ຄວາມງາມແບບແປກໃໝ່ ກັບວັດທະນະທໍາກາເຟ

Author:

Category:

spot_img

ຄົ້ນພົບຕົວຕົນຂອງເມືອງຊຽງໃໝ່

ບົດ ແລະ ຮູບໂດຍ: ມິກ ຊິບເພັນ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ຊຽງໃໝ່ ຕັ້ງຢູ່ທາງພາກເໜືອຂອງປະເທດໄທ ຖືເປັນຕົວເມືອງທີ່ມີຄວາມຫຼາກຫຼາຍທາງດ້ານຮີດຄອງປະເພນີ ແລະ ວັດທະນະທໍາທ້ອງຖິ່ນ ທັງເປັນໜຶ່ງໃນເມືອງຫຼວງຂອງຈັງຫວັດທີ່ໜ້າດຶງດູດໃຈຫຼາຍທີ່ສຸດໃນປະເທດ. ເນື່ອງຈາກຊຽງໃໝ່ ມີພາສາທ້ອງຖິ່ນທີ່ເປັນເອກະລັກ ບວກກັບອາຫານພາກເໜືອທີ່ມີລົດຊາດແຊບຊ້ອຍ, ຮ້ານກາເຟທີ່ຕົກແຕ່ງແປກຕາ ທັງເປັນແຫຼ່ງຜະລິດຜົນງານສິລະປະທີ່ມີຊີວິດຊີວາ ແລະ ສະຖາປັດຕະຍະກໍາລ້ານນາອັນເປັນເອກະລັກ ຈິ່ງເຮັດໃຫ້ເມືອງດັ່ງກ່າວກາຍເປັນຈຸດໝາຍປາຍທາງຊັ້ນເລີດສໍາລັບການພັກຜ່ອນທີ່ຄຸ້ມຄ່າ.

 

ຊຽງໃໝ່ມີມົນສະເໜ່ທີ່ດຶງດູດສາຍຕາຜູ້ຄົນໄດ້ທັນທີທີ່ພົບເຫັນ ໂດຍສະເພາະນັກທ່ອງທ່ຽວ. ທັງຕົວເມືອງ ແລະ ບ້ານຕ່າງໆທີ່ຢູ່ໃກ້ຄຽງ ເຊິ່ງເປັນທີ່ຕັ້ງຂອງວັດວາອາຮາມກວ່າ 300 ແຫ່ງ ລວມທັງສະຖານທີ່ສໍາຄັນທີ່ສຸດຂອງປະເທດ ເປັນຕົ້ນແມ່ນ: ວັດພະທາດດອຍສຸເທບທີ່ຕັ້ງຢູ່ເທິງຈອມພູ, ເຊິ່ງເປັນສະຖານທີ່ຂາບໄຫວ້ ສັກກາລະບູຊາຂອງປະຊາຊົນຊາວໄທຈໍານວນຫຼາຍ, ພະທາດແຫ່ງນີ້ຕັ້ງຢູ່ເທິງພູສຸເທບ ໂດຍມີຄວາມສູງ 1,676 ແມັດ (5,500 ຟຸດ) ສາມາດແນມເຫັນທັດສະນີຍະພາບອັນງົດງາມຂອງຕົວເມືອງທີ່ຢູ່ເບື້ອງລຸ່ມ, ວັດເຈດີຫຼວງ ເຊິ່ງໄດ້ຮັບຄວາມເສຍຫາຍຈາກແຮງສັ່ນສະເທືອນຂອງແຜ່ນດິນໄຫວ ແລະ ວັດອຸໂມງ ທີ່ມີບັນຍາກາດອັນຮົ່ມເຢັນຂອງຕົ້ນໄມ້ຫຼາຍຊະນິດ. ນອກຈາກນີ້ຍັງມີເຂດເມືອງເກົ່າ ເຊິ່ງເປັນພື້ນທີ່ທີ່ໄດ້ຮັບຄວາມນິຍົມຂອງເມືອງຊຽງໃໝ່ ໂດຍມີຮ່ອມທາງຫຼາຍເສັ້ນໃຫ້ເລືອກສໍາຫຼວດ ພ້ອມທັງຄັນຄູຢັ່ງຢາຍດ້ວຍຕົ້ນໄມ້ອັນຂຽວງາມ ບວກກັບຊາກກໍາແພງເມືອງ ແລະ ປະຕູໂຂງເກົ່າ.

 

ທຸກສິ່ງຢ່າງລ້ວນແຕ່ມີສະເໜ່ດຶງດູດໃຈ

 

ຊຽງໃໝ່ເປັນອີກເມືອງໜຶ່ງທີ່ມີຊື່ສຽງມາແຕ່ດົນນານ ໃນຖານະເປັນສູນກາງແຫ່ງຄວາມຄິດສ້າງສັນຂອງຊາດ. ຊ່າງຫັດຖະກໍາທີ່ມີສີມືຫຼາຍຄົນໃນເມືອງງົວລາຍ ໄດ້ປະດິດສ້າງເຄື່ອງເງິນອັນວິຈິດງົດງາມມາຫຼາຍຮ້ອຍປີ. ວິທີການນີ້ໄດ້ຮັບການຖ່າຍທອດໂດຍຊ່າງຫັດຖະກໍາຊາວພະມ້າ ແລະ ໄທໃຫຍ່ ໃນຊ່ວງສະຕະວັດທີ 13. ຜົນສໍາເລັດອັນໂດດເດັ່ນຂອງຊ່າງຫັດຖະກໍາງົວລາຍ ທັງຊາຍ ແລະ ຍິງ ກໍແມ່ນ ວັດສີສຸພັນອັນອະລັງການ, ພາຍໃນສິມວັດກໍມີ ພະອຸໂບສົດເງິນທີ່ງົດງາມຕະການຕາ. 

 

ເປັນເວລາຫຼາຍທົດສະວັດທີ່ຜົນງານຫັດຖະກໍາ ນັບແຕ່ການຄວັດ-ເຈາະລວດລາຍ ຈົນຮອດ ການແກະສະຫຼັກໄມ້ ແລະ ການຜະລິດເຄື່ອງໃຊ້ພາຍໃນຄົວເຮືອນ ໂດຍໄດ້ຮັບການຝຶກປະຕິບັດໃນບັນດາບ້ານອ້ອມຂ້າງ ເຊັ່ນ ບ້ານຖະຫວາຍ ແລະ ຜະລິດຕະພັນເຫຼົ່ານີ້ກໍຖືກສົ່ງອອກຈໍາໜ່າຍໄປທົ່ວໂລກ. ໃນຊຸມປີມໍ່ໆມານີ້, ມີການປ່ຽນແປງທາງການຕະຫຼາດ ພ້ອມທັງບີບໃຫ້ທຸລະກິດຕ່າງໆຈໍາເປັນຕ້ອງໄດ້ປັບຕົວ. ຮ້ານ NK Ban Tawai ເປັນໜຶ່ງໃນຜູ້ປະກອບການລາຍທໍາອິດ ທີ່ໄດ້ຮັບຜົນປະໂຫຍດຈາກຄວາມສົນໃຈໃນຜົນງານຫັດຖະກໍາເກົ່າແກ່ຂອງໄທ ໃນຊຸມປີ 1980, ປັດຈຸບັນເປັນຜູ້ນໍາເຂົ້າຜົນງານສິລະປະຕົກແຕ່ງ ແລະ ເຟີນີເຈີທີ່ງົດງາມ ຈາກອິນເດຍ ແລະ ອິນໂດເນເຊຍ. ເຊິ່ງ ນາງ ນົກ ແມ່ນເຈົ້າຂອງຮ້ານໃນປັດຈຸບັນ ໂດຍສືບທອດທຸລະກິດຕໍ່ຈາກພໍ່ຂອງລາວ ໜຶ່ງໃນຊ່າງແກະສະຫຼັກໄມ້ເກົ່າແກ່ຂອງບ້ານຖະຫວາຍ ທີ່ຜັນໂຕມາເປັນຜູ້ປະກອບການ; ນາງ ນົກກ່າວວ່າການປ່ຽນແປງຄັ້ງນີ້ຖືເປັນບາດກ້າວສໍາຄັນແຫ່ງການປັບຕົວເພື່ອຄວາມຢູ່ລອດຂອງທຸລະກິດ. ທັກສະສີມືດັ້ງເດີມ ເຊິ່ງເປັນພື້ນຖານສືບທອດມາແຕ່ລຸ້ນພໍ່ ກໍາລັງຄ່ອຍໆເລື່ອນຫາຍໄປ. ຢ່າງໃດກໍຕາມ, ຄວາມສົນໃຈອັນໃຫຍ່ຫຼວງໃນຜະລິດຕະພັນນໍາເຂົ້າໃໝ່ໆ ສະແດງໃຫ້ເຫັນເຖິງຄວາມເປັນສາກົນຂອງຊຽງໃໝ່ທີ່ນັບມື້ນັບເພີ່ມຂຶ້ນ

 

ເວົ້າແນວນີ້ກໍບໍ່ໄດ້ໝາຍຄວາມວ່າ ຄວາມຄິດສ້າງສັນຂອງປະຊາຊົນໃນທ້ອງຖິ່ນກໍາລັງເສື່ອມຖອຍລົງແຕ່ຢ່າງໃດ. ເນື່ອງຈາກວົງການສິລະປະ ແລະ ການປະດິດສ້າງຜົນງານຫັດຖະກໍາພາຍໃນເມືອງໃນປັດຈຸບັນ ຍັງຄຶກຄື້ນ ແລະ ມີຊີວິດຊີວາຫຼາຍກວ່າເມື່ອກ່ອນ. ໃນຊ່ວງບໍ່ເທົ່າໃດປີຜ່ານມາ, ເມືອງຊຽງໃໝ່ປຽບເໝືອນແມ່ເຫຼັກ ທີ່ດຶງດູດເອົາບັນດານັກສ້າງສັນຮຸ່ນໃໝ່. ແຕ່ລະປີຈະມີນັກສຶກສາຫຼາຍຄົນທີ່ຍົກຍ້າຍມາພາກເໜືອເພື່ອສືບຕໍ່ການສຶກສາວິຊາສະເພາະຢູ່ຄະນະວິຈິດສິນ ເຊິ່ງເປັນອີກຄະນະທີ່ມີຊື່ສຽງຂອງມະຫາວິທະຍາໄລຊຽງໃໝ່, ແລະ ພາຍຫຼັງສໍາເລັດການສຶກສາ ຈໍານວນໜຶ່ງກໍຕັດສິນໃຈຢູ່ຕໍ່ເພື່ອດໍາລົງຊີວິດໃນເມືອງ ໂດຍມີເປົ້າໝາຍເພື່ອກໍ່ຕັ້ງຮ້ານເວີກຊັອບ, ສ້າງທຸລະກິດຂະໜາດນ້ອຍ ແລະ ຮ້ານກາເຟ. 

 

ທ່ານ ຣອຍ ຄາວານາ (Roy Cavanagh), ນັກຂຽນຊາວຕ່າງຊາດທີ່ອາໄສຢູ່ຊຽງໃໝ່ມາດົນກວ່າ 10 ປີ, ຮູ້ສຶກຊາບຊຶ້ງດີໃຈເປັນຢ່າງຍິ່ງທີ່ໄດ້ເຫັນວິວັດທະນາການຂອງຊຽງໃໝ່ຄວາມຄິດສ້າງສັນຂອງຜູ້ຄົນ ຄ້າຍຄືວ່າຈະບໍ່ມີມື້ສິ້ນສຸດ. ບັນດາໄວໜຸ່ມຍຸກໃໝ່ ໄດ້ຊຶມຊັບເອົາຄວາມງົດງາມແບບໄທພາກເໜືອ ສ້າງສັນຄວາມງົດງາມດັ່ງກ່າວຂຶ້ນມາໃໝ່ຢ່າງຊານສະຫຼາດ ເພື່ອປະຍຸກໃຫ້ເຂົ້າກັບຍຸກສະໄໝຂອງພວກເຮົາ. ສິ່ງດັ່ງກ່າວສະແດງໃຫ້ເຫັນໄດ້ຊັດເຈນໃນທົ່ວຕົວເມືອງ ນັບແຕ່ວັດທະນະທໍາກາເຟແບບທໍາມະດາແຕ່ແຝງຊ້ອນຄວາມພິເສດ, ຕະຫຼາດທີ່ເຕັມໄປດ້ວຍສິນຄ້າທ້ອງຖິ່ນ ແລະ ຮ້ານບູຕິກທັນສະໄໝທີ່ເນັ້ນຄວາມເປັນເອກະລັກຮ່ວມສະໄໝແບບຊຽງໃໝ່

 

ປະເດັນວັດທະນະທໍາກາເຟ ທີ່ທ່ານ ຣອຍ ຢິບຍົກຂຶ້ນມານັ້ນ ໄດ້ເຕີບໃຫຍ່ຂະຫຍາຍຕົວໃນຊ່ວງບໍ່ເທົ່າໃດປີຜ່ານມາ. ມີການຕົກແຕ່ງຮ້ານຫຼາຍຮູບແບບ ນັບແຕ່ຮູບແບບເຣໂທຣທີ່ໂດດເດັ່ນ ຈົນຮອດການອອກແບບທີ່ປະສົມປະສານຄວາມຮຽບງ່າຍແຕ່ທັນສະໄໝ, ແຕ່ກາເຟທີ່ນໍາໃຊ້ຈະແມ່ນກາເຟຂອງທ້ອງຖິ່ນ, ໂດຍຊົງຈາກເມັດກາເຟທີ່ປູກເທິງພູດອຍທີ່ຢູ່ຫ່າງຈາກຕົວເມືອງ. ຮ້ານກາເຟທີ່ໂດດເດັ່ນຫຼາຍແຫ່ງປະກອບມີ ຮ້ານ ອາຂ່າ ອາມ່າ (Akha Ama), ກຣາຟ (Graph), ອາຕິຊານ (Artisan), ແລະ ທໍຝັນ (Thor Phan), ແຕ່ກໍຍັງມີອີກຫຼາຍສິບຮ້ານທີ່ລໍຖ້ານັກທ່ອງທ່ຽວໄປຄົ້ນພົບດ້ວຍຕົນເອງ. ມີສິນຄ້າຫັດຖະກໍາທີ່ຈະເຮັດໃຫ້ທຸກຄົນຕ້ອງປະຫຼາດໃຈຍິ່ງກວ່າສິ່ງທີ່ປາກົດໃນຊຽງໃໝ່ກໍແມ່ນ ຊັອກໂກແລັດ ທີ່ຜະລິດຈາກໂກໂກ້ ທີ່ຫາກໍເປີດໂຕ ແລະ ປູກໃນທ້ອງຖິ່ນໃນປັດຈຸບັນ. ໂດຍມີຫຼາຍຍີ່ຫໍ້ໃຫ້ເລືອກ, ແຕ່ມີໜຶ່ງຍີ່ຫໍ້ທີ່ເຫັນວ່າປະສົບຄວາມສໍາເລັດກວ່າໝູ່ກໍແມ່ນ ໂຮງງານ ສະຫຍາມມາຍາ ເຊິ່ງມີຮ້ານເວີກຊັອບຂະໜາດນ້ອຍ ຢູ່ເມືອງງົວລາຍ, ນັກທ່ອງທ່ຽວສາມາດຢ້ຽມຢາມເພື່ອສຶກສາຂະບວນການຜະລິດຊັອກໂກແລັດໄດ້. ໂຮງງານດັ່ງກ່າວຈໍາໜ່າຍຊັອກໂກແລັດຫຼາຍລົດຊາດທີ່ໜ້າສົນໃຈ ລວມທັງຖົ່ວລຽນ, ເຂົ້າຊອຍ, ຕົ້ມຍຳ, ແກງກະທິ ແລະ ອື່ນໆອີກຫຼາຍຢ່າງ.

 

ຕະຫຼາດນັດທ້າຍອາທິດຫຼາຍແຫ່ງ

 

ຕະຫຼາດຖືເປັນຊ່ອງທາງສໍາຄັນສໍາລັບນັກສ້າງສັນໃນການຈໍາໜ່າຍຜົນງານຂອງພວກເຂົາ ແລະ ຕະຫຼາດດັ່ງກ່າວກໍເຕີບໂຕຢ່າງວ່ອງໄວໃນເມືອງຊຽງໃໝ່. ໃນຊ່ວງວັນພັກທ້າຍອາທິດ ກໍມີ ຕະຫຼາດຈິງໃຈ ທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ, ເຊິ່ງທ່ານສາມາດໃຊ້ເວລາວ່າງເລາະຊື້ຜົນງານສິລະປະ, ສິນຄ້າຫັດຖະກໍາ, ເຄື່ອງນຸ່ງຫົ່ມ ແລະ ລິ້ມລອງກັບລົດຊາດຂອງອາຫານທ້ອງຖິ່ນ. ໃນຕອນເຊົ້າວັນເສົາ ແລະ ອາທິດ, ທ່ານຍັງສາມາດເລາະທ່ຽວຕະຫຼາດໜອງຫໍ້ ເຊິ່ງເປັນຕະຫຼາດຂາຍເຄື່ອງມືສອງຂອງຊຽງໃໝ່ໄດ້ນໍາອີກ. ຕະຫຼາດດັ່ງກ່າວຕັ້ງຢູ່ຫ່າງຈາກໃຈກາງເມືອງບໍ່ໄກ, ບັນດາແມ່ຄ້າຊາວຂາຍຫຼາຍຄົນຈະມາເຕົ້າໂຮມກັນ ໃນພື້ນທີ່ທີ່ລຽນລາຍໄປດ້ວຍຕົ້ນໄມ້ ເພື່ອຂາຍຂອງເກົ່າ ແລະ ຂອງສະສົມຈໍານວນຫຼາຍ. ນອກຈາກນີ້ຍັງມີຕະຫຼາດໃໝ່ຫຼ້າສຸດ ຢູ່ບ້ານຂ້າງວັດ, ເຊິ່ງແມ່ນຊຸມຊົນນັກສ້າງສັນ ໃນເຂດເມືອງສຸເທບ. ຢູ່ທີ່ນີ້, ທ່ານສາມາດເລາະຊື້ເຄື່ອງ, ກິນ, ດື່ມ, ພັກຜ່ອນຟັງເພງຕາມອັດທະຍາໄສ ຫຼື ເຂົ້າຮ່ວມກິດຈະກໍາສ້າງສັນຕ່າງໆ. 

 

ຊຽງໃໝ່ຍັງເປັນຈຸດໝາຍປາຍທາງທີ່ໜ້າຕື່ນຕາຕື່ນໃຈສໍາລັບບັນດານັກຊີມອາຫານທັງຫຼາຍ. ຫາກທ່ານເດີນທາງມາທ່ຽວໃນມື້ວັນສຸກ, ຫ້າມພາດຕະຫຼາດຢູນນານ ເຊິ່ງຂາຍອາຫານຫຼາຍຊະນິດ ໂດຍເລີ່ມເປີດ 5:00 ໂມງແລງ ຮອດ 12:00 ໂມງກາງຄືນ. ຕະຫຼາດແຫ່ງນີ້ຖືເປັນສະຖານທີ່ຍອດຍິນົມສໍາລັບການລິ້ມລອງກັບລົດຊາດຂອງອາຫານທ້ອງຖິ່ນ ແລະ ອາຫານຊົນເຜົ່າ ໂດຍສະເພາະກໍແມ່ນອາຫານຈີນຫໍ້. ຢູ່ບໍ່ໄກຈາກຕະຫຼາດຢູນນານ, ໂດຍເລາະຕາມຖະໜົນຈະເລີນປະເທດ ກໍມີຮ້ານເຂົ້າຊອຍອິສລາມ, ເຊິ່ງທ່ານສາມາດລອງຊີມອາຫານໄທມຸສລິມ ເຊັ່ນ ເຂົ້າໝົກໄກ່, ຊາໂມຊ່າ ພ້ອມທັງເຂົ້າຊອຍນໍ້າຊຸບເຂັ້ມຂຸ້ນທີ່ມີຊື່ສຽງ. 

 

ເຖິງອາຫານພາກກາງ ແລະ ພາກຕາເວັນອອກສ່ຽງເໜືອຂອງໄທຈະໄດ້ຄວາມນິຍົມຢ່າງແຜ່ຫຼາຍໃນທົ່ວປະເທດ, ແຕ່ອາຫານເໜືອຍັງບໍ່ຄ່ອຍໄດ້ຮັບຄວາມນິຍົມໃນເຂດພາກພື້ນນີ້ປານໃດ. ຢ່າງໃດກໍຕາມ, ອາຫານເໜືອຊໍ້າພັດໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກບັນດານັກທ່ອງທ່ຽວທັງຄົນໄທ ແລະ ຕ່າງປະເທດທີ່ເດີນທາງໄປທ່ຽວຊຽງໃໝ່. ສ່ວນຮ້ານອາຫານທີ່ແນະນໍາສໍາລັບອາຫານເໜືອລວມມີ ຄົວເພັດດອຍງາມ, ຮ້ານອາຫານເຮືອນມ່ວນໃຈ໋ ເຊິ່ງແມ່ນທ່ານ Michelin Bib Gourmand ແລະ ຈະຣັນ ທິບພຶ່ງ ພໍ່ຄົວປະຈໍາໂທລະພາບເປັນເຈົ້າຂອງຮ້ານ ລວມທັງຮ້ານອາຫານຍອດນິຍົມ ເຊັ່ນ ຕ໊ອງເຕັມໂຕະ ໃນເຂດຖະໜົນນິມມານເຫມິນ. ສໍາລັບຫຼາຍໆຄົນທີ່ກຽມເດີນທາງກັບແຕ່ຍັງບໍ່ທັນມີເຄື່ອງຕ້ອນຂອງຝາກໃນກະເປົ໋າເດີນທາງ ໂດຍສະເພາະແນວກິນແຊບໆປະຈໍາທ້ອງຖິ່ນ ເຊັ່ນ ໄສ້ອົ່ວໝູ ຫຼື ໄສ້ກອກສະໝຸນໄພ, ນໍ້າພິກໜຸ່ມ ເປັນຕົ້ນ ແມ່ນສາມາດຊື້ໄດ້ທີ່ຕະຫຼາດວະໂຣຣົດ ເຊິ່ງເປີດບໍລິການເປັນປະຈໍາທຸກວັນ.

 

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຊຽງໃໝ່ທຸກໆວັນ ໂດຍມີປາຍທາງຈາກນະຄອນຫຼວງພະບາງ.

 

Links

nkbantawai.com

siamayachocolate.com

jingjaicentralchiangmai.com

Read More

Related Articles