ເຫັດປ່າ ສາຍຝົນ ແລະ ວັດວາອາຣາມ ໃນລະດູການສີຂຽວ ຄວາມງຽບສະຫງົບຂອງຫຼວງພະບາງທ່າມກາງລະດູຝົນ

Author:

Category:

spot_img

ບົດໂດຍ: ອານິຕາ ເພຣສຕັ້ນ

ຮູບໂດຍ: ອານິຕາ ເພຣສຕັ້ນ / ເອເວັນຊອງຟິມ

ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

A beautiful evening at Wat Xieng Thong

ທ້ອງຟ້າເຕັມໄປດ້ວຍເມກເຝື້ອປົກຄຸມ, ຕົ້ນໄມ້ໃບຫຍ້າສີຂຽວກໍເລີ່ມປົ່ງຊອນຂຶ້ນມາ ເຮັດໃຫ້ທົ່ງນາຖືກປະດັບເອ້ດ້ວຍສີຂຽວຕະການຕາ, ແມ່ນໍ້າຂອງກໍເຕັມໄປດ້ວຍປູປາກຸ້ງຫອຍ ຂະນະທີ່ຕາມທ້ອງຕະຫຼາດກໍຈະມີພຽງພືດຜັກ ແລະ ໝາກໄມ້ສົດ ແຕ່ເກືອບຈະບໍ່ເຫັນຮອດນັກທ່ອງທ່ຽວ ເນື່ອງຈາກເປັນລະດູຝົນນັ້ນເອງ. ເມື່ອທ້ອງຟ້າປາກົດຂຶ້ນດ້ວຍຄວາມລຶກລັບຊັບຊ້ອນ, ຂະນະທີ່ຍອດຊໍ່ຟ້າຂອງວັດວາອາຮາມຫຼາຍແຫ່ງ ໄດ້ໂຜ່ຂຶ້ນເປັນຊໍ່ໆພາຍໃຕ້ເມກເຝື້ອທີ່ຄ້າຍກັບວ່າພວມເກາະຕິດຕາມສັນພູຫຼາຍໜ່ວຍທີ່ຕັ້ງລຽນລາຍກັນ. ບັນຍາກາດລັກສະນະນີ້ຍິ່ງເພີ່ມຄວາມມີສະເໜ່ໃຫ້ແກ່ເມືອງຫຼວງພະບາງຫຼາຍຂຶ້ນ ໂດຍສະເພາະການຖ່າຍຮູບງາມໆໃນຊ່ວງລະດູສີຂຽວນີ້.

 

ເມື່ອອຸນຫະພູມເພີ່ມຂຶ້ນຮອດລະດັບສູງສຸດໃນຊ່ວງເດືອນເມສາ, ອາກາດກໍເລີ່ມມີການປ່ຽນແປງ. ໃນເວລານັ້ນກໍຈະເຮັດໃຫ້ຈັງຫວະຊີວິດເລີ່ມເຄື່ອນທີ່ຊ້າລົງ, ສ່ວນລະດູການສີຂຽວກໍເລີ່ມກໍ່ຕົວຂຶ້ນ. ໃນແຕ່ລະວັນ, ບັນດາເມກເຝື້ອກໍຈະຈັບໂຕກັນເປັນກ້ອນ ກ່ອນທີ່ຝົນຈະເລີ່ມຕົກລົງມາຖີ່ຂຶ້ນເລື້ອຍໆຈົນຮອດກາງເດືອນມິຖຸນາ, ຈາກນັ້ນຝົນກໍຈະຕົກເກືອບທຸກໆວັນ. ປາກົດການນີ້ ບໍ່ໄດ້ໝາຍຄວາມວ່າຝົນຈະຕົກແບບແຮງໆຕະຫຼອດມື້ (ຍົກເວັ້ນກໍລະນີມີພະຍຸ), ແຕ່ເປັນລັກສະນະຝົນຝອຍ ຫຼື ຝົນລິນຄ່ອຍໆ ເຊິ່ງມາພ້ອມກັບຄວາມໜາວເຢັນ ພ້ອມຊໍາລະລ້າງ ແລະ ເພີ່ມຄວາມສົດຊື່ນຢ່າງມີຊີວິດຊີວາ ແລະແລ້ວກໍຈະມີແສງແດດສາດສ່ອງມາເປັນຊ່ວງໆ. ພະລັງອໍານາດຂອງທໍາມະຊາດ ໄດ້ຊ່ວຍອໍານວຍຄວາມສະດວກຕໍ່ການວາງແຜນ ແລະ ການຄາດຄະເນຕໍ່ສິ່ງທີ່ຈະເກີດຂຶ້ນໄດ້ງ່າຍ. ໂດຍສະເພາະກໍແມ່ນ ຖ້າຝົນຫາກຕົກໃນຊ່ວງຕອນເຊົ້າ, ຝົນກໍຈະຕົກໃນຊ່ວງເວລາດຽວກັນທຸກໆວັນລຽນຕິດກັນເປັນຫຼາຍມື້ ແບບບໍ່ມີຫຍັງຕ້ອງແປກໃຈ.

ຂະນະທີ່ຈໍານວນນັກທ່ອງທ່ຽວຫຼຸດລົງຢ່າງຫຼວງຫຼາຍ, ເຮັດໃຫ້ຕົວເມືອງອັນງຽບສະຫງົບແຫ່ງນີ້ຍິ່ງງຽບເຫງົາ. ວັນບຸນເຂົ້າວັດສາ (ເຂົ້າພັນສາ) ຂອງປີນີ້ ແມ່ນຈະເລີ່ມຂຶ້ນໃນວັນທີ 10 ກໍລະກົດ. ໃນໄລຍະເຂົ້າພັນສານີ້, ຈະບໍ່ມີການຈັດງານແຕ່ງດອງ ຫຼື ງານສະເຫຼີມສະຫຼອງຕາມປະເພນີຕ່າງໆ ແລະ ປະຊາຊົນບາງກຸ່ມກໍຈະພາກັນງົດດື່ມສິ່ງມຶນເມົາ. ຫາກທ່ານອາໄສຢູ່ຫຼວງພະບາງໃນຊ່ວງເວລານີ້, ທ່ານກໍຈະເຫັນວ່າ ການເຮັດບຸນທໍາທານໃນມື້ວັນສິນ ຈະຖືເປັນສີລິມຸງຄຸນຢ່າງຍິ່ງ.  ພະສົງສາມະເນນ ຈະພັກຢູ່ແຕ່ພາຍໃນວັດ ເພື່ອສຶກສາຮໍ່າຮຽນທໍາມະ ແລະ ນັ່ງສະມາທິເພື່ອປະຕິບັດທໍາ ພ້ອມຖືກຫ້າມເດີນທາງໄປສະຖານທີ່ອື່ນຈົນກວ່າຈະຮອດມື້ວັນສິນເພັງຂອງເດືອນຕຸລາ. 

 

ຜົນຜະລິດທີ່ວາງຂາຍໃນທ້ອງຕະຫຼາດຈະມີຄຸນນະພາບດີທີ່ສຸດໃນຊ່ວງລະດູຝົນ. ການໄປຕະຫຼາດຈິ່ງຖືເປັນສິ່ງທີ່ບໍ່ຄວນພາດ ໂດຍສະເພາະການວາງຂາຍສິນຄ້າທີ່ທ່ານອາດບໍ່ເຄີຍເຫັນມາກ່ອນ. ຫຼວງພະບາງມີພືດຜັກ ແລະ ໝາກໄມ້ຫຼາຍທີ່ສຸດໃນອາຊີ ເນື່ອງຈາກປະຊາຊົນນໍາຜົນຜະລິດທີ່ພວກເຂົາປູກໃນດິນຂອງຕົນເອງ ຫຼື ເກັບຈາກປ່າມາຂາຍ. ໃນຊ່ວງລະດູຝົນ ຖືເປັນຊ່ວງລະດູການເຫັດຫຼາຍຊະນິດ; ເຊື່ອກັນວ່າມີເຫັດກວ່າ 60 ສາຍພັນທີ່ເກີດໃນຜືນດິນແຫ່ງນີ້, ແລະ ບາງຊະນິດຍັງບໍ່ຮູ້ຊື່ ຫຼື ປະເພດ. ຜູ້ຄົນສາມາດສວຍໂອກາດທີ່ຈະໄດ້ຊີມລົດຊາດໝາກນັດຫວານໆ ທັງລາຄາຖືກທີ່ສຸດ ພ້ອມຕື່ນຕາຕື່ນໃຈກັບໜໍ່ໄມ້ສົດໆທີ່ຫາກໍເກັບມາໃໝ່ໆຈາກປ່າ ຫຼື ຈາກພູບໍລິເວນໃກ້ຄຽງ. 

 

ຫໍພິພິທະພັນຫຼວງພະບາງ

ພູສີ ຖືເປັນສະຖານທີ່ຍອດນິຍົມສໍາລັບການຊົມວິວທິວທັດ ພ້ອມດື່ມດໍາກັບທັດສະນີຍະພາບອ້ອມຮອບຕົວເມືອງ. ການຍ່າງຂຶ້ນເທິງພູສີ ຈະສະດວກສະບາຍເມື່ອອາກາດເຢັນລົງ ຂະນະທີ່ທິວທັດພາຍໃຕ້ທ້ອງຟ້າອັນກວ້າງໃຫຍ່ຢ່າງໜ້າອັດສະຈັນກໍມີຄວາມງົດງາມຢ່າງເຫັນໄດ້ຊັດເຈນ. ຢູ່ຕາມເປິ້້ນພູແມ່ນຖືກປົກຄຸມດ້ວຍຕົ້ນດອກຝາງແດງ ຫຼື ຕົ້ນຫາງນົກຍູງ ທີ່ພວມເບັ່ງບານດ້ວຍດອກໄມ້ສີແດງສົ້ມສົດໃສ, ທັດສະນີຍະພາບດັ່ງກ່າວຍິ່ງເພີ່ມຄວາມງາມເປັນພິເສດ ເມື່ອແສງຕາເວັນສ່ອງກະທົບ ແລະ ຄ້າຍກັບວ່າຕົ້ນໄມ້ດັ່ງກ່າວພວມຈະລຸກໄໝ້ເປັນແປວໄຟ.

During the green season, the city is at its most colorful

ການເຊົ່າລົດຖີບ ແລ້ວຂີ່ອອກໄປທາງວັດປ່າໂພນເພົາ ໂດຍມີຍອດຊໍ່ຟ້າສີທອງຕັ້ງເດັ່ນສະຫງ່າ ຢູ່ເຂດນອກຕົວເມືອງ ກໍເປັນອີກທາງເລືອກໜຶ່ງ. ໃນລະຫວ່າງທາງ,  ລອງແວ່ຂົວເກົ່າເພື່ອຊົມທິວທັດອັນງົດງາມຂອງແມ່ນໍ້າຄານ ແລະ ວັດປ່າໂພນເພົາ ທີ່ມີສາກຫຼັງເປັນໜ່ວຍພູສີຂຽວແກ່ ແລະ ຕົ້ນໝາກພ້າວທີ່ພວມເອນອ່ຽງລົງສູ່ແມ່ນໍ້າ. ທ່ານສາມາດຂຶ້ນໄປດ້ານເທິງສຸດຂອງວັດໄດ້ ຫາກຕ້ອງການທ່ຽວຊົມຮູບການຕົກແຕ່ງພາຍໃນແບບຮຽບງ່າຍ ແຕ່ມີເອກະລັກສະເພາະບໍ່ຄືໃຜ ລວມທັງຮູບແຕ້ມກ່ຽວກັບຊີວະປະຫວັດຂອງພະພຸດທະເຈົ້າໃນແບບສະບັບຂອງຕົນເອງ. ຢູ່ດ້ານຫຼັງວັດ, ມີໜ້າຜາຫີນທີ່ມີລັກສະນະງ່ຽງເລັກໜ້ອຍ ເຊິ່ງສາມາດແນມເຫັນຕົວເມືອງໂດຍຕັ້ງຫ່າງຈາກພູຫີນປູນທີ່ລຽນລາຍກັນເປັນຊັ້ນຄ້າຍຄືແຂ້ວເລື່ອຍ ຕະຫຼອດຮອດສະໜາມບິນຢູ່ຝັ່ງກົງກັນຂ້າມ ທ່າມກາງທິວທັດອັນກວ້າງໄກສຸດສາຍຕາ ທັງເຕັມໄປດ້ວຍຕົ້ນໄມ້ ແລະ ພືດພັນສີຂຽວອຸ່ມທຸ່ມ.   

ຕາດກວາງຊີຊ່ວງນໍ້າໄຫຼຫຼາຍ

 

ນໍ້າຕົກຕາດກວາງຊີ ກໍແມ່ນສະຖານທີ່ທ່ອງທ່ຽວທີ່ໜ້າທ່ຽວຊົມໃນຊ່ວງລະດູຝົນ. ໃນລະຫວ່າງທາງ, ທ່ານຈະເຫັນທົ່ງນາສີຂຽວ ລວມທັງຕົ້ນເຂົ້າທີ່ກໍາລັງເຕີບໂຕເພື່ອກຽມພ້ອມສູ່ການເກັບກ່ຽວ, ຂະນະທີ່ພວກຊາວນາພາກັນຂຸ້ນຂ້ຽວກັບໜ້າວຽກຂອງໃຜລາວ. ໃນເວລານີ້, ນໍ້າຕົກຕາດກໍຈະເຕັມໄປດ້ວຍນໍ້າໄຫຼຟາດຟົ້ງຢ່າງມີຊີວິດຊີວາ, ຕົ້ນໄມ້ໃບຫຍ້າຕ່າງກໍແຕກກ້ານກິ່ງງ່າເປັນສີຂຽວ ໂດຍເຊື່ອງຊ້ອນຈໍາພວກແມງໄມ້, ຕັກແຕນ, ແມງກະເບື້ອ, ຂີ້ເຂັບ ແລະອື່ນໆ. ຝູງຈັກຈັ່ນສົ່ງສຽງຮ້ອງ ປະສານກັບສຽງທຸ້ມຂອງນໍ້າຕົກຕາດອັນກ້ອງກັນວານ ຍິ່ງຮູ້ສຶກຄ້າຍຄືກັບສຽງດົນຕີປະສານສຽງຈາກທໍາມະຊາດ. ບໍລິເວນປ່າອ້ອມຮອບນໍ້າຕົກຕາດ ຍັງມີດອກໄມ້ແປກຕາຫຼາຍຊະນິດ ເປັນຕົ້ນແມ່ນ ຕົ້ນດອກດາຫຼາ ແລະ ດອກພຸດທະຮັກສາ (ດອກເຮລີໂຄເນຍ) ສີບົວແກ່ ແລະ ສີເຫຼືອງ.  

 

ລະດັບນໍ້າໃນແມ່ນໍ້າຂອງຈະເພີ່ມຂຶ້ນຈົນຮອດຈຸດສູງສຸດ, ສ່ວນແຄມຝັ່ງແມ່ນໍ້າກໍຍິ່ງເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ. ຖືເປັນຊ່ວງເວລາທີ່ດີໃນການເດີນທາງແບບບໍ່ຮີບຮ້ອນໂດຍເລາະລຽບໄປຕາມຖໍ້າປາກອູ ພ້ອມທ່ຽວຊົມພະພຸດທະຮູບຫຼາຍຮ້ອຍອົງ ໂດຍແມ່ນຜູ້ເຫຼື້ອມໃສສັດທາໃນທາງພຸດທະສາສະໜາໄດ້ສ້າງສາປະໄວ້ຜ່ານຫຼາຍຮຸ່ນຄົນ. ຫາກທ່ານບໍ່ຢາກເດີນທາງໄກ, ເມືອງຈອມເພັດກໍແມ່ນອີກທາງເລືອກທີ່ເໝາະສົມ. ທ່ານສາມາດນັ່ງເຮືອຂ້າມຟາກສາທາລະນະ ເພື່ອເດີນທາງໄປສໍາຫຼວດຝັ່ງກົງກັນຂ້າມຂອງແມ່ນໍ້າຂອງ. ເມືອງຈອມເພັດ ປະກອບມີຫຼາຍສິ່ງທີ່ໜ້າສົນໃຈ ໂດຍສະເພາະ ວັດວາອາຮາມຫຼາຍແຫ່ງທີ່ງົດງາມ ທັງມີຄວາມສໍາຄັນ, ຂະນະທີ່ບ້ານຈ່ານ ເຊິ່ງເປັນບ້ານທີ່ມີຊື່ສຽງໃນການຜະລິດຫັດຖະກໍາເຄື່ອງປັ້ນດິນເຜົາ ເຊິ່ງທ່ານຈະເຫັນວິທີການປັ້ນໝໍ້ພື້ນເມືອງ ແລະ ຕະຫຼາດຈໍາໜ່າຍຜະລິດຕະພັນທ້ອງຖິ່ນທີ່ໜ້າສົນໃຈ. ນອກຈາກນີ້, ທິວທັດເມືອງຫຼວງພະບາງເມື່ອແນມຈາກຝັ່ງເມືອງຈອມເພັດ ກໍມີຄວາມງົດງາມເຊັ່ນກັນ.

 

Boats lazily glide on the Mekong at dusk

ສໍາລັບນັກທ່ອງທ່ຽວແລ້ວ, ລະດູໃບໄມ້ປ່ຽນເປັນສີນີ້ ຖືເປັນຊ່ວງເວລາທີ່ດີທີ່ສຸດອີກຊ່ວງໜຶ່ງໃນການທ່ຽວຊົມເມືອງຫຼວງພະບາງ ໂດຍປາສະຈາກຄວາມອັ່ງອໍຂອງຜູ້ຄົນ. ສ່ວນລາຄາຫ້ອງພັກຂອງໂຮງແຮມ ຫຼື ເຮືອນພັກຕ່າງໆກໍຈະຖືກກວ່າ ແລະ ທິວທັດກໍງົດງາມກວ່າລະດູການອື່ນ. ຂະນະທີ່ວັດວາອາຮາມຫຼາຍແຫ່ງ ລວມທັງສະຖານທີ່ທ່ອງທ່ຽວອື່ນໆຈະມີຄວາມຄຶກຄື້ນໜ້ອຍລົງ ແຕ່ທ່ານກໍຈະມີໂອກາດໄດ້ທ່ຽວຊົມອ້ອມຮອບຕົວເມືອງໄດ້ຢ່າງເຕັມທີ່. 

ນາເຂົ້າຂຽວຍັງເຕັມໄປດ້ວຍຄວາມອຸດົມສົມບູນ

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ຊຽງໃໝ່, ຮາໂນ່ຍ ແລະ ປາກເຊ.

Read More

Related Articles