ງານວາງສະແດງ ແລະ ຂາຍ ຜົນງານສິລະປະຫັດຖະກໍາຮ່ວມສະໄໝຂອງລາວ

Author:

Category:

spot_img

ໃຊ້ຊີວິດໃນແບບທີ່ມັກດ້ວຍຜົນງານຫັດຖະກໍາລາວ

ບົດໂດຍ ເຈສັນ ໂຣລັນ

ຮູບໂດຍ ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ

 

ງານວາງສະແດງສິລະປະຫັດຖະກໍາຮ່ວມສະໄໝຂອງລາວ ພາຍໃຕ້ການສະໜັບສະໜູນຈາກສະມາຄົມຫັດຖະກໍາລາວ ຖືເປັນຜົນງານສະສົມທີ່ໄດ້ຮັບການພັດທະນາເປັນປະຈໍາຕໍ່ເນື່ອງ ທັງມີລັກສະນະປະສົມປະສານກັນ, ໂດຍນໍາສະເໜີຜົນງານຂອງນັກປະດິດຜູ້ມີແນວຄິດສ້າງສັນກວ່າ 20 ລາຍ ທີ່ມີຄວາມຊໍານິຊໍານານດ້ານສິລະປະຮ່ວມສະໄໝມາຫຼາຍປີ, ຜົນງານສ້າງສັນຂອງພວກເພິ່ນໄດ້ຖືກນໍາມາເກັບສະສົມໄວ້ພາຍໃຕ້ຫຼັງຄາດຽວກັນ ທີ່ຕໍານັກຜ້າໄໝລາວບູຮານ ເຊິ່ງຕັ້ງຢູ່ໃຈກາງຕົວເມືອງນະຄອນຫຼວງວຽງຈັນ. 

 

ງານວາງສະແດງສໍາຄັນດັ່ງກ່າວ ໄດ້ຫັນປ່ຽນໂສມໜ້າພື້ນທີ່ປະຫວັດສາດ ໃຫ້ກາຍເປັນຫ້ອງວາງສະແດງຜົນງານສິລະປະທີ່ມີຊີວິດຊີວາ ເຊິ່ງເປັນບ່ອນເຊື່ອມປະສານລະຫວ່າງປະເພນີກັບສິ່ງປະດິດສ້າງຍຸກໃໝ່. ພາຍໃນງານວາງສະແດງ ປະກອບດ້ວຍ ຜືນຜ້າທີ່ເຕັມໄປດ້ວຍລວດລາຍງົດງາມ, ເຄື່ອງແຕ່ງກາຍສະໄໝໃໝ່, ເຄື່ອງປະດັບທີ່ເຮັດດ້ວຍມື ແລະ ເຄື່ອງແຟຊັນອື່ນໆ ລວມເຖິງເຄື່ອງປະດັບຕົກແຕ່ງພາຍໃນຄົວເຮືອນອັນປານີດ; ເຮັດໃຫ້ງານວາງສະແດງຄັ້ງນີ້ ກາຍເປັນຂີດໝາຍທີ່ສະທ້ອນໃຫ້ເຫັນເຖິງວິວັດທະນາການ ຂອງຜົນງານຫັດຖະກໍາລາວແບບໄຮ້ພົມແດນ. 

ພາລະກິດ ແລະ ວິໄສທັດ

ພາລະກິດຂອງງານວາງສະແດງມີເປົ້າໝາຍຊັດເຈນ: ເພື່ອເປັນການຍົກສູງມູນມໍລະດົກອັນລໍ້າຄ່າ ຄຽງຄູ່ກັບການຍົກຍ້ອງສັນລະເສີນສໍາລັບການປ່ຽນແປງຢ່າງຕໍ່ເນື່ອງຂອງຜົນງານຫັດຖະກໍາລາວ. ຫ້ອງວາງສະແດງຜົນງານສິລະປະແຫ່ງນີ້ ຈິ່ງປະກອບດ້ວຍຜົນງານຫັດຖະກໍາຫຼາຍປະເພດ ທີ່ສະທ້ອນໃຫ້ເຫັນກ່ຽວກັບປະເພນີ ແລະ ວິວັດທະນາການຂອງຜົນງານສິລະປະຫັດຖະກໍາລາວ, ເຊິ່ງຜົນງານແຕ່ລະອັນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ຄວາມງົດງາມຂອງສີໄມ້ລາຍມືລາວ.

 

ຕົ້ນກໍາເນີດຂອງງານວາງສະແດງ

ງານດັ່ງກ່າວມີຕົ້ນກໍາເນີດມາຈາກການຊອກຫາສະຖານທີ່ຈັດງານວາງສະແດງຜ້າແພພື້ນເມືອງລາວ, ໃນທີ່ສຸດກໍສາມາດຄົ້ນພົບທີ່ຕັ້ງເຊິ່ງຢູ່ສ່ວນໜຶ່ງຂອງ “ຫໍຄໍາ” (ທໍານຽບປະທານປະເທດ), ກ່ອນຈະໄດ້ຮັບການປັບປຸງໃຫ້ກາຍມາເປັນຕໍານັກຜ້າໄໝລາວບູຮານໃນເດືອນຕຸລາ 2024 ແລະ ໄດ້ຮັບການຕໍ່ເຕີມເສີມແຕ່ງຢ່າງວ່ອງໄວ ຈົນກາຍມາເປັນສະຖານທີ່ກວ້າງຂວາງຂຶ້ນ.

ທ່ານ ນາງ Sandra Yuck (Sandrina Caruso) ຜູ້ລິເລີ່ມໂຄງການສິລະປະຫັດຖະກໍາຮ່ວມສະໄໝຂອງລາວ, ເຊິ່ງໄດ້ທຸ້ມເທເວລາ ແລະ ສະຕິປັນຍາມາດົນກວ່າ 3 ທົດສະວັດ ໃນການພັດທະນາ ແລະ ສົ່ງເສີມຫັດຖະກໍາລາວໃຫ້ກ້າວສູ່ລະດັບສາກົນ ແລະ ໄດ້ພິສູດໃຫ້ເຫັນແລ້ວວ່າ ຜົນງານສິລະປະຫັດຖະກໍາດັ່ງກ່າວຄວນຄ່າຢ່າງໃຫຍ່ຫຼວງໃນການຈັດເປັນງານວາງສະແດງຄັ້ງນີ້, ເຊິ່ງເປັນການເຊີດຊູສັນລະເສີນສິລະປະຂອງລາວໃຫ້ກາຍເປັນທີ່ຮັບຮູ້ໃນວົງກວ້າງ, ພ້ອມທັງສະແດງໃຫ້ເຫັນວ່າ ປະເພນີຫັດຖະກໍາທີ່ຫຼາກຫຼາຍສາມາດນໍາມາຫຼອມລວມເຂົ້າກັນເປັນໜຶ່ງດຽວ ເພື່ອສ້າງປະສົບການທາງວັດທະນະທໍາໃຫ້ມີຄວາມພິເສດໄດ້. 

ທັງໝົດນີ້ລ້ວນແຕ່ແມ່ນຜົນງານທີ່ສາມາດເຊື່ອມໂຍງເອົາມໍລະດົກຫັດຖະກໍາລາວເຂົ້າກັບອະນາຄົດໄດ້ຢ່າງລົງໂຕ. 

 

ຄໍເລັກຊັນທີ່ເຕັມໄປດ້ວຍພະລັງ ແລະ ຄວາມຄິດສ້າງສັນ

ຜົນງານແຕ່ລະຊະນິດລ້ວນແຕ່ສະທ້ອນໃຫ້ເຫັນເຖິງຈິດວິນຍານແຫ່ງຄວາມຄິດສ້າງສັນ ແລະ ຄວາມທຸ້ມເທພະຍາຍາມຂອງຊ່າງຫັດຖະກໍາລາວ. ງານວາງສະແດງຄັ້ງນີ້ໄດ້ລວມເອົາເຕັກນິກແບບດັ້ງເດີມ ມາປະສົມປະສານກັບການອອກແບບຮ່ວມສະໄໝ, ເຮັດໃຫ້ເກີດເປັນເລື່ອງເລົ່າຕ່າງໆຜ່ານຜົນງານຫັດຖະກໍາລາວສະໄໝໃໝ່ ທີ່ມີລັກສະນະເຊື່ອມໂຍງກັນ ແລະ ຢູ່ເໜືອການເວລາ ໂດຍສະແດງໃຫ້ເຫັນເຖິງວິທີການປະສົມປະສານຜົນງານຫັດຖະກໍາລາວໃຫ້ມີຄວາມກົມກືນກັບວິຖີຊີວິດແບບໃໝ່. ຫ້ອງວາງສະແດງແຫ່ງນີ້ ມາພ້ອມກັບເລື່ອງເລົ່າທີ່ມີຊີວິດຊີວາ, ໂດຍເຊີນຊວນເອົາບັນດາຜູ້ເຂົ້າຊົມໃຫ້ກາຍມາເປັນວິວັດທະນາການທີ່ບໍ່ມີມື້ສິ້ນສຸດນີ້. 

ມີເປົ້າໝາຍທີ່ເຂົ້າໃຈງ່າຍ: ຈຸດມຸ່ງໝາຍກໍເພື່ອສ້າງແຮງບັນດານໃຈໃຫ້ແກ່ແຂກຜູ້ເຂົ້າຊົມ ພາຍໃຕ້ຄໍາຂວັນໃຊ້ຊີວິດໃນແບບທີ່ມັກດ້ວຍຜົນງານຫັດຖະກໍາລາວຫຼື “Live with Lao Craft and Love It.” ໃນຜົນງານແຕ່ລະຢ່າງ, ບໍ່ວ່າຈະເປັນຜ້າໄໝທີ່ຕໍ່າດ້ວຍມື, ເຄື່ອງປະດັບຫັດຖະກໍາ, ຫຼື ເຄື່ອງຕົກແຕ່ງທີ່ມີເອກະລັກສະເພາະ ລ້ວນແຕ່ບອກເລົ່າເລື່ອງລາວກ່ຽວກັບຮີດຄອງປະເພນີທີ່ເຊື່ອມປະສານກັບສິ່ງປະດິດສ້າງຍຸກໃໝ່.

 

ສະຖານທີ່ຈັດງານວາງສະແດງ

ງານວາງສະແດງດັ່ງກ່າວຈັດຂຶ້ນທີ່ ຕໍານັກຜ້າໄໝລາວບູຮານ (ເມື່ອກ່ອນແມ່ນຫໍຄໍາຊ່ວຍເພີ່ມຄຸນຄ່າອີກຂັ້ນໜຶ່ງໃຫ້ກັບປະສົບການ. ພື້ນທີ່ຮວບຮວມຄວາມຫຼາກຫຼາຍແຫ່ງນີ້ ຖືເປັນສະຖານທີ່ກົມກຽວກັນທີ່ສົມບູນແບບ ສໍາລັບການຈັບຄູ່ລະຫວ່າງ ຜ້າແພພື້ນເມືອງລາວ ກັບຄໍເລັກຊັນຜົນງານຫັດຖະກໍາລາວສະໄໝໃໝ່, ແລະ ປັດຈຸບັນຍັງເຮັດໜ້າທີ່ເປັນສາກຫຼັງທີ່ມີຊີວິດຊີວາໃຫ້ແກ່ງານວາງສະແດງທີ່ພວມປ່ຽນແປງຄັ້ງນີ້ ບ່ອນເຊິ່ງເຕົ້າໂຮມກັນຂອງຜົນງານຫັດຖະກໍາລາວທັງໃນອະດີດ, ປັດຈຸບັນ ແລະ ອະນາຄົດ ເພື່ອສ້າງສັນສິ່ງພິເສດອັນລໍ້າຄ່າໂດຍແທ້ຈິງ.

 

ຜົນຕໍ່ເສດຖະກິດ

ການຈັດງານວາງສະແດງຄັ້ງນີ້ ຖືເປັນການເປີດໂອກາດໃຫ້ບັນດາຊ່າງຫັດຖະກໍາລາວ ມີເວທີສະແດງ ແລະ ຂາຍຜົນງານຂອງຕົນເອງ, ເຊິ່ງຈະຊ່ວຍຍົກລະດັບຊື່ສຽງຂອງພວກເຂົາອອກສູ່ສາຍຕາຊາວໂລກ ພ້ອມທັງສ້າງໂອກາດທາງດ້ານເສດຖະກິດແບບຍືນຍົງ. ນອກຈາກນີ້, ຄວາມຄິດລິເລີ່ມດັ່ງກ່າວ ຍັງຊ່ວຍຊຸກຍູ້ການຮ່ວມມືລະຫວ່າງກະຊວງກົມກອງຕ່າງໆ, ລວມທັງທຸລະກິດ, ຜູ້ປະກອບການທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການໂຮງແຮມໃນທ້ອງຖິ່ນ, ດ້ວຍການເຮັດວຽກຮ່ວມກັນ ເພື່ອສ້າງສັນຜົນງານຫັດຖະກໍາລາວໃຫ້ກາຍເປັນທີ່ຍອມຮັບໃນຕະຫຼາດສາກົນ.

 

ຂໍ້ມູນການເຂົ້າຊົມ

ສໍາລັບຜູ້ທີ່ຊື່ນຊົມຫຼົງໄຫຼໃນຜົນງານສິລະປະ, ນັກສະສົມ, ແລະ ນັກສຶກສາຄົ້ນຄວ້າທາງວັດທະນະທໍາ ຈະສາມາດຄົ້ນພົບມຸມມອງທີ່ບໍ່ຄືໃຜ ກ່ຽວກັບຈິດວິນຍານແຫ່ງຄວາມສ້າງສັນຂອງລາວ ໃນງານວາງສະແດງສິລະປະຫັດຖະກໍາຮ່ວມສະໄໝ. ຕໍານັກຜ້າໄໝລາວບູຮານ ໄດ້ມອບໂອກາດແກ່ນັກທ່ອງທ່ຽວ ກໍຄືຜູ້ເຂົ້າຊົມສາມາດຄົ້ນພົບວ່າ ຜົນງານຫັດຖະກໍາຂອງລາວໄດ້ຂ້າມຜ່ານຈາກວັດຖຸທໍາມະດາໄປສູ່ວິຖີຊີວິດຄືແນວໃດ.

 

ນັກທ່ອງທ່ຽວຍັງສາມາດຊື້ຜົນງານສິລະປະອັນໂດດເດັ່ນເຫຼົ່ານີ້ໄດ້, ເຊິ່ງຖືເປັນໂອກາດທີ່ຫາຍາກທີ່ຈະໄດ້ສໍາຜັດກັບຜົນງານສິລະປະອັນປານີດງົດງາມດັ່ງກ່າວ, ຂະນະດຽວກັນກໍເປັນການສະໜັບສະໜູນຊ່າງຫັດຖະກໍາຜູ້ສືບສານປະເພນີອັນດີງາມເຫຼົ່ານີ້ໃຫ້ຄົງຢູ່ສືບຕໍ່ໄປ.

 

ປະຕູທາງເຂົ້າຕໍານັກຜ້າໄໝລາວບູຮານແມ່ນຕັ້ງຢູ່ທາງທິດຕາເວັນອອກຂອງທໍານຽບປະທານປະເທດ ເບື້ອງແຄມຝັ່ງແມ່ນໍ້າຂອງ, ນະຄອນຫຼວງວຽງຈັນ. ເປີດບໍລິການເຂົ້າຊົມທຸກວັນ ເລີ່ມແຕ່ 9:00 ໂມງເຊົ້າ ຮອດ 6:00 ໂມງແລງ.

Read More

Related Articles