ສະຫວັນໃນເມືອງຫຼວງ

Author:

Category:

spot_img

ສຸພັດຕຣາ ເຊີວິສ ອາພາດເມັນ

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ສຸພັດຕຣາ ເຊີວິສ ອາພາດເມັນ (Souphattra Serviced Apartments)

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ໃນພື້ນທີ່ອັນງຽບສະຫງົບ ແລະ ຮົ່ມເຢັນຂອງເມືອງວຽງຈັນ, ເຊິ່ງເປັນບ່ອນທີ່ບັນດາພະສົງສາມະເນນໃນຊຸດຜ້າຈີວອນສີເຫຼືອງກໍາລັງຍ່າງຜ່ານວິນລາຮູບຊົງໂມເດິນທີ່ສ້າງຂຶ້ນໃນຍຸກກາງສະຕະວັດ, ພື້ນທີ່ກໍາລັງກ່າວເຖິງນີ້ກໍແມ່ນ ສຸພັດຕຣາ ເຊີວິສ ອາພາດເມັນ (Souphattra Serviced Apartments) ສະຖານທີ່ພັກຜ່ອນທີ່ມອບຄວາມຮູ້ສຶກທັງງຽບສະຫງົບ ແລະ ສະຫງ່າງາມ. ນະທີ່ແຫ່ງນີ້, ເມື່ອຈັງຫວະຊີວິດເລີ່ມເຄື່ອນທີ່ຊ້າລົງ, ເສັ້ນຂອບຟ້າໄດ້ຜ່ອນແສງເຮືອງເຮື່ອລົງ ແລະ ຊີວິດບໍ່ໄດ້ວັດກັນທີ່ສຽງອຶກກະທຶກທີ່ເລັດລອດມາຈາກລັອບບີ້ຂອງຫ້ອງໂຖງ ແຕ່ວັດກັນທີ່ຄວາມງຽບສະຫງົບຂອງພື້ນທີ່ທີ່ມອບຄວາມຮູ້ສຶກຄືກັບເປັນເຮືອນພັກຂອງທ່ານເອງ.

 

ຫ້ອງສະວິດທີ່ໃຫ້ຄວາມຮູ້ສຶກຄືກັບເຮືອນພັກ

 ເມື່ອກ້າວຂາເຂົ້າໄປດ້ານໃນ, ທ່ານຈະພົບກັບອາພາດເມັນທີ່ຕົກແຕ່ງດ້ວຍຮູບຊົງອັນຫຼູຫຼາ ແລະ ເປັນລະບຽບຈົບງາມ ໂດຍປະກອບມີ ບ່ອນນັ່ງຫຼິ້ນກວ້າງຂວາງ, ຕຽງຂະໜາດໃຫຍ່, ແລະ ຫ້ອງຄົວທີ່ເຕັມໄປດ້ວຍອາຫານຄໍ່າແບບລຽບງ່າຍ. ຫ້ອງສະວິດແບບ 1 ຫ້ອງນອນ, 2 ຫ້ອງນອນ ຫຼື 3 ຫ້ອງນອນ ລ້ວນແຕ່ມີເນື້ອທີ່ກວ້າງຂວາງ ໂດຍມີຂະໜາດເລີ່ມແຕ່ 68 ຫາ 147 ຕາແມັດ, ເຮັດໃຫ້ມີພື້ນທີ່ເຫຼືອເຟືອສໍາລັບການຜ່ອນຄາຍແບບເຕັມທີ່.

 

ດ້ວຍການອອກແບບທີ່ຮຽບງ່າຍ, ສຸຂຸມ ທັງບໍ່ໂລດໂຜນເກີນໄປ ມີການຕົກແຕ່ງທີ່ປານີດ, ການຈັດວາງສິ່ງຂອງແບບສະອາດງາມຕາ ແລະ ໂທນສີທໍາມະຊາດ. ມີໂຕະຂຽນໜັງສືຕັ້ງຢູ່ໜ້າປະຕູປ່ອງຢ້ຽມເພື່ອໃຊ້ສໍາລັບຂີດຂຽນ ຫຼື ຈົດບັນທຶກໃນຍາມເຊົ້າ, ມີ Wi-Fi ຄວາມໄວສູງສໍາລັບການສື່ສານທາງໄກ, ແລະ ໂທລະພາບທີ່ເຊື່ອມຕໍ່ອິນເຕີເນັດໄດ້ ເຊິ່ງສາມາດຮັບຊົມໄດ້ທັງຮູບເງົາທ້ອງຖິ່ນ ແລະ ຂ່າວຕ່າງປະເທດ. ຫ້ອງນອນໃຫຍ່ແຕ່ລະຫ້ອງຈະມີຫ້ອງນໍ້າຕິດແປະກັບຫ້ອງນອນ ໂດຍມອບຄວາມເປັນສ່ວນຕົວ ທັງຫຼູຫຼາ. ຄວາມຫຼູຫຼາດັ່ງກ່າວ ບໍ່ໄດ້ໝາຍເຖິງການໂອ້ອວດໃນຄວາມຟູມເຟືອຍເກີນຄວາມເປັນຈິງ; ແຕ່ໝາຍເຖິງຄວາມສະດວກສະບາຍ ແລະ ຜ່ອນຄາຍ.

 

ຊີວິດດ້ານນອກຫ້ອງພັກ

ຈັງຫວະການເຄື່ອນໄຫວຂອງຊີວິດປະຈໍາວັນຢູ່ດ້ານນອກອາພາດເມັນ ຍັງຄົງສືບຕໍ່ດໍາເນີນຢູ່ພາຍໃນພື້ນທີ່ທີ່ອອກແບບມາເພື່ອການຟື້ນຟູສະເພາະ. ສະລອຍນໍ້າທີ່ຕັ້ງຢູ່ເທິງຊັ້ນດາດຟ້າຄອຍຮັບແສງສະທ້ອນຍາມບ່າຍ, ຫຸ້ມລ້ອມດ້ວຍເກົ້າອີ້ອາບແດດ ເພື່ອໃຫ້ຜູ້ພັກອາໄສສາມາດຜ່ອນຄາຍດ້ວຍການອ່ານໜັງສື ແລະ ຈິບເຄື່ອງດື່ມເຢັນໆ. ມີຫ້ອງອອກກໍາລັງກາຍຂະໜາດກະທັດຮັດ ຄອຍຕ້ອນຮັບຜູ້ທີ່ຕ້ອງການສໍາຜັດຈັງຫວະການເຄື່ອນໄຫວ; ພ້ອມທັງສະປາ, ຊາວນ່າ ແລະ ຫ້ອງອົບອາຍນໍ້າ; ທັງໝົດເຫຼົ່ານີ້ໄດ້ເປີດໂອກາດໃຫ້ທຸກຄົນສາມາດປົດປ່ອຍຕົນເອງໄດ້ຢ່າງເຕັມທີ່.

 

ສໍາລັບຜູ້ພັກອາໄສແບບຄອບຄົວ ກໍສາມາດຄົ້ນພົບມຸມແຫ່ງຄວາມສຸກໃນແບບສ່ວນຕົວ ໂດຍມີພື້ນທີ່ໃຫ້ເດັກນ້ອຍໄດ້ຫຼິ້ນທີ່ມຄວາມປອດໄພ ແລະ ເຕັມໄປດ້ວຍຄວາມມ່ວນຊື່ນສະໜຸກສະໜານ, ຂະນະທີ່ຜູ້ໃຫຍ່ກໍສາມາດຜ່ອນຄາຍໃນພື້ນທີ່ສັງສັນ ທັງເພີດເພີນກັບການສູບຢາໃນຍາມແລງ ແລະ ດື່ມດໍາກັບເຄື່ອງດື່ມທີ່ຖືກກະກຽມຢ່າງພິຖີພິຖັນ. ສາມາດເວົ້າໄດ້ວ່າ: ໂລກຂອງ ສຸພັດຕຣາ ກໍປຽບເໝືອນກັບໂລກທີ່ທຸກຄົນຕ່າງຄົ້ນພົບພື້ນທີ່ສ່ວນຕົວໃນແບບຂອງຕົນເອງ.

 

ໂຕະອາຫານທຸກໜ່ວຍມີໄວ້ສໍາລັບທຸກລົດສະນິຍົມ

 ພາຍໃນຮ້ານອາຫານກໍມີຫຼາກຫຼາຍລົດຊາດໃຫ້ລິ້ມລອງ ມີທັງອາຫານລາວ ປະສົມປະສານກັບອາຫານນານາຊາດຍອດນິຍົມ ໃນລາຄາທີ່ສົມເຫດສົມຜົນ. ຄໍ່າຄືນໜຶ່ງ ອາດລິ້ມລອງລົດຊາດປາສະໝຸນໄພຫອມກິ່ນຫົວສີໄຄ, ຂະນະທີ່ຄໍ່າຄືນຕໍ່ມາອາດປ່ຽນເປັນສະລັດຊີຊາກຸບກອບ. ພື້ນທີ່ແຫ່ງນີ້ໄດ້ປະສົມປະສານເອົາຄວາມຫຼູຫຼາເຂົ້າກັບຄວາມຄຸ້ນເຄີຍ, ແມ່ນແຕ່ຜູ້ພັກອາໄສທີ່ມີວຽກຫຼາຍທີ່ສຸດ ກໍຍັງຮູ້ສຶກຢາກຢຸດພັກຜ່ອນ ແລະ ຮັບປະທານອາຫານຢູ່ທີ່ນີ້.

 

ເມື່ອເວົ້າເຖິງການດໍາເນີນທຸລະກິດທີ່ ສຸພັດຕຣາ ກໍມີບົດບາດສໍາຄັນເຊັ່ນກັນ. ສະຖານທີ່ດັ່ງກ່າວໃຫ້ບໍລິການຫ້ອງປະຊຸມຂະໜາດນ້ອຍ ແຕ່ພຽບພ້ອມດ້ວຍອຸປະກອນຄົບຊຸດ ໂດຍຮອງຮັບແຂກໄດ້ເຖິງ 10 ຄົນ, ມອບໂອກາດໃນການເຊື່ອມໂຍງທີ່ຊານສະຫຼາດ ແລະ ບັນຍາກາດທີ່ເອື້ອອໍານວຍແກ່ຄວາມຄິດແບບສ້າງສັນທີ່ຊັດເຈນ. ພື້ນທີ່ແຫ່ງນີ້ຖືກໃຊ້ເປັນເຄື່ອງເຕືອນໃຈໄດ້ວ່າ ການເຮັດວຽກ ແລະ ການຜັກຜ່ອນສາມາດຢູ່ຮ່ວມກັນໄດ້ແບບບໍ່ມີອຸປະສັກໃດໆຂວາງກັ້ນ.

 

ເອກະລັກທີ່ໂດດເດັ່ນ

 ເນື່ອງຈາກອາພາດເມັນ ສຸພັດຕຣາ ຕັ້ງຢູ່ເຂດເມືອງສີສັດຕະນາກ, ຈິ່ງສາມາດມອບບັນຍາກາດອັນງຽບສະຫງົບ ທັງຫຼູຫຼາຄຽງຄູ່ກັນ. ໂດຍມີສະຖານທີ່ສໍາຄັນຕັ້ງຢູ່ບໍລິເວນໃກ້ຄຽງ ເຊັ່ນ ສະຖານທູດສິງກະໂປ, ອົດສະຕາລີ ແລະ ສະຖານທູດຈີນ, ໃນຂະນະທີ່ ວັດນາກ ເຊິ່ງເປັນບ່ອນທີ່ສົ່ງມອບຄວາມງຽບສະຫງົບກໍຕັ້ງຢູ່ຫ່າງຈາກອາພາດເມັນພຽງບໍ່ເທົ່າໃດກ້າວຍ່າງ. ເຂດພື້ນທີ່ແຫ່ງນີ້ ໃຫ້ຄວາມຮູ້ສຶກທັງເປັນຕົວເມືອງໃຫຍ່ແບບສາກົນ ແລະ ທ້ອງຖິ່ນ ພ້ອມທັງຄວາມຮູ້ສຶກແບບໃກ້ຊິດ ແລະ ເປັນກັນເອງ. ສໍາລັບແຂກທີ່ເຂົ້າພັກໄລຍະຍາວ, ຄວາມສົມດຸນດັ່ງກ່າວສາມາດສ້າງຄວາມໝັ້ນໃຈໄດ້; ສ່ວນຜູ້ທີ່ມາພັກໃໝ່ ກໍຈະໄດ້ຮັບຄວາມຮູ້ສຶກແບບສະບາຍໃຈ ປຽບເໝືອນໄດ້ຢູ່ຈຸດສູນກາງວັດທະນະທໍາ ແລະ ການທູດຂອງຕົວເມືອງ.

 

ສະຖານທີ່ເຊິ່ງເປັນໄດ້ຫຼາຍກວ່າບ່ອນພັກອາໄສ

ຖ້າຈະເວົ້າວ່າ ສຸພັດຕຣາ ເຊີວິສ ອາພາດເມັນ ເປັນສະຖານທີ່ພັກທໍາມະດາ ກໍຄົງຈະເປັນການປະເມີນຄ່າພວກເຂົາຕໍ່າເກີນໄປ. ໃນຄວາມຈິງແລ້ວ, ອາພາດເມັນແຫ່ງນີ້ ຖືເປັນວິຖີຊີວິດສ່ວນຕົວທີ່ເຊື່ອມຈອດ-ເຊື່ອມໂຍງເຂົ້າຫາກັນ, ລຽບຫຼູແຕ່ເປັນສ່ວນຕົວ. ສໍາລັບນັກເດີນທາງເພື່ອທຸລະກິດ, ສະຖານທີ່ແຫ່ງນີ້ກໍມີພື້ນທີ່ກວ້າງຂວາງໃຫ້ພັກຜ່ອນ, ເຊື້ອເຊີນບັນດາເພື່ອນຮ່ວມງານມາພົບປະ ແລະ ເຮັດວຽກຄຽງຄູ່ກັນໄດ້ຢ່າງສະດວກສະບາຍ ໂດຍບໍ່ຈໍາເປັນຕ້ອງຮູ້ສຶກວຸ້ນວາຍຄືກັບໂຮງແຮມຂອງເຄືອທຸລະກິດໃຫຍ່. ສໍາລັບຜູ້ພັກອາໄສແບບຄອບຄົວ, ກໍມີພື້ນທີ່ສໍາລັບປຸງແຕ່ງອາຫານ, ພື້ນທີ່ສໍາລັບເດັກນ້ອຍຫຼິ້ນ ແລະ ສາມາດປ່ອຍໃຫ້ລູກຫຼານໄດ້ເພີດເພີນ ໄດ້ຢ່າງເຕັມທີ່. ສໍາລັບຄູ່ຮັກ ຫຼື ຜູ້ພັກອາໄສຄົນດຽວກໍຈະໄດ້ສໍາຜັດກັບຄວາມສຸກທີ່ຄັ້ງໜຶ່ງໄດ້ກັບມາພັກຜ່ອນທ່າມກາງບັນຍາກາດທີ່ມອບຄວາມຮູ້ສຶກໃນທຸກຄໍ່າຄືນ ຄືກັບວ່າສິ່ງດັ່ງກ່າວເປັນຂອງຕົນເອງ.

 

ໃນເມືອງຫຼວງທີ່ກໍາລັງຟື້ນຟູຕົນເອງໃໝ່ແບບງຽບໆ, ບ່ອນທີ່ຮ້ານກາເຟເຕັມໄປດ້ວຍບົດສົນທະນາອັນຄຶກຄື້ນ ພ້ອມຕຶກອາຄານໃໝ່ຫຼາຍແຫ່ງຕັ້ງເດັ່ນສະຫງ່າສູງສຽດຟ້າ ຕິດແນບຂ້າງດ້ວຍທາດສີທອງນັ້ນ, ສຸພັດຕຣາ ເຊີວິສ ອາພາດເມັນ ກໍສະທ້ອນໃຫ້ເຫັນເຖິງຄວາມຫຼູຫຼາແບບອ່ອນໂຍນ, ສະຖານທີ່ພັກທີ່ແຫ່ງນີ້ບໍ່ເນັ້ນຄວາມຟູມເຟືອຍ ແຕ່ເນັ້ນທີ່ຄວາມປະນີດບັນຈົງ ເນື່ອງຈາກເປັນ: ສິລະປະແຫ່ງການໃຊ້ຊີວິດຢ່າງມີຄຸນນະພາບ ປັດສາຈາກຄວາມວຸ້ນວາຍທ່າມກາງໃຈກາງເມືອງວຽງຈັນ.

 

ສະຫຼຸບ

ຊ່ວງຍາມເຊົ້າ, ສາມາດເລີ່ມຕົ້ນສໍາຜັດກັບແສງແດດສາດສ່ອງໃສ່ພື້ນອັນເງົາງາມຂອງສະຖານທີ່ພັກແຫ່ງນີ້. ຕໍ່ທ້າຍຊ່ວງບ່າຍດ້ວຍການລອຍນໍ້າ ຫຼື ອົບອາຍນໍ້າຜ່ອນຄາຍ. ຂະນະທີ່ຍາມແລງກໍເພີດເພີນກັບເຄື່ອງດື່ມແບບເບົາໆໃນພື້ນທີ່ສັງສັນ ຫຼື ຮັບປະທານອາຫານຄໍ່າແບບຮຽບງ່າຍເທິງໂຕະອາຫານທີ່ຫ້ອງສະວິດຂອງທ່ານເອງ. ສຸພັດຕຣາ ເຊີວິສ ອາພາດເມັນ ຂໍເຊີນຊວນແຂກທຸກທ່ານມາຄົ້ນພົບ ເຊິ່ງບໍ່ພຽງແຕ່ເປັນສະຖານທີ່ພັກອາໄສເທົ່ານັ້ນ; ແຕ່ຍັງເປັນເສັ້ນທາງສູ່ການຕັ້ງຖິ່ນຖານ, ລວມທັງຈັງຫວະຊີວິດ, ບ່ອນພັກໃຈ ແລະ ບ້ານເຮືອນນໍາອີກ.

 

ຫາກສົນໃຈຈອງ ຫຼື ຕ້ອງການຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງທີ່ souphattra.com.

ວິທີເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນສູ່ນະຄອນຫຼວງວຽງຈັນເປັນປະຈໍາ ໂດຍມີປາຍທາງຈາກຫຼາຍແຫ່ງທັງໃນລາວ ແລະ ທົ່ວພາກພື້ນ.

 

 

default

Read More

Related Articles