ປົກປັກຮັກສາອະດີດເພື່ອຖ່າຍທອດສູ່ອະນາຄົດ

Author:

Category:

spot_img

ພາຍໃຕ້ການຊ່ວຍເຫຼືອຈາກ ສ.ເກົາຫຼີ, ເຮັດໃຫ້ຜາສາດຫີນວັດພູ ເຊິ່ງເປັນສະຖາປັດຍະກຳຂອມບູຮານຂອງລາວ ໄດ້ຮັບການບູລະນະປະຕິສັງຂອນ

ທ່ານ ອຳພົນ ແສງພະຈັນ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ທັງເປັນຜູ້ຊີ້ນຳວຽກງານມໍລະດົກໂລກວັດພູຈຳປາສັກ ກ່າວວ່າ: “ຜາສາດຫີນວັດພູ ເຊິ່ງເປັນມໍລະດົກໂລກ ທີ່ຕັ້ງຢູ່ທາງພາກໃຕ້ຂອງລາວ ໂດຍມີໂຮງນາງສີດາ ອັນເປັນຂົວເຊື່ອມຕໍ່ລະຫວ່າງອະດີດກັບປັດຈຸບັນຂອງລາວ. ເຖິງແມ່ນຈະເປັນສະຖານທີ່ສໍາຄັນ, ແຕ່ຫຼາຍຄົນຍັງບໍ່ທັນຮັບຮູ້ເຖິງລັກສະນະຄວາມສໍາຄັນ ແລະ ທີ່ຕັ້ງຂອງສະຖານທີ່ດັ່ງກ່າວ. ໂຮງນາງສີດາ ເຊິ່ງໄດ້ກັກເກັບຄວາມລັບມາເປັນພັນປີ ແລະ ຄວາມລັບຍັງຖືກເຊື່ອງຊ້ອນສືບຕໍ່ມາເປັນເວລາດົນນານ, ຂະນະທີ່ປັດຈຸບັນກໍາລັງຢູ່ໃນລະຫວ່າງການບູລະນະປະຕິສັງຂອນ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ.ເກົາຫຼີ. ຂ້າພະເຈົ້າຫວັງວ່າ ບັນດານັກທ່ອງທ່ຽວທັງຄົນລາວ ແລະ ຕ່າງປະເທດ ຈະໄດ້ເຂົ້າທ່ຽວຊົມໂຮງນາງສີດາໄດ້ຫຼາຍຂຶ້ນ ​ແລະ ​ຮ່ວມກັນເປັນ​ສັກຂີ​ພະຍານ​ໃນ​ການ​ຟື້ນຟູ​ອະ​ດີດ​ອັນ​ໂດ່ງດັງ​ຂອງ​​ລາວ”.

ທົ່ງພຽງຈໍາປາສັກ ຕັ້ງຢູ່ທາງພາກໃຕ້ຂອງລາວ ໂດຍເນັ່ງຜ່ານເປັນສາຍຍາວຕາມແຄມແມ່ນໍ້າຂອງ ແລະ ຍັງເປັນທີ່ຕັ້ງຂອງຜາສາດຫີນວັດພູ ທີ່ມີຊື່ສຽງລະດັບໂລກ. ໃນປີ 2001, ອົງການ ອຸຍເນສໂກ (UNESCO) ໄດ້ຂຶ້ນທະບຽນຮັບຮອງເອົາຜາສາດຫີນແຫ່ງນີ້ ກາຍເປັນສ່ວນໜຶ່ງຂອງ “ຜາສາດຫີນວັດພູ ແລະ ສິ່ງກໍ່ສ້າງໃກ້ຄຽງ ໃນແຂວງຈໍາປາສັກ”. ງານບຸນວັດພູຈຳປາສັກ ທີ່ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ສາມາດດຶງດູດຜູ້ເຂົ້າຮ່ວມງານເຖິງ 200,000 ກວ່າຄົນ. ແຕ່ຫຼາຍຄົນຍັງຄົງບໍ່ທັນຮູ້ຈັກຫໍໂຮງທີ່ມີສະເໜ່ອີກແຫ່ງ ທີ່ຕັ້ງຢູ່ບໍລິເວນໃກ້ຄຽງ ເຊິ່ງກໍແມ່ນ ໂຮງນາງສີດານັ້ນເອງ. ໂຮງນາງສີດາ ຖືກທັບຖົມໄປດ້ວຍຊາກສະຫຼັກຫັກພັງເປັນເວລາຍາວນານ ຈິ່ງບໍ່ເປັນທີ່ຮັບຮູ້ກັນຢ່າງກວ້າງຂວາງຄືກັບຜາສາດຫີນອື່ນໆທີ່ຢູ່ໃກ້ຄຽງກັນ.

ອີງຕາມນິທານເລົ່າຂານຂອງປະຊາຊົນທ້ອງຖິ່ນໃນຈໍາປາສັກຮູ້ວ່າ: ນາງສີດາ ເປັນລູກສາວຂອງພະຍາກໍາມະທາ, ໃນຄັ້ງທີ່ບ້ານເມືອງພວມວຸ້ນວາຍຢູ່ນັ້ນ, ນາງສີດາ ໄດ້ຂັນອາສາອອກໄປໃຫ້ຍັກກິນ ເພື່ອປົກປ້ອງບ່າວໄພ່ລາຊະດອນ ແລະ ພໍ່ພະຍາຂອງຕົນໃຫ້ແຄ້ວຄາດປອດໄພ. ເມື່ອນັ້ນ, ກໍມີທ້າວຄັດທະນາມ ເຊິ່ງເປັນຊາຍໜຸ່ມທີ່ມີຄາຖາອາຄົມເກັ່ງກ້າ ໄດ້ມາຊ່ວຍຕໍ່ສູ້ປາບຍັກຈົນສໍາເລັດ ແລະ ສາມາດຊ່ວຍຊີວິດນາງສີດາໃຫ້ຫຼຸດພົ້ນຈາກການເປັນອາຫານຂອງຍັກໄດ້ ແລະ ທັງສອງກໍໄດ້ແຕ່ງດອງຢູ່ກິນນໍາກັນຢ່າງມີຄວາມສຸກ. ຕາມຕໍານານນິທານເກົ່າແກ່ຍັງເຊື່ອວ່າ ໂຮງນາງສີດາຖືກສ້າງຂຶ້ນເພື່ອເປັນກຽດແກ່ນາງສີດາ ທີ່ໄດ້ຍອມເສຍສະຫຼະຊີິວິດຕົນເອງເພື່ອຊາດບ້ານເມືອງ..

ຂໍ້ມູນເບື້ອງຕົ້ນສັນນິຖານວ່າ ໂຮງສີດາໄດ້ຮັບການກໍ່ສ້າງຂື້ນໃນລະຫວ່າງທ້າຍສະຕະວັດທີ 11 ຫາ ຕົ້ນສະຕະວັດທີ 12. ໂຮງແຫ່ງນີ້ສ້າງດ້ວຍຫີນຊາຍ ແຕ່ກໍຫັກພັງລົງມາຈົນບົດບັງສ່ວນສໍາຄັນຂອງດ້ານໃນ. ປັດຈຸບັນ, ກອງຫີນຂະໜາດໃຫຍ່ທີ່ໂຢດເພລົງມາ ກໍາລັງໄດ້ຮັບການບູລະນະປະຕິສັງຂອນ ໂດຍໜ່ວຍງານຄຸ້ມຄອງມໍລະດົກທາງວັດທະນະທຳ ແລະ ມູນນິທິ ມໍລະດົກວັດທະນະທຳ ສ.ເກົາຫຼີ ເຮັດໃຫ້ສະຖານທີ່ແຫ່ງນີ້ຄ່ອຍໆກັບຄືນສູ່ສະພາບເດີມ.

ໂຄງການບູລະນະປະຕິສັງຂອນ ໂຮງນາງສີດາ ໃນປະເທດລາວ ຖືເປັນໂຄງການຟື້ນຟູມໍລະດົກທາງວັດທະນະທໍາຄັ້ງທໍາອິດ ທີ່ດໍາເນີນຢູ່ຕ່າງປະເທດຂອງ ສ.ເກົາຫຼີ ໂດຍເລີ່ມຕົ້ນຢ່າງຈິງຈັງໃນປີ 2013 ພາຍຫຼັງທີ່ໄດ້ເຊັນບົດບັນທຶກ ລະຫວ່າງ ສປປ ເກົາຫຼີ ແລະ ລັດຖະບານລາວ ໃນປີ 2011. ສໍາລັບການບູລະນະຢ່າງເປັນລະບົບ, ໃນຊ່ວງ 4 ປີທໍາອິດ ແມ່ນໄດ້ທຸ້ມເທເຂົ້າໃສ່ການວາງແຜນໂດຍລະອຽດ ຜ່ານການສຶກສາສໍາຫຼວດທາງວິຊາການດ້ານມະນຸດສາດ, ວິທະຍາສາດ ແລະ ວິສະວະກໍາ ເຊິ່ງລວມມີ ການຕິດຕາມກວດກາ, ການຂຸດຄົ້ນ ແລະ ການສຶກສາຄວາມສະຖຽນຂອງພື້ນດິນ. ສໍາລັບແນວທາງການບູລະນະໃນສີ່ປີຕໍ່ມາ ແມ່ນໄດ້ສຸມໃສ່ການພັດທະນາໂຄງສ້າງພື້ນຖານໂຄງລ່າງ ເຊັ່ນ ການປັບປຸງເສັ້ນທາງເຂົ້າ, ປັບປຸງຫໍສະໝຸດ, ຈັດຫາອຸປະກອນຍົກ, ບູລະນະພື້ນ ແລະ ຍອດຫຼັງຄາ. ໃນໄລຍະທໍາອິດຂອງໂຄງການ ໃນປີ 2019, ພວກເຮົາໄດ້ຄົ້ນພົບໂຍນີເຄືອບຄໍາ ເຊິ່ງມີສັກກາຍະພາບທີ່ຈະຖືກກໍານົດໃຫ້ເປັນຊັບສົມບັດປະຈໍາຊາດຂອງລາວ. ນອກຈາກນີ້, ການບູລະນະປະຕິສັງຂອນໂຮງນາງສີດາ ຍັງໄດ້ກາຍເປັນທີ່ຮັບຮູ້ຈາກສາກົນໃນເລື່ອງຄວາມສົມບູນແບບ. ໄລຍະທີ 2 ຂອງໂຄງການ ໄດ້ເລີ່ມຕົ້ນໃນປີ 2021, ໂດຍມີແຜນບູລະນະຫ້ອງບູຊາ ໃນໂຮງນາງສີດາໃຫ້ສໍາເລັດພາຍໃນປີ 2025.

ເປົ້າໝາຍຂອງໂຄງການກໍເພື່ອບູລະນະປະຕິສັງຂອນໂຮງນາງສີດາ ແລະ ສົ່ງເສີມໃຫ້ລັດຖະບານລາວ ແລະ ຂະແໜງມໍລະດົກໂລກວັດພູຈໍາປາສັກ ສາມາດກຸ້ມຕົນເອງເພິ່ງຕົນເອງ ເພື່ອການເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຂອງຂະແໜງການທີ່ຮັບຜິດຊອບມໍລະດົກວັດທະນະທໍາລາວ. ຍ້ອນແນວນັ້ນ, ຂະບວນການບູລະນະຈິ່ງເນັ້ນໃສ່ການເສີມສ້າງຄວາມອາດສາມາດຂອງລາວ ແລະ ການຖ່າຍທອດເຕັກໂນໂລຢີທີ່ສໍາຄັນແກ່ການຟື້ນຟູມໍລະດົກທາງວັດທະນະທໍາ.

ມີຫຼາຍຂະບວນການທີ່ກ່ຽວຂ້ອງກັບການບູລະນະປະຕິສັງຂອນໂຮງນາງສີດາ. ກ້ອນຫີນທີ່ຫັກພັງຈາກໂຄງສ້າງຂອງໂຮງດັ່ງກ່າວ ຈະຖືກຂົນອອກມາຢ່າງລະມັດລະວັງເທື່ອລະກ້ອນ. ຫີນທີ່ຖືກຮື້ຖອນແຕ່ລະກ້ອນນັ້ນ ຈະໄດ້ຮັບການບັນທຶກ ໂດຍນໍາໃຊ້ເຕັກໂນໂລຢີແບບສາມມິຕິ ແລະ ກ້ອນຫີນດັ່ງກ່າວຈະຕ້ອງໄດ້ເກັບຮັກສາໄວ້ທີ່ຫໍສະໝຸດ. ຂະບວນການທັງໝົດ ນັບແຕ່ກ່ອນການຮື້ຖອນຈົນສໍາເລັດ ລ້ວນແຕ່ໄດ້ຮັບການບັນທຶກຢ່າງພິຖີພິຖັນໂດຍໃຊ້ເຕັກໂນໂລຢີດິຈີຕອລ. ມູນນິທິມໍລະດົກວັດທະນະທຳ ສ.ເກົາຫຼີ ໃຫ້ການສະໜັບສະໜູນຢ່າງເຕັມທີ່ ເພື່ອເຮັດໃຫ້ຂະແໜງມໍລະດົກໂລກວັດພູຈໍາປາສັກ ສາມາດຄຸ້ມຄອງ ແລະ ດໍາເນີນການຈັດຕັ້ງປະຕິບັດໄດ້ໂດຍກົງ.

ສາມາດເຂົ້າເຖິງໂຮງນາງສີດາໄດ້ຈາກທາງເຂົ້າຜາສາດຫີນວັດພູ ໂດຍມຸ່ງໜ້າໄປຕາມປ້າຍທີ່ຢູ່ຊ້າຍມື (ທາງທິດໃຕ້) ປະມານ 2 ກິໂລແມັດ. ເນື່ອງຈາກເສັ້ນທາງການເຂົ້າເຖິງໄດ້ຮັບການບຸກເບີກ ເພື່ອການບູລະນະແລ້ວ ທ່ານຈຶ່ງສາມາດເດີນທາງໄປສູ່ໂຮງນາງສີດາໄດ້ຢ່າງງ່າຍດາຍ ດ້ວຍຫຼາຍວິທີ ບໍ່ວ່າຈະດ້ວຍລົດໃຫຍ່ ຫຼື ລົດຈັກ. ເມື່ອເດີນທາງໄປເຖິງໂຮງນາງສີດາແລ້ວ ທ່ານສາມາດຍ່າງຕາມເສັ້ນທາງທີ່ປູດ້ວຍຫີນບົດ ເພື່ອເບິ່ງຊົມຫໍສະໝຸດ. ສໍາລັບການເດີນທາງ, ສາມາດຈອດລົດໄວ້ໃກ້ກັບຫໍສະໝຸດ ແລ້ວຍ່າງສໍາຫຼວດເບິ່ງໂຮງນາງສີດາ.

ໂຮງນາງສີດາຖືເປັນສະຖານທີ່ສໍາຄັນ ທີ່ໄດ້ເປີດເຜີຍບົດບາດໃໝ່ ຂອງໂຄງການຊ່ວຍເຫຼືອໃນດ້ານການພັດທະນາມໍລະດົກທາງວັດທະນະທໍາໃນຕ່າງປະເທດຂອງ ສ.ເກົາຫຼີ. ດ້ວຍການນໍາໃຊ້ປະໂຫຍດຈາກເຕັກໂນໂລຢີຂັ້ນສູງຂອງ ສ.ເກົາຫຼີ ເພື່ອພັດທະນາສີມືຂອງຄົນລາວ, ຄວາມທຸ້ມເທພະຍາຍາມຢ່າງບໍ່ຮູ້ອິດເມື່ອຍເປັນນີ້ ກໍາລັງຈັດຕັ້ງດໍາເນີນງານ ເພື່ອປຸກເອົາເຈົ້ານາງສີດາທີ່ກໍາລັງນອນຫຼັບໄຫຼໃຫ້ຕື່ນຂຶ້ນມາອີກຄັ້ງໜຶ່ງ. ຖ້າທ່ານເດີນທາງມາຢ້ຽມຊົມໂຮງນາງສີດາໃນຊ່ວງເວລານີ້, ທ່ານສາມາດພົບກັບສາກປະຫວັດສາດນີ້ໄດ້ໂດຍກົງ. ແຕ່ພາຍຫຼັງສິ້ນສຸດໂຄງການປີ 2025, ກໍຈະມີການເປີດຕົວໂສມໜ້າໃໝ່ຂອງໂຮງນາງສີດາແກ່ຜູ້ຄົນທີ່ເດີນທາງມາທ່ຽວຊົມ. ຖ້າທ່ານຕ້ອງການເປັນສ່ວນໜຶ່ງຂອງຊ່ວງເວລາທີ່ຄວາມຍິ່ງໃຫຍ່ທາງວັດທະນະທໍາຂອມ ກໍາລັງຈະກັບມາມີຊີວິດອີກຄັ້ງ, ພວກເຮົາຂໍແນະນໍາໃຫ້ທ່ານຕັດສິນໃຈອອກເດີນທາງໃນທັນທີ.

ມູນນິທິ ມໍລະດົກວັດທະນະທຳ ສ.ເກົາຫຼີ, ຖືເປັນສະຖາບັນສາທາລະນະ ພາຍໃຕ້ໜ່ວຍງານຄຸ້ມຄອງມໍລະດົກທາງວັດທະນະທຳ ຂອງ ສປປ ເກົາຫຼີ, ເຊິ່ງມີຄວາມຊ່ຽວຊານໃນການສົ່ງເສີມ ແລະ ອະນຸລັກວັດທະນະທໍາພື້ນເມືອງຂອງ ສ.ເກົາຫຼີ ໂດຍຜ່ານການແລກປ່ຽນ ແລະ ການຮ່ວມມືກັບສາກົນ.

ຂໍ້ມູນເພີ່ມເຕີມ
ລາຍລະອຽດເພີ່ມເຕີມກ່ຽວກັບໂຄງການບູລະນະປະຕິສັງຂອນ ທີ່ດໍາເນີນການໂດຍມູນນິທິ ມໍລະດົກວັດທະນະທຳ ສ.ເກົາຫຼີ, ທ່ານສາມາດເຂົ້າເບິ່ງເວັບໄຊຂອງມູນນິທິໄດ້ທີ່ www.chf.or.kr

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles