ບາງຄັ້ງ ສິ່ງທີ່ດີທີ່ສຸດອາດຈະເກີດຂຶ້ນໃນສະຖານທີ່ທີ່ເຮົາບໍ່ຄາດຄິດທີ່ສຸດ. ສະຫວັນນະເຂດເປັນແຂວງທີ່ມີປະຊາກອນຫຼາຍທີ່ສຸດໃນປະເທດລາວ, ນັກທ່ອງທ່ຽວສ່ວນຫຼາຍມັກທ່ຽວແຕ່ພາຍໃນຕົວເມືອງຕາມສະຖານທີ່ແນະນຳທາງອິນເຕີເນັດ ແຕ່ເຂົາເຈົ້າບໍ່ຮູ້ວ່າຍັງມີອີກຫຼາຍສະຖານທີ່ ທີ່ໜ້າສົນໃຈນອກເຂດຕົວເມືອງລໍຖ້າໃຫ້ເຂົາເຈົ້າໄປຄົ້ນພົບ. ໃນການໄປທ່ອງທ່ຽວສະຫວັນນະເຂດໃນຄັ້ງນີ້ ມີຄົນແນະນຳໃຫ້ຂ້ອຍອອກໄປທ່ຽວຊົມນອກເມືອງ ເພື່ອຈະໄດ້ເຫັນສະເໜ່ຂອງແຂວງສະຫວັນນະເຂດທີ່ແທ້ຈິງ ໂດຍແນະນໍາໃຫ້ໄປຕາມທາງເສັ້ນທາງສາຍເມືອງຈຳພອນ. ພາລະກິດການເດີນທາງຄັ້ງນີ້ຈຶ່ງເລີ່ມຕົ້ນຂຶ້ນ ເພື່ອອອກຕາມລ່າຫາສິ່ງທີ່ຂ້ອຍບໍ່ທັນໄດ້ຄົ້ນພົບ, ຂ້ອຍຈຶ່ງຈ້າງລົດໂດຍສານເດີນທາງອອກສູ່ນອກເມືອງທັນທີ.
ເມືອງຈຳພອນ ເປັນເຂດທົ່ງພຽງ ແລະ ເປັນເຂດກະສິກຳຂອງແຂວງ. ເມືອງແຫ່ງນີ້ ມີແມ່ນໍ້າເຊຈຳພອນໄຫຼຜ່ານ ເຊິ່ງໄຫຼຈາກພູທາງທິດເໜືອ ລ່ວງລົງມາໃສ່ແມ່ນໍ້າເຊບັ້ງຫຽງ ແລະ ໄຫຼລົງສູ່ແມ່ນໍ້າຂອງ. ສະຖານທີ່ທຳອິດທີ່ຂ້ອຍໄດ້ແວ່ຢ້ຽມຊົມໃນການຜະຈົນໄພຄັ້ງນີ້ແມ່ນ ແມ່ນໍ້າສຸ້ຍ, ເຊິ່ງຫຼາຍຄົນເວົ້າກວນໆກັນວ່າມັນເປັນທະເລຂອງແຂວງສະຫວັນນະເຂດເປັນແຫຼ່ງນໍ້າທີ່ປະຊາຊົນໃນທ້ອງຖິ່ນໃຊ້ໃນການດຳລົງຊີວິດ.
ເມື່ອຂີ່ລົດອອກຈາກແມ່ນໍ້າສຸ້ຍປະມານກິໂລ, ຄົນຂັບລົດຂອງພວກເຮົາກໍ່ໄດ້ຢຸດລົດ ແລ້ວຮ້ອງອອກມາວ່າເບິ່ງແມ້! ລີງນັ້ນເປັນສິ່ງທີ່ບົ່ງບອກໃຫ້ຮູ້ວ່າ ພວກເຮົາໄດ້ມາຮອດດົງ
ລີງແລ້ວ. ລີງຢູ່ປ່າແຫ່ງນີ້ ຖືເປັນສັດຫາຍາກ ໂດຍປະຊາຊົນທ້ອງຖິ່ນເຊື່ອຖືວ່າ ເປັນສັດສັກສິດ, ສະນັ້ນ ລີງພວກນີ້ຈຶ່ງສາມາດເລາະໄປທົ່ວສະຖານທີ່ອ້ອມແອ້ມໄດ້ໂດຍບໍ່ຢ້ານຄົນ. ຂ້ອຍໄດ້ຊື້ໝາກກ້ວຍມາຫວີ ເພື່ອຫວັງຈະຜູກມິດກັບພວກມັນ. ທຳອິດ, ພວກມັນກໍເບິ່ງຄືຢ້ານ ແລະ ບໍ່ກ້າເຂົ້າໃກ້ຂ້ອຍ, ແຕ່ເມື່ອເວລາຜ່ານໄປບໍ່ດົນ ເມື່ອໝູ່ຂອງພວກມັນເຂົ້າມາຫາຂ້ອຍຫຼາຍຂຶ້ນ ແລະ ຫຼາຍຂຶ້ນ ຈົນຂ້ອຍຮູ້ສຶກເລີ່ມຢ້ານ ກໍ່ເລີຍຖິ້ມໝາກກ້ວຍທັງໝົດໃນມືໃສ່ຝູງລີງພວກນັ້ນ ກ່ອນຈະແລ່ນໄປຂຶ້ນລົດຕູ້ ເພື່ອມີຊີວິດຄົບສາມສິບສອງຫາຈຸດໝາຍຕໍ່ໄປ.
ພວກເຮົາໄດ້ຂ້າມແມ່ນໍ້າເຊຈຳພອນໄປອີກໝູ່ບ້ານໜຶ່ງ ແລະ ໄດ້ພົບກັບວັດທີ່ມີສະຖາປັດຕະຍະກຳທີ່ສວຍສົດງົດງາມ ເຊິ່ງມີຊື່ວ່າ ວັດບ້ານລຳຈັນ. ວັດແຫ່ງນີ້ມີອາຍຸເກົ່າແກ່ຫຼາຍປີ ມີຫໍພະໄຕປີດົກ ເຊິ່ງເປັນສະຖານທີ່ເກັບຄໍາພີໃບລານຕ່າງໆ, ຫໍດັ່ງກ່າວ ມີໂຄງສ້າງເປັນສາລາໄມ້ກາງນໍ້າ ຄໍ້າໄວ້ດ້ວຍເສົາທີ່ສູງເດັ່ນ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ຕ່າງໆມາກັດກິນໃບລານໄດ້. ແຕ່ໜ້າເສຍດາຍ, ສິ່ງກໍ່ສ້າງທີ່ມີຄວາມເປັນເອກະລັກແນວນີ້ໄດ້ຄ່ອຍໆສູນຫາຍໄປ ແລະ ມີພຽງຈຳນວນໜ້ອຍໜຶ່ງເທົ່ານັ້ນທີ່ຍັງຄົງເຫຼືອໄວ້ມາຮອດປັດຈຸບັນ. ບົດສູດ ແລະ ຄໍາພີ ທັງຫຼາຍທີ່ໄດ້ສະສົມເກັບໄວ້ໃນຫໍແຫ່ງນີ້ ຍັງຢູ່ໃນສະພາບທີ່ດີຫຼາຍ ເນື່ອງຈາກວ່າບັນດາປັນຍາຊົນທັງລາວ ແລະ ຕ່າງປະເທດຍັງຄົງສຶກສາ ແລະ ດູແລຮັກສາຄໍາພີດັ່ງກ່າວຢູ່ສະເໝີ.
ຈຸດທ່ຽວຊົມອີກແຫ່ງໜຶ່ງທີ່ພວກເຮົາໄດ້ມີໂອກາດໄປຢ້ຽມຊົມ ຄືບຶງນໍ້າໃນເຂດບ້ານດອນແດງ ທີ່ມີປາຝາສັກສິດອາໄສຢູ່. ປະຊາຊົນທ້ອງຖິ່ນມີຄວາມເຊື່ອວ່າ ຖ້າບຸກຄົນໃດລົບກວນ ຫຼື ທຳຮ້າຍສັດພວກນີ້ຈະຕ້ອງມີອັນເປັນໄປ ເປັນຕົ້ນແມ່ນ ຈະປ່ວຍ ຫຼື ເສຍຊີວິດ. ຜູ້ທີ່ໄປຢ້ຽມຊົມສາມາດໃຫ້ອາຫານແກ່ປາຝາສັກສິດໄດ້ເພື່ອສ້າງບຸນກຸສົນ ແລະ ສະແດງຄວາມເຄົາລົບ. ນອກນັ້ນ, ຍັງມີສານເຈົ້າສັກສິດ ຕັ້ງຢູ່ກາງນໍ້າ ແລະມີພຽງຜູ້ຊາຍເທົ່ານັ້ນທີ່ສາມາດເຂົ້າມາບູຊາໃນສານແຫ່ງນີ້ໄດ້.
ເດີນທາງຂຶ້ນທິດເໜືອອີກປະມານກິໂລແມັດ, ກໍ່ຈະພົບເຫັນສິ່ງກໍ່ສ້າງທີ່ເປັນສະຖາປັດຕະຍະກຳຮ່ວມວັດທະນາທຳລະຫວ່າງລາວ-ອິນໂດຈີນທີ່ມີກິ່ນອາຍຂອງປະຫວັດສາດຮ່ວມສະໄໝ ເຊິ່ງຖືກເອີ້ນວ່າວັດຕາແລ່ວເກົ່າແລະ ເປັນໜຶ່ງໃນສະຖານທີ່ທີ່ຂ້ອຍມັກທີ່ສຸດສຳລັບການມາທ່ອງທ່ຽວໃນຄັ້ງນີ້. ວັດແຫ່ງນີ້ຖືກສ້າງຂຶ້ນເປັນເວລາຮ້ອຍກວ່າປີແລ້ວ ແລະ ເຄີຍເປັນເປົ້າໝາຍໃນການຖິ້ມລະເບີດ ໄລຍະສົງຄາມປີ 1969 ເຮັດໃຫ້ສິ່ງກໍ່ສ້າງຕ່າງໆໃນວັດຖືກທຳລາຍໄປເກືອບໝົດ. ແຕ່ຍັງໂຊກດີທີ່ຍັງເຫຼືອກຸຕິແຫ່ງໜຶ່ງທີ່ຍັງບໍ່ທັນຖືກທຳລາຍ ເຊິ່ງໄດ້ບອກເລົ່າປະຫວັດຄວາມເປັນມາຂອງບັນພະບູລຸດ ແລະ ເລື່ອງລາວຊີວິດຂອງພະພຸດທະເຈົ້າ ຜ່ານສິລະປະເທິງຝາຜະໜັງ ທີ່ມີລວດລາຍແບບບູຮານ ຕ່າງຈາກລວດລາຍສະໄໝໃໝ່ທີ່ເຮົາມັກພົບເຫັນຕາມວັດໃນເມືອງ.
ການເດີນທາງໄປຕາມເສັ້ນທາງເມືອງຈຳພອນໄດ້ເປີດປະສົບການໃໝ່ຫຼາຍໆຢ່າງ ແລະ ມີຫຼາຍສະຖານທ່ອງທ່ຽວທີ່ໜ້າປະທັບໃຈ ທີ່ໄດ້ບອກເລົ່າປະຫວັດສາດຂອງບ້ານເມືອງ ແລະ ສະແດງຄວາມງົດງາມທາງທຳມະຊາດຂອງແຂວງສະຫວັນນະເຂດ. ຂ້າພະເຈົ້າຂໍແນະນໍາຜູ້ທີ່ມາທ່ຽວຊົມແຂວງສະຫວັນນະເຂດຄວນເດີນທາງອອກມາເຂດນອກເມືອງ, ອອກມາເບິ່ງຄວາມສວຍສົດງົດງາມ ແລະ ສະເໜ່ຂອງຄວາມເປັນສະຫວັນນະເຂດທີ່ແທ້ຈິງ!
ວິທີການເດີນທາງ
ເມືອງຈຳພອນ ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ ຫ່າງຈາກຕົວເມືອງສະຫວັນນະເຂດປະມານ 45 ກິໂລແມັດ, ຫົນທາງອາດຈະບໍ່ຄ່ອຍດີ ແລະ ມີຂີ້ຝຸ່ນຫຼາຍ, ຂໍແນະນໍາໃຫ້
ທ່ານເດີນທາງດ້ວຍພາຫະນະທີ່ມີຊ່ວງລ່າງ ແລະ ຕີນລໍ້ສູງ. ການບິນລາວບໍລິການຖ້ຽວບິນໄປສະຫວັນນະເຂດຢູ່ຫຼາຍເສັ້ນບິນ ຈາກ ປາກເຊ, ບາງກອກ ແລະ ນະຄອນຫຼວງວຽງຈັນ.
ແປ ແລະ ຮຽບຮຽງໂດຍ ສົມໝາຍ ເຮືອນແກ້ວມະນີ
ຮູບໂດຍ Jason Rolan / ພູນຊັບ ເທວົງສາ