ວາລະສານຂອງພວກເຮົາໄດ້ມີໂອກາດສໍາພາດໂອ້ລົມກັບ ທ່ານ ຜູ້ອໍານວຍການໃຫຍ່ທີ່ເຂົ້າມາຮັບຕໍາແໜ່ງໃໝ່ຂອງ ລັດວິສາຫະກິດການບິນລາວ (ກບລ)
ໃນບົດສໍາພາດພິເສດຄັ້ງນີ້ ທ່ານ ວຽງໄຊ ສິງຄຳ ຜູ້ອໍານວຍການໃຫຍ່ການບິນລາວ ໄດ້ເລົ່າໃຫ້ພວກເຮົາຟັງເຖິງວິໄສທັດຂອງເພິ່ນທີ່ມີຕໍ່ອະນາຄົດຂອງສາຍການບິນແຫ່ງຊາດເຮົາ ເຊິ່ງເປັນວິໄສທັດທີ່ປະສົມປະສານເອົານະວັດຕະກໍາໃໝ່ເຂົ້າກັບແນວທາງການຂະຫຍາຍກິດຈະການໃນລະດັບພາກພື້ນ ແລະ ທີ່ຂາດບໍ່ໄດ້ຄືນໍ້າໃຈອັນອົບອຸ່ນທີ່ເປັນມິດໄມຕີອັນສວຍງາມຂອງຊາວລາວເຮົາ. ຫຼັງຈາກທີ່ໄດ້ສະສົມປະສົບການມາຫຼາຍສິບປີໃນຂົງເຂດການບິນ ທ່ານ ວຽງໄຊ ກໍ່ໄດ້ຮັບມອບໝາຍເຂົ້າມາຊີ້ນໍານໍາພາ ແລະ ຍົກລະດັບໃຫ້ການບິນລາວກ້າວໄປສູ່ມິຕິໃໝ່ຂອງການໃຫ້ບໍລິການ ແລະ ເຊື່ອມໂຍງສາກົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
1. ຂໍອະນຸຍາດໃຫ້ທ່ານ ຜູ້ອໍານວຍການໃຫຍ່ ແນະນໍາກ່ຽວກັບຕົນເອງສູ່ຜູ້ອ່ານຂອງພວກເຮົາແດ່ເດີເຈົ້າ.
ເສັ້ນທາງໃນວົງການການບິນຂອງຂ້າພະເຈົ້າໄດ້ເລີ່ມຕົ້ນຂຶ້ນຢູ່ທີ່ເຂດພູດອຍຂອງ ແຂວງ ຫົວພັນ ເຊິ່ງເປັນບ້ານເກີດເມືອງນອນຂອງຂ້າພະເຈົ້າເອງ ແລະ ຂ້າພະເຈົ້າກໍ່ເກີດໃນຊ່ວງເດືອນ ທັນວາ ປີ 1973. ຂ້າພະເຈົ້າໄດ້ເລີ່ມເຂົ້າມາປະກອບອາຊີບທາງການບິນໃນຕໍາແໜ່ງຜູ້ຄວບຄຸມການຈະລາຈອນທາງອາກາດໃນປີ 1993 ແລະ ຮູ້ສຶກໂຊກດີເປັນຢ່າງຍິ່ງທີ່ໄດ້ເຕີບໂຕ ແລະ ໃຫຍ່ຂຶ້ນໄປພ້ອມໆກັນກັບອຸດສາຫະກໍາການບິນຂອງລາວເຮົານັບເປັນເວລາສາມທົດສະວັດແລ້ວ. ຂ້າພະເຈົ້າໄດ້ບຸກບືນພັດທະນາຕົນເອງຢ່າງບໍ່ຢຸດຢັ້ງຜ່ານໜ້າທີ່ຮັບຜິດຊອບຫຼາກຫຼາຍຕຳແໜ່ງ ນັບແຕ່ການຊີ້ນໍາວຽກງານໃນ ພະແນກຂົນສົ່ງທາງອາກາດ ຈົນເຖິງການກ້າວມາເປັນ ຫົວໜ້າກົມການບິນພົນລະເຮືອນ ໃນປີ 2021 ທີ່ຜ່ານມາ. ແລະ ແລ້ວໃນຕົ້ນປີນີ້ເອງ ຂ້າພະເຈົ້າກໍ່ໄດ້ຮັບກຽດເຂົ້າຮັບຕຳແໜ່ງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ພ້ອມກັບ ທັດສະນະມຸມມອງ ແລະ ປະສົບການຕົວຈິງທີ່ເກັບກ່ຽວມາຈາກເກືອບວ່າທຸກໆດ້ານຂອງວຽກງານການບິນໃນລາວຕິດໂຕມານໍາ.
ໃນຕະຫຼອດເສັ້ນທາງອາຊີບນີ້ ຂ້າພະເຈົ້າເອງໄດ້ພັດທະນາແນວຄິດທີ່ຕ້ອງສຸມໃສ່ການສ້າງຄວາມພ້ອມຜ່ານການຄາດການລ່ວງໜ້າ ແລະ ການປັບຕົວໃນສະພາບແວດລ້ອມຕ່າງໆໃຫ້ໄດ້ໃຫ້ເປັນໝາກຫົວໃຈຫຼັກຂອງການດໍາເນີນທຸລະກິດ. ຂ້າພະເຈົ້າເຊື່ອວ່າຄວາມສໍາເລັດໃນຂົງເຂດວຽກງານການບິນຈະມາພ້ອມກັບການດໍາເນີິນການທີ່ຕ້ອງທັນຍຸກທັນສະໄໝຂອງອຸດສາຫະກໍາການບິນຢູ່ສະເໝີ, ຕ້ອງໃຫ້ບໍລິການດ້ວຍໃຈ ແລະ ມີປະສິດທິພາບຢ່າງແທ້ຈິງ, ສ້າງປະສົບການການບໍລິການທີ່ໂດດເດັ່ນເປັນເອກະລັກແຕກຕ່າງຈາກບັນດາຄູ່ແຂ່ງຂອງພວກເຮົາ ແລະ ຕ້ອງຮັບປະກັນວ່າທີມງານຂອງພວກເຮົາເຂົ້າອົກເຂົ້າໃຈຄວາມຕ້ອງການຂອງຜູ້ໂດຍສານຂອງພວກເຮົາຢ່າງເລິກເຊິ່ງ. ສິ່ງສໍາຄັນທີ່ສຸດກໍ່ແມ່ນສອງຈຸດທີ່ຕ້ອງເນັ້ນໜັກກວ່າໝູ່ຄື ຮັກສາລູກຄ້າປະຈໍາທີ່ໃຊ້ບໍລິການນໍາພວກເຮົາ ແລະ ດຶງດູດລູກຄ້າໃໝ່ໃຫ້ໄດ້ເຂົ້າມາລອງ.
2. ທ່ານຄາດວ່າຈະນໍາພາການບິນລາວໄປໃນທິດທາງໃດໃນຕໍ່ໜ້າ?
ໃນຖານະເປັນຜູ້ໃຫ້ບໍລິການດ້ານການບິນແຫ່ງຊາດທີ່ເປັນໜ້າເປັນຕາໃຫ້ແກ່ປະເທດ ແລະ ມີລັດຖະບານເປັນຜູ້ຖືຮຸ້ນທັງໝົດ ພວກເຮົາກໍາລັງກ້າວເຂົ້າໄປສູ່ບົດບາດໃໝ່ທີ່ໜ້າຕື່ນເຕັ້ນລັດຖະບານເຮົາພວມເຟັ້ນຫາຄູ່ຮ່ວມມືສາກົນທີ່ຈະມາຊ່ວຍຍົກສູງຄວາມສາມາດໃນການແຂ່ງຂັນຂອງພວກເຮົາໃຫ້ທຽບເທົ່າກັບສາກົນ ແລະ ຂ້າພະເຈົ້າມີຄວາມປິຕິທີ່ຈະໄດ້ນໍາພາການຫັນປ່ຽນທີ່ມີຄວາມໝາຍຄວາມສໍາຄັນນີ້.
ປັດຈຸບັນ ພວກເຮົາກໍາລັງເຈລະຈາກັບບໍລິສັດ COMAC ເຊິ່ງເປັນ ບໍລິສັດຜະລິດເຮືອບິນຂອງສປ ຈີນ. ຂ້າພະເຈົ້າຄາດວ່າພວກເຮົາຈະສາມາດສຳເລັດການຮ່ວມທຶນໃນທ້າຍປີ 2025 ນີ້ ເຊິ່ງຈະຍິ່ງຊ່ວຍເພີ່ມຄວາມສາມາດໃນການດຳເນີນງານຂອງພວກເຮົາຍິ່ງຂຶ້ນ.
ນອກເໜືອຈາກການເປັນຄູ່ຮ່ວມມືກັນແລ້ວ, ຍຸດທະສາດທີ່ຂ້າພະເຈົ້າວາງໄວ້ແມ່ນຈະຄອບຄຸມກວ້າງໄປຍິ່ງກວ່ານັ້ນອີກ: ພວກເຮົາຈະສືບຕໍ່ຍົກລະດັບຄຸນະພາບການບໍລິການຜ່ານມິດໄມຕີທີ່ອົບອຸ່ນຂອງຊາວລາວເຮົາ, ຮັກສາຜົນງານສະຖິຕິຄວາມປອດໄພທີ່ດີເລີດຂອງສາຍການບິນເຮົາຜ່ານການຮັກສາມາດຕະຖານ ແລະ ຫຼັກການສາກົນຢ່າງເຂັ້ມງວດ, ລົງທຶນໃນການພັດທະນາບຸກຄະລາກອນ ແລະ ຂະຫຍາຍເຄືອຂ່າຍເສັ້ນທາງການບິນຂອງພວກເຮົາ ໄປພ້ອມໆກັນ. ນອກນັ້ນ ຂ້າພະເຈົ້າກໍ່ເລັງເຫັນເຖິງຄວາມສໍາຄັນຂອງການຮ່ວມມືທາງຍຸດທະສາດກັບສາຍການບິນຊັ້ນນໍາຕ່າງໆຂອງໂລກ, ເຊັ່ນດຽວກັບການດໍາເນີນການຢ່າງມີປະສິດທິພາບຜ່ານການຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍ, ການເພີ່ມແຫຼ່ງລາຍຮັບ ແລະ ການສ້າງກໍາໄລທີ່ຍືນຍົງ.
3. ທ່ານຄິດວ່າຈຸດແຂງຂອງສາຍການບິນລາວເຮົາແມ່ນຫຍັງ?
ຈຸດແຂງທີ່ສໍາຄັນທີ່ສຸດຂອງພວກເຮົາແມ່ນມໍລະດົກອັນດີງາມທີ່ສືບສານກັນມາ. ດ້ວຍປະສົບການ ການໃຫ້ບໍລິການທີ່ດີເລີດເປັນເວລາຍາວນານມາຫຼາຍກວ່າສາມທົດສະວັດ ພວກເຮົາຍັງໄດ້ຮັບການຢັ້ງຢືນມາດຕະຖານ ISO ດ້ານຄຸນະພາບການຄຸ້ມຄອງ ແລະ ການບໍລິການ ພ້ອມທັງ ທັງໄດ້ຮັບໃບຢັ້ງຢືນການກວດສອບຄວາມປອດໄພດ້ານການດໍາເນີນງານຂອງ IATA ເຊິ່ງສ້າງໃຫ້ພວກເຮົາກາຍເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືສໍາລັບສາຍການບິນໃນທົ່ວໂລກ.
ຂ້າພະເຈົ້າພູມໃຈໃນຄວາມເປັນມິດໄມຕີທີ່ເປັນເອກະລັກແບບລາວເຮົາ. ນອກເໜືອຈາກຄວາມຮູ້ຄວາມສາມາດທາງດ້ານວິຊາການແລ້ວ ທ່ານກໍ່ຍັງຈະໄດ້ສໍາຜັດເຖິງຄວາມອົບອຸ່ນທີ່ເຮັດໃຫ້ເຮົາພິເສດແຕກຕ່າງຈາກສາຍການບິນອື່ນໆ. ນອກນີ້ ພວກເຮົາຍັງເປັນສາຍການບິນດຽວໃນປະເທດທີ່ໃຫ້ບໍລິການເຊື່ອມໂຍງກັບບັນດາປະເທດຕ່າງໆໃນພາກພື້ນ ທີ່ມີສິ່ງອໍານວຍຄວາມສະດວກອຸປະກອນບຳລຸງຮັກສາແບບຮອບດ້ານຄົບວົງຈອນຂອງພວກເຮົາເອງ ແລະ ທັງມີນັກວິຊາການທີ່ມີຄວາມຊຳນິຊຳນານທີ່ໃຫ້ບໍລິການແກ່ສາຍການບິນອື່ນໆທີ່ດໍາເນີນການຢູ່ບ້ານເຮົານໍາອີກ.
ນອກເໜືອໄປຈາກການບໍລິການຫຼັກໆເຫຼົ່ານີ້ແລ້ວ ພວກເຮົາຍັງຊອກຫາວິທີທີ່ຈະຍົກລະດັບປັບປຸງປະສົບການການເດີນທາງໃຫ້ແກ່ລູກຄ້າສະເໝີ ເຊັ່ນ: ການສ້າງແພັກເກດທ່ອງທ່ຽວທີ່ໜ້າສົນໃຈໃຫ້ຕອບສະໜອງແກ່ຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ຫຼາກຫຼາຍ ເພື່ອເຮັດໃຫ້ສາຍການບິນລາວເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ມີຄວາມຫຼາກຫຼາຍໃນວົງການການບິນນີ້.
4. ມີເສັ້ນທາງບິນໃໝ່ທີ່ສາຍການບິນລາວຈະເປີດຕົວຕື່ມອີກບໍ?
ການເຊື່ອມໂຍງນ່ານຟ້າແມ່ນພາລະໜ້າທີ່ຂອງພວກເຮົາ ແລະ ຂ້າພະເຈົ້າມຸ່ງໝັ້ນທີ່ຈະຂະຫຍາຍການຮ່ວມມືສາກົນ. ເພື່ອສອດຄ່ອງກັບວິໄສທັດຂອງລັດຖະບານໃນການເຊື່ອມໂຍງລາວເຂົ້າກັບພາກພື້ນແລະ ສາກົນໃຫ້ດີຍິ່ງຂຶ້ນ ພວກເຮົາພວມຕັ້ງໜ້າເຟັ້ນຫາເສັ້ນທາງການບິນສາກົນເສັ້ນໃໝ່ເຊິ່ງໃນນັ້ນກໍ່ຈະມີເສັ້ນທາງບິນໄປຍັງຈຸດໝາຍປາຍທາງທີ່ ສປຈີນ, ສເກົາຫຼີ, ຍີ່ປຸ່ນ, ຣັດເຊຍແລະໃນທົ່ວພາກພື້ນອາຊຽນ.
ພວກເຮົາກໍາລັງໝູນໃຊ້ວິທີການສຸມໃສ່ສອງດ້ານພ້ອມໆກັນຄື: ພະຍາຍາມເປີດຖ້ຽວບິນກົງໄປຍັງເສັ້ນທາງທີ່ສາມາດຈັດສັນໄດ້ ຄຽງຄູ່ໄປກັບ ການສານສໍາພັນຮ່ວມມືຜ່ານຂໍ້ຕົກລົງລະຫວ່າງສາຍການບິນ ແລະ ການຮ່ວມໃຊ້ລະຫັດຖ້ຽວບິນນໍາກັນກັບສາຍການບິນຕ່າງໆ. ເສັ້ນທາງບິນໃໝ່ໄປ ສປ ຈີນທີ່ພວກເຮົາກໍາລັງພິຈາລະນາໄດ້ແກ່ ນະຄອນຫຼວງວຽງຈັນ ຫາ ຊ່ານໂຖ (SWA) ແລະ ເຈີ້ຈຽງ (ZHA), ແລະ ພວກເຮົາກຳລັງວາງແຜນທີ່ຈະສືບຕໍ່ໃຫ້ບໍລິການບິນໄປ ນະຄອນຊຽງໄຮ້ (PVG) ເຊັ່ນກັນ. ການຂະຫຍາຍເສັ່ນທາງການບິນເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາທີ່ຈະສ້າງໃຫ້ການບິນລາວເປັນຕົວເຊື່ອມຕໍ່ທີ່ສຳຄັນລະຫວ່າງລາວກັບສາກົນ.
5. ແລ້ວທ່ານມັກໄປທ່ຽວສະຖານທີ່ໃດແດ່?
ຖ້າໃຫ້ເບິ່ງຄືນການເດີນທາງຂອງຕົນເອງໃນຂົງເຂດພາກພື້ນເຮົານີ້ ຂ້າພະເຈົ້າເຫັນວ່າແຕ່ລະບ່ອນຈະໃຫ້ຄວາມສຸກຄວາມມ່ວນຊື່ນໃນແບບທີ່ເປັນເອກະລັກແຕກຕ່າງກັນໄປເຊັ່ນວ່າ ປະເທດຈີນ ມີຄວາມຫຼາກຫຼາຍແຕກຕ່າງກັນສີ້ນເຊີງຢ່າງບໍ່ໜ້າເຊື່ອໃນແຕ່ລະຂົງເຂດບໍ່ວ່າຈະເປັນຄວາມທັນສະໄໝຂອງ ນະຄອນຊຽງໄຮ້ກິ່ນອາຍຄວາມເປັນເອກະລັກຂອງກວາງໂຈ່ ແລະຄວາມຍິ່ງໃຫຍ່ຕະການຕາດ້ານປະຫວັດສາດຂອງປັກກິ່ງ. ສ່ວນ ຫວຽດນາມ ກໍ່ແມ່ນປະເທດແຫ່ງຄວາມສວຍງາມເລີຍກໍ່ວ່າໄດ້ນັບຕັ້ງແຕ່ ຮ່າໂນຍ ໄປຮອດ ນະຄອນໂຮ່ຈິມິນ. ນອກນີ້ ຂ້າພະເຈົ້າກໍ່ມັກກໍາປູເຈຍ ບ່ອນທີ່ໄດ້ໄປເຫັນ ອັງກໍວັດ ແລະ ທັງເຫັນການພັດທະນາຂອງ ນະຄອນພະນົມເປັນ. ຖ້າເປັນປະເທດໄທ, ຂ້າພະເຈົ້າຫຼົງມັກໃນຄວາມຫຼາກຫຼາຍ ບໍ່ວ່າຈະເປັນຄວາມຄຶກຄື້ນຂອງ ບາງກອກ, ຄວາມອຸດົມສົມບູນທາງດ້ານວັດທະນະທໍາຂອງ ຊຽງໃໝ່ ແລະ ຂາດບໍ່ໄດ້ຄືຄວາມງົດງາມຂອງທະເລທີ່ພູເກັດ. ແລະ ທີ່ຂາດບໍ່ໄດ້ກໍ່ແມ່ນເກົາຫຼີທີ່ມີຄວາມທັນສະໄໝແບບບໍ່ຄືໃຜ ແລະ ທັງມີສະຖານທີ່ປະຫວັດສາດຫຼາກຫຼາຍແຫ່ງໃຫ້ໄປທ່ຽວຊົມ.
ແຕ່ແນ່ນອນຫົວໃຈຂອງຂ້າພະເຈົ້່າກໍ່ໂຫຍຫາຢາກກັບມາທ່ຽວຢູ່ປະເທດລາວບ້ານເຮົາສະເໝີ ເພາະຢູ່ນີ້ມີຈິດວິນຍານຄວາມງຽບສະຫງົບຂອງ ຫຼວງພະບາງ, ຄວາມມະຫັດສະຈັນທາງທໍາມະຊາດຂອງປາກເຊ, ປະຫວັດສາດການປະຕິວັດກູ້ຊາດທີ່ແຂວງຫົວພັນບ້ານເກີດຂ້າພະເຈົ້າ ແລະ ພູມສັນຖານທີ່ສວຍສົດງົດງາມຂອງ ແຂວງ ຫຼວງນໍ້າທາ. ທັງໝົດທັງມວນນີ້ ບໍ່ພຽງແຕ່ເປັນແຮງບັນດານໃຈໃຫ້ຂ້າພະເຈົ້າມັກຮັກໃນການທ່ອງທ່ຽວເທົ່ານັ້ນ ແຕ່ຍັງເສີມສ້າງວິໄສທັດ ຊີ້ນໍາໃຫ້ການບິນລາວເຮົາບໍລິການພາແຂກບ້ານແຂກເມືອງຜູ້ມາທ່ຽວມາຢາມສໍາຜັດກັບປະເທດທີ່ສວຍງາມຂອງພວກເຮົາຢ່າງເຕັມທີ່.