ສຽງຈາກສິລະປິນຍິງລາວ
ສິລະປິນຍິງລາວທ່ານທຳອິດ ທີ່ເຮົາມີໂອກາດໄດ້ໂອ້ລົມໃນມື້ນີ້ ແມ່ນ ໂອ່ເລ້ ວິຣະວົງ ສະໂກວິວ ເຊິ່ງໂອ່ເລ້ ເຕີບໃຫຍ່ຢູ່ນະຄອນຫຼວງວຽງຈັນ ແລະ ເລີ່ມແຕ້ມຮູບເທື່ອທຳອິດ ຕັ້ງແຕ່ຕອນລາວອາຍຸ 7 ປີ ໂດຍລິເລີ່ມຈາກການແຕ້ມຮູບປຶ້ມກາຕູນ ກ່ຽວກັບເລື່ອງລາວຂອງເດັກຍິງຜູ້ໜຶ່ງ ທີ່ໄຝ່ຝັນຢາກຈະເປັນນັກແຕ້ມຮູບ ແຕ່ດ້ວຍຄວາມທຸກຍາກ ເດັກນ້ອຍຜູ້ນັ້ນ ຈຶ່ງບໍ່ສາມາດສານຝັນໃຫ້ກາຍເປັນຈິງໄດ້.
ພາຍຫຼັງທີ່ໂອ່ເລ້ຮຽນຈົບອຸດົມ ລາວກໍ່ໄດ້ໄປຮ່ຳຮຽນທາງທັດສະນະສິນ ຢູ່ມະຫາສາລະຄາມ ດ້ານສິລະປະ ຢູ່ພາກອີສານ ທີ່ປະເທດໄທ ຕອນອາຍຸ 18 ປີ ເຊິ່ງເປັນຄັ້ງທຳອິດ ທີ່ລາວໄດ້ຢູ່ຫ່າງໄກຈາກຄອບຄົວ ແລະ ບ້ານເກີດເມືອງນອນ. ໃນໄລຍະນັ້ນ, ໂອ່ເລ້ກໍ່ໄດ້ຮຽນຮູ້ ແລະ ຄົ້ນພົບຫຼາຍໆຢ່າງ, ເຊິ່ງສິ່ງທຳອິດທີ່ລາວຄົ້ນພົບ ກໍ່ແມ່ນວ່າ ການຮຽນສິລະປະ ແລະ ການເປັນສິລະປິນນີ້ ບໍ່ແມ່ນເລື່ອງງ່າຍເລີຍ. ການທີ່ຈະແຕ້ມຮູບສິ່ງຂອງໃດໜຶ່ງໃຫ້ອອກມາສົມບູນແບບໄດ້ ຕ້ອງໄດ້ໃຊ້ເວລາຫຼາຍອາທິດ, ຫຼາຍເດືອນ, ຫຼາຍປີ ບໍ່ວ່າຈະເປັນການແຕ້ມຮູບເປືອຍ, ຮູບມື, ຮູບດອກໄມ້, ຮູບຕາເວັນຂຶ້ນ-ຕາເວັນຕົກ ແມ່ນລ້ວນແລ້ວແຕ່ຕ້ອງໃຊ້ເວລາ ແລະ ຄວາມອົດທົນ.
ອີກສິ່ງໜຶ່ງທີ່ໂອເລ້ຄົ້ນພົບ ໃນໄລຍະທີ່ຮ່ຳຮຽນຢູ່ນັ້ນ ແມ່ນສາຍພົວພັນອັນສະຫຼັບສັບຊ້ອນຂອງສີ, ເຊິ່ງອາຈານຜູ້ໜຶ່ງໄດ້ເຕືອນໂອ່ເລ້ວ່າ ລາວອາດຈະຕາບອດສີ ກໍ່ເປັນໄດ້, ເພາະເຫັນວ່າຜົນງານຂອງໂອ່ເລ້ ແມ່ນອອກໂທນມືດ, ທັງດ້ານສີ ແລະ ດ້ານອາລົມ. ໂອ່ເລ້ ໄດ້ເລືອກເອົາຫົວຂໍ້ ໂສເພນີ ໃນບົດວິທະຍານິພົນຂອງລາວ ແລະ ໃຊ້ເວລາ 6 ເດືອນເພື່ອສຶກສາຄົ້ນຄວ້າກ່ຽວກັບຫົວຂໍ້ດັ່ງກ່າວ ສັງເກດຢູ່ຕາມຖະໜົນຫົນທາງໃນບາງກອກ ແລະ ວຽງຈັນ. ອາຈານຂອງລາວແນະນຳໃຫ້ນຳໃຊ້ສີເຂັ້ມ ສຳລັບຫົວຂໍ້ຂອງລາວ, ແລະ ລາວກໍ່ໃຊ້ສີມ່ວງ, ສີຟ້າ, ທັງຍັງໄດ້ລອງໃຊ້ສີຮ້ອນ ແລະ ເສົ້າເຊັ່ນສີແດງ, ແຕ່ສຸດທ້າຍມັນກໍ່ອອກມາເປັນສີນ້ຳຕານ.
ພາຍຫຼັງທີ່ຮຽນຈົບ, ໂອເລ້ກໍ່ໄດ້ກັບມາວຽງຈັນ ມາຢູ່ນຳພໍ່ ແລະ ເອື້ອຍນ້ອງ, ແລະ ໄດ້ນຳສີອາຄຣີລິກກັບເຈ້ຍແຕ້ມຮູບ ກັບມາລາວນຳ. ໂອເລ້ກ່າວວ່າ ລາວເລີ່ມກັບມາຮູ້ສຶກເຖິງສີສັນຂອງສິລະປະອີກຄັ້ງ ຕອນທີ່ລາວໄດ້ພົບກັບສາມີຂອງລາວ ເຊິ່ງເປັນນາຍແປພາສາ ຄົນອາເມລິກາ ທີ່ມັກຮັກໃນການແຕ້ມຮູບເຊັ່ນດຽວກັນ.
ຫຼັງຈາກນັ້ນ, ໂອເລ້ກໍ່ໄດ້ຍ້າຍໄປຢູ່ສະຫະລັດອາເມລິກາ, ນະຄອນທີ່ເຕັມໄປດ້ວຍສີສັນ, ຄວາມມ່ວນ ແລະ ຄວາມຫຼາກຫຼາຍຂອງສິລະປະທຸກຂະແໜງ ເຊິ່ງເປັນສະຖານທີ່ທີ່ສ້າງແຮງບັນດານໃຈໃຫ້ຜົນງານຂອງລາວ. ລາວມັກທີ່ຈະໃຊ້ເວລາໃນການສ້າງສັນ ແລະ ປະສົມສີຕ່າງໆເພື່ອສ້າງຜົນງານຂອງລາວ.
ຕັ້ງແຕ່ນັ້ນມາ ໂດຍສະເພາະໃນຊ່ວງທີ່ລາວຍ້າຍໄປທີ່ ສະຫະລັດອາເມລິກາ ເຫັນໄດ້ວ່າ ຜົນງານຂອງໂອ່ເລ້ ມີສີສັນ, ຄວາມສຸກ ແລະ ຄວາມຫລາກຫລາຍກວ່າເກົ່າ
ໃນໄລຍະເວລາ 20 ແຫ່ງຄວາມຫຼົງໄຫຼໃນສິລະປະ, ຜົນງານຂອງໂອ່ເລ້ ເຊິ່ງສ່ວນໃຫຍ່ແມ່ນຮູບແຕ້ມ, ຮູບຖ່າຍ ແລະ ສິລະປະແບບຈັດວາງ ແມ່ນລ້ວນແລ້ວແຕ່ເນັ້ນໜັກໃສ່ແມ່ຍິງເປັນຫຼັກ. ຮູບແບບສິລະປະຂອງໂອ່ເລ້ ເປັນສິລະປະທີ່ມີພະລັງ ແອບແຝງດ້ວຍຄວາມດຸດັນ, ບາງເທື່ອກໍ່ແຍກຊິ້ນສ່ວນອອກມາຢ່າງແປກປະຫຼາດ, ເປັນຜົນງານສິລະປະທີ່ເຕັມໄປດ້ວຍພະລັງຊີວິດ, ມີຄວາມຊັດເຈນ, ປານີດ ແລະ ໃສ່ໃຈໃນທຸກໆລາຍລະອຽດ, ກັບສີສັນໂດດເດັ່ນ, ທ້າທາຍຕໍ່ທຸກສາຍຕາທີ່ພົບເຫັນ.
ແລະ ສິລະປິນຍິງອີກທ່ານໜຶ່ງ ທີ່ເຮົາໄດ້ນັ່ງສົນທະນານຳໃນມື້ນີ້ ແມ່ນ ສຸພາລັກ ພົງສະຫວັດ. ລາວເຕີບໃຫຍ່ຢູ່ແຂວງໄຊຍະບູລີ, ລາວໄດ້ຄົ້ນພົບວ່າຕົນເອງ ມີຄວາມມັກຮັກໃນການແຕ້ມຮູບ ຕັ້ງແຕ່ຕອນຍັງນ້ອຍເຊັ່ນດຽວກັນກັບໂອເລ້. ຕອນຍັງນ້ອຍ, ສຸພາລັກເປັນຄົນຢ້ານຜີສາງນາງໄມ້, ແລະ ທຸກໆເທື່ອທີ່ລາວຍ່າງກາຍວັດ ລາວຈະຟ້າວຍ່າງໄວໆ. ແຕ່ມີມື້ໜຶ່ງ ແມ່ລາວໄດ້ພາເຂົ້າໄປເບິ່ງຮູບແຕ້ມຕາມຝາພາຍໃນວັດ. ສຸພາລັກກ່າວວ່າ ຕອນທີ່ລາວເຫັນພາບວາດດັ່ງກ່າວ ລາວຮູ້ສຶກຕື່ນຕາຕື່ນໃຈຫຼາຍ, ເຫັນຮູບແຕ້ມທີ່ເປັນຮູບພະ, ເປັນພາບທີ່ລາວພົບເຫັນທຸກໆມື້ ແຕ່ຖືກບັນຈົງແຕ່ງແຕ້ມ ໃນມຸມມອງທີ່ແຕກຕ່າງ.
ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ, ຄວາມຢ້ານກົວທີ່ສຸພາລັກມີຕໍ່ວັດກໍ່ຫາຍໄປ, ຄົງເຫຼືອໄວ້ແຕ່ຄວາມມັກຮັກໃນການແຕ້ມຮູບ ທີ່ຝັງເລິກແຕ່ນັ້ນມາ. ສຸພາລັກເລີ່ມແຕ້ມຮູບຕາມສິ່ງຕ່າງໆທີ່ລາວພົບເຫັນ, ແລະ ປ້າຂອງລາວກໍ່ໄດ້ມາເຫັນພອນສະຫວັນຂອງລາວ ຈຶ່ງໄດ້ຊຸກຍູ້ສົ່ງເສີມໃຫ້ລາວ ມາຮຽນສິລະປະຢູ່ແຂວງສະຫວັນນະເຂດ. ຫຼັງຈາກນັ້ນ, ສຸພາລັກກໍ່ໄດ້ສືບຕໍ່ຮ່ຳຮຽນທາງດ້ານສິລະປະຢູ່ທີ່ ສະຖາບັນວິຈິດສິນແຫ່ງຊາດ ໃນນະຄອນຫຼວງວຽງຈັນ, ລວມທັງໝົດເປັນເວລາ 9 ປີ. ໃນໄລຍະນັ້ນ, ສຸພາລັກໄດ້ໄປຄົ້ນຄວ້າຢູ່ຫ້ອງສະໝຸດຢູ່ສະຖາບັນຝຣັ່ງ ເຊິ່ງປະກອບມີປຶ້ມສິລະປະດີໆຈຳນວນຫຼາຍ, ແລະ ລາວເອງກໍ່ໄດ້ຄົ້ນພົບຜົນງານຂອງສິລະປິນເອີຣົບຫຼາຍໆທ່ານ ເປັນຕົ້ນແມ່ນ ແວນ ໂກ, ແລະ ໄດ້ມີຄວາມເຂົ້າໃຈຢ່າງຖ່ອງແທ້ ເຖິງການແນມເບິ່ງໂລກຈາກຫຼາກຫຼາຍແງ່ມຸມ ຜ່ານສິລະປະ. ສຸພາລັກເລີ່ມຄິດໄດ້ວ່າ ລາວຄວນຈະມີຮູບແບບສິລະປະທີ່ເປັນຂອງຕົນເອງ ແລະ ຄວນຈະມີຜົນງານທີ່ມີຄວາມແຕກຕ່າງ.
ສຸພາລັກກ່າວວ່າ ສຳລັບລາວແລ້ວ, ການຮຽນຮູ້ແມ່ນໄດ້ຈາກພາຍນອກ ຫຼາຍກວ່າການຮຽນໃນຫ້ອງຮຽນ, ບໍ່ວ່າຈະເປັນການຖອດຖອນຈາກຜົນງານຂອງສິລະປິນອື່ນ, ຈາກເພື່ອນຮ່ວມຫ້ອງ, ຫຼື ຈາກການເດີນທາງເຂົ້າຮ່ວມງານວາງສະແດງຢູ່ປະເທດເພື່ອນບ້ານ. ປະສົບການຂອງສຸພາລັກໃນການຮ່ຳຮຽນສິລະປະ ແມ່ນຂ້ອນຂ້າງແຕກຕ່າງຈາກໂອ່ເລ້ ຍ້ອນປັດໄຈຫຼາຍໆຢ່າງ, ໂດຍສະເພາະໃນຕອນທຳອິດ ທີ່ມາລາວມາຮອດໂຮງຮຽນຊ້າ ແລ້ວບ່ອນນັ່ງໃນຫ້ອງຮຽນແຕ້ມຮູບເຕັມກ່ອນ ຈົນລາວໄດ້ໄປເຂົ້າຮຽນແກະສະຫຼັກແທນ. ແຕ່ເຖິງວ່າສຸພາລັກຈະຜິດຫວັງໃນຕອນນັ້ນ, ມາຮອດທຸກມື້ນີ້ ລາວເອງກໍ່ຍັງຄົງໄດ້ນຳໃຊ້ເຕັກນິກ ທີ່ຮຽນມາຈາກການແກະສະຫຼັກ ເຂົ້າໃນຜົນງານສິລະປະຮູບແຕ້ມຂອງລາວ.
ສຸພາລັກກ່າວວ່າ ລາວມັກຮູບດອກໄມ້, ດອກບົວ, ແລະ ລາວເອງກໍ່ນຳໃຊ້ຮູບແບບລວດລາຍລາວ ເຂົ້າໃນການແຕ້ມຮູບ. ເມື່ອທ່ານໄດ້ຍິນສຸພາລັກເລົ່າເລື່ອງກ່ຽວກັບທີ່ມາທີ່ໄປ ໃນການແຕ້ມຮູບຂອງລາວແລ້ວ, ທ່ານອາດຈະຄິດວ່າ ຜົນງານຂອງລາວ ແມ່ນເປັນຮູບແຕ້ມປະເພນີ ສາສະໜາ ຕາມທີ່ພົບເຫັນທົ່ວໆໄປໃນວັດວາອາຮາມ. ແຕ່ຖ້າທ່ານສັງເກດເບິ່ງດີໆ, ທ່ານຈະພົບເຫັນວ່າ ຜົນງານສິລະປະຂອງລາວ ແມ່ນມີຄວາມເປັນເອກະລັກ, ກ້າຫານ ແລະ ໂລດໂຜນຫຼາຍ. ຮູບແຕ້ມຂະໜາດໃຫຍ່ຂອງສຸພາລັກ ມີຄວາມສະຫຼັບສັບຊ້ອນ, ປະກອບມີຮູບດອກບົວ ແລະ ຮູບແມ່ຍິງແບບດັ້ງເດີມຕາມຄຳສອນຂອງສາສະໜາພຸດ, ແຕ່ໃນຂະນະດຽວກັນ ລວດລາຍດັ່ງກ່າວ ກໍ່ປະສົມປະສານກັນກັບຮູບຮ່າງຂອງແມ່ຍິງ, ຮູບສັດປະຫຼາດຈາກນອກໂລກ ທີ່ບໍ່ມີໜ້າ ແລະ ເປັນຕາຢ້ານ, ທັງຍັງມີຝູງປາສີເງິນລອຍໄປຕາມຮູບ, ປານຮູບພາບໃນຝັນ, ແປກຫູແປກຕາ ແຕ່ກໍ່ປະສົມປະສານເຂົ້າກັນຢ່າງກົມກຽວ.
ເຖິງວ່າງານສິລະປະແຕ່ລະອັນຂອງສຸພາລັກ ຈະເບິ່ງຄືວ່າມີຄວາມສອດຄ່ອງຕິດພັນກັນ, ແຕ່ໃນຄວາມເປັນຈິງແລ້ວ ເມື່ອລາວເລີ່ມແຕ້ມຫົວຂໍ້ໃຫມ່ ລາວກ່າວວ່າລາວຕ້ອງໄດ້ລືມອັນເກົ່າທີ່ເຮັດແລ້ວໄປໃຫ້ໝົດ. ສຳລັບຕົວສຸພາລັກເອງ ກໍ່ສືບຕໍ່ຮຽນຮູ້ຢູ່ຕະຫຼອດ ເຊິ່ງເຫັນໄດ້ຜ່ານຜົນງານສິລະປະອັນໃໝ່ຂອງລາວ ທີ່ມີຄວາມແຕກຕ່າງໄປເລື້ອຍໆ. ປັດຈຸບັນ, ສຸພາລັກຄິດວ່າລາວຄົງຈະບໍ່ຮຽນຕໍ່ໃນໂຮງຮຽນແລ້ວ, ແຕ່ປະສົງທີ່ຈະຮຽນຮູ້ຕື່ມ ຈາກປະສົບການຊີວິດ ແລະ ຖອດຖອນບົດຮຽນນຳສິລະປິນທ່ານອື່ນ. ສຸພາລັກກ່າວວ່າ: “ສິລະປິນສາມາດເຂົ້າໃຈກັນແລະກັນຜ່ານຜົນງານຂອງແຕ່ລະຄົນ ພວກເຮົາເວົ້າພາສາດຽວກັນ ເຖິງແມ້ວ່າຈະບໍ່ມີຄໍາເວົ້າໃດອອກມາກໍຕາມ. ພວກເຮົາເຂົ້າໃຈກັນເມື່ອເຮົາໄດ້ສະແດງຜົນງານໃຫ້ອີກຝ່າຍໜື່ງເບິ່ງ ແລະ ແລກປ່ຽນຄວາມຄິດເຫັນ, ຂ້ອຍມັກທີ່ຈະຮຽນຮູ້ປະສົບການແບບນີ້ ຫຼາຍກວ່ານັ່ງຮຽນໃນຫ້ອງ”
ເຖິງແມ່ນວ່າເສັ້ນທາງສູ່ການເປັນສິລະປິນຂອງທັງສອງຄົນຈະແຕກຕ່າງກັນ ແລະ ອາຍຸຈະຫ່າງກັນເຖິງ 10 ປີກໍ່ຕາມ, ແຕ່ທັງສອງກໍ່ລ້ວນແລ້ວແຕ່ມີໃຈມັກຮັກ ແລະ ຍຶດໝັ້ນໃນວຽກງານສິລະປະ, ແລະ ທັງສອງຕ່າງກໍ່ລ້ຽງລູກ ແລະ ມີຄອບຄົວທີ່ເຂົ້າອົກເຂົ້າໃຈ, ສົ່ງເສີມ ແລະ ໃຫ້ກຳລັງໃຈຢ່າງສະໝ່ຳສະເໝີ. ໂອ່ເລ້ເຊື່ອໝັ້ນວ່າ ຢູ່ລາວເຮົາຍັງມີສິລະປິນອີກຫຼາຍໆຄົນທີ່ມີພອນສະຫວັນ, ແລະ ລາວເອງກໍ່ພ້ອມທີ່ຈະສະໜັບສະໜູນ ໃຫ້ຄໍາປຶກສາແກ່ສິລະປິນຮຸ່ນນ້ອງຄືດັ່ງສຸພາລັກ, ແລະ ສຸພາລັກເອງ ກໍ່ຕ້ອງການສິລະປິນຮຸ່ນເອື້ອຍຄືດັ່ງໂອ່ເລ້ ມາສົ່ງເສີມເຊັ່ນດຽວກັນ, ມາແບ່ງປັນປະສົບການ ແລະ ເປັນກຳລັງໃຈໃຫ້ກັນ ແລະ ກັນ.