ວິຖີທາງແຫ່ງການກໍາເນີດວັດວາອາຮາມ, ເຂົ້າຈີ່ຝຣັ່ງ ແລະ ປະຫວັດສາດ
ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Anita Preston / Evensong Film
ຫຼວງພະບາງ ເປັນເມືອງຕົວຢ່າງທີ່ໂດດເດັ່ນ ແຫ່ງການປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບພື້ນເມືອງ ແລະ ໂຄງສ້າງຕົວເມືອງຂອງລາວ ທີ່ສ້າງຂຶ້ນໃນຍຸກອານານິຄົມເອີຣົບ ໃນຊ່ວງສະຕະວັດທີ 19 ແລະ 20 – ອຸຍເນສໂກ, ປີ 1995.
ສາມາດເວົ້າໄດ້ວ່າ ຫຼວງພະບາງມີສະຖາປັດຕະຍະກໍາອັນມະຫັດສະຈັນ ເຊິ່ງບໍ່ສາມາດພົບເຫັນໄດ້ຢູ່ແຫ່ງອື່ນໃດໃນອາຊີ. ເນື່ອງຈາກຄວາມແຕກຕ່າງທາງດ້ານໂຄງສ້າງຂອງສະຖາປັດຕະຍະກໍາ ເຫັນໄດ້ຈາກວັດຊຽງທອງ ທີ່ໂດດເດັ່ນມາແຕ່ຊ່ວງສະຕະວັດທີ 16 ໂດຍມີຮູບພາບທີ່ຖືກຕົກແຕ່ງດ້ວຍແກ້ວສີບອກເລົ່າເລື່ອງລາວຕ່າງໆທາງວັນນະຄະດີ, ພ້ອມກັນນັ້ນກໍຍັງມີວັດວິຊຸນ ຖືກນຳໃຊ້ໃຫ້ເປັນພິພິທະພັນສີລະປະທາງພຸດທະສາສະໜາ ທີ່ໜ້າເຄົາລົບເກງຂາມ ເຊິ່ງນັກທ່ອງທ່ຽວບໍ່ຄວນພາດໂອກາດໃນການຢ້ຽມຊົມວັດແຫ່ງນີ້. ຕຶກອາຄານເກົ່າແກ່ຫຼາຍແຫ່ງທີ່ມີປະຕູປ່ອງຢ້ຽມບານເກັດ, ລະບຽງ ແລະ ດ້ານໜ້າອາຄານທີ່ມີສີອ່ອນໆ ຫຼື ສີພາສເທລ ອັນເປັນເອກະລັກ ສາມາດພົບເຫັນອາຄານລັກສະນະນີ້ຕາມຖະໜົນທຸກເສັ້ນໃນເມືອງຫຼວງພະບາງ. ເມື່ອຍ່າງເລາະຫຼິ້ນອ້ອມຮອບຕົວເມືອງ, ທ່ານຈະເຫັນໂຮງຮຽນຝຣັ່ງ ເຊິ່ງເປັນຄານໂຮງຮຽນທີ່ເກົ່າແກ່, ລວມທັງໂຮງລະຄອນສຽງສະຫວັນ ທີ່ສ້າງຂຶ້ນໃນຊ່ວງປີ 1950, ແລະ ສິ່ງປຸກສ້າງທີ່ເປັນເອກະລັກອື່ນໆອີກຫຼາຍແຫ່ງ ຂະນະທີ່ບາງບ່ອນໄດ້ຮັບການດັດແປງມາເປັນໂຮງແຮມ ແລະ ຮ້ານກາເຟ. ຮ້ານອາຫານເລິ
ກາລາວ, ໂຮງແຮມສັນຕິ ແລະ ເດິ ບລູເຮົາສ໌ (The Blue House) ທີ່ຕັ້ງຢູ່ບໍລິເວນຈຸດແຈແຫຼມປາກນໍ້າຄານ ທັງເປັນອາຄານເກົ່າແກ່ທີ່ຍິ່ງໃຫຍ່ເປັນພິເສດ. ເມື່ອເລາະລຽບຕາມຖະໜົນສາຍສໍາຄັນ ຜ່ານຫຼັງຄາອັນກວ້າງໃຫຍ່ຂອງຫໍພະບາງ ແລະ ພະລາຊະວັງ ທີ່ມີຮູບແບບສະຖາປັດຕະຍະກໍາວິຈິດສິນ ເຮັດໃຫ້ພວກເຮົາໄດ້ເຫັນຄວາມຍິ່ງໃຫຍ່ໃນອະດີດຕະການ ລວມທັງວິຖີຊິວິດຂອງຊົນຊັ້ນຂຸນນາງໃນເມື່ອກ່ອນ.
ຢູ່ສ່ວນໜຶ່ງຂອງຕົວເມືອງ, ຍັງມີເຮືອນຫຼັງໜຶ່ງທີ່ມີບັນຍາກາດໃນລັກສະນະອຶ້ມຄຶ້ມ ເຊິ່ງພາຍໃນມີເຕົາອົບໄມ້ເກົ່າໆທີ່ເຮັດໃຫ້ຖາດບັນຈຸເຂົ້າຈີ່ສຸກເຫຼືອງໄດ້ເຕັມທີ່ປັດສາຈາກເຄື່ອງຈັກໃດໆ. ມີຊາຍຈໍານວນໜຶ່ງຕ່າງກໍເຫື່ອໄຫຼໄຄຍ້ອຍ ທ່າທາງຊົງອິດເມື່ອຍ ໂດຍວາງກ້ອນແປ້ງກົມໆລົງໃສ່ຖາດໄມ້ເພື່ອລໍຖ້າໃຫ້ແປ້ງຂຶ້ນຟູ. ຈາກນັ້ນກໍໃຊ້ຊວ້ານບັນຈຸເຂົ້າຈີ່ ນໍາສົ່ງຈໍາພວກກ້ອນກົມໆເຫຼົ່ານັ້ນ ຜ່ານປະຕູເຕົາພ້ອມວາງໄວ້ເທິງຖ່ານໄຟແດງໆເພື່ອເຮັດການອົບໃຫ້ສຸກ. ເມື່ອພວກຂ້າພະເຈົ້າສອບຖາມພະນັກງານເກັບເງິນທີ່ນັ່ງຢູ່ຂ້າງປະຕູ ກ່ຽວກັບໄລຍະເວລາຂອງການເປີດຮ້ານເຂົ້າຈີ່ແຫ່ງນີ້, ລາວກໍຕອບແບບບໍ່ລະສາຍຕາຈາກໂທລະທັດທີ່ແຂວນໄວ້ຢູ່ຂ້າງຝາເຮືອນ ໂດຍຕອບສັ້ນໆວ່າ: “ສາມສິບປີ”. ແຕ່ເວົ້າເລື່ອງເວລາແລ້ວ, ຄົນລາວຈໍານວນໜຶ່ງຍັງບໍ່ຄ່ອຍໃສ່ໃຈໃນເລື່ອງເທົ່າທີ່ຄວນ ເຊິ່ງອາດຈະດົນກວ່າ ຫຼື ໜ້ອຍກວ່າສາມປີກໍເປັນໄດ້ ເພາະເບິ່ງຈາກຄວາມເກົ່າແກ່ຂອງທາງຮ້ານ.
ບໍ່ມີສິ່ງໃດທີ່ຈະຖືວ່າເປັນແກ່ນແທ້ໃນແບບຝຣັ່ງເສດຫຼາຍກວ່າຄໍາວ່າ ເຂົ້າຈີ່. ນັກທ່ອງທ່ຽວຫຼາຍຄົນ ອາດຈະຮູ້ສຶກປະຫຼາດໃຈ ເມື່ອເຫັນເຂົ້າໜົມປັງທີ່ຫາກໍອົບມາແບບສົດໆໃໝ່ໆຈໍານວນຫຼາຍ ກອງກັນໄວ້ເທິງລໍ້ເຂັນເພື່ອຂາຍຕາມແຄມທາງ. ເຂົ້າຈີ່ກັບກາເຟຖືເປັນສິ່ງຂອງທີ່ຈັບຕ້ອງໄດ້ສໍາລັບນັກທ່ອງທ່ຽວຊາວເອີຣົບກຸ່ມທໍາອິດ ທີ່ເດີນທາງມາຢ້ຽມຊົມຫຼວງພະບາງ. ໃນຊ່ວງທ້າຍສະຕະວັດທີ 19, ອານາຈັກຫຼວງພະບາງໄດ້ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ໄດ້ມີຂ້າລາຊະການ ແລະ ໂອກຸສ ປາວີ, ຮອງກຸງສູນ ທີ 1 ເຊິ່ງເປັນໜຶ່ງໃນບຸກຄົນສໍາຄັນທີ່ສຸດ ທັງຂ້ອນຂ້າງເປັນທີ່ຖົກຖຽງກັນໃນປະຫວັດສາດລາວ. ໂອກຸສ ປາວີ ບໍ່ພຽງແຕ່ເປັນຜູ້ມີອໍານາດເຕັມເທົ່ານັ້ນ, ແຕ່ຍັງເປັນນັກສໍາຫຼວດ ແລະ ນັກແຕ້ມແຜນທີ່ ແລະ ມັກຖືໄມ້ຄ້ອນເທົ້າ, ຍ່າງຕີນເປົ່າ ແລະ ໃສ່ໝວກປີກກວ້າງ. ໂອກຸສ ປາວີ ໄດ້ທໍາການປ່ຽນແປງວິທີການບໍລິຫານ ແລະ ປົກຄອງປະເທດລາວ ໂດຍເຮັດວຽກຮ່ວມກັບເຈົ້າຊີວິດຢ່າງໃກ້ຊິດ.
ນັກທ່ອງທ່ຽວຊາວເອີຣົບໃນຍຸກທໍາອິດແມ່ນທ່ານ ອອງລີ ມູໂອ.
“ພວກເຮົາໄດ້ພົບບ່ອນທີ່ມີຄວາມຊົງຈໍາກ່ຽວກັບພີ່ນ້ອງຮ່ວມຊາດຂອງພວກເຮົາໃນທຸກໆສະຖານທີ່ ຜູ້ເຊິ່ງໄດ້ຮັບຄວາມນັບຖື ແລະ ຄວາມຮັກແພງຈາກປະຊາຊົນທ້ອງຖິ່ນ ເນື່ອງຈາກເປັນບຸກຄົນທີ່ມີລັກສະນະນິດໄສທີ່ທ່ຽງທໍາ ແລະ ມີຄວາມເມດຕາກະລຸນາ.” ແອຣ໌ແນ້ສ ດູດາຣ໌ ເດິ ລາເກຣ, ຫົວໜ້າຄະນະສໍາຫຼວດແມ່ນໍ້າຂອງ ຂອງຝຣັ່ງເສດ ປີ 1866-1868.
ຮ່າງອັນໄຮ້ວິນຍານຂອງມູໂອ ຖືກຝັງໄວ້ຢູ່ໃນສຸສານສີຂາວ ທີ່ດ້ານນອກຂອງແກ້ງນູນ ເຊິ່ງປິ່ນໜ້າມາທາງນໍ້າຄານທີ່ໄຫຼຄ່ອຍໆ, ຫຸ້ມອ້ອມດ້ວຍພືດພັນສີຂຽວອຸ່ມທຸ່ມ, ຖືເປັນຫຼຸມຝັງສົບທີ່ມີວິວທິວທັດໃນບ່ອນພັກຜ່ອນອັນງຽບສະຫງົບ ແລະ ເປັນທໍາມະຊາດ. ໃນຈຸດນັ້ນຍັງມີຮູບປັ້ນຂອງໂອກຸສ ປາວີ ທີ່ມີປາຍດັງເປັນສັນຍາວ, ສາຍຕາຈ້ອງມອງແບບຈິງຈັງ, ໃສ່ໝວກ ແລະ ປະຕີນເປົ່າ; ນັກທ່ອງທ່ຽວສ່ວນໃຫຍ່ມັກຈະຄິດວ່າເປັນຮູບປັ້ນຂອງມູໂອ. ພາຍຫຼັງມີການຄົ້ນພົບ ຫຼື ຫາກໍຄົ້ນພົບອັງກໍວັດ, ທ່ານອອງລີ ໄດ້ມາອາໄສຢູ່ເມືອງຫຼວງພະບາງ ກ່ອນທີ່ຈະຖືກໄຂ້ປ່າ ຫຼື ມາເລເລຍພາກຊີວິດໄປຈາກໂລກ. ມີນັກວິຊາການຈໍານວນໜຶ່ງກ່າວວ່າ ສົບຂອງມູໂອ ອາດຈະຖືກນໍ້າພັດຫາຍໄປໃນຊ່ວງນໍ້າຖ້ວມ ແຕ່ຫຼຸມຝັງສົບນັ້ນກໍແມ່ນຈຸດທີ່ຢູ່ໃກ້ກັບບ່ອນທີ່ເພິ່ນເສຍຊີວິດ ໃນປີ 1850. ຖ້າທ່ານຕ້ອງການສະແດງຄວາມເຄົາລົບຕໍ່ຜູ້ບຸກເບີກຍຸກທໍາອິດຄົນນີ້, ທ່ານສາມາດຂັບລົດອອກໄປທີ່ແກ້ງນູນ ໂດຍຜ່ານວັດໂພນເພົາ ເຊິ່ງມີຍອດຊໍ່ຟ້າສີທອງ ອັນເປັນບ່ອນເກັບສະສົມຈິດຕະກໍາຝາຜະໜັງທາງພຸດທະສາສະໜາທີ່ມີຊີວິດຊີວາ ລວມທັງປຶ້ມເກົ່າແກ່ ເຊິ່ງຄຸ້ມຄ່າໃນການແວ່ຊົມ. ສົບທ່ານອອງລີ ຖືກຝັງຢູ່ໃກ້ກັບສະຖານີລົດໄຟແຫ່ງໃໝ່ ທັງເປັນເສັ້ນທາງທີ່ໜ້າສົນໃຈໃນການຂັບລົດຜ່ານໝູ່ບ້ານຕ່າງໆ ໂດຍເລາະລຽບຕາມແຄມຝັ່ງແມ່ນໍ້າຄານ.
ຢູ່ອີກດ້ານໜຶ່ງຂອງຕົວເມືອງກໍແມ່ນ ໂຮງແຮມ ເດີ ແກຣນ ຫຼວງພະບາງ (The Grand Luang Prabang) ເຊິ່ງເຕັມໄປດ້ວຍບັນຍາກາດອັນໜ້າຫຼົງໄຫຼ ໂດຍມີເຮືອນພັກຂອງອະດີດເຈົ້າມະຫາອຸປະຫຼາດ ເພັດຊະລາດ ລັດຕະນະວົງສາ. ເຮືອນພັກຂອງເພິ່ນຕັ້ງຢູ່ໃນບໍລິເວນຂອງໂຮງແຮມ, ມີທິວທັດສວຍງາມທີ່ສາມາດແນມເຫັນແມ່ນໍ້າຂອງ. ສິ່ງຂອງເຄື່ອງໃຊ້ສ່ວນຕົວຈໍານວນຫຼາຍຂອງເຈົ້າມະຫາອຸປະຫຼາດ ຍັງຖືກເກັບຮັກສາໄວ້ໃນເຮືອນຫຼັງນັ້ນ ລວມທັງຮູບຖ່າຍຂາວດໍາທີ່ໜ້າສົນໃຈ ຕິດລຽນລາຍຕາມຝາຫ້ອງ, ຮູບພາບເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນເຖິງການເຄື່ອນໄຫວຕ່າງໆຂອງເຈົ້າມະຫາອຸປະຫຼາດ ບໍ່ວ່າເປັນຕອນພັກຜ່ອນຢູ່ເຮືອນພັກຂອງເພິ່ນ ລວມທັງເວລາອອກປະຕິບັດໜ້າທີ່ທາງລັດຖະການ, ການຈັບມືກັບແຂກທີ່ທ່າເຮືອ, ຮູບລວມທີ່ຖ່າຍຮ່ວມກັບພະນັກງານຂອງເພິ່ນ, ແລະ ການເດີນທາງຢ້ຽມຢາມໝູ່ບ້ານຕ່າງໆທີ່ຢູ່ບໍລິເວນອ້ອມຮອບ. ເຄື່ອງນຸ່ງຫົ່ມຂອງເພິ່ນ ຖືກຈັດວາງຢ່າງເປັນລະບຽບໃນຕູ້ເສື້ອຜ້າ, ສ່ວນເສື້ອແຈັກເກັດແມ່ນວາງພາດໄວ້ທີ່ຕັ່ງອີ້, ຈອກຊາເຄືອບທອງຄໍາວາງໄວ້ເທິງຖາດ ແລະ ມີດອກໄມ້ຖືກຈັດໄວ້ໃນໂຖ. ທັງໝົດນີ້ຄ້າຍກັບວ່າ ເຈົ້າມະຫາອຸປະຫຼາດ ສາມາດຍ່າງຜ່ານປະຕູໄປມາໄດ້ທຸກເວລາ. ສະຖານທີ່ແຫ່ງນີ້ ເປັນທີ່ໜ້າສົນໃຈສໍາລັບທຸກຄົນ ໂດຍສະເພາະຜູ້ທີ່ຕ້ອງການໄຝ່ຫາຄວາມຮູ້ເພີ່ມຕື່ມ ແລະ ເຈາະເລິກປະຫວັດສາດຂອງລາວອີກເລັກໜ້ອຍ ທ່າມກາງບັນຍາກາດອັນໜ້າເບີກບານໃຈ.
ບໍ່ດົນຕໍ່ມາພາຍຫຼັງສິ້ນສຸດການປົກຄອງຂອງລະບອບເກົ່າ, ກໍມີຕໍານານເລົ່າຂານຫຼາຍຢ່າງກ່ຽວກັບ “ຂົວເກົ່າຝຣັ່ງ” ທີ່ເນັ່ງຂ້າມແມ່ນໍ້າຄານ ເຊັ່ນ “ມັນມີອາຍຸໜຶ່ງຮ້ອຍປີ”; “ມັນຖືກສ້າງຂຶ້ນໂດຍໄອເຟວ” ເປັນຕົ້ນ. ໃນປີ 2009 ມີທະຫານເຮືອສະຫະລັດເຂົ້າໄປໃນຮ້ານບາຣ໌ແຫ່ງໜຶ່ງ ພ້ອມເລົ່າເລື່ອງການເດີນທາງມາປະເທດລາວໃນປີ 1960 ທັງບອກອີກວ່າຕົນເປັນຄົນສ້າງຂົວເກົ່າແຫ່ງນີ້. ເມື່ອໄດ້ຟັງແລ້ວຄືກັບວ່າເປັນເລື່ອງຕະຫຼົກ, ແຕ່ວ່າມັນຄືເລື່ອງຫຍັງ? ເບິ່ງຄືເປັນເລື່ອງເກົ່າແຕ່ກໍບໍ່ແມ່ນ. ເຖິງແມ່ນຈະມີຂໍ້ມູນກ່ຽວກັບຂົວແຫ່ງນີ້ຂ້ອນຂ້າງໜ້ອຍ ແຕ່ກໍມີເອກະສານສະແດງໃຫ້ເຫັນເຖິງການຈັດສັນເງິນທຶນຂອງສະຫະລັດ ໃນການກໍ່ສ້າງຂົວແມ່ນໍ້າຄານ ປີ 1967. ຜົນງານສະສົມຮູບຖ່າຍຂອງ ທ່ານ Joel Halpern, ທີມງານໂຄງການ USAID ທີ່ຕັ້ງຢູ່ມະຫາວິທະຍາໄລເມດິສັນ ວິສຄອນຊິນ ກໍມີຮູບຖ່າຍຂົວແຫ່ງນີ້ ແຕ່ນັ້ນແມ່ນ 10 ປີກ່ອນໜ້ານີ້. ບາງທີພວກເຮົາອາດຈະຄິດວ່າຈະຕ້ອງມີມື້ໜຶ່ງ ທີ່ຈະມີບັນຊີລາຍຊື່ ແລະ ຮູບຖ່າຍເກົ່າໆຫຼາຍຢ່າງກ່ຽວກັບຫຼວງພະບາງ ຖືກນໍາມາຈັດໄວ້ຢູ່ຫ້ອງສະໝຸດວິຊາການ. ພວກກຸລີຊາຍທີ່ໃສ່ໝວກສີຂາວ ແລະ ບຸກຄົນສໍາຄັນຕ່າງກໍຖືກເກັບພາບໄວ້ໄດ້ຢ່າງທັນເວລາ. ຖືວ່າເປັນການຄຸ້ມຄ່າ ທີ່ຈະເດີນທາງມາເບິ່ງດ້ວຍຕາຕົນເອງວ່າ ຫຼວງພະບາງມີການປ່ຽນແປງຫຼາຍໜ້ອຍພຽງໃດ ໃນຊ່ວງ 150 ປີຜ່ານມາ, ເມື່ອທຽບໃສ່ກັບສ່ວນທີ່ເຫຼືອໃນອາຊີຕາເວັນຕົກສ່ຽງໃຕ້.