ຮວບຮ່ວມ ແລະ ຄົ້ນຄວ້າໂດຍ: ທ້າວ ວິລະ ພູ່ນວົງສາ / Snaé History
ຮູບໂດຍ: ພູນຊັບ ເທວົງສາ
1. ແຂວງ ຫຼວງພຣະບາງ:
ຄວາມໝາຍທາງດ້ານຄຳສັບ: “ຫຼວງ” ໃນພາສາລາວໝາຍເຖິງ “ໃຫຍ່” ເຊິ່ງຫຍໍ້ມາຈາກຄຳວ່າເມືອງຫຼວງ ຫຼື ເມືອງໃຫຍ່, ພຣະບາງແມ່ນມາຈາກຊື່ພຣະພຸດທະຮູບຄູ່ບ້ານຄູ່ເມືອງຂອງອານາຈັກລ້ານຊ້າງ ລວມຄວາມແລ້ວ “ຫຼວງພຣະບາງ” ແປວ່າ ເມືອງຫຼວງ ຫຼື “ເມືອງໃຫຍ່ທີ່ມີພຣະບາງສະຖິດຢູ່” ຊື່ນີ້ໃຊ້ມາແຕ່ປີ ຄ.ສ 1560.
2. ແຂວງ ຊຽງຂວາງ:
ຄຳວ່າ “ຊຽງ” ໃນພາສາລາວແມ່ນມີເຄົ້າມາຈາກຄຳວ່າ ສ້ຽນ ຫຼື ສຽນ ໃນພາສາຈີນ ແປວ່າ ເມືອງ ຫຼື ຊຸມຊົນໃຫຍ່, ສ່ວນຄຳວ່າ “ຂວາງ” ໃນຄຳວ່າ “ຊຽງຂວາງ” ແມ່ນມາຈາກຄຳວ່າ “ກວ້າງຂວາງ” ລວມຄວາມແລ້ວແປວ່າ ເມືອງໃຫຍ່ ຫຼື ເມືອງທີ່ກວ້າງຂວາງ ນັ້ນເອງ.
3. ແຂວງ ໄຊຍະບູລີ:
“ໄຊຍະ” ມາຈາຄຳວ່າ “ຊັຍ” ທີ່ແປວ່າ ຄວາມຜາບແພ້, ຄວາມຊະນະ + ບູລີ ທີ່ແປວ່າ ເມືອງ ລວມຄວາມແລ້ວແມ່ນແປວ່າ “ເມືອງແຫ່ງໄຊຊະນະ” ນັ້ນເອງ, ຊື່ນີ້ຖືກໃຊ້ປະມານຫຼັງປີ ຄ.ສ 1946 ເປັນຕົ້ນມາ.
4. ບໍ່ແກ້ວ
ຄໍາວ່າ “ບໍ່” ໃນນີ້ເປັນຄຳນາມແປວ່າ ແຫຼ່ງກຳເນີດ ຫຼື ເໝືອງ ສ່ວນຄຳວ່າ “ແກ້ວ” ໝາຍເຖິງແກ້ວປະເສີດ ຫຼື ໄພລິນທີ່ມີສີສັນສວຍງາມພົບເຫັນໄດ້ຕາມແຄມແມ່ນໍ້າຂອງ ເຊິ່ງຊາວບ້ານພາກັນນິຍົມໄປຮ່ອນເອົາ, ຍ້ອນເປັນແຂວງທີ່ມີແຮ່ແກ້ວປະເສີດຫຼາຍຈຶ່ງໄດ້ຊື່ວ່າ “ແຂວງບໍ່ແກ້ວ” ຊື່ນີ້ຖືກໃຊ້ຕັ້ງແຕ່ ປີ ຄ.ສ 1983 ເປັນຕົ້ນມາ.
5. ຫຼວງນ້ຳທາ
ຄໍາວ່າ “ຫຼວງ” ໝາຍເຖິງ “ໃຫຍ່” ໃນພາສາລາວ ໃນທີ່ນີອາດໝາຍເຖິງເມືອງໃຫຍ່, ສ່ວນນໍ້າທາ ແມ່ນໝາຍເຖິງຊື່ແມ່ນໍ້າສາຍສຳຄັນທີ່ໄຫຼຜ່ານຕົວເມືອງ ລວມຄວາມແລ້ວແປໄດ້ວ່າ ເມືອງໃຫຍ່ຂອງນໍ້າທາ ຫຼື ເມືອງໃຫຍ່ທີ່ມີນໍ້າທາໄຫຼຜ່ານ, ສ່ວນຄຳວ່າ “ນໍ້າທາ” ແປວ່າ “ແມ່ນໍ້າໃຫຍ່ສີຂຽວ” ຊື່ນີ້ຖືກໃຊ້ຕັ້ງແຕ່ ປີ ຄ.ສ 1983 ເປັນຕົ້ນມາ.
6. ອຸດົມໄຊ
ຄໍາວ່າ “ອຸດົມ”ໝາຍເຖິງ ສູງສຸດ, ພຽງພໍ, ພຽບພ້ອມ, ສ່ວນຄຳວ່າ “ໄຊ” ແມ່ນມາຈາກຊື່ເມືອງເອກຂອງແຂວງຄື ເມືອງໄຊ ຫຼື ອາດຈະມາຈາກຄຳວ່າ “ໄຊຊະນະ” ກໍໄດ້ເຊັ່ນກັນ ລວມຄວາມແລ້ວແປໄດ້ວ່າ “ໄຊຊະນະ” ອັນຄົບຖ້ວນສູງສຸດ” ຊື່ນີ້ແມ່ນຖືກນຳໃຊ້ມາຕັ້ງແຕ່ປີ ຄ.ສ 1969 ເປັນຕົ້ນມາ.
7. ຫົວພັນ
ຄໍາວ່າ “ຫົວພັນ” ທີ່ກາຍເປັນຊື່ເອີ້ນຂອງແຂວງຫົວພັນນີ້, ໃນສະໄໝບູຮານຫົວພັນ ໝາຍເຖິງ ແຂວງ ຫຼື ຫົວເມືອງໜຶ່ງ “ຫົວພັນທັງຫ້າທັງຫົກ” ກໍແປວ່າ “ແຂວງທັງຫ້າທັງຫົກ” ເຊິ່ງຄ້າຍຄືກັບຊາວໄຕລື້ທີ່ເອີ້ນຫົວເມືອງຂອງໂຕເອງວ່າ ພັນນາ, ມີ 12 ຫົວເມືອງປະກອບເຂົ້າເປັນອານາຈັກໜຶ່ງກໍເອີ້ນລວມວ່າ 12 ພັນນາລື້.
8. ຜົ້ງສາລີ
ຄໍາວ່າ “ຜົ້ງສາລີ” ແມ່ນຜ້ຽນມາຈາກຄຳວ່າ “ຟອງສາລີ” ເຊິ່ງເປັນພາສາໄຕລື້ ຂ້າພະເຈົ້າຍັງບໍ່ຮູ້ຄວາມໝາຍທີ່ຈະແຈ້ງ, ແຕ່ກໍມີຜູ້ຕິດຕາມແຟນເພຈ໌ບາງທ່ານຄອມເມັ້ນໃຫ້ຄຳຕອບມາວ່າ “ຜົ້ງ” ແປວ່າ ຄວາມງາມ, ສ່ວນຄຳວ່າ “ສາລີ” ໝາຍເຖິງຊື່ໂຕບຸກຄົນເຊິ່ງເປັນຜູ້ນຳພາມາຕັ້ງຖິ່ນຖານນະທີ່ແຫ່ງນີ້.
9. ໄຊສົມບູນ
ຄໍາວ່າ “ໄຊ” ມາຈາກ ໄຊຊະນະ, ສ່ວນຄຳວ່າ “ສົມບູນ” ແປວ່າ ອຸດົມຮັ່ງມີ, ຄົບຖ້ວນ, ຄຸນລັກສະນະທີ່ບໍ່ມີສິ່ງໃດຂາດຕົກບົກຜ່ອງ ລວມຄວາມແລ້ວກໍ່ແປຄວາມໄດ້ວ່າ “ໄຊຊະນະອັນຄົບຖ້ວນສົມບູນ” (ວັດຈະນານຸກົມ ສະບັບມະຫາສິລາ ພ.ສ 2549) ຊື່ນີ້ແມ່ນຖືກນຳໃຊ້ຢ່າງເປັນທາງການໃນຖານະແຂວງທີ 18 ມາຕັ້ງແຕ່ ປີ ຄ.ສ 2013.
10-11. ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ
“ວຽງ” ໃນພາສາລາວໝາຍເຖິງເມືອງ, ສ່ວນຄຳວ່າ “ຈັນ” ໃນທີ່ນີ້ມາມູນເຫດທີ່ 1). ຈາກຄຳວ່າ “ຈັນທນ໌” ໃນພາສາປາລີ-ສັນສະກິດ ທີ່ແປວ່າ ໄມ້ຈັນຫອມ. ມູນເຫດທີ 2). ມາຈາກຊື່ຂອງ “ທ້າວບູລີຈັນ” ເຊິ່ງເປັນເຈົ້າເມືອງວຽງຈັນຄົນທຳອິດຕາມນິທານອຸຣັງຄະທາດ, ແປຄວາມໝາຍໄດ້ເປັນສອງຢ່າງຄື: ເມືອງແຫ່ງໄມ້ຈັນຫອມ ຫຼື ເມືອງຂອງ ທ້າວບູລີຈັນ.
12. ສະຫວັນນະເຂດ
ຊື່ຂອງ ແຂວງສະຫວັນນະເຂດ ແມ່ນມີມູນເຫດມາຈາກຊື່ຂອງ “ບ້ານນາຄຳ”ຄຳວ່າ “ສຸວັນນະ” ເປັນພາສາປາລີ-ສັນສະກິດ ແປວ່າ “ຄຳ” ສ່ວນຄຳວ່າ“ເຂດ” ໃນພາສາປາລີ-ສັນສະກິດ ແປວ່າ “ນາ” ຫຼື “ໄຮ່ນາ” ຫຼື “ເມືອງ” ຕໍ່ມາເພື່ອໃຫ້ໄດ້ຄວາມໝາຍສູງສົ່ງຂຶ້ນຈຶ່ງຜັນສຽງຈາກຄຳວ່າ “ສຸວັນນະ” ໃຫ້ເປັນ “ສະຫວັນນະ” ແທນ ແປຄວາມໝາຍໄດ້ວ່າ ຜືນແຜ່ນດິນຄຳ ຫຼື ເມືອງສະຫວັນຊັ້ນຟ້າ, ຊື່ນີ້ຖືກໃຊ້ເປັນຄັ້ງທຳອິດໃນປີ ຄ.ສ 1895.