ແວ່ນສະທ້ອນ ສ່ອງສິ່ງປຸກສ້າງດ້ວຍໄມ້

Author:

Category:

spot_img

ມໍລະດົກເພື່ອຊີວິດ,

ເມື່ອຄິດເຫັນທັງພາຍໃນ ແລະ ພາຍນອກຂອບເຂດໂລກໜ່ວຍນ້ອຍໆຂອງນະຄອນຫຼວງວຽງຈັນຕະຫຼອດຊ່ວງ 6 ປີຜ່ານມາ, ທີມງານມືອາຊີບຮຸ່ນໃໝ່ ແລະ ຜູ້ຮັບເໝົາຊາວລາວຂອງບໍລິສັດລັນຈານ (Lanjan) ໄດ້ດໍາເນີນການປ່ຽນແປງອາຄານ 4 ຫຼັງໃຫ້ເປັນຊັບສິນທີ່ຢູ່ອາໄສ, ການຄ້າ ແລະ ກະສິກໍາ. ພາຍໃຕ້ຮົ່ມເງົາຂອງສະຖາປັດຕະຍະກໍາລ້ານນາ, ໂຄງສ້າງໄມ້ຂອງຕຶກອາຄານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງສະເໜ່ຂອງຊາວໄຕ ແລະ ຊາວຕົ້ງ.

ໃນຊ່ວງທີ່ເດີນທາງມາທ່ຽວລາວປີ 2013, ທ່ານ ຈີເທນດຣາ ມາເຊນລິນ (Jeetendra Marcelline) ເຊິ່ງເປັນຄົນລາວທີ່ກໍາເນີດໃນສີລັງກາ ໄດ້ຄົ້ນພົບໂຄງສ້າງໄມ້ທີ່ສ້າງໂດຍຊ່າງສີມືນິລະນາມ ແລະ ສະຖາປັດຕະຍະກໍາທີ່ບໍ່ມີຜູ້ອອກແບບໃດໆ. ທັນທີທີ່ທ່ານ ຈີເທນດຣາ ໄດ້ພົບເຫັນໂຄງສ້າງໄມ້ດັ່ງກ່າວ ກໍເຮັດໃຫ້ທ່ານເກີດຄວາມຫຼົງໄຫຼໃນຈາຮີດປະເພນີ, ຄວາມຊ່າງຄິດຊ່າງປະດິດ ແລະ ຄວາມງົດງາມຂອງການກໍ່ສ້າງແບບພື້ນເມືອງທີ່ສ້າງຂຶ້ນດ້ວຍເຄື່ອງມືແປກໆທີ່ບໍ່ເຄີຍເຫັນມາກ່ອນ.

ບໍລິສັດ ລັນຈານ ໂຮນດິ້ງ ໂຊນ ຈໍາກັດ (Lanjan Holdings) ສ້າງຕັ້ງຂຶ້ນໃນປີ 2017 ໂດຍມີສ່ວນຮ່ວມໃນການພັດທະນາອະສັງຫາລິມະຊັບ ແລະ ມຸ່ງໝັ້ນທີ່ຈະສ້າງຊັບສິນທີ່ຢູ່ອາໄສໃນຕົວເມືອງທີ່ທັນສະໄໝ ສໍາລັບເປັນທີ່ພັກ ແລະ ບ່ອນເຮັດວຽກ. ຄໍາວ່າ “Lanjan” ແມ່ນມາຈາກປະຫວັດສາດສາກົນເຄມເຟີ ເຊິ່ງໄດ້ກ່າວເຖິງອານາຈັກລ້ານຊ້າງ “ດິນແດນທີ່ມີຊ້າງລ້ານໂຕ”.

ສະຖາປັດຕະຍະກໍາໄດ້ສະໜອງທີ່ພັກ, ທີ່ຢູ່ອາໄສ ແລະ ຈິນຕະນາການເຖິງພື້ນທີ່ທາງສັງຄົມ ເຊິ່ງສະທ້ອນໃຫ້ເຫັນເຖິງວິໄສທັດຂອງຜູ້ສ້າງ ແລະ ຜູ້ຢູ່ອາໄສ. ທ່ານ ສຸກສໍາລານ “ຕູນ” ຫຼ້າລະເດດ, ຜູ້ບໍລິຫານໂຄງການ ແລະ ຜູ້ສື່ຂ່າວ ກ່າວວ່າ: “ເມື່ອພວກເຮົາໄດ້ນໍາສະເໜີສະຖາປັດຕະຍະກໍາຂອງຕົນອອກສູ່ໂລກ, ກໍຄ້າຍກັບວ່າພວກເຮົາໄດ້ຖືແວ່ນແຍງທີ່ສະທ້ອນໃຫ້ເຫັນອະດີດ, ປັດຈຸບັນ ແລະ ອະນາຄົດທີ່ກ່ຽວຂ້ອງກັບຕົວຕົນຂອງພວກເຮົາ. ນັກທ່ອງທ່ຽວຈະມີໂອກາດໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະເທດລາວໄດ້ດີຂຶ້ນ ພ້ອມທັງໃຫ້ຄວາມເຄົາລົບພູມປັນຍາທີ່ເປັນພື້ນຖານຂອງເຕັກນິກການກໍ່ສ້າງກ່ອນຍຸກອານານິຄົມ”.

 

ປະຫວັດສາດລ້ານນາ ເຊິ່ງເປັນດິນແດນທ້ອງທົ່ງນາທີ່ມີເປັນລ້ານໆທົ່ງ ລ້ວນແຕ່ມີປະຫວັດອັນຍາວນານກວ່າ 6 ຮ້ອຍປີ. ຈາກການສືບທອດຣາຊະວົງ ຕາມທີ່ໄດ້ບັນທຶກໄວ້ໃນພົງສາວະດານ, ລ້ານນາ ແມ່ນກຸ່ມອານາເຂດທີ່ມີຊາຍແດນຄຸມເຄືອ ຜ່ານເຂດພູດອຍທີ່ບໍ່ມີທາງອອກສູ່ທະເລ, ກັ້ນລະຫວ່າງຊຽງຣຸ້ງໄປທາງທິດເໜືອ, ຕາກ ແລະ ອານາຈັກສຸໂຂໄທໄປທາງທິດໃຕ້, ແມ່ນໍ້າສາລະວິນໄປທາງທິດຕາເວັນຕົກ ແລະ ແມ່ນໍ້າຂອງໄປທາງທິດຕາເວັນອອກ.

ສະຖາປັດຕະຍະກໍາລ້ານນາແບບດັ້ງເດີມ ໄດ້ສະທ້ອນໃຫ້ເຫັນເຖິງຄວາມເຊື່ອທາງພຸດທະສາສະໜາ ແລະ ຈັດໃຫ້ມີການບູຊາຜີບັນພະບູລຸດ, ທໍາມະຊາດ ແລະ ສິ່ງສັກສິດອື່ນໆ. ໃນເບື້ອງຕົ້ນ, ສະຖາປັດຕະຍະກໍາລ້ານນາ ແມ່ນໄດ້ຮັບອິດທິພົນຈາກປະເທດເພື່ອນບ້ານ ຕໍ່ມາກໍໄດ້ຮັບອິດທິພົນຈາກຕາເວັນຕົກໃນຊ່ວງສັດຕະວັດທີ 16 ຫາ 18 ຜ່ານທາງອັງກິດ ແລະ ມຽນມາ ແລະ ນໍາເອົາອົງປະກອບການກໍ່ສ້າງແບບຈີນມາໃຊ້.

ເຈົ້າໄຊຍະເສດຖາທິລາດ ກະສັດຜູ້ມີຊື່ສຽງໂດ່ງດັງຂອງລາວ ໄດ້ຂຶ້ນປົກຄອງລ້ານນາຕັ້ງແຕ່ປີ 1546 ຫາ 1551, ເຊິ່ງໃນເວລານັ້ນຖືເປັນຊ່ວງຄວາມສໍາພັນທາງວັດທະນະທໍາກັບບັນດາປະເທດເພື່ອນບ້ານກໍາລັງເບັ່ງບານ ແລະ ຮູບແບບສະຖາປັດຕະຍະກໍາລ້ານນາໃນລາວກໍມີຄວາມຈະເລີນຮຸ່ງເຮືອງ. ເຈົ້າໄຊຍະເສດຖາທິລາດ ໄດ້ສະຖາປານາເມືອງວຽງຈັນໃຫ້ເປັນເມືອງຫຼວງຂອງປະເທດ ໃນປີ 1563 ແລະ ດໍາເນີນການກໍ່ສ້າງອາຄານທີ່ໂດດເດັ່ນຫຼາຍແຫ່ງ ພາຍໃນຂອບເຂດທີ່ເອີ້ນວ່າ ເຂດອະນຸລັກເມືອງປະຫວັດສາດຂອງວຽງຈັນ. ເຂດດັ່ງກ່າວ ຕັ້ງຢູ່ໃກ້ກັບກໍາແພງເມືອງຊັ້ນໃນ ໂດຍວິວັດທະນາການຂອງເມືອງວຽງຈັນເລີ່ມໄດ້ຮັບການພັດທະນາໃນຊ່ວງປີ ຄສ 1000 ເຊິ່ງເປັນໄລຍະທີ່ມີຄວາມສໍາຄັນທາງປະຫວັດສາດຫຼາຍທີ່ສຸດ.

ໃນລະຫວ່າງສົງຄາມຕໍ່ສູ້ຕ້ານສັກດີນາສະຫຍາມໃນປີ 1827, ອາຄານຫຼາຍຫຼັງຖືກໄຟໄໝ້ຈົນເປັນເຖົ່າຖ່ານ. ພາຍຫຼັງຈັກກະພັດຝຣັ່ງເຂົ້າມາຢຶດຄອງປະເທດລາວ ໃນປີ 1893, ເຮືອນຊານບ້ານຊ່ອງ ແລະ ວັດວາອາຮາມຫຼາຍແຫ່ງໄດ້ຮັບການບູລະນະກໍ່ສ້າງ ແລະ ສະຖາປັດຕະຍະກໍາຍຸກອານານິຄົມກໍກໍາເນີດຂຶ້ນທັງຖືກຝັງແໜ້ນໄວ້ກັບບັນດາຕຶກອາຄານດັ່ງກ່າວ, ຂະນະທີ່ອາຄານແບບເກົ່າບາງຫຼັງ ກໍໄດ້ຮັບການບູລະນະປະສົມປະສານເຂົ້າກັບສະໄຕໂຄໂລນຽວ. ຈາກນັ້ນພູມີທັດອັນໂດດເດັ່ນຂອງວຽງຈັນກໍຖືກພັດທະນາໄປເປັນໂລກຂະໜາດນ້ອຍ ໃນຮູບແບບທີ່ມີອິດທິພົນຫຼາຍທີ່ສຸດ ແລະ ມີການເຄື່ອນໄຫວທາງສັງຄົມຫຼາຍຂຶ້ນ ເປັນຕົ້ນແມ່ນ ສິລະປະສະໄຕອາດນູໂວ ແລະ ເບົາເຮົາສ໌.

ສະຖາປັດຕະຍະກໍາຂອງລາວ ຍັງມີການແລກປ່ຽນແຮງບັນດານໃຈກັບຊາວໄຕອື່ນໆໃນພາກພື້ນນໍາອີກ. ຊາວໄຕທີ່ວ່ານີ້ແມ່ນມາຈາກຫຼາຍພື້ນທີ່ຂອງມົນທົນຢູນນານ ເຊິ່ງກະແຈກກະຈາຍຢູ່ຕາມຊາຍແດນທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ. ຊາວຕົ້ງ ເຊິ່ງເປັນສ່ວນໜຶ່ງຂອງຕະກຸນໄຕໃຫຍ່ນັ້ນ ພົບເຫັນທາງຕາເວັນຕົກສ່ຽງໃຕ້ຂອງຈີນ ເຊິ່ງດໍາລົງຊີວິດຢູ່ໃນເຂດພູດອຍທີ່ທຸລະກັນດານ. ເຕັກນິກດ້ານສະຖາປັດຕະຍະກໍາຂອງໄຕ ແລະ ຕົ້ງ ແມ່ນໄດ້ຮັບອິດທິພົນຈາກສະພາບແວດລ້ອມທາງກາຍະພາບ ແລະ ສັງຄົມຂອງຊຸມຊົນ ແລະ ຈາກການປະຕິບັດທາງກະສິກໍາ ແລະ ປ່າໄມ້ຂອງພວກເຂົາເຈົ້າ.

ສະຖາປັດຕະຍະກໍາຂອງລາວແບບດັ້ງເດີມ ແມ່ນມີມໍລະດົກສືບທອດທີ່ເປັນເອກະລັກ ແລະ ອຸດົມຮັ່ງມີ ເນື່ອງມາຈາກວັດທະນະທໍາ, ມາດຕະຖານທາງສັງຄົມ, ວິຖີຊີວິດ, ຄວາມຮູ້ສຶກຂອງຊຸມຊົນ, ຄວາມເຊື່ອ ແລະ ພຸດທະສາສະໜາ. ສະຖາປັດຕະຍະກໍາດັ່ງກ່າວ ໄດ້ກາຍເປັນພະຍານກ່ຽວກັບສັນຍາທາງສັງຄົມ ແລະ ສິ່ງແວດລ້ອມອັນເລິກເຊິ່ງ. ທ່ານ ເຕ້ ໄທຊົວທໍ່, ຜູ້ບໍລິຫານຝ່າຍປະຕິບັດການ ກ່າວວ່າ: “ໃນການຈັດສັນພື້ນທີ່ ແລະ ການອອກແບບຢ່າງຮອບຄອບໃນລະຫວ່າງການປັບປຸງໃຫ້ທັນສະໄໝນັ້ນ ໄດ້ຊ່ວຍເຮັດໃຫ້ພວກເຮົາຈໍາເປັນຕ້ອງເປີດຮັບສະໄຕແບບຮ່ວມສະໄໝ ໃນຂະນະທີ່ຍັງຄົງຮັກສາແກ່ນແທ້ຂອງສະພາບແວດລ້ອມແບບດັ້ງເດີມເອົາໄວ້”.

“ເຮືອນຮ້ານ” ຂອງລາວແບບດັ້ງເດີມໄດ້ບອກເລົ່າກ່ຽວກັບວິຖີການດໍາລົງຊີວິດຂອງຄົນລຸ້ນກ່ອນ ທີ່ຄໍານຶງກ່ຽວກັບສະພາບອາກາດອັນຮ້ອນອົບເອົ້າ ແລະ ປຽກຊຸ່ມ, ໂດຍມີການຫຼຸດຜ່ອນອຸນຫະພູມ ແລະ ຄວາມຊຸ່ມດ້ວຍການສ້າງທີ່ຢູ່ອາໄສ ແລະ ດໍາລົງຊີວິດໃຫ້ສອດຄ່ອງຕາມຕາມສະພາບແວດລ້ອມໃນພື້ນທີ່ຂອງພວກຕົນ. ເຮືອນຍົກສູງ ຫຼື ເຮືອນຮ້ານ ຊ່ວຍຫຼຸດຜ່ອນຜົນກະທົບຈາກປັນຫານໍ້າຖ້ວມ ຂະນະທີ່ການຖ່າຍເທຂອງອາກາດໄດ້ຮັບການປັບໃຫ້ເໝາະສົມ ໂດຍມີຫ້ອງໂຖງທາງກາງແບບເປີດໂລ່ງ. ສໍາລັບກ້ອງລ່າງເຮືອນ ແມ່ນໃຊ້ສໍາລັບເກັບມ້ຽນສິ່ງຂອງ, ເປັນບ່ອນພັກຜ່ອນໃນວັນທີ່ອາກາດຮ້ອນເອົ້າ, ສ້າງຄອກສັດໃສ່ກ້ອງລ່າງເຮືອນ ແລະ ວາງກີ່ຕໍ່າຫູກ.

ເຮືອນລ້ານນາ ເປັນເຮືອນຍົກພື້ນສະໄຕລ້ານນາແບບດັ້ງເດີມ, ສ້າງໂດຍຜູ້ທີ່ມີຖານະຮັ່ງມີ ເຊິ່ງຫ້ອງພັກຕ່າງໆເຊື່ອມຕໍ່ກັນກັບຫ້ອງໂຖງ, ມີການນໍາໃຊ້ໄມ້ລາຄາແພງໃນການກໍ່ສ້າງ ເຊັ່ນ ໄມ້ສັກ, ໄມ້ຈັນ ຫຼື ໄມ້ມະຮອກການີ.

 

Toupna ໄດ້ພັນລະນາກ່ຽວກັບ “ເຮືອນຮ້ານ” ໄມ້ໄຜ່ຂອງຊາວໄຕໃນຕໍານານ, ເຊິ່ງໄດ້ບັນລະຍາຍໃນນິທານພື້ນເມືອງກ່ຽວກັບເຈົ້າເມືອງ ແລະ ນົກຟີນິກສີທອງ. ເຮືອນໃນນິທານເລື່ອງດັ່ງກ່າວ ສ້າງດ້ວຍໄມ້ໄຜ່ທີ່ຕັດມາຈາກປ່າ ແລະ ເຟືອງແຫ້ງທີ່ຫາໄດ້ຈາກທົ່ງນາ ເຊິ່ງສື່ໃຫ້ເຫັນເຖິງຄວາມງຽບສະຫງົບ ແລະ ຄວາມກົມກືນກັບທໍາມະຊາດ.

ການປຸກສ້າງເຮືອນດ້ວຍໄມ້ຈັນ ຖືເປັນຮູບແບບການປຸກສ້າງຂອງຊາວຕົ້ງ ໂດຍມີລັກສະນະທົ່ວໄປ ໄດ້ແກ່ ເພດານໂຄ້ງ, ຫຼັງຄາດ່ຽວພ້ອມຊ່ອງແຍກດ້ານລຸ່ມ ແລະ ຂັ້ນໄດດ້ານໃນເຊິ່ງນໍາໄປສູ່ຫ້ອງໂຖງທາງກາງ. ມີລະດັບແຕກຕ່າງກັນຢ່າງເຫັນໄດ້ຊັດເຈນ ເຊິ່ງຊັ້ນລຸ່ມສ້າງດ້ວຍດິນຈີ່ ຫຼື ຊີມັງ ແລະ ຊັ້ນເທິງຈະສ້າງດ້ວຍໄມ້ຢ່າງດຽວເທົ່ານັ້ນ.

ຫໍຕໍາຮັກຍັງເປັນ “ເຮືອນຮ້ານ” ຄ້າຍກັບການຈັດວາງທາງພື້ນທີ່ແບບ “ເຮືອນຍາວ” ຂອງຊາວໄຕ ເຊິ່ງສ້າງຂຶ້ນດ້ວຍໄມ້ແກະສະຫຼັກຢ່າງວິຈິດງົດງາມ ໂດຍຕັ້ງຢູ່ຫ່າງຈາກພື້ນດິນ ແລະ ມີເສົາໄມ້ເນື້ອແຂງຝັງຢູ່ໃນດິນ ຫຼື ຕັ້ງເທິງກ້ອນຫີນ.

ການອອກແບບ ແລະ ບູລະນະການກໍ່ສ້າງ ແມ່ນດໍາເນີນການໂດຍທີມງານລັນຈານທີ່ໜ້າເຊື່ອຖື ເຊິ່ງທ່ານ ວັນເພັງ ເພັດສະລາດ, ນັກອອກແບບໄດ້ກ່າວວ່າ: “ອາຄານມໍລະດົກຖືເປັນສ່ວນໜຶ່ງໃນຄວາມຊົງຈໍາຂອງຕົວເມືອງ ແລະ ຍັງເປັນເອກະລັກຂອງຊາດ.“ ທີມງານໄດ້ມີການສຶກສາກ່ຽວກັບສະຖາປັດຕະຍະກໍາ ແລະ ການອອກແບບທັງພາຍໃນ ແລະ ຕ່າງປະເທດ. ທ່ານ ທອງຊົງ ນໍປໍ, ຜູ້ບໍລິຫານ ທັງເປັນຜູ້ທີ່ເຄີຍອາໄສຢູ່ເຮືອນໄມ້ຈັນກ່ອນການບູລະນະ ກ່າວວ່າ: “ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງຈາກໜ້າວຽກນີ້ ແລະ ນໍາເອົາຄວາມຮູ້ດັ່ງກ່າວໄປນໍາໃຊ້ເຂົ້າໃນການປຸກສ້າງເຮືອນຂອງຕົນເອງ.” ພື້ນທີ່ທັງໝົດມີລັກສະນະເປັນອະເນກປະສົງ ແລະ ຄັດເລືອກວັດສະດຸຢ່າງຮອບຄອບໂດຍຄໍານຶງເຖິງຄວາມຖືກຕ້ອງ ແລະ ສະພາບອາກາດ. ຕົວຢ່າງ: ໄມ້ເກົ່າແກ່ທີ່ມີອາຍຸຫຼາຍສັດຕະວັດ ເຊິ່ງຂັດດ້ວຍຂີ້ເຜິ້ງ ແລະ ໃຊ້ປູນຂາວທາຕາມຝາຜະໜັງ. ວັດສະດຸ ແລະ ເຕັກໂນໂລຢີສະໄໝໃໝ່ຖືກນໍາມາໃຊ້ ເພື່ອໃຫ້ໄດ້ມາດຕະຖານສູງສຸດ ແລະ ເພີ່ມປະສິດທິພາບໃນການນໍາໃຊ້ພະລັງງານ. ທໍາມະຊາດ ແມ່ນສິ່ງທີ່ບໍ່ສາມາດທໍາລາຍໄດ້ ໂດຍພືດ ແລະ ສັດທຸກຊະນິດລ້ວນແຕ່ໄດ້ຮັບການປົກປ້ອງຕະຫຼອດເວລາ.

ລັນຈານ ໄດ້ສະແດງໃຫ້ເຫັນໄດ້ວ່າ ການອະນຸລັກຮັກສາດ້ວຍການປັບປຸງໃຫ້ທັນສະໄໝ ສາມາດເຮັດໄດ້ໃນລາວດ້ວຍສີມືຂອງຄົນລາວເອງ. ເພື່ອເປັນການຊຸກຍູ້ສົ່ງເສີມໃນການປົກປັກຮັກສາມໍລະດົກທາງສະຖາປັດຕະຍະກໍາຂອງລາວໃຫ້ຫຼາຍຂຶ້ນ, ທ່ານ ຈີເທນດຣາ ໄດ້ໃຫ້ການສະໜັບສະໜູນມາດຕະການທາງນະໂຍບາຍຕ່າງໆ ເຊັ່ນ ການເຂົ້າເຖິງທາງການເງິນໃນຮູບແບບການສໍາປະທານໄລຍະຍາວ ເພື່ອການບູລະນະຟື້ນຟູ ລວມທັງການຍົກເວັ້ນອາກອນທີ່ກ່ຽວຂ້ອງກັບການກໍ່ສ້າງ. ໃນຊ່ວງເວລາຂອງການປ່ຽນແປງຢ່າງວ່ອງໄວ, ລັນຈານ ຫວັງວ່າຄວາມພະຍາຍາມຂອງຕົນ ຈະຊ່ວຍສ້າງແຮງບັນດານໃຈໃຫ້ແກ່ຜູ້ອື່ນໄດ້ ແລະ ຊ່ວຍອະນຸລັກຄວາມງາມອັນເປັນເອກະລັກ ລວມທັງອະນາຄົດຂອງເມືອງວຽງຈັນ ໃນຖານະທີ່ເປັນຕົວເມືອງ ແລະ ເປັນສູນກາງອາຊີທີ່ຍືນຍົງ.

ປັດຈຸບັນຊັບສິນທີ່ຢູ່ອາໄສດັ່ງກ່າວ ຍັງບໍ່ທັນໄດ້ເປີດໃຫ້ບໍລິການແກ່ສາທາລະນະຊົນ, ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການເຊົ່າ ຫຼື ເຂົ້າເບິ່ງພື້ນທີ່ຕົວຈິງ ແມ່ນສາມາດນັດໝາຍໄດ້ລ່ວງໜ້າ ທີ່ www.lanjanholdings.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ / ສຸກສໍາລານ ຫຼ້າລະເດດ

Read More

Related Articles