ຄວາມມິດງຽບທີ່ລຽບຫຼູ

Author:

Category:

spot_img

ຢ້ຽມຊົມໂຮງແຮມ ສຸພັດຕຣາ ວຽງຈັນ

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ໂຮງແຮມ ສຸພັດຕຣາ ວຽງຈັນ

ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ເມື່ອເຖິງເວລາທີ່ທ່ານກ້າວຂາເຂົ້າມາທີ່ຕົວເມືອງວຽງຈັນ ທ່ານຈະສໍາຜັດໄດ້ເຖິງຄວາມຊ້າລົງຂອງເວລາຂອງຈັງຫວະການໃຊ້ຊີວິດ. ແສງອາທິດທີ່ອ່ອນໂຍນ ແຕ່ແຂງກ້າໃນເວລາດຽວ ໄດ້ສາດສ່ອງໄປທົ່ວຖະໜົນທຸກຫົນແຫ່ງສໍາແດງຄວາມຊ້າໆເນີບໆຂອງຕົວເມືອງອອກມາ ແລະ ຫ່າງອອກໄປບໍ່ໄກຈາກບັນດາກະຊວງກົມກອງ ແລະ ວັດວາອາຣາມຈະມີໂລກທີ່ແສນງຽບສະຫງົບລໍຖ້າໃຫ້ທ່ານໄດ້ສໍາຜັດຢູ່ທີ່ດ້ານຫຼັງຂອງ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ.

 

ໂຮງແຮມ ສຸພັດຕຣາ ແນ່ນອນວ່າສ່ວນໜຶ່ງກໍ່ແມ່ນທີ່ພັກ ແຕ່ອີກສ່ວນໜຶ່ງກໍ່ເປັນດັ່ງກັບການສະແດງຄວາມເຄົາລົບນັບຖືຕໍ່ ປະຫວັດສາດອັນດີງາມຂອງວຽງຈັນ. ຖ້າເບິ່ງພາບລວມແລ້ວ ສຸພັດຕຣາບໍ່ໄດ້ມີຄວາມສົນໃຈທີ່ຈະເຮັດໂຕໃຫ້ໂດດເດັ່ນລື່ນໝູ່ ແຕ່ຈະເນັ້ນໜັກໃສ່ຄວາມສົມດຸນແທນ. ຄວາມສະຫງ່າງາມຂອງໂຮງແຮມແຫ່ງນີ້ແມ່ນຢູ່ທີ່ຄວາມລຽບງ່າຍບໍ່ວ່າຈະເປັນການຕົບແຕ່ງດ້ວຍລາຍເສັ້ນສະອາດຕາທີ່ປັບແຕ່ງໃຫ້ນຸ້ມນວນດ້ວຍຮ່ອງຮອຍລວດລາຍແກະສະຫຼັກທີ່ພົ້ນເດັ່ນອອກມາ. ເພດານຍົກສູງອ້ອມຮອບດ້ວຍແສງທໍາມະຊາດທີ່ສ່ອງມາຈາກຂ້າງນອກ ພາໃຫ້ເຫັນເປັນໂທນສີແບບຜ້າໄໝ ແລະ ຜືນດິນ. ຄວາມລຽບງ່າຍຂອງມໍລະດົກຈາກອະດີດຍັງຄົງຖືກສືບທອດຮັກສາຢູ່ຕາມຝາຜະໜັງທີ່ຖືກຕົບແຕ່ງຢ່າງສວຍງາມ ແລະ ບໍ່ມີທາງທີ່ຈະເສົ້າໝອງ ຫຼື ລືມເລືອນໄປ.

 

ຫ້ອງພັກຂະໜາດກວ້າງຂວາງທັງໝົດ 46 ຫ້ອງ ປຽບໄດ້ດັ່ງກັບຫ້ອງສໍາລັບຜ່ອນຄາຍເພື່ອໃຊ້ສະມາທິຈົດຈໍ່ເຮັດສິ່ງໃດສິ່ງໜຶ່ງ ໃນສະພາບແວດລ້ອມທີ່ຫຼູຫຼາແຕ່ງຽບສະຫງົບ ເຊິ່ງຖືກອອກແບບຢ່າງພິຖີພິຖັນດ້ວຍສິລະປະຮ່ວມສະໄໝ, ຫັດຖະກໍາຖັກແຊ່ວທີ່ເຮັດດ້ວຍມື ແລະ ລາຍລະອຽດບັນຈົງສະເພາະເພື່ອກະຕຸ້ນຄວາມສົງໄສ ແລະ ແຮງບັນດານໃຈຕໍ່ຄວາມສວຍງາມໃນແບບລາວສະໄໝໃໝ່. ດັ່ງກັບວ່າສະຖານທີ່ແຫ່ງນີ້ງາມແບບທໍາມະຊາດໂດຍບໍ່ໄດ້ຜ່ານການປຸງແຕ່ງໃດໆເລີຍບວກກັບທັງຫ້ອງນໍ້າ, ຕຽງນອນທີ່ກວ້າງຂວາງສະດວກສະບາຍ ແລະ ສິ່ງທີ່ຕັ້ງໃຈແຖມມາໃຫ້ແມ່ນຄວາມສະຫງົບທີ່ຫາບໍ່ໄດ້ງ່າຍໆຈາກບ່ອນອື່ນ.

 

ຫາກໂລກນີ້ບັງຄັບໃຫ້ທ່ານຟ້າວຟັ່ງ, ສຸພັດຕຣາ ຂໍໜ່ຽວລັ້ງໃຫ້ທ່ານລອງຢຸດພັກຜ່ອນກ່ອນຈັກໜ້ອຍ.

 

ແນ່ນອນ ເຖິງໂຮງແຮມແຫ່ງນີ້ຈະເນັ້ນຄວາມງຽບສະຫງົບ ແຕ່ພວກເຂົາກໍ່ບໍ່ໄດ້ລົບຄວາມສາມາດໃນການບໍລິການຕ່າງໆອອກໄປ. ສຸພັດຕຣາ ເປັນສະຖານທີ່ທີ່ໄວ້ໃຈໄດ້ສໍາລັບການໃຫ້ບໍລິການແກ່ບັນດາຜູ້ບໍລິຫານ, ນັກການທູດ ແລະ ສິລະປິນ ທີ່ກໍາລັງເຟັ້ນຫາຄວາມນຸ້ມນວນໂອບອ້ອມອາລີຂອງວຽງຈັນ. ຢູ່ທີ່ນີ້ມີພື້ນທີ່ຈັດຫ້ອງປະຊຸມທີ່ງົດງາມ ແລະ ຄົບຄັນຮອບດ້ານ ເບິ່ງຈາກພື້ນຮອດເພດານກໍ່ຈະເຫັນເຕັມໄປດ້ວຍແສງທໍາມະຊາດ ທັງທີ່ຕັ້ງສຸດພິເສດທີ່ນອນຢູ່ໃນໃຈກາງຂອງ ນະຄອນຫຼວງວຽງຈັນ ແຕ່ກໍ່ປີກໂຕຫ່າງອອກໄປຈາກຝູງຊົນສົ່ງຜົນໃຫ້ເກີດຄວາມງຽບທີ່ຊ່ວຍໃຫ້ທ່ານສາມາດຢຸດຄິດໄຕ່ຕອງບັນຫາຕ່າງໆໄດ້ຢ່າງມີປະສິດຕິພາບກ່ອນຈະໂອ້ລົມປຶກສາກັນ.

 

ເມື່ອກອງປະຊຸມຈົບລົງ ຮ່າງກາຍທີ່ຖືກໃຊ້ແນວຄິດຢ່າງເມື່ອຍລ້າກໍ່ຈະເລີ່ມຮຽກຮ້ອງຫາທ່ານຜ່ານຄວາມຫິວໂຫຍ. ທີ່ໂຮງແຮມສຸພັດຕຣາຂອງເຮົາ ການຮັບປະທານອາຫານບໍ່ເປັນພຽງແຕ່ການເອົາອາຫານມາວາງໄວ້ໃຫ້ກິນເທົ່ານັ້ນ ແຕ່ມັນແມ່ນການເປີດປະສົບການລີ້ມລອງແບບແຊບຊ້ອຍ ທີ່ພາໃຫ້ທ່ານເພີດເພີນແບບບໍ່ຕ້ອງຄອງຄອຍກັງວົນເລື່ອງເວລາ. ຫ້ອງອາຫານເຈັດແຫ່ງທີ່ແຕກຕ່າງຫຼາກຫຼາຍ ພໍປານກັບເປັນແຕ່ລະປະເທດແຕກຕ່າງກັນ ພ້ອມແລ້ວທີ່ຈະໃຫ້ບໍລິການແກ່ແຂກທຸກໆທ່ານ. 

 

ເລີ່ມຕົ້ນທີ່ຫ້ອງອາຫານ ລາວເດີມ (Lao Derm) ທີ່ມີຈຸດເດັດໃນການຊູລົດຊາດດັ້ງເດີມຂອງອາຫານລາວແທ້ໆ. ເມນູທີ່ຕ້ອງລອງກໍຈະແມ່ນ ລາບເປັດ ທີ່ຖືກປຸງແຕ່ງແບບຊັບຊ້ອນ ກິນຄູ່ກັບ ຕົ້ມສົ້ມປານໍ້າງື່ມ ທີ່ມີລົດຊາດອອກສົ້ມໆ ປະສົມປະສານກັບ ຫົວສິງໄຄ ແລະ ພືດຜັກສະໝຸນໄພສົດໃໝ່. ລົດຊາດແບບນີ້ແຫຼະທີ່ຈະເກາະຕິດຢູ່ໃນຄວາມຊົງຈໍາຂອງທ່ານໄປຕະຫຼອດການ.

 

ຫາກທ່ານໂຫຍຫາອາຫານທີ່ທຸກຄົນຄຸ້ນເຄີຍ ໃຫ້ມາທີ່ຫ້ອງອາຫານ ສຸພັດຕຣາ (Souphattra Dining Room) ທີ່ໃຫ້ບໍລິການເມນູແບບສາກົນ. ເລີ່ມຕົ້ນດ້ວຍ ຄາເປລິນີ້ ລ໋ອບສເຕີ້ ທີ່ກິນງ່າຍ ແລະ ຫອມແຮງ. ຕາມດ້ວຍ ຂາເປັດຕຸ໋ນທີ່ມີລົດສໍາຜັດຂອງໝາກກ້ຽງ ເປັນປະສົບການອາຫານທີ່ຈະຄ້າງຢູ່ໃນຕ່ອມຮັບລົດຊາດຕະຫຼອດໄປ.

 

ຕໍ່ມາກໍ່ຈະແມ່ນ ອິດຊິນ (ISSHIN) ຫ້ອງອາຫານ ຍີ່ປຸ່ນ ທີ່ໃຫ້ຄວາມຮູ້ສຶກໃກ້ຊິດ ແລະ ພິຖີພິຖັນ. ຢູ່ນີ້ທ່ານຕ້ອງລອງເມນູປາດິບ ຊາຊິມີ ຊູໂມຣິ 5 ແບບ ທີ່ຄັດສັນເອົາ ທູນ້າຕິດມັນ ຊູໂທໂຣ້ (chutoro), ຫອຍ ໂຮຕາເຕະ (hotate), ປາ ມາດາອິ (madai), ປາແຊວມ້ອນ ແລະ ສ່ວນເນື້ອປາທູນາ ອາກາມິ (akami) ມາປາດລຽງກັນຢ່າງປານີດສວຍງາມ ກິນຄູ່ກັບ ທອດປາ ກິນດາຣະ ແບບມິໂຊະ ຢາກິ (Gindara Miso Yaki) ແມ່ນສຸດແຕ່ນຸ້ມລີ້ນ ແລະ ເລີດລົດເລີຍຂໍບອກ.

 

ທີ່ຫ້ອງອາຫານ ວ້ານຊ້ຽງ (Wan Xiang) ອາຫານຈີນກວາງຕຸ້ງຈະຖືກເສີບໃຫ້ທ່ານດ້ວຍຄວາມໜ້າປະທັບໃຈທຸກຂະບວນການ. ຂາດບໍ່ໄດ້ກໍແມ່ນເມນູເປັດປັກກິ່ງທີ່ຕ້ອງສັ່ງມາ ຄູ່ກັບ ຂົ້ວກຸ້ງໃຫຍ່ໃສ່ໝາກເຜັດ, ເກືອ ແລະ ຖົ່ວ ທີ່ລົງຕົວແບບເຜັດຈັດຈ້ານ ແຕ່ລົດຊາດສຸກສໍາລານໃຈ.

 

ຣູບທ໋ອບບາ ເຊລີນ (Selene) ເປັນບ່ອນລິເລີ່ມຂອງຍາມຄໍ່າຄືນ ຫຼື ຄວາມມ່ວນຊື່ນກໍວ່າໄດ້. ຖ້າມາບ່ອນນີ້ແມ່ນໃຫ້ລອງກິນຫອຍທະເລຄູ່ກັບ ຊາວຊ້າໝາກມ່ວງ ແລະ ປາມ້າແຮມ ເບິ່ງເດີ ຫຼືບໍ່ກໍລອງເຂົ້າຈີ່ອົບຊີດສ໌ ພ້ອມຈິບເນໂກຣນີ້ໄປພ້ອມເບິ່ງຕາເວັນຕົກດິນຍາມແລງ.

 

ຄາເຟ້ ລາວເດີມ (Café Lao Derm) ທີ່ຕັ້ງຢູ່ຂ້າງລ໋ອບບີ້ ກໍຍິ່ງມີຄວາມຄຶກຄື້ນແຕ່ເຊົ້າຈໍາແລງ. ຄາເຟ້ແຫ່ງນີ້ເປັນບ່ອນທີ່ຜູ້ຕື່ນເຊົ້າ ແລະ ຜູ້ມັກຮັກໃນການດື່ມຊາກາເຟມາປະຈົບພົບພໍ້ກັນ ເພາະທາງຮ້ານມີຕົວເລືອກຫຼາກຫຼາຍ. ນັບແຕ່ ຄາລາເມວ ມາຄິອາໂຕ້ ໄປຈົນເຖິງ ເມນູໃຫ້ຄວາມສົດຊື່ນທີ່ຄິດຄົ້ນມາໃໝ່ແບບ ອາເມລິກາໂນ້ໃສ່ນໍ້າໝາກພ້າວ. 

 

ປິດທ້າຍດ້ວຍ ອາຕິຊອງ ຊິກ້າ ບາ (Artisan Cigar Bar) ທີ່ໃຫ້ຄວາມຮູ້ສຶກແບບມືດໆສະຫຼົວສະຫຼົວ ແຕ່ງົດງາມຫຼູຫຼາຖ້າໃຫ້ບໍລິການຫຼາຍກວ່າອາຫານຍາມເດິກ ເພາະມັນເປັນທັງບ່ອນພັກຜ່ອນຢ່ອນໃຈໄປກັບຄວາມງຽບລຽບງ່າຍ ເປັນສະຖານທີ່ພິເສດໃຫ້ແຂກໄດ້ມານັ່ງລົມກັນ, ລີ້ມລອງຊິກ້າຊັ້ນດີ ຫຼື ພຽງມາຈິບເຄື່ອງດື່ມຊິວໆພໍນອນຫຼັບກໍ່ໄດ້. ບາແຫ່ງນີ້ເປັນດັ່ງພື້ນທີ່ສະເພາະໃຫ້ຜູ້ທີ່ຕ້ອງການຄວາມເປັນສ່ວນໂຕ ທີ່ເປີດໃຫ້ທຸກທ່ານທີ່ໂຫຍຫາຄວາມຮູ້ສຶກແບບນັ້ນ ເຂົ້າມາສໍາຜັດກັບມົນສະເໜ່ເກົ່າແກ່ຂອງມັນ.

 

ຫ້ອງອາຫານແຕ່ລະບ່ອນເປັນດັ່ງກັບບ່ອນທ່ຽວຂອງໃຜຂອງລາວ ແຕ່ບໍ່ແມ່ນແຕ່ເປືອກນອກຊື່ໆເດີ. ອາຫານຢູ່ບ່ອນນີ້ຖືກຄັດສັນເປັນພິເສດບໍ່ພຽງເພື່ອຖ່າຍຮູບລົງໄອຈີຊື່ໆ ແຕ່ມັນຖືກອອກແບບຢ່າງພິຖີພິຖັນມາໃຫ້ທ່ານມາລີ້ມລອງ ແລະ ຈົດຈໍາແທ້ໆ.

 

ຫຼັງອີ່ມເອມກັບອາຫານແລ້ວ ໃຜທີ່ຕ້ອງການຜ່ອນຄາຍຮ່າງກາຍ ແລະ ຈິດໃຈ ກໍສາມາດໄປແວ່ທີ່ ມາຊີເລຍ ສະປາ (Marsilea Spa). ທ່ານສາມາດເລືອກທີ່ຈະເພີດເພີນປ່ອຍໂຕໄປກັບ ການນວດແຜນບູຮານແບບລາວ ໂດຍການຜ່ອນຄາຍກ້າມເນື້ອດ້ວຍວິທີ ນວດແບບເນັ້ນໆ ຫຼື ຈະລອງນວດນໍ້າມັນຫອມໆອັນເປັນເອກະລັກພິເສດຂອງໂຮງແຮມກໍໄດ້ເຊັ່ນກັນ ເພາະການນວດຢູ່ບ່ອນນີ້ນັ້ນສາມາດພາທ່ານຂຶ້ນສະຫວັນໄດ້ແນ່ນອນ.

 

ຢ່າງໃດກໍ່ຕາມ ຄໍາວ່າ ສຸພັດຕຣາ ບໍ່ໄດ້ໝາຍວ່າຈະສີ້ນສຸດແຕ່ຢູ່ໃນອາຄານຂອງໂຮງແຮມເທົ່ານັ້ນ. ໂລເຄຊັ້ນທີ່ດີເລີດຂອງໂຮງແຮມແຫ່ງນີ້ມອບຄວາມສະດວກສະບາຍສຸດພິເສດໃຫ້ແກ່ແຂກທີ່ມາພັກຜ່ອນນໍາໃນການໄປທ່ຽວແບບຊິວໆບໍ່ຕ້ອງເດີນທາງໄກ. ພຽງກ້າວຂາອອກໄປບໍ່ເທົ່າໃດນາທີທ່ານກໍ່ຈະໄດ້ມີໂອກາດສໍາຜັດກັບ ພຣະທາດຫຼວງວຽງຈັນ ທີ່ໂດດເດັ່ນເປັນສະຫງ່າ, ໄດ້ພົບໄດ້ເຫັນອາຄານບູຮານຊົງເກົ່າທີ່ຫຼົງເຫຼືອມາຈາກສະໄໝເມືອງຂຶ້ນຝຣັ່ງ ຫຼື ບໍ່ກໍສາມາດໄປຈອບເບິ່ງແຄມຂອງເບິ່ງແມ່ນໍ້າໄຫຼໄປຕາມທ່ວງທໍານອງທີ່ນຸ້ມໆຊ້າໆໃນຂະນະທີ່ຕາເວັນຕົກດິນ. 

 

ແຕ່ເຖິງວ່າຕົວເມືອງບ່ອນທ່ຽວບ່ອນເລາະຈະຢູ່ໃກ້ໆພຽງເອື້ອມມື ແຕ່ຫຼາຍໆຄົນກໍ່ມັກຈະເລືອກທີ່ຈະນອນແຊ່ຢູ່ຈັ່ງຊັ້ນ. ບາງຄົນກໍ່ຕັ້ງເລືອກທີ່ຈະນອນອ່ານປື້ມຫຼີ້ນຢູ່ແຄມສະນໍ້າ ບໍ່ຊັ້ນກໍນັ່ງຂຽນໂປສກ໊າດໄປເພີນໆ ເວົ້າອີກຢ່າງໜຶ່ງກໍຄືຂໍພັກແບບບໍ່ເຮັດຫຍັງເລີຍກ່ອນເດີ້.

 

ໂຮງແຮມ ສຸພັດຕຣາ ວຽງຈັນ ບໍ່ໄດ້ຖືກສ້າງມາເພື່ອເປັນໂຮງແຮມທີ່ໃຫຍ່ທີ່ສຸດ ຫຼື ແຕກຕ່າງຈາກຜູ້ອື່ນທີ່ສຸດແຕ່ສິ່ງທີ່ທ່ານຈະໄດ້ພົບໄດ້ສໍາຜັດແມ່ນ: ການພັກຜ່ອນທີ່ແທ້ຈິງ ເພາະໂຮງແຮມແຫ່ງນີ້ເປັນບ່ອນທີ່ຮັບຟັງທ່ານ, ເຂົ້າອົກເຂົ້າໃຈ ແລະ ເຊື້ອເຊີນໃຫ້ທ່ານມາລອງໃຊ້ຊີວິດໃຫ້ຊ້າລົງເພື່ອຄົ້ນພົບຄວາມງົດງາມທີ່ຈະເຮັດໃຫ້ທ່ານຫຼົງໄຫຼຢ່າງແທ້ຈິງ.

ສໍາລັບລາຍລະອຽດການຈອງ ຫຼື ຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່ souphattra.com.

ວິທີເດີນທາງ:

ການບິນລາວ ມີຖ້ຽວບິນເດີນທາງໄປທີ່ ນະຄອນຫຼວງວຽງຈັນ ຈາກພາຍໃນ ແລະ ບັນດາປະເທດໃນພາກພື້ນ.

Read More

Related Articles