ຄວາມສະຫງົບທາງມໍລະດົກ

Author:

Category:

spot_img

ຜ່ອນຄາຍດ້ວຍການພັກເຊົາທີ່ໂຮງແຮມ ສຸພັດຕຣາ ເຮີຣິເທຈ໌ ວຽງຈັນ

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ໂຮງແຮມ ສຸພັດຕຣາ ເຮີຣິເທຈ໌ ວຽງຈັນ (Souphattra Heritage Vientiane)

ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

 

ທ່າມກາງສຽງແກລົດ ປະສານກັບສຽງຮໍາເພງອັນມ່ວນອ່ອນຊອນໂດຍສອດຊ້ອນຄວາມທັນສະໄໝທີ່ຄ່ອຍໆດັງຂຶ້ນໃນໃຈກາງຕົວເມືອງອັນເກົ່າແກ່ຂອງນະຄອນຫຼວງວຽງຈັນ, ກໍມີສະຖານທີ່ພັກຜ່ອນແຫ່ງໜຶ່ງເຊິ່ງຕັ້ງຢູ່ຢ່າງໂດດເດັ່ນໂດຍທີ່ພາຍນອກຂອງສະຖານທີ່ດັ່ງກ່າວບໍ່ເຄີຍຮຽກຮ້ອງຄວາມສົນໃຈໃດໆຈາກຜູ້ຄົນ ແຕ່ເບື້ອງຫຼັງຊໍ້າພັດເຊື້ອເຊີນທ່ານເຂົ້າພັກດ້ວຍຄວາມສຸພາບອ່ອນໂຍນ. ໂຮງແຮມ ສຸພັດຕຣາ ເຮີຣິເທຈ໌ ວຽງຈັນ (Souphattra Heritage Vientiane) ບໍ່ແມ່ນໂຮງແຮມທໍາມະດາທີ່ໃຫ້ບໍລິການສະເພາະເພື່ອພັກແຮມຊົ່ວຄາວເທົ່ານັ້ນ, ແຕ່ຍັງເປັນໂຮງແຮມທີ່ລູກຄ້າສາມາດພັກອາໄສໃນພື້ນທີ່ວິຈິດງົດງາມ ປຽບດັ່ງນະວະນິຍາຍທີ່ປັ້ນແຕ່ງຢ່າງບັນຈົງປານີດ, ທັງສົ່ງແສງອາບເອ້ໄປຕາມການເວລາ.

 

ຄະລືຫາດໃນຍຸກອານານິຄົມແຫ່ງນີ້ ເຊິ່ງເມື່ອກ່ອນເຄີຍເປັນເຮືອນພັກຂອງເອກອັກຄະລາຊະທູດໄທ ກ່ອນຈະໄດ້ຮັບການບູລະນະຕົກແຕ່ງດ້ວຍຄວາມພິຖີພິຖັນ ເພື່ອໃຫ້ກາຍເປັນໂຮງແຮມສະໄຕຣບູຕິກ ທີ່ໃຫ້ຄວາມຮູ້ສຶກບໍ່ຕ່າງຫຍັງກັບຈົດໝາຍຮັກທີ່ພັນລະນາເຖິງວັດທະນະທໍາລາວໄດ້ຢ່າງເລິກເຊິ່ງ. ຢູ່ດ້ານໜ້າຂອງອາຄານ ພ້ອມທັງລະບຽງໄມ້ ແມ່ນໄດ້ຮັບແຮງບັນດານໃຈຈາກອາຄານຝຣັ່ງເສດ ເຊິ່ງສາມາດແນມເຫັນເດີ່ນພາຍໃນອັນງຽບສະຫງົບ ແລະ ສະນໍ້າສີຟ້າຄາມ ປຽບເໝືອນອັນຍະມະນີທີ່ຫຸ້ມລ້ອມດ້ວຍເຄືອດອກໄມ້ນາໆຊະນິດ. ພາຍໃນໂຮງແຮມ, ປະກອບມີຫ້ອງພັກທັງໝົດ 26 ຫ້ອງລວມທັງຫ້ອງສະວີດ ອັນປຽບດັ່ງບົດເລື່ອງຕອນສໍາຄັນທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນເອກະລັກສະເພາະຕົວ, ຫ້ອງພັກແຕ່ລະຫ້ອງຈະຕົກແຕ່ງດ້ວຍໄມ້ສັກຂັດເງົາງາມເຫຼື້ອມ, ລວມທັງຜ້າໄໝ ແລະ ເຟີນີເຈີທັນສະໄໝ ປະສົມປະສານກັບຄວາມຮູ້ສຶກແບບລາວໆໄດ້ຢ່າງໂດດເດັ່ນ ເຮັດໃຫ້ຮູ້ສຶກເຖິງຄວາມຫຼູຫຼາເໜືອການເວລາ.

 

ນອກຈາກຄວາມງາມພາຍໃນແລ້ວ, ຍັງບອກເລົ່າເລື່ອງລາວອັນສໍາຄັນນໍາອີກ. ທີ່ໂຮງແຮມສຸພັດຕຣາ, ເລື່ອງເລົ່າທີ່ໜ້າສົນໃຈແມ່ນບໍ່ຕ່າງຫຍັງກັບຄວາມຕໍ່ເນື່ອງຢາງກົມກືນທາງວັດທະນະທໍາ. ທ່ານ ນາງ Pacharamonaporn Kreuasukhon, ຜູ້ຈັດການທົ່ວໄປຂອງໂຮງແຮມສຸພັດຕຣາ ກ່າວວ່າ ການໃຫ້ບໍລິການຂອງໂຮງແຮມບໍ່ຖືວ່າເປັນທຸລະກິດແຕ່ຢ່າງໃດ, ເນື່ອງຈາກເປັນໜ້າທີ່ຮັບຜິດຊອບ ທີ່ປຽບສະເໝືອນຄັງເກັບມ້ຽນເອກະສານທີ່ມີຊີວິດ ແລະ ຈິດວິນຍານຂອງເມືອງວຽງຈັນບູຮານ ເຊິ່ງຈໍາເປັນຕ້ອງໄດ້ຮັບການປົກປັກຮັກສາ ແລະ ດູແລຢ່າງພິຖີພິຖັນ. ທ່ານ ນາງ Pacharamonaporn Kreuasukhon ກ່າວຕື່ມວ່າໂຮງແຮມຂອງພວກເຮົາປຽບເໝືອນນັກເລົ່າເລື່ອງກ່ຽວກັບມໍລະດົກທາງວັດທະນະທໍາຂອງລາວແລະ ຍາກທີ່ຈະສາມາດປະຕິເສດໄດ້. ທຸກເສັ້ນທາງທີ່ກ້າວເດີນ ປຽບເໝືອນນິທັດສະການອັນງຽບສະຫງົບ; ຫ້ອງສະວີດທຸກຫ້ອງ ກໍປຽບດັ່ງງານສະແດງອັນປານີດບັນຈົງແຫ່ງຄວາມສະຫງ່າງາມ ແລະ ຄວາມພາກພຽນພະຍາຍາມ.

 

ອີກໜຶ່ງປະສົບການທີ່ຕ້ອງໄດ້ສໍາຜັດທີ່ໂຮງແຮມສຸພັດຕຣານັ້ນກໍຄື ການສໍາຫຼວດດ້ານອາຫານການກິນທີ່ປະສົມປະສານເອົາລົດຊາດອາຫານຫຼາກຫຼາຍລາຍການ ຜ່ານພື້ນທີ່ຮັບປະທານອາຫານຂອງໂຮງແຮມທັງ 3 ແຫ່ງ ເຊິ່ງແຕ່ລະແຫ່ງລ້ວນແຕ່ມີເອກະລັກສະເພາະຕົວ. ຮ້ານອາຫານສີວິໄລ ແມ່ນໜຶ່ງໃນຫ້ອງອາຫານຂອງໂຮງແຮມ ທີ່ເປີດໃຫ້ບໍລິການໝົດມື້, ໂດຍປະສົມປະສານກິ່ນອາຍຮ່ວມສະໄໝເຂົ້າກັບສູດອາຫານລາວບູຮານ, ພ້ອມນໍາສະເໜີເມນູຕ່າງໆທີ່ຫາໄດ້ຕາມລະດູການ ໂດຍມອບຄວາມຮູ້ສຶກທັງຜ່ອນຄາຍ ແລະ ພະຈົນໄພຢ່າງງຽບສະຫງົບໄປພ້ອມໆກັນ. ທີ່ເລີ ຄາເຟ່ (Le Café), ເຊິ່ງຕັ້ງຢູ່ໃກ້ກັບຫ້ອງພັກແຂກຂອງໂຮງແຮມ ກໍແມ່ນໜຶ່ງສະຖານທີ່ທີ່ປະສົມປະສານເອົາຊ່ວງເວລາຍາມເຊົ້າຈົນຮອດບ່າຍ ທ່າມກາງສຽງໂອ້ລົມສົນທະນາ, ລົດຊາດອັນກົ່ມກ່ອມຂອງເຄັກ ແລະ ກາເຟຂົ້ວພ້ອມບົດລະອຽດຂອງທ້ອງຖິ່ນ ທີ່ຍັງຄົງຫອມລະມຸນ. ນອກຈາກນີ້, ຍັງມີຮ້ານອາຫານ QIU19, ທີ່ມາພ້ອມກັບຄວາມໝາຍໃໝ່ທີ່ໂດດເດັ່ນ ຂອງລົດຊາດອາຫານຈີນ ແລະ ວັດທະນະທໍາຕິມຊໍາ. ດ້ວຍແສງໄຟສີທອງສາດສ່ອງຢ່າງເຍົ້າຍວນໃຈ ບວກກັບເຄື່ອງດື່ມປະເພດຄັອກເທວທີ່ຜ່ານການຄັດສັນລົດຊາດມາເປັນຢ່າງດີ, ເຮັດໃຫ້ຮ້ານອາຫານແຫ່ງນີ້ກາຍເປັນສະຖານທີ່ແທດເໝາະກັບຄໍ່າຄືນອັນຍາວນານ ເຊິ່ງລູກຄ້າສາມາດດື່ມດໍາດ້ວຍອາຫານຄໍ່າຈານພິເສດ ຈົນຮອດເຄື່ອງດື່ມແອລກໍຮໍກ່ອນເຂົ້ານອນ. ທັງໝົດນີ້ລ້ວນແຕ່ມອບສໍາຜັດອັນລໍ້າຄ່າ ທັງຊ່ວຍເສີມແຕ່ງບັນຍາກາດອັນຫຼູຫຼາຂອງໂຮງແຮມ, ໂດຍມອບຄວາມຮູ້ສຶກຄືກັບຕັ້ງໃຈເອົາໄວ້ ແລະ ບໍ່ເຄີຍອວດອ້າງເກີນຄວາມເປັນຈິງ.

 

ໂຮງແຮມສຸພັດຕຣາມີທີ່ຕັ້ງທໍາເລສະດວກສະບາຍທ່າມກາງສະຖານທີ່ອັນງົດງາມບໍ່ຕ່າງຫຍັງກັບພາບພັນລະນາໃນບົດກອນ. ເມື່ອກ້າວອອກຈາກເຂດໂຮງແຮມພຽງສອງສາມນາທີ ກໍຮອດສະຖານທີ່ສໍາຄັນທາງປະຫວັດສາດ ເຊັ່ນ ວັດສີສະເກດ ຫຼື ວັດອົງຕື້ອັນງຽບສະຫງົບ ລວມທັງຕະຫຼາດກາງຄືນແຄມແມ່ນໍ້າຂອງອັນຄຶກຄື້ນ. ແຕ່ພໍເມື່ອກ້າວຂ້າມຂອບປະຕູຮົ້ວເພື່ອເຂົ້າສູ່ໂຮງແຮມສຸພັດຕຣາ, ແລະແລ້ວພາບຕ່າງໆຂອງຕົວເມືອງກໍຄ່ອຍໆເລື່ອນຫາຍໄປ. ເມື່ອນັ້ນທ່ານຈະພົບວ່າຕົນເອງພວມຢູ່ທ່າມກາງໂລກແຫ່ງຄວາມງຽບສະຫງົບ ເຊິ່ງເປັນບ່ອນທີ່ໃຫ້ຄວາມຮູ້ສຶກຄືກັບວັດຫຼາຍກວ່າຄໍາວ່າໂຮງແຮມ, ຄືກັບບ້ານເຮືອນ ຫຼາຍກວ່າຄໍາວ່າສະຖານທີ່ພັກແຮມຊົ່ວຄາວ.

 

ປະສົບການຂອງໂຮງແຮມສຸພັດຕຣາ

 ບໍ່ໄດ້ເປັນພຽງແຕ່ຄໍາຂວັນພຽງຢ່າງດຽວ. ບັນດາແຂກທີ່ເຂົ້າມາໃຊ້ບໍລິການ ສາມາດສໍາຜັດກັບອາຫານລາວແບບດັ້ງເດີມ ຜ່ານຫ້ອງຮຽນປຸງແຕ່ງອາຫານ ນໍາພາໂດຍພໍ່ຄົວ/ແມ່ຄົວປະຈໍາໂຮງແຮມ. ການປຸງແຕ່ງອາຫານກໍບໍ່ມີຫຍັງຫຍຸ້ງຍາກ ຫຼື ພິຖີພິຖັນ ພຽງແຕ່ໝັ່ນຝຶກຝົນ ອາດຈະຮຽນຮູ້ຈາກວິທີການຫໍ່ອາຫານດ້ວຍໃບຕອງກ້ວຍ, ການໃຊ້ສະໝຸນໄພຫອມໆ, ສຽງຫົວຢອກໃຍກັນຄ່ອຍໆທີ່ເລັດລອດມາຈາກບານປະຕູປ່ອງຢ້ຽມເຮືອນຄົວ. ຜົນໄດ້ຮັບຈາກການຮຽນຮູ້ດັ່ງກ່າວກໍຄື: ຈານອາຫານທີ່ບໍ່ມີພຽງສະເພາະຄວາມແຊບນົວເທົ່ານັ້ນ, ແຕ່ຍັງຝັງເລິກເຖິງຮາກເຫງົ້າທີ່ມາຂອງອາຫານເຍື່ອງນັ້ນນໍາອີກ.

 

ການຄໍານຶງໃສ່ດ້ານຄວາມຍືນຍົງ ບໍ່ແມ່ນປະເດັນທີ່ຫາກໍນໍາມາພິຈາລະນາແຕ່ຢ່າງໃດ. ເນື່ອງຈາກສະຖານປະກອບການແຫ່ງນີ້, ຄວາມຫຼູຫຼາຈະຕ້ອງຄຽງຄູ່ກັບຄວາມຮັບຜິດຊອບ ໂດຍສະເພາະກໍແມ່ນ ສິ່ງອໍານວຍຄວາມສະດວກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ, ວັດຖຸດິບຈາກທ້ອງຖິ່ນ ແລະ ການຮ່ວມມືກັບນາຍຊ່າງຫັດຖະກໍາ ເຮັດໃຫ້ປະສົບການນີ້ດໍາເນີນໄປດ້ວຍດີ. ວິທີການດັ່ງກ່າວເບິ່ງຄືວ່າຮຽບງ່າຍ ແຕ່ກໍແຝງຊ້ອນດ້ວຍຄວາມໜັກແໜ້ນ ແລະ ມີຄວາມໝາຍ ເຊັ່ນດຽວກັບພາລະກິດສ່ວນໃຫຍ່ຂອງໂຮງແຮມສຸພັດຕຣາ ເຊິ່ງບໍ່ຈໍາເປັນຕ້ອງປ່າວປະກາດໃນສິ່ງທີ່ຕົນກໍາລັງດໍາເນີນການຢູ່.

ທີມງານມີການອະທິບາຍກ່ຽວກັບການເຂົ້າພັກທີ່ໂຮງແຮມແຫ່ງນີ້ດ້ວຍຄໍາເວົ້າ 3 ຄໍາ ຄື: ໂລກແຫ່ງຄວາມງຽບສະຫງົບ. ຄວາມເປັນມໍລະດົກ. ການຕ້ອນຮັບ. ແຕ່ອາດຕ້ອງການອີກ 1 ຄໍາຄື: ການມີຕົວຕົນ. ເນື່ອງຈາກຄວາມງຽບສະຫງົບລະຫວ່າງຍ່າງເລາະຊົມວັດອາຮາມຕ່າງໆທີ່ຢູ່ໃກ້ຄຽງ ແລ້ວກັບມານັ່ງຈິບຊາອຸ່ນໆແຄມສະລອຍນໍ້າ ບວກກັບຄວາມງຽບສະຫງົບຂອງສວນດອກໄມ້ນາໆພັນ ຖືເປັນມົນສະເນ່ທີ່ສ້າງຄວາມປະທັບໃຈໂດຍຍາກທີ່ຈະລືມໄດ້ ທັງໝົດເຫຼົ່ານັ້ນ ບໍ່ໄດ້ເກີດຈາກພາບທີ່ໜ້າຕື່ນເຕັ້ນ ແຕ່ເກີດຈາກຄວາມໃສ່ໃຈເປັນພິເສດນັ້ນເອງ.

 

ເຖິງແມ່ນຈະມີການປະສົມປະສານກັນຢ່າງກົມກຽວລະຫວ່າງອະດີດກັບປັດຈຸບັນຂອງຕົວເມືອງ, ແຕ່ໂຮງແຮມ ສຸພັດຕຣາ ເຮີຣິເທຈ໌ ວຽງຈັນ ກໍບໍ່ໄດ້ແບ່ງແຍກສອງສິ່ງນີ້ອອກຈາກກັນ. ພວກເຂົາພຽງແຕ່ເປີດປະຕູຕ້ອນຮັບ ແລະ ເຊື້ອເຊີນທ່ານເຂົ້າມາສໍາຜັດກັບຄວາມສະຫງ່າງາມ ບາງຄັ້ງອາດເປັນພຽງຊົ່ວຂະນະທີ່ຄົງຢູ່ດ້ວຍການເວລາ.

 

ສໍາລັບລາຍລະອຽດການຈອງ ຫຼື ຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່ souphattra.com.

ວິທີເດີນທາງ:ການບິນລາວ ມີຖ້ຽວບິນເດີນທາງໄປທີ່ ນະຄອນຫຼວງວຽງຈັນ ຈາກພາຍໃນ ແລະ ບັນດາປະເທດໃນພາກພື້ນ.

 

default

Read More

Related Articles