ຂົວໄມ້ໃຫຍ່ຂ້າມນ້ໍາຂອງສະໄຫມເຈົ້າອະນຸ

Author:

Category:

spot_img

 

ບົດຄວາມໂດຍ: ວິລະ ພູນວົງສາ (ຈາກສະເໜ່ປະຫວັດສາດ)

ຮູບພາບໂດຍ: ເຈສັນ ໂຣລັນ, ວິລະ ພູນວົງສາ

ຂົວມິດຕະພາບລາວ-ໄທ ເຊິ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ (ປະເທດລາວ) ແລະ ຈັງຫວັດໜອງຄາຍ (ປະເທດໄທ) ໃນປັດຈຸບັນ ໄດ້ຖືກເປີດນຳໃຊ້ຢ່າງເປັນທາງການໃນວັນທີ 8 ເມສາ ປີ 1994 ເຊິ່ງຄົນລາວໃນຍຸກປັດຈຸບັນນີ້ໄດ້ກຳນົດເອົາຂົວດັ່ງກ່າວໃຫ້ເປັນຂົວມິດຕະພາບລາວ-ໄທຍ ແຫ່ງທຳອິດ. ແຕ່ໃນຄວາມເປັນຈິງແລ້ວກ່ອນ ໜ້ານີ້ປະມານ 180 ກວ່າປີ ເຄີຍມີການສ້າງຂົວຂ້າມແມ່ນໍ້າຂອງຂຶ້ນມາແລ້ວ ແລະ ທີ່ໜ້າອັດສະຈັນໄປກວ່ານັ້ນຄືຂົວດັ່ງກ່າວແມ່ນຖືກສ້າງຂຶ້ນດ້ວຍໄມ້ລ້ວນໆ. ລອງຈິນຕະນານາການເບິ່ງວ່າ ຂົວທີ່ເຮັດຈາກໄມ້ໃນຍຸກທີ່ບໍ່ມີເຕັກໂນໂລຊີທີ່ທັນສະໄໝ ຈາກຂໍ້ມູນໃນພົງສາວະດານລາວບໍ່ທໍ່ໃດບັນທັດໄດ້ບັນທຶກໄວ້ວ່າ “ ໃນລະຫວ່າງປີ ຄ.ສ 1810-1812 ເຈົ້າອະນຸວົງໄດ້ນໍາພາປະຊາຊົນ ສ້າງຫໍພຣະແກ້ວ ເຈົ້າອະນຸວົງໄດ້ນໍາພາປະຊາຊົນສ້າງຫໍພຣະແກ້ວ (ຢູ່ວັດຊ້າງເຜືອກ) ແລະ ສ້າງຂົວຂ້າມແມ່ນໍ້າຂອງຂຶ້ນ ຢູ່ບ່ອນໃຕ້ວັດຊ້າງເຜືອກ, ບ້ານສີຊຽງໃໝ່ ເຊື່ອມຕໍ່ມາໃສ່ຊື່ວັດອູບມຸງ ເຊິ່ງເປັນຂົວທີ່ເຮັດດ້ວຍໄມ້ເພື່ອນໍາໃຊ້ໃນການສັນຈອນໄປມາຂອງຄົນລາວທັງສອງຝັ່ງແມ່ນໍ້າຂອງໃນສະໄໝນັ້ນ” ໃນການສ້າງຂົວນີ້ຈາກໜັງສືນະຄອນຫຼວງວຽງຈັນ  450  ປີ ບອກວ່າມີພະສົງເຂົ້າຮ່ວມທັງໝົດຈາກ 71 ວັດ (ຄວາມຮູ້ເພີ່ມຕື່ມ: ໃນສະໄໝເຈົ້າອະນຸວົງຝັ່ງຂວາແມ່ນໍ້າຂອງແມ່ນຍັງຂຶ້ນກັບລາວຢູ່)

ທ່ານ ມະຫາສິລາວີຣະວົງສ໌ ໄດ້ຂຽນກ່ຽວກັບເລື່ອງຂົວໄມ້ນີ້ໄວ້ໃນໜັງສື “ຊີວະປະຫວັດພະເຈົ້າອະນຸວົງ” (ໃນໜ້າທີ 17) ວ່າ: “ໃນການສ້າງຂົວນີ້ພະອົງຈະເຮັດຂົວແບບໃດບໍ່ມີທາງຈະຮູ້ໄດ້ ເຫັນແຕ່ສິລາຈາລຶກບອກໄວ້ວ່າ ພະອົງໄດ້ສ້າງຂົວຂ້າມນ້ຳຂອງ ເພື່ອໃຫ້ຄົນທັງຫຼາຍທຽວໄປມາສະດວກໃນເວລາທໍາບຸນສະຫຼອງຫໍພະແກ້ວທີ່ບ້ານສີຊຽງໃໝ່ ແຕ່ຂ້າພະເຈົ້າຜູ້ຂຽນໄດ້ເຄີຍເຫັນແຕ່ເສົາຂົວທີ່ວ່ານີ້ຕັ້ງຢູ່ຊື່ທ່າວັດອູບມຸງ ໃນເວລາຕາຝັ່ງຂອງເຈື່ອນເມື່ອປີ ຄ.ສ 1932 ມີຢູ່ຫຼາຍເສົາຊຶ່ງຊາວບ້ານໜອງປາໄນໄດ້ຂຸດເອົາມາເຮັດສາກມອງ ແລະ ແມ່ມອງ. ເຊິ່ງເປັນໄມ້ແກ່ນຢ່າງດີຝັງຢູ່ເລິກ ເມື່ອເວລານໍ້າຂອງລົງເດືອນສີ່ເດືອນຫ້າຈຶ່ງເຫັນ ແຕ່ດຽວນີ້ບໍ່ມີແລ້ວ”

ສຳລັບຊາວເມືອງຫຼວງພຣະບາງເອງ ກໍເປັນກຸ່ມຄົນທີ່ມີວັດທະນະທຳທີ່ໃກ້ຄຽງກັບຊາວເມືອງວຽງຈັນຫຼາຍທີ່ສຸດ, ພວກເຂົາເອງກໍມີປະເພນີອັນໜຶ່ງທີ່ໃກ້ຄຽງກັນ ນັ້ນກໍຄືການສ້າງຂົວຂ້າມນໍ້າຄານດ້ວຍໄມ້ຄື: ຕີນ ແລະ ເສົາຂົວເຮັດດ້ວຍໄມ້ລຳນ້ອຍມັດຂັດກ່າຍກັນແລ້ວເອົາກ້ອນຫິນຫຼາຍໆກ້ອນກອງຖ່ວງຕີນເສົາຂົວໄວ້ເພື່ອຕ້ານແຮງໄຫຼຂອງນໍ້າ ແລະ   ຈົ່ງຫວ່າງກາງໃຫ້ເຮືອສາມາດລອດໄປໄດ້. ສ່ວນບ່ອນຢຽບແມ່ນເຮັດດ້ວຍແຜ່ນໄມ້ໄຜ່ຜ່າຜູກເຊືອກລຽນກັນຢ່າງແໜ້ນໜາ ເຊິ່ງນໍາໃຊ້ເປັນຂົວຂ້າມຊົ່ວຄາວໃນລະດູແລ້ງສໍາລັບການທຽວໄປມາຫາສູ່ກັນ. 

ສຳລັບອານາຈັກໃກ້ຄຽງຢ່າງ ອັງວະ ຫຼື ພະມ້າເອງເຂົາກໍມີຂົວໄມ້ອູ້ເບັນ (U Bein Bridge  ມາຈາກຊື່ຜູ້ນຳພາສ້າງ)  ເປັນຂົວໄມ້ສັກທີ່ຖືກສ້າງຂຶ້ນລະຫວ່າງ ປີ ຄ.ສ 1849-1851 (ຫຼັງສະໄໝເຈົ້າອະນຸວົງ 21 ປີ) ສ້າງຂຶ້ນມາສຳລັບຂ້າມຊ່ອງແຄບຂອງທະເລສາບຕອງຕະມານໄປຫາເຈດີ ເຈາະຕໍຈີ, ມີຄວາມຍາວທັງໝົດ ປະມານ 1.2 ກິໂລແມັດ. ຂົວນີ້ແມ່ນຖືກສ້າງຂຶ້ນມາຈາກໄມ້ສັກທີ່ຖືກມ້າງຈາກພຣະຣາຊະວັງເກົ່າອັງວະ ຍ້ອນມີການຍ້າຍເມືອງຫຼວງໃໝ່ມາຍັງ ອາມອນປຸຣະ ເຊິ່ງຖືວ່າເປັນຂົວໄມ້ສັກທີ່ເກົ່າແກ່ແລະຍາວທີ່ສຸດໃນໂລກ.

ກັບມາທີ່ຂົວຂ້າມແມ່ນໍ້າຂອງສະໄໝເຈົ້າອະນຸວົງ, ຂ້າພະເຈົ້າຜູ້ຂຽນໄດ້ເຄີຍໄປລົງສຳຫຼວດເບິ່ງພຶ້ນທີ່ແຫ່ງນີ້ດ້ວຍຕົນເອງເຖິງ 2 ຄັ້ງ ຄື ຄັ້ງທີ 1 ໃນວັນທີ 23-04-2022 (ຊ່ວງດຽວກັນກັບຄຳບອກເລົ່າຂອງທ່ານ ມະຫາສິລາ ເມື່ອປີ 1932) ແລະ ຄັ້ງທີ 2 ໃນວັນທີ 26-05-2025 ແລ້ວພົບວ່າປັດຈຸບັນແມ່ນແຕ່ກະຕໍໄມ້ອັນໜຶ່ງກໍບໍ່ມີໄວ້ໃຫ້ເຫັນແລ້ວ. ຈາກການສອບຖາມຜູ້ເຖົ້າຜູ້ແກ່ເຂດນັ້ນເພິ່ນໄດ້ເລົ່າໃຫ້ຟັງວ່າ ໃນຝັ່ງລາວບໍລິເວນທີ່ເປັນສົ້ນຂົວແທ້ໆແມ່ນຢູ່ບໍລິເວນຕົ້ນເດື່ອໃຫຍ່ ຕິດກັບຫໍໃຫຍ່ຫໍໜຶ່ງ (ໜ້າຈະແມ່ນຫໍຜີບ້ານອູບມຸງ) ເຊິ່ງປັດຈຸບັນຕັ້ງຢູ່ຫຼັງໂຮງແຮມ Eastin Hotel ເພິ່ນວ່າ “ໃນສະໄໝຍັງນ້ອຍເຄີຍພົບເຫັນເສົາໄມ້ໃຫຍ່ຂະໜາດປະມານ 1 ຄົນໂອບ ປູ່ຍາຕານາຍຂອງເພິ່ນບອກເພິ່ນວ່ານັ້ນແມ່ນເສົາຂົວຂ້າມນໍ້າຂອງສະໄໝເຈົ້າອະນຸວົງ”. ເຫດຜົນຫຼັກໆທີ່ຄົນສະໄໝກ່ອນສາມາດສ້າງຂົວຂ້າມແມ່ນໍ້າທີ່ມີລວງກວ້າງຂະໜາດນີ້ໄດ້ ຄົງຈະພາກັນສ້າງໃນລະດູແລ້ງ ເພາະເຂດນີ້ຈະກາຍເປັນຫາດຊາຍກວ້າງສຸດຫູສຸດຕາ ເຫຼືອແຕ່ແອ່ງນໍ້າແຄບໆເທົ່ານັ້ນ, “ຈາກຫຼັກຖານການບັນທຶກ ແລະ ຫຼັກຖານແວດລ້ອມທີ່ມີ ຂ້າພະເຈົ້າຈຶ່ງສັນນິຖານວ່າຂົວໄມ້ທີ່ສ້າງຂຶ້ນເພື່ອຂ້າມນໍ້າຂອງໃນສະໄໝເຈົ້າອະນຸນັ້ນ ຕ້ອງບໍ່ແມ່ນຂົວໄມ້ນ້ອຍໆຢ່າງແນ່ນອນ ເພາະໃຊ້ແຮງງານພຣະສົງມາຊ່ວຍເຖິງ 71 ວັດ ແລະ ໃນພົງສາວະດານຫຼາຍສະບັບກໍບໍ່ໄດ້ບອກວ່າຂົວນັ້ນເປັນຂົວໄມ້ຊົ່ວຄາວ, ສະນັ້ນລັກສະນະຂອງຂົວມີຄວາມເປັນໄປໄດ້ສູງວ່າຕ້ອງຄ້າຍຄືກັບຂົວໄມ້ອູເບັ້ນຂອງພະມ້າທີ່ເສົາສ້າງຈາກໄມ້ເນື້ອແຂງ ໂດຍອີງຕາມຄຳໃຫ້ການຂອງທ່ານມະຫາສິລາ ເລື່ອງພົບເສົາຂົວຂະໜາດໃຫຍ່ຕອນຕາຟັ່ງພັງ ແລະ ຈາກການ ບອກເລົ່າຂອງຜູ້ເຖົ້າຜູ້ແກ່ເຂດນັ້ນທີ່ເຄີຍໄດ້ພົບເຫັນເສົາໄມ້ຂະໜາດໃຫຍ່ໃນສະໄໝທີ່ຕົນເປັນເດັກ.ໃນການອອກແບບ ຢູ່ກາງຂົວແມ່ນຕ້ອງໄດ້ຈົ່ງຫວ່າງໃຫ້ເຮືອສາມາດລອດໄປໄດ້ພ້ອມ. ແຕ່ລະເສົາຂົວມີການຕອກໄມ້ຂັດໄຂວ່ກັນເພື່ອເສີມຄວາມແຂງແຮງ. ສ່ວນສໍາລັບທາງຢຽບຍ່າງອາດຈະປູດ້ວຍແຜ່ນໄມ້ແປ້ນ ຫຼື ລໍາໄມ້ໄຜ່ຜູກຕິດກັນດ້ວຍເຊືອກກ່າຍເທິງຄານລະຫວ່າງເສົາຕໍ່ເສົາຂົວ”. ນີ້ເປັນພຽງຂໍ້ສັນນິຖານເທົ່ານັ້ນ, ລັກສະນະຂອງຂົວແມ່ນຈະເປັນແບບໃດແທ້ບໍ່ມີໃຜຮູ້ໄດ້ ເພາະໄດ້ຜ່ານການເວລາມາດົນນານແລ້ວ ສິ່ງທີ່ຂ້າພະເຈົ້າເຮັດໄດ້ກໍຄືການສັນນິຖານຂໍ້ມູນຈາກພົງສາວະດານລາວທີ່ມີບັນທຶກໄວ້ບໍ່ທໍ່ໃດບັນທັດ ແລະ ຈາກການບອກເລົ່າຂອງຜູ້ເຖົ້າຜູ້ແກ່ທ້ອງຖິ່ນເທົ່ານັ້ນ, ຢ່າງໃດກໍດີ ຄົງຕ້ອງໄດ້ຝາກໃຫ້ຜູ້ອ່ານ ແລະ ນັກຄົ້ນຄວ້າຜູ້ເກີດໃໝ່ໃຫຍ່ລຸນຊ່ວຍກັນໄຂປິດສະໜານີ້ໃຫ້ກະຈ່າງແຈ້ງຂຶ້ນຕື່ມໃນພາຍພາກໜ້າ ຂໍຂອບໃຈ.

Read More

Related Articles