ບົດໂດຍ: ເຈສັນ ໂຣລັນ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ
ຮູບໂດຍ: ພູນຊັບ ເທວົງສາ

ເມື່ອແສງໄຟຖືກປັບລະດັບລົງຈົນເກືອບມືດສະຫຼົວ ພາຍໃນຫ້ອງໂຖງໃຫຍ່ທີ່ເປັນຮູບວົງມົນ, ສຽງໂຫ່ຮ້ອງຂອງຜູ້ຄົນກໍມິດງຽບລົງເພາະຕ່າງຄົນຕ່າງກໍລໍຄອຍດ້ວຍໃຈຈົດຈໍ່. ຂະນະທີ່ໝອກໜາກະຈາຍປົກຄຸມໄປທົ່ວອາກາດ ແລະແລ້ວແສງໄຟສາຍສະຫວ່າງຈ້າກໍສາດສ່ອງຜ່ານຄວາມງຽບສະຫງັດ ໂດຍເຜີຍໃຫ້ເຫັນພິທີກອນຊາຍຄົນໜຶ່ງໃນຊຸດສູດພ້ອມຜູກໂບ. “ຍິນດີຕ້ອນຮັບສູ່ກອງກາຍຍະສິນແຫ່ງຊາດລາວ!” ສຽງຂອງເຂົາດັງກ້ອງກັງວານ ປະສານຕອບຮັບສຽງຮ້ອງໂຮ່ຂອງຝູງຊົນທີ່ເຂົ້າຊົມ.
ກອງກາຍະສິນແຫ່ງຊາດ ຖືເປັນໜຶ່ງການສະແດງທີ່ໂດດເດັ່ນ ທີ່ມີເອກະລັກບໍ່ຄືໃຜໃນບັນດາລາຍການສະແດງສິລະປະລາວ. ເຖິງແມ່ນຮູບແບບການສະແດງຈະບໍ່ມີຄວາມເປັນດັ້ງເດີມໃນທຸກລາຍການ, ແຕ່ຕົ້ນກໍາເນີດຂອງກອງກາຍະສິນແຫ່ງຊາດ ກໍມີຄວາມກ່ຽວພັນກັນຢ່າງເລິກເຊິ່ງກັບປະຫວັດສາດສະໄໝໃໝ່ຂອງລາວ. ໃນປີ 1966, ເຊິ່ງເປັນຊ່ວງສົງຄາມຮຸກຮານຂັ້ນຮຸນແຮງ ທັງເປັນຊ່ວງທີ່ກອງກາຍະສິນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ແຂວງຫົວພັນ ເພື່ອກະຕຸກຊຸກຍູ້ຂວັນກໍາລັງໃຈໃຫ້ແກ່ກອງທະຫານປະຕິວັດ ແລະ ປະຊາຊົນໃນທ້ອງຖິ່ນ. ສິ່ງດັ່ງກ່າວ ຖືເປັນຕົ້ນກໍາເນີດຂອງກອງກາຍະສິນແຫ່ງຊາດລາວໃນປັດຈຸບັນ. ແມ່ນແຕ່ໃນຊ່ວງເວລາທີ່ພວກສັດຕູໄດ້ຖິ້ມລະເບີດທາງອາກາດ, ການສະແດງກາຍະສິນກໍຍັງສືບຕໍ່ຢ່າງຄຶກຄື້ນມ່ວນຊື່ນພາຍໃນຖໍ້າ ເຊິ່ງປັດຈຸບັນເອີ້ນວ່າ ຖໍ້າກາຍະສິນ ເມືອງວຽງໄຊ.
ໃນປີ 1990, ສະຫະພາບໂຊວຽດໄດ້ມອບສະຖານທີ່ສະແດງກາຍະສິນໃຫ້ເປັນຂອງຂວັນທີ່ໜ້າປະທັບໃຈ ເຊິ່ງມີຮູບຮ່າງລັກສະນະຄ້າຍຄືເຕັນ ເພື່ອໃຊ້ເປັນບ່ອນສະແດງກາຍະສິນໃຫ້ຜູ້ຄົນໄດ້ຊົມ. ຫຼາຍຄົນຍັງເອີ້ນສະຖານທີ່ແຫ່ງນີ້ວ່າ ໂຮງກາຍະສິນຣັດເຊຍ ເຖິງແມ່ນນັກສະແດງພາຍໃນຈະເປັນຄົນລາວທັງໝົດກໍຕາມ.
ຕະຫຼອດຊ່ວງຫຼາຍສິບປີຜ່ານມາ, ການສະແດງລາຍການຕ່າງໆໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ການສະແດງກາຍະກໍາ, ຫ່ວງກາຍະກໍາ, ການສະແດງຕະຫຼົກ, ນັກຫຼິ້ນກົນ, ຫຼິ້ນບິດໂຕໄປມາ, ສະແດງການຊົງຕົວ ແລະ ນັກມາຍາກົນ ເຊິ່ງໄດ້ສ້າງຄວາມບັນເທີງໃຫ້ແກ່ປະຊາຊົນຄົນລາວຫຼາຍພັນຄົນ ທັງໃນນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ.




ຂໍ້ມູນເພີ່ມຕື່ມ: ການສະແດງຂອງກອງກາຍະສິນແຫ່ງຊາດ ສ່ວນໃຫຍ່ຈັດຂຶ້ນໃນຊ່ວງວັນພັກທາງລັດຖະການ.
ສາມາດຕິດຕາມທາງ Facebook ໄດ້ທີ່: Lao National Circus ເພື່ອຕິດຕາມເວລາສະແດງ ແລະ ຂໍ້ມູນອື່ນໆ
ການເດີນທາງ: ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຍັງນະຄອນຫຼວງວຽງຈັນ ຈາກທົ່ວປະເທດລາວ ແລະ ພາກພື້ນ