ການແຂ່ງຂັນປະກວດຮູບພາບ

contact form photo

ວາລະສານຈໍາປາເມືອງລາວ ແລະ ລັດວິສາຫະກິດການບິນລາວຂໍເຊີນຊ່າງຖ່າຍພາບທຸກໆທ່ານ ທັງມືອາຊີບ ແລະ ຊ່າງພາບມືໃໝ່ ເຂົ້າຮ່ວມການແຂ່ງຂັນປະກວດຮູບພາບພາຍໃຕ້ຫົວຂໍ້ “ເມືອງລາວຂອງຂ້ອຍ”, ເຊິ່ງເປັນສະຖານທີ່ທີ່ທ່ານມັກ ຫຼື ມີຄວາມປະທັບໃຈທີ່ສຸດໃນປະເທດລາວ ເພື່ອລຸ້ນຮັບປີ້ເຮືອບິນໄປ ຮ່າໂນ້ຍ, ຊຽງໃໝ່ ແລະ ຫລວງພະບາງ.

ຮູບພາບທີ່ສົ່ງເຂົ້າມາຕ້ອງແມ່ນ ຮູບທິວທັດ, ທັດສະນິຍະພາບ, ຈຸດຊົມວິວ ແລະ ສະຖານທີ່ທ່ອງທ່ຽວໃນປະເທດລາວ.

ຮູບພາບຂອງຜູ້ຊະນະຈະໄດ້ຖືກຕີພິມລົງວາລະສານຈໍາເມືອງລາວ, ວາລະສານເທິງເຮືອບິນຂອງການບິນລາວ ໃນຂະໜາດ 2 ໜ້າຄວບໃນສະບັບທີ່ຈະມາເຖິງນີ້, ແລະ ກໍຍັງຈະມີການຈັດນິທັດສະການຮູບພາບຂອງຜູ້ຊະນະທີ່ຮ້ານອາຫານ ຄົວລາວ ອີກດ້ວຍ.

 

 

 

[rl_gallery id=”6429″]

WINNERS OF FLIGHTS TO HANOI

ອຳມະລິນ ປາລະມີ

33, ຈາກນະຄອນຫລວງວຽງຈັນ

ການເລີ່ມຕົ້ນລະດູການໃໝ່

(ເມືອງພູຄູນ ແຂວງຫລວງພະບາງ)

ພູຄູນເປັນສະຖານທີ່ແຫ່ງຫນຶ່ງ ທີ່ມີອາກາດເຢັນຕະຫລອດປີ ໃນຊ່ວງເວລາ ທີ່ທຳມະຊາດງາມ ແລະ ຈັບໃຈ ທີ່ສຸດກໍ່ຄືຊ່ວງລະດູຫນາວ ເພາະ
ສະຖານທີ່ດັ່ງກ່າວ ຊັບພະຍາກອນ ທຳມະຊາດຍັງອຸດົມສົມບູນ ແລະ ຂ້າພະເຈົ້າເອງກໍ່ດີໃຈ ແລະ ມີ ຄວາມສຸກທຸກໆຄັ້ງທີ່ໄດ້ໄປ ສຳພັດ ກັບບັນຍາກາດແບບນັ້ນ.
.

 

ວັດທະນາ ບາໂທນັນ

ພາບຈາກມູມສູງຂອງຜາກະຕ່າຍ

(ຜາກະຕ່າຍ, ເມືອງ ຍົມມະລາດ, ແຂວງຄຳມ່ວນ)

ນີ້ແມ່ນສະຖານທີ່ທີ່ຂ້ອຍມັກຫຼາຍໃນປະເທດລາວ, ຂ້ອຍມັກໄປທ່ຽວຊົມເບິ່ງ ແລະ ຖ່າຍຮູບເອົາພູມມີທັດທີ່ສວຍງາມ. ໃນຍາມເຊົ້າ ພວກເຮົາຈະເຫັນພາບຕາເວັນຂຶ້ນທີ່ສວຍງາມ ແລະ ຈະໄດ້ເຫັນທິວທັດອັນງົດງາມຂອງມົວເມືອງຍົມມະລາດອີກດ້ວຍ

 

Gaylord Giordanino

ບັນຍາກາດທີ່ທ່າແຂກ

(ທ່າແຂກ)

ສະຖານທີ່ແຫ່ງນີ້ ເປັນບ່ອນທີ່ຂ້ອຍມັກຫຼາຍໃນປະເທດລາວ, ຍ້ອນວ່າຂ້ອຍມັກບັນຍາກາດຂອງຮ້ານນ້ອຍທີ່ມີບັນຍາກາດອັນສະຫງົບງຽບແບບນີ້, ເຊິ່ງມີແສງໄຟສາດສ່ອງ ເຮັດໃຫ້ເຫັນວິຖີຊີວິດອັນອົບອຸ່ນ, ຮຽບງ່າຍ ໃນບໍລິເວນກຳແພງເມືອງ ເຂດໂຮງໜັງເກົ່າ. ນີ້ຄືບັນຍາກາດຂອງຕົວເມືອງທ່າແຂກທີ່ຂ້ອຍມັກ.

 

WINNERS OF FLIGHTS TO CHIANG MAI

Banseok Eli Kim

ຄວາມງາມອັນບໍລິສຸດ

(ຕາດເຢືອງ, ແຂວງຈໍາປາສັກ)

ສະຖານທີ່ນີ້ເຮັດໃຫ້ຂ້ອຍຮູ້ສຶກສະຫງົບທຸກຄັ້ງທີ່ຂ້ອຍມາຢ້ຽມຢາມ, ໃນຂະນະທີ່ຄວາມງາມ ແລະ ຄວາມບໍລິສຸດຂອງທຳມະຊາດເມືອງລາວມີຄວາມງາມຈົນຂ້ອຍເກືອບລືມຫາຍໃຈ. ເຖິງແມ່ນວ່າຈະມີສິ່ງທີ່ມະນຸດສ້າງຂຶ້ນມາເພື່ອ
ອຳນວຍຄວາມສະດວກສະບາຍ ແຕ່ສະຖານທີ່ນີ້ກໍສາມາດດຶງເອົາຄວາມງາມຂອງທິວທັດທຳມະຊາດເມືອງລາວໄດ້.

ບົວວົນ ເບ້ຍຈໍາປາ

ອູ່ເຂົ້າອູ່ປາ

(ເມືອງ ພຽງ, ແຂວງໄຊຍະບູລີ)

ທົ່ງນາແຫ່ງນີ້ປຽບເໝືອນສູນລວມຈິດໃຈຂອງປະຊາຊົນຊາວເມືອງພຽງ ຕັ້ງແຕ່ດົນນານມາແລ້ວ ເພາະເປັນສະຖານທີ່ພົບປະ ແລະ ແລກປ່ຽນຄວາມທຸກ-ຄວາມສຸກ, ຢາດເຫື່ອ-ຮອຍຍິ້ມ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງເປັນແຫຼ່ງຜະລິດເຂົ້າ-ແຫຼ່ງອາຫານທີ່ສໍາຄັນທີ່ສຸດໃນເຂດດັ່ງກ່າວອີກດ້ວຍ ຈົນຖືກຂະໜານນາມວ່າເປັນ “ອູ່ເຂົ້າອູ່ປາ” ຂອງ ແຂວງ ໄຊຍະບູລີ ແລະ ເປັນສະຖານທີ່ທີ່ຂ້ອຍເອີ້ນວ່າ: “ເມືອງລາວຂອງຂ້ອຍ”

ພອນສະຫວັນ ຈັນທະວົງ

The of the Tham Khoun Xe (Xe Bang Fai River Cave)

(ເມືອງ ບົວລະພາ, ແຂວງຄຳມ່ວນ)

ຂ້ອຍໄດ້ເຂົ້າໄປຢ້ຽມຊົມຖ້ຳດັ່ງກ່າວ 5 ຄັ້ງແລ້ວ, ຖ້ຳແຫ່ງນີ້ ງາມຫຼາຍ ແລະ ປຽບດັ່ງອີກໂລກແຫ່ງໃໝ່. ທ່ານຈະບໍ່ຜິດຫວັງເມື່ອໄດ້ມີໂອກາດໄປຢ້ຽມຊົມ ຖ້ຳດັ່ງກ່າວ.

ຂໍ້ມູນເພີ່ມເຕີມ: ຖ້ຳແຫ່ງນີ້ ຕັ້ງຢູ່ໃຂເຂດປ່າສະຫງວນແຫ່ງຊາດ ຫີນນ້ຳໂນ, ບ້ານໜອງປີງ, ເມືອງ ບົວລະພາ, ແຂວງຄຳມ່ວນ.

 

WINNERS OF FLIGHTS TO LUANG PRABANG

Gerhard Mutz

57, ຈາກນະຄອນຫລວງວຽງຈັນ

ອາລຸນວັນໃໝ່ທີ່ວັງວຽງ

(ເມືອງວັງວຽງ ແຂວງວຽງຈັນ)

ຮູບນີ້ໄດ້ຖືກຖ່າຍທີ່ວັງວຽງຈາກບໍລູນລອຍຟ້າໃນຕອນເຊົ້າ. ວັງວຽງເປັນສະຖານທີ່ທີ່ມີທິວທັດທຳມະຊາດທີ່ສວຍງາມ ຂ້ອຍໄປວັງວຽງຫລາຍ
ກວ່າໜຶ່ງຮອບໃນແຕ່ລະປີ ເມື່ອຂ້ອຍຕ້ອງການພັກຜ່ອນຈາກວຽກງານໃນວຽງຈັນ. ຂ້ອຍຮັກທຳມະຊາດ, ຮັກການຖ່າຍພາບ, ການລ່ອງເຮືອ ແລະ ການຍ່າງປ່າ, ແລະ ຂ້ອຍສາມາດເຮັດທຸກຢ່າງທີ່ຂ້ອຍຮັກໄດ້ຢູ່ວັງວຽງ, ທີ່ນີ້ຈຶ່ງເປັນສະຖານທີ່ທີ່ຂ້ອຍມັກທີ່ສຸດໃນລາວ.

 

Jade Triandafyllo

ແດນສະຫວັນແສນສະຫງົບ

(Kuang Si Waterfall)

ເມື້ອໃດທີ່ຂ້ອຍໄດ້ມາເຮັດວຽກທີ່ຫລວງພະບາງ, ຂ້ອຍມັກຈະຫາໂອກາດມາຢ້ຽມຢາມນໍ້າຕົກຕາດກວາງຊີສະເໝີ. ນໍ້າຕົກຕາດອັນມະຫັດສະຈັນນີ້

ແມ່ນລ້ອມຮອບດ້ວຍປ່າໄມ້ຂຽວຊຸ່ມ. ຂ້ອຍມັກຈະຕື່ນແຕ່ເຊົ້າ ແລະ ເຫັນພະສົງອອກບິນທະບາດຕາມທາງສູ່ຕາດກວາງຊີ.​ ຂ້ອຍມັກຈະເປັນຄົນທຳອິດທີ່ມາຮອດ ແລະ ເຫັນວ່າເປັນຂ້ອບຄົນດຽວທີ່ໄດ້ຈຸ່ມໂຕລົງນໍ້າໃນທີ່ແຫ່ງນີ້. ສະຖານທີ່ນີ້ເປັນສະຖານທີ່ທີ່ຂ້ອຍມັກທີ່ສຸດໃນລາວ.

 

Spencer Wakat

ສວນສະຫວັນ ໃນຍາມແລງ

(ແຂວງສະຫວັນນະເຂດ)

ປະຊາຊົນຄົນທ້ອງຖິ່ນມີຄວາມສົນໃຈ ແລະ ເບີກບານມ່ວນຊື່ນກັບການໄດ້ຫຼິ້ນຊິງຊ້າສະຫວັນ ແລະ ມ້າໝຸນ ເຊິ່ງເປັນເຄື່ອງຫຼິ້ນກິດຈະກຳທີ່ສະໜັບສະໜູນໂດຍ ສວນສະຫວັນ ສະຫັວນນະເຂດ