ສັດທີ່ມີໄວ້ເພື່ອລາກແກ່

Author:

Category:

spot_img

ກະແລ້ມ ແລະ ຊີສ ທີ່ເຮັດຈາກນົມຄວາຍ ກຳລັງເປັນທີ່ນິຍົມຢູ່ຫຼວງພະບາງ.

ພາບຝູງຄວາຍທີ່ຢືນຢູ່ກາງທົ່ງສີຂຽວ ຖືເປັນພາບທີ່ເຫັນໄດ້ທົ່ວໄປຢູ່ປະເທດລາວ. ເຮົາອາດຈະເຄີຍຖ່າຍຮູບມັນເມື່ອພົບເຫັນຕອນໄປທ່ອງທ່ຽວ, ແຕ່ກໍບໍ່ຄ່ອຍໄດ້ເຂົ້າໄປເບິ່ງໃກ້ໆ.

ຟາມຄວາຍ ແຫ່ງໃໝ່ ທີ່ຕັ້ງຢູ່ນອກເມືອງ ຫຼວງພະບາງ ເຮັດໃຫ້ພວກເຮົາສາມາດເຂົ້າໄປສຳພັດໃກ້ໆ ກັບໂຕຄວາຍ ແລະ ຂ້ອຍຮູ້ສຶກຕື່ນຕາຕື່ນໃຈທີ່ໄດ້ເຫັນ.

ຟາມຄວາຍ ແຫ່ງນີ້ ຕັ້ງຢູ່ທາງໄປນໍ້າຕົກຕາດກວາງຊີ. ທ່ານສາມາດເຂົ້າໄປທ່ຽວຊົມພາຍໃນຟາມ, ຫຼືແວ່ກິນກະແລ້ມນົມຄວາຍຢູ່ຮ້ານແຄມທາງ.

ໃນເວລາເຄິ່ງມື້ທີ່ຢູ່ໃນຟາມ ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງ. ໃນລະຫວ່າງການກິນອາຫານທ່ຽງ ທີ່ມີທັງສະຫຼັດຜັກກອບໆ ແລະ ຊີສນົມຄວາຍ, ທ່ານ ນາງ ຊູຊີ ມາຕິນ ກໍ່ເລົ່າເລື່ອງຟາມຄວາຍທີ່ລາວກໍ່ຕັ້ງຂຶ້ນມາໃຫ້ຟັງ. ຊູຊີ ແລະ ຜົວຂອງລາວໄດ້ມາລາວຄັ້ງທຳອິດເພື່ອມາທ່ອງທ່ຽວ ແລະ ໄດ້ຮຽນຮູ້ວ່າຄວາຍຢູ່ລາວ ຖືກລ້ຽງໄວ້ເພື່ອການກະສິກຳ ແລະ ເອົາຊີ້ນເປັນອາຫານເທົ່ານັ້ນ.  ພວກເຂົາເລີຍຖາມວ່າ ຢູ່ນີ້ບໍ່ມີໂຮງຮີດນົມຄວາຍບໍ? ຕໍ່ຈາກນັ້ນ, ຄູ່ຜົວເມຍຊາວອົດສະຕາລີທັງສອງ ກໍໄດ້ຂາຍເຮືອນແລ້ວຍ້າຍຄອບຄົວມາຢູ່ທາງພາກເໜືອຂອງປະເທດລາວ.

ຂ້ອຍໄດ້ຄວາມຮູ້ຫຼາຍແນວທີ່ໜ້າສົນໃຈເຊັ່ນ: ຄວາຍໂຕແມ່ທີ່ຖືພາຮອດ 8 ເດືອນ ຈະຖືກເຊົ່າຈາກຊາວກະສິກອນ  ໃນລາຄາໂຕລະ 100 ໂດລາສະຫະລັດ ແລະ ຈະຖືກຊັກວັກຊີນກັນພະຍາດ ແລະ ຂັງແຍກໄວ້ເປັນເວລາໜຶ່ງເດືອນ. ຂະບວນການເກັບນໍ້ານົມຈະດຳເນີນໄປເປັນເວລາ 6 ເດືອນຫຼັງຈາກເກີດລູກ.  ເມື່ອນົມໝົດ ແລະ ຄວາຍແມ່ຖືພາອີກຄັ້ງ, ຄວາຍແມ່ ກັບ ລູກຂອງມັນກໍຈະຖືກສົ່ງຄືນໃຫ້ຊາວກະສິກອນໄປລ້ຽງຕໍ່ ແລະ ຈະກັບມາຟາມຄວາຍອີກຄັ້ງເມື່ອອາຍຸຄັນຮອດ 8 ເດືອນ. ນາງ ຊູຊີ ໄດ້ເອົາຄວາຍຜູ້ສອງໂຕມາລ້ຽງ ເຊິ່ງໄດ້ຮັບບໍລິຈາກ ຈາກລັດຖະບານຈີນ ເຊິ່ງນຳມາເພື່ອປະສົມພັນຂ້າມສາຍພັນ ໃຫ້ເປັນພັນທີ່ສາມາດໃຫ້ນໍ້ານົມຫຼາຍຂຶ້ນ. ຄວາຍທີ່ປະສົມຂ້າມພັນຈະສາມາດຜະລິດນໍ້ານົມໄດ້ຫຼາຍກວ່າທີ່ເປັນແມ່ພັນສາຍພັນດຽວເຖິງ 25%‑50%.

ຂ້ອຍລອງພະຍາຍາມຮີດນົມຈາກຄວາຍໂຕໜຶ່ງ, ແຕ່ບໍ່ຮູ້ເຄັດລັບໃນການດຶງ ແລະ ຈັງຫວະໃນການນ່ຽນ ຈຶ່ງສາມາດຮີດໃສ່ຄຸໄດ້ແຕ່ກົ້ນຄຸ. ຫຼັງຈາກນັ້ນ, ຂ້ອຍໄດ້ພົບກັບ Ferdinand ເຊິ່ງເປັນໜຶ່ງໃນຄວາຍທີ່ໄດ້ຮັບບໍລິຈາກ, ທຽບກັບໂຕອື່ນແລ້ວ, ມັນມີຮູບຮ່າງໃຫຍ່ກວ່າຫຼາຍ.

ພໍ່ຄົວຊາວ ອາເມລິກາທີ່ເປັນຜູ້ຮ່ວມກໍ່ຕັ້ງຟາມຄວາຍແຫ່ງນີ້ ຊື່ວ່າເປັນຜູ້ຮັບຜິດຊອບ ຫ້ອງຄົວທີ່ເຮັດກະແລ້ມ ແລະ ຊີສ. Rachel ສອນໃຫ້ຂ້ອຍເຮັດຊີສ ໂມຊາເລລາ. ຂ້ອຍຈຶ່ງຮູ້ວ່າມັນຍາກຊໍ່າໃດທີ່ຈະເຮັດໃຫ້ຊີສກາຍເປັນກ້ອນກົມໆ ນຽນໆ. Rachel ບອກວ່າຊີສທີ່ຂ້ອຍເຮັດກໍ່ຖືວ່າໃຊ້ໄດ້ ສຳລັບຜູ້ທີ່ຫາກໍ່ຮຽນເຮັດທຳອິດ.

ຈາກນັ້ນ, ຂ້ອຍໄດ້ຂລົດອີ່ແຕັນໄປກາງທົ່ງເພື່ອຊ່ວຍນາຍບ້ານ, ທ່ານ ສົມລິດ ທີ່ກຳລັງໄລ່ຄວາຍເຂົ້າແລ່ງ. ໜຶ່ງໃນຄວາຍສີ່ໂຕຂອງເພິ່ນຕອນນີ້ຢູ່ທີ່ຟາມຄວາຍ. ເພິ່ນເລົ່າວ່າດີໃຈຫຼາຍກັບໂຄງການເຊົ່າຄວາຍ ແລະ ຍັງຢາກໃຫ້ເຊົ່າຕື່ມອີກໂຕ.

ຄວາຍມັນບໍ່ຢາກເໜງໄປໃສ. ນາຍບ້ານພະຍາຍາມດຶງພວກມັນອອກຈາກໜອງ, ແຕ່ກໍ່ບໍ່ສໍາເລັດ, ຈົນເພິ່ນທຳທ່າເຮັດເປັນສຽງຄວາຍຮ້ອງ ແລະ ຮ້ອງດັງໆວ່າໄປໃສ່ຝູງຄວາຍນັ້ນ ແລ້ວພວກມັນກໍລຸກຂຶ້ນຈາກໜອງຢ່າງວ່າງ່າຍ ຄືມັນຮູ້ວ່າມີເຟືອງເຂົ້າກຽມໄວ້ຖ້າໃຫ້ມັນກິນຢູ່ຄອກ. ເມື່ອຂ້ອຍກັບມາຟາມຄວາຍ, ຂ້ອຍກໍ່ໄດ້ຊີມກະແລ້ມວານີລາ ແລະ ຄາລາເມວແຊບໆ ທີ່ຖ້າຂ້ອຍຢູ່.

 

ວິທີການເດີນທາງ 

ຟາມຄວາຍລາວ ຕັ້ງຢູ່ຫ່າງ
ຈາກຕົວເມືອງຫຼວງພະບາງ
ໄປທາງຕາເວັນຕົກສ່ຽງໃຕ້
ປະມານ 22 ກິໂລແມັດ ທາງໄປນໍ້າຕົກຕາດກວາງຊີ.

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ ພູນຊັບ ເທວົງສາ ແລະ ຟາມຄວາຍລາວ

Read More

Related Articles