ມົນສະເໜ່ແຫ່ງດວງຈັນ ເປ່ງພະລັງສູ່ແມ່ນໍ້າຂອງ

Author:

Category:

spot_img

ງານບຸນປະຈໍາປີວັດພູເຮັດໃຫ້ເຂດພາກໃຕ້ຂອງລາວສ່ອງແສງເປັ່ງປະກາຍ,

ໃນມື້ຂຶ້ນ 15 ຄໍ່າເດືອນສາມເພັງ (ເດືອນລາວ) ກົງກັບມື້ພະຈັນເຕັມດວງໃນຊ່ວງເດືອນກຸມພາ, ວັດພູ ເຊິ່ງເປັນວັດເກົ່າແກ່ຂອງຂອມ ທັງເປັນແຫຼ່ງມໍລະດົກໂລກຂອງອົງການອຸຍເນັສໂກ ທີ່ຕັ້ງຢູ່ທາງພາກໃຕ້ຂອງລາວ ເຊິ່ງໄດ້ກັບຄືນມາຄຶກຄື້ນອີກຄັ້ງໃນຮອບປີ, ຊ່ວຍດຶງດູດເອົານັກທ່ອງທ່ຽວຈາກທົ່ວທຸກມຸມໂລກໃຫ້ເຂົ້າມາຮ່ວມສໍາຜັດກັບວິຖີວັດທະນະທໍາອັນມີຊີວິດຊີວາ. ເທດສະການງານບຸນດັ່ງກ່າວ ມີສາກເບື້ອງຫຼັງຂອງແມ່ນໍ້າຂອງ ທີ່ປຽບເໝືອນວິວປະກອບອັນໜ້າຫຼົງໄຫຼ, ໂດຍຈັດຂຶ້ນກົງກັບວັນບຸນມາຄະບູຊາ ເຊິ່ງເຊື່ອກັນວ່າເປັນວັນທີ່ພະພຸດທະເຈົ້າຊົງສະແດງໂອວາດປະຕິໂມກແກ່ພະສົງສາວົກ ເພື່ອໃຫ້ພະສົງນຳໄປປະພຶດປະຕິບັດ, ພ້ອມກະທໍາແຕ່ຄວາມດີ ແລະ ຊໍາລະລ້າງຈິດໃຈໃຫ້ບໍລິສຸດຜຸດຜ່ອງ. ຕົ້ນກໍາເນີດຂອງການສະເຫຼີມສະຫຼອງງານບຸນວັດພູ ແມ່ນມີຕໍານານເລົ່າຂານກັນຢ່າງກວ້າງຂວາງ ອັນໄດ້ນໍາພາພວກເຮົາຫວນຢ້ອນກັບຄືນສູ່ຍຸກອິນເດຍບູຮານ ເຊິ່ງຜູ້ທີ່ມີຄວາມເຫຼື້ອມໃສສັດທາຕ່າງກໍພາກັນຫຼັ່ງໄຫຼໄປຫາພະພຸດທະເຈົ້າຕາມຄວາມມຸ່ງມາດປາຖະໜາຂອງພວກຕົນ, ສົ່ງຜົນໃຫ້ເກີດມີການອຸປະສົມບົດ (ບວດເປັນພະ) ເພື່ອເປັນຄູບາອາຈານ ແລະ ຄົ້ນພົບແສງສະຫວ່າງທາງປັນຍາດ້ວຍຕົນເອງ. ເຖິງແມ່ນງານບຸນຈະຈັດຂຶ້ນເປັນປະຈໍາທຸກປີ, ແຕ່ວັນທີ່ແນ່ນອນແມ່ນຈະປ່ຽນແປງໄປ ແລະ ງານສະເຫຼີມສະຫຼອງສໍາລັບປີນີ້ແມ່ນມີກໍານົດຈັດຂຶ້ນລະຫວ່າງວັນທີ 22-24 ກຸມພາ 2024.

ຕະຫຼອດໄລຍະເວລາສາມວັນນີ້, ຜູ້ເຂົ້າຮ່ວມງານບຸນຈະໄດ້ສໍາຜັດກັບພາບທີ່ໜ້າປະທັບໃຈ ເຊິ່ງລວມເຖິງງານສະແດງແສງສີສຽງອັນໜ້າຫຼົງໄຫຼ, ການແຂ່ງຂັນກິລາ, ຂະບວນແຫ່ທີ່ໜ້າຕື່ນຕາຕື່ນໃຈ, ການສະແດງຟ້ອນພື້ນເມືອງ, ແລະ ການທ່ອງບົດສູດມົນອັນສັກສິດ. ໝາກຫົວໃຈຫຼັກຂອງເທດສະການງານບຸນດັ່ງກ່າວກໍຄື ການອະທິຖານອັນເລິກເຊິ່ງ ໂດຍບັນດາຜູ້ຝັກໄຝ່ທາງທໍາຈະມາລວມຕົວກັນໃນທີ່ນີ້ ເພື່ອລໍາລຶກເຖິງພະພຸດທະເຈົ້າ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

 

ຫຼາຍຄົນມາທຳບຸນ ແລະ ທ່ຽວຊົມວັດພູ
ການປະດັບປະດາດ້ວຍທຽນໃນຕອນຄ່ຳຢູ່ທີ່ວັດພູ
ການຕັກບາດຢູ່ວັດພູ

 

Read More

Related Articles