ວິທີການທີ່ມູນນິທິ ໂລນ ບັບຟາໂລ (Lone Buffalo) ສ້າງອະນາຄົດກ້າວໄກກວ່າຄໍາວ່າ ຫ້ອງຮຽນ

ມູນນິທິ ໂລນ ບັບຟາໂລ (Lone Buffalo) ເຊິ່ງຈົດທະບຽນໃນປະເທດອັງກິດ ສ້າງຕັ້ງຂຶ້ນໃນປີ 2011, ຖືເປັນໜຶ່ງໃນສູນການຮຽນ-ການສອນພາສາອັງກິດແບບບໍ່ເສຍຄ່າໃຊ້ຈ່າຍພຽງບໍ່ເທົ່າໃດແຫ່ງໃນປະເທດລາວ. ນັບແຕ່ມື້ເລີ່ມຕົ້ນກໍ່ຕັ້ງຂຶ້ນ, ມູນນິທິແຫ່ງນີ້ກໍໄດ້ມອບໂອກາດດ້ານການສຶກສາແກ່ໄວໜຸ່ມລາວຫຼາຍຮ້ອຍຄົນ ທີ່ມີອາຍຸແຕ່ 12 ປີ ຈົນຮອດລະດັບມັດທະຍົມສຶກສາຕອນປາຍ. ມີນັກຮຽນຫຼາຍຄົນສາມາດສືບຕໍ່ເຂົ້າຮຽນວິຊາສະເພາະ, ທັງໄດ້ຮັບທຶນການສຶກສາຈາກຕ່າງປະເທດ, ແລະ ເຂົ້າຮຽນໃນມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດ. ເຊັ່ນດຽວກັບນັກຮຽນຂອງມູນນິທິ ໂລນ ບັບຟາໂລ ເອງ ກໍມີການພັດທະນາຢ່າງຕໍ່ເນື່ອງຕະຫຼອດຊ່ວງຫຼາຍປີຜ່ານມາ. ປັດຈຸບັນ, ມູນນິທິດັ່ງກ່າວ ບໍ່ໄດ້ເປັນພຽງສູນສອນພາສາອັງກິດພຽງຢ່າງດຽວເທົ່ານັ້ນ, ແຕ່ຍັງໃຫ້ຄວາມສໍາຄັນເປັນຢ່າງຍິ່ງໃນການພັດທະນາທັກສະຊີວິດ ຜ່ານຫຼາຍໂຄງການ ເພື່ອຊ່ວຍໃຫ້ນັກຮຽນສາມາດເສີມສ້າງຄວາມເຕີບໂຕທັງດ້ານຄວາມຄິດ ແລະ ວຸດທິພາວະ ໃນລະດັບສູງຂຶ້ນ.
ມູນນິທິ ໂລນ ບັບຟາໂລ ຕັ້ງຢູ່ເມືອງໂພນສະຫວັນ, ເຊິ່ງເປັນຕົວເມືອງຂະໜາດນ້ອຍທີ່ກໍາລັງໄດ້ຮັບການພັດທະນາໃນແຂວງຊຽງຂວາງ, ເຂດພາກເໜືອຂອງປະເທດລາວ. ເພື່ອຄວາມສໍາເລັດດ້ານການສຶກສາຂອງນັກຮຽນ ເຮັດໃຫ້ຫຼາຍຄົນຈໍາເປັນຕ້ອງອອກຈາກບ້ານເກີດເມືອງນອນ ເພື່ອໄລ່ລ່າເປົ້າໝາຍດ້ານການສຶກສາຂອງຕົນເອງ. ທ່ານ ມ໊າກ ສະເຕດແມນ໌ (Mark Steadman) ຜູ້ຮ່ວມກໍ່ຕັ້ງອົງການມູນນິທິ ໂລນ ບັບຟາໂລ ກ່າວວ່າ ໃນຊ່ວງເລີ່ມຕົ້ນດໍາເນີນງານ, ທີມງານຍ່ອມຮັບຮູ້ເຖິງຄວາມສໍາຄັນຂອງການພັດທະນາແບບອົງລວມ, ບໍ່ແມ່ນສຸມໃສ່ທັກສະດ້ານພາສາພຽງຢ່າງດຽວການທີ່ມີໂອກາດເຂົ້າສຶກສາຮໍ່າຮຽນທີ່ວິທະຍາໄລໃນນະຄອນຫຼວງວຽງຈັນ, ມະຫາວິທະຍາໄລໃນປະເທດຈີນ ແລະ ຫວຽດນາມ, ຫຼື ໄດ້ຮັບທຶນການສຶກສາຕໍ່ໃນປະເທດສະຫະລັດອາເມລິກາ ລ້ວນແຕ່ເປັນໂອກາດໃນການປ່ຽນແປງຊີວິດຢ່າງແທ້ຈິງໄດ້, ແຕ່ສໍາລັບນັກຮຽນທີ່ເຕີບໃຫຍ່ໃນເຂດຊົນນະບົດຂອງລາວ, ໂອກາດເຫຼົ່ານີ້ມັກມາພ້ອມບັນຫາທ້າທາຍຫຼາຍຢ່າງ. ເຖິງແມ່ນທັກສະພາສາອັງກິດຈະມີຄວາມສໍາຄັນຢ່າງຍິ່ງກໍຈິງ, ແຕ່ຈະອາໄສທັກສະດັ່ງກ່າວພຽງຢ່າງດຽວແມ່ນບໍ່ພຽງພໍທີ່ຈະຊ່ວຍໃຫ້ພວກເຂົາສາມາດແຂ່ງຂັນກັບຜູ້ຄົນທີ່ມາຈາກພື້ນຖານຄອບຄົວທີ່ໄດ້ປຽບກວ່າ, ຫຼື ຜູ້ທີ່ໄດ້ຮັບການສຶກສາຈາກໂຮງຮຽນນານາຊາດ ຫຼື ຄຸ້ນເຄີຍກັບການໃຊ້ຊີວິດໃນຕົວເມືອງໃຫຍ່ທ່ານ ມ໊າກ ສະເຕດແມນ໌ ກ່າວຢໍ້າ.

ໂປຣແກມການພັດທະນາຮ່ວມກັນ
ເພື່ອແກ້ໄຂບັນຫາທ້າທາຍດັ່ງກ່າວ, ທ່ານ ມ໊າກ ແລະ ທ່ານ ນາງ ຈັນທະລາ ວິນທະໄຊ, ຜູ້ຈັດການວຽກງານພັດທະນາໄວໜຸ່ມ ຂອງອົງການມູນນິທິ ໂລນ ບັບຟາໂລ ໄດ້ລິເລີ່ມໂປຣແກມການພັດທະນາຮ່ວມກັນ (DevTog), ເຊິ່ງເປັນໂປຣແກມພັດທະນາທັກສະຊີວິດສໍາລັບນັກຮຽນຊັ້ນມັດທະຍົມຕອນປາຍ. ໂປຣແກມນີ້ຫຍໍ້ມາຈາກເຊິ່ງມີຄວາມໝາຍວ່າ ການພັດທະນາຮ່ວມກັນ, ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບປະໂຫຍດຈາກໂປຣແກມຝຶກອົບຮົມກ່ຽວກັບການພັດທະນາທັກສະ ຈໍານວນ 18 ຫົວຂໍ້ ໂດຍກວມເອົາຕັ້ງແຕ່ ການຝຶກອົບຮົມກ່ຽວກັບການຊ່ວຍຊີວິດພື້ນຖານ (CPR) ແລະ ການປະຖົມພະຍາບານ ໄປຈົນຮອດສຸຂະພາບການຈະເລີນພັນ, ສຸຂະອະນາໄມ ແລະ ສຸຂະພາບຈິດ, ການວາງແຜນດ້ານການເງິນ ແລະ ການນໍາໃຊ້ເຕັກໂນໂລຊີຂັ້ນສູງ. ເພື່ອຊ່ວຍຍົກລະດັບຄວາມໝັ້ນໃຈ ແລະ ຄວາມຄິດສ້າງສັນ, ຂະນະທີ່ນັກຮຽນຈະເປັນຜູ້ດໍາເນີນຝຶກອົບຮົມ ໂປຣແກມ DevTog ດ້ວຍຕົນເອງ.
ທ່ານ ມ໊າກ ກ່າວວ່າກິດຈະກໍາຝຶກອົບຮົມ, ກິດຈະກໍາການປະຕິບັດຕົວຈິງ ແລະ ການນໍາສະເໜີຫຼາຍລາຍການ ຍັງໄດ້ຮັບການຮ່ວມມືຈາກໜ່ວຍງານພາຍນອກ ເປັນຕົ້ນແມ່ນ ຄລີນິກໄວໜຸ່ມ, ສະຫະພັນແມ່ຍິງລາວ, ແລະ ອົງການແມັກ
ເມື່ອໄດ້ໂອ້ລົມກັບນັກຮຽນ, ກໍສາມາດເຫັນໄດ້ຊັດເຈນກ່ຽວກັບຜົນໄດ້ຮັບຂອງໂປຣແກມການພັດທະນາຮ່ວມກັນ (DevTog) ທີ່ສົ່ງຜົນຕໍ່ຊີວິດຂອງພວກເຂົາ. ນາງ ປາວິສາ ກ່າວວ່າຂ້າພະເຈົ້າໄດ້ຮັບຄວາມຮູ້ດ້ານທັກສະຊີວິດທີ່ບໍ່ມີສອນໃນໂຮງຮຽນ. ຂ້າພະເຈົ້າໄດ້ຮັບພະລັງ ແລະ ແຮງບັນດານໃຈຈາກຜູ້ຝຶກສອນ ແລະ ຮູ້ສຶກມີຄວາມໝັ້ນໃຈ ແລະ ພາກພູມໃຈໃນຕົນເອງນາງ ປາວິສາ ຮຽນຈົບມັດທະຍົມຕອນປາຍ, ໂດຍເຂົ້າຮ່ວມຝຶກງານໃນກຸ່ມໂຮງແຮມລະດັບສາກົນ ແລະ ໄດ້ຮັບທຶນການສຶກສາດ້ານການຄ້າສາກົນຢູ່ປະເທດຫວຽດນາມ.
ນອກຈາກນີ້ກໍມີ ນາງ ຊາຣາ, ເຊິ່ງກໍາລັງສຶກສາປະລິນຍາຕີ ສາຂາບໍລິຫານທຸລະກິດສາກົນ, ມະຫາວິທະຍາໄລແຫ່ງຊາດ ໃນນະຄອນຫຼວງວຽງຈັນ. ເຊິ່ງນາງໄດ້ກ່າວວ່າຂ້າພະເຈົ້າເຕີບໃຫຍ່ຂຶ້ນມາຈາກການເຄີຍພຽງເປັນເດັກນ້ອຍຄົນໜຶ່ງ ທີ່ບໍ່ເຫັນຄວາມສໍາຄັນຂອງການສຶກສາຮໍ່າຮຽນ ແຕ່ໄດ້ກາຍມາເປັນຜູ້ນໍາ ແລະ ຜູ້ມີອິດທິພົນຕໍ່ໄວໜຸ່ມໃນປັດຈຸບັນ. ຂ້າພະເຈົ້າຂໍຂອບໃຈຢ່າງລົ້ນເຫຼືອ ຕໍ່ມູນນິທິ ໂລນ ບັບຟາໂລ ແລະ ໂປຣແກມການພັດທະນາຮ່ວມກັນ ທີ່ຊ່ວຍປ່ຽນແປງຊີວິດຂອງຂ້າພະເຈົ້າ

ໂຄງການບານເຕະ
ຈິດວິນຍານຂອງຄວາມເປັນທີມ ຖືເປັນຫົວໃຈສໍາຄັນໃນຄວາມສໍາເລັດຂອງນັກຮຽນ ທີ່ມູນນິທິ ໂລນ ບັບຟາໂລ. ໃນປີ 2021, ທາງໂຮງຮຽນໄດ້ສ້າງຕັ້ງທີມເຕະບານແມ່ຍິງໂລນ ບັບຟາໂລ (LBGFC) ຂຶ້ນ. ເຊິ່ງເປັນອີກໜຶ່ງໂຄງການທີ່ມີຄວາມສໍາຄັນ ໂດຍເປີດໂອກາດໃຫ້ເດັກນ້ອຍແມ່ຍິງສາມາດພັດທະນາທັກສະ ທັງໃນຖານະນັກເຕະ ແລະ ຄູຝຶກ, ເພື່ອເສີມສ້າງຄວາມໝັ້ນໃຈ ແລະ ພັດທະນາທັກສະຄວາມເປັນຜູ້ນໍາ. ທີມຄູຝຶກບານເຕະ ປະກອບມີສິດເກົ່າອາວຸໂສທີ່ເຮັດໜ້າທີ່ເປັນຄູຝຶກ ໂດຍມີນັກຮຽນເຂົ້າມາມີສ່ວນຮ່ວມເປັນຜູ້ຊ່ວຍຄູຝຶກ, ເຊິ່ງທຸກຄົນລ້ວນແຕ່ຜ່ານການຢັ້ງຢືນຈາກຫຼັກສູດຂອງ FIFA ຫຼື ສະຫະພັນບານເຕະແຫ່ງຊາດລາວ. ນາງ Chua E Vue ອະດີດຄູຝຶກບານເຕະຂອງ ໂລນ ບັບຟາໂລ, ປັດຈຸບັນເຮັດວຽກຢູ່ສະຫະພັນບານເຕະແຫ່ງຊາດລາວ, ຂະນະທີ່ ນາງ ເພັດວັນນີ, ຫົວໜ້າຄູຝຶກບານເຕະ ກໍໄດ້ກ້າວໄປເປັນອາຈານສອນກິລາ ຢູ່ໂຮງຮຽນນານາຊາດປັນຍາທິບ, ນະຄອນຫຼວງວຽງຈັນ.
ທີມເຕະບານແມ່ຍິງ ຈະພາກັນຝຶກຊ້ອມທຸກເຊົ້າວັນເສົາ ເລີ່ມແຕ່ເວລາ 6:30 ໂມງ, ໂດຍມີນັກຮຽນຍິງຂອງ ໂລນ ບັບຟາໂລ ເຖິງ 30% ພາກັນເຂົ້າຮ່ວມເປັນປະຈໍາ. ພາຍຫຼັງສະແດງຄວາມມຸ່ງໝັ້ນຕໍ່ທີມແລ້ວ, ນັກເຕະຈະໄດ້ຮັບຊຸດທີມ ແລະ ເກີບເຕະບານເປັນຂອງຕົນເອງ. ແລະແລ້ວ ຄວາມພະຍາຍາມໃນການຝຶກຊ້ອມ ບວກກັບຄວາມມານະອົດທົນໃນການຕື່ນເດິກລຸກເຊົ້າ ກໍເກີດດອກອອກຜົນຢ່າງງົດງາມ! ໃນປີນີ້, ທີມ LBGFC ສາມາດຄວ້າແຊ້ມການແຂ່ງຂັນບານເຕະຍິງເປັນຄັ້ງທີສອງ ໃນງານບຸນກິນຈຽງ. ສິ່ງດັ່ງກ່າວ ຖືເປັນຄວາມສໍາເລັດທີ່ໜ້າຈົດຈໍາ ເນື່ອງຈາກທີມ LBGFC ຕ້ອງລົງແຂ່ງກັບທີມຜູ້ໃຫຍ່, ລວມທັງທີມທະຫານຍິງທີ່ພວກເຂົາສາມາດເອົາຊະນະໄດ້ໃນຮອບຊິງຊະນະເລີດ.

ກາເຟ
ນອກຈາກການຮຽນຮູ້ໃນຫ້ອງຮຽນແລ້ວ, ນັກຮຽນຂອງ ມູນນິທິ ໂລນ ບັບຟາໂລ ຍັງໄດ້ສະແດງຄວາມສາມາດດ້ານຜູ້ປະກອບການ ໂດຍຮ່ວມກັນສ້າງຕັ້ງ ແລະ ບໍລິຫານສະຫະກອນກາເຟດ້ວຍຕົນເອງ ເພື່ອພັດທະນາທັກສະດ້ານທຸລະກິດ. ເຖິງແມ່ນແຂວງຊຽງຂວາງ ຈະເຄີຍເປັນໜຶ່ງໃນພື້ນທີ່ທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກກໍຕາມ, ແຕ່ດິນແດນແຫ່ງນີ້ກໍມີປະຫວັດການປູກກາເຟມາເປັນເວລາດົນນານ. ຍີ່ຫໍ້ກາເຟຂອງໂຮງຮຽນ ພາຍໃຕ້ຊື່ ‘From Bombs to Beans’ ແມ່ນກາເຟອາຣາບິກ້າ 100% ຄຸນນະພາບພຣີມຽມ, ທີ່ຊາວກະສິກອນຂະໜາດນ້ອຍພາກັນປູກຢູ່ເທິງພື້ນທີ່ສູງຊັນ.
ທ່ານສາມາດປະກອບສ່ວນຊ່ວຍເຫຼືອແນວໃດ?
ມູນນິທິ ໂລນ ບັບຟາໂລ ກໍາລັງສ້າງອະນາຄົດໃໝ່ໃຫ້ແກ່ໄວໜຸ່ມໃນເຂດຊົນນະບົດຂອງລາວ. ດ້ວຍເງິນພຽງ 332 ໂດລາສະຫະລັດ ກໍສາມາດສະໜັບສະໜູນແກ່ນັກຮຽນ 1 ຄົນ ໃຫ້ໄດ້ຮັບໂອກາດເຂົ້າຮຽນພາສາອັງກິດທີ່ມີຄຸນນະພາບສູງ ພ້ອມກິດຈະກໍາພັດທະນາຄວາມສາມາດຕະຫຼອດໜຶ່ງປີເຕັມໄດ້. ນອກຈາກນີ້, ທ່ານຍັງສາມາດປະກອບສ່ວນເປັນສ່ວນໜຶ່ງຂອງການປ່ຽນແປງໄດ້ ໂດຍການໃຫ້ບໍລິຈາກຕາມກໍາລັງທີ່ມີ ຫຼື ສະໜັບສະໜູນຜ່ານການເລືອກຊື້ກາເຟເພື່ອສົ່ງຕໍ່ໂອກາດ ແລະ ອະນາຄົດອັນສົດໃສແກ່ໄວໜຸ່ມເຫຼົ່ານີ້.




English
