ່ງຈະມີສິນຄ້າຫັດຖະກໍາຕໍ່າແຜ່ນ, ອາຫານການກິນຫຼາກຫຼາຍມາໄວ້ໃຫ້ຜູ້ຄົນໄດ້ທ່ຽວຊົມທ່ຽວຊື້, ເຊິ່ງເອີ້ນວ່າ ໂລະລາດ.
ເມື່ອຮຸ່ງອາລຸນວັນໃໝ່ທີ່ສົດໃສ ມື້ຂອງການແຂ່ງຂັນໄດ້ກ້າວມາເຖິງ ປະຊາຊົນຊາວເມືອງຜູ້ສັດທາກໍ່ຫຼັ່ງໄຫຼພາກັນມາຮ່ວມເຮັດບຸນໃສ່ບາດຢາດນໍ້າຖວາຍພັດຕະຍາຫານຢ່າງບໍ່ຂາດສາຍ ແລ້ວຈາກນັ້ນກໍພາກັນເຄື່ອນຂຶ້ນໄປຕາມຂັ້ນຂອງພູສີເພື່ອຖວາຍເຂົ້າໜຽວໃຫ້ສິ່ງສັກສິດທີ່ເບິ່ງແຍງດູແລປົກປັກຮັກສາດິນແດນບູຮານແຫ່ງນີ້.
ມາຮອດຕອນນີ້ການກຽມພ້ອມດ້ານຈິດວິນວິນຍານກໍສິ້ນສຸດລົງ ສົ່ງຜູ້ຄົນຍັງແມ່ນໍ້າທີ່ໄດ້ຖືກຜັນປ່ຽນມາເປັນສະໜາມປະລອງແຂ່ງຂັນຢ່າງເຕັມຮູບແບບ. ພິທີການຂອງບຸນຊ່ວງເຮືອແມ່ນເລີ່ມຕົ້ນດ້ວຍການແຂ່ງຂັນຮອບປະຖົມມະເລີກລະຫວ່າງເຮືອ ນາງ ດໍາ ທີ່ມີສີພາຍແຕ່ງຊຸດດໍາມືດ ປະທະກັບ ນາງ ດ່ອນ ພ້ອມສີພາຍຊຸດຂາວບໍລິສຸດ ປຽບໄດ້ດັ່ງກັບການແຂ່ງຂັນລະຫວ່າງຄວາມມືດ ແລະ ແສງສະຫວ່າງທີ່ຄຸ້ມຄອງຮັກສົມຮັກສາທຸກສັບພະສິ່ງ. ການປ່ອຍເຮືອ ເປີດຮອບປະຖົມມະເລີກແມ່ນການໃຫ້ພອນອັນສັກສິດແກ່ແມ່ນໍ້າກ່ອນເຮືອຍາວສໍາລັບແຂ່ງຂັນຈະລົງມາປະທະກັບແລວນໍ້າເພື່ອຂ້າມຜ່ານອຸປະສັກໄປຄວ້າໄຊ ແລະ ໄດ້ ພອນອັນປະເສີດຖືຄອງຖ້ວຍລາງວັນອັນຊົງກຽດທີ່ມອບໂດຍ ນາງ ສັງຂານ.
ຢູ່ບ່ອນນີ້ ໃນເວລາທີ່ສຽງຄ້ອງສຽງລະຄັງວັດດັງສະໜັ່ນຫວັ່ນໄຫວພ້ອມທຸງສັນຍາລັກພຸດທະສາສະໜາທີ່ສັ່ນໄກວໄປກັບທຸງຂອງທີມເຮືອຊ່ວງ ແມ່ນກາລະໂອກາດທີ່ແມ່ນໍ້າຄານໄດ້ກາຍມາເປັນທັງສະຖານທີ່ສັກສິດ ແລະ ສະໜາມແຂ່ງຂັນຊ່ວງເຮືອຢ່າງທັນຕານໍາພາໃຫ້ເກີດເປັນການສະເຫຼີມສະຫຼອງລະນຶກເຖິງບັນພະບູລຸດ ແລະ ຕໍານານຜູ້ຊະນະທີ່ຈະຄວ້າໄຊໃນການແຂ່ງຂັນຊ່ວງເຮືອຄັ້ງນີ້.

ຂໍ້ມູນເພີ່ມຕື່ມ:
ສໍາລັບປີນີ້ ບຸນຊ່ວງເຮືອຫຼວງພະບາງຈະຈັດຂຶ້ນໃນວັນທີ 23 ສິງຫາ.
ວິທີເດີນທາງ:
ການບິນລາວມີຖ້ຽວບິນປະຈໍາທີ່ເດີນທາງ ຈາກ ນະຄອນຫຼວງວຽງຈັນ, ປາກເຊ, ຮ່າໂນ່ຍ ແລະ ຊຽງໃໝ່ ໄປ ຫຼວງພະບາງ ໄວ້ໃຫ້ບໍລິການທ່ານ.