ການປະກວດຮູບພາບ “ເມືອງລາວຂອງຂ້ອຍ”

ວາລະສານຈໍາປາເມືອງລາວ ແລະ ລັດວິສາຫະກິດການບິນລາວຂໍເຊີນຊ່າງຖ່າຍພາບທຸກໆທ່ານ ທັງມືອາຊີບ ແລະ ຊ່າງພາບມືໃໝ່ ເຂົ້າຮ່ວມການແຂ່ງຂັນປະກວດຮູບພາບພາຍໃຕ້ຫົວຂໍ້ “ເມືອງລາວຂອງຂ້ອຍ”, ເຊິ່ງເປັນສະຖານທີ່ທີ່ທ່ານມັກ ຫຼື ມີຄວາມປະທັບໃຈທີ່ສຸດໃນປະເທດລາວ ເພື່ອລຸ້ນຮັບປີ້ເຮືອບິນໄປ ຮ່າໂນ້ຍ, ຊຽງໃໝ່ ແລະ ຫລວງພະບາງ.

ຮູບພາບທີ່ສົ່ງເຂົ້າມາຕ້ອງແມ່ນ ຮູບທິວທັດ, ທັດສະນິຍະພາບ, ຈຸດຊົມວິວ ແລະ ສະຖານທີ່ທ່ອງທ່ຽວໃນປະເທດລາວ.

ຮູບພາບຂອງຜູ້ຊະນະຈະໄດ້ຖືກຕີພິມລົງວາລະສານຈໍາເມືອງລາວ, ວາລະສານເທິງເຮືອບິນຂອງການບິນລາວ ໃນຂະໜາດ 2 ໜ້າຄວບໃນສະບັບທີ່ຈະມາເຖິງນີ້, ແລະ ກໍຍັງຈະມີການຈັດນິທັດສະການຮູບພາບຂອງຜູ້ຊະນະທີ່ຮ້ານອາຫານ ຄົວລາວ ອີກດ້ວຍ.

 

ລາຍລະອຽດການສົ່ງຮູບເຂົ້າປະກວດ

ສະຖານທີ່ໃນພາບທີ່ສົ່ງເຂົ້າປະກວດຕ້ອງແມ່ນສະຖານທີ່ສາທາລະນະ ຫຼື ສະຖານທີ່ທີ່ເປີດໃຫ້ປະຊາຊົນທົ່ວໄປເຂົ້າຊົມໄດ້.

ຮູບພາບທີ່ສົ່ງເຂົ້າປະກວດຕ້ອງແມ່ນຮູບພາບຮູບແບບ JPEG, 300 dpi, ຂະໜາດຮູບພາບບໍ່ສູງກວ່າ 10MB ແລະ ບໍ່ຕໍ່າກວ່າ 3MB. ຮູບທີ່ສົ່ງເຂົ້າປະກວດຕ້ອງແມ່ນພາບທາງນອນເທົ່ານັ້ນ (Landscape).

ຜູ້ເຂົ້າແຂ່ງຂັນສາມາດເລີ່ມສົ່ງຮູບເຂົ້າມາທີ່ photo@champameuanglao.com ເລີ່ມຕັ້ງແຕ່ວັນທີ 1 ເມສາ ຈົນເຖິງ 31 ພຶດສະພາ 2018. ຮູບທີ່ບໍ່ໄດ້ສົ່ງເຂົ້າມາໃນເວລາດັ່ງກ່າວ ຈະບໍ່ໄດ້ຮັບການພິຈາລະນາ.

ສິ່ງທີ່ຕ້ອງຄັດຕິດມາພ້ອມກັບຮູບແມ່ນ ຊື່ເຕັມ, ຮູບຂອງທ່ານເອງໃນຂະໜາດ 4x6cm, ແລະ ບົດຄວາມສັ້ນໃນພາສາອັງກິດ ຫຼື ພາສາລາວກໍໄດ້ (ບໍ່ເກີນ 50 ຄໍາ) ອະທິບາຍວ່າຮູບພາບດັ່ງກ່າວແມ່ນຖ່າຍຢູ່ສະຖານທີ່ໃດ, ເປັນຫຍັງສະຖານທີ່ໃນພາບຈຶ່ງເປັນເມືອງລາວຂອງເຈົ້າ, ເປັນສະຖານທີ່ທີ່ທ່ານຮູ້ສຶກມັກ ແລະ ປະທັບໃຈ.

 

ຂໍ້ກຳນົດ ແລະ ເງື່ອນໄຂໃນການສົ່ງຮູບເຂົ້າປະກວດ

  1.   ຊ່າງຖ່າຍພາຍຕ້ອງມີອາຍຸບໍ່ຕໍ່າກວ່າ 14
  2.   ພະນັກງານ ຫຼື ຕົວແທນຂອງການບິນລາວ, ວາລະສານຈໍາປາເມືອງລາວ ຫຼື ບໍລິສັດໃນເຄືອ ຫຼື ຄົນໃນຄອບຄົວ, ຟຣີແລນທີ່ເຮັດວຽກໃຫ້ວາລະສານ  ຫຼື ແມ່ນໃຜກໍຕາມທີ່ກ່ຽວຂ້ອງກັບການປະກວດດັ່ງກ່າວບໍ່ສາມາດເຂົ້າຮ່ວມການປະກວດຮູບພາບຄັ້ງນີ້ໄດ້.
  3.   ການແຂ່ງຂັນຄັ້ງນີ້ເປີດໂອກາດໃຫ້ທັງຊ່າງພາບມືອາຊີບ ແລະ ມືໃໝ່.
  4.   ຊ່າງພາບທຸກທ່ານທີ່ເຂົ້າຮ່ວມການປະກວດຄັ້ງນີ້ຕ້ອງຍອມຮັບເງື່ອນໄຂທຸກຂໍ້ທີ່ລະບຸໄວ້.
  5.   ເພື່ອເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ທ່ານຕ້ອງສົ່ງຮູບ JPEG ທີ່ຄວາມລະອຽດສູງສຸດ ເຊິ່ງຖ່າຍໂດຍທ່ານເອງ. ທ່ານຕ້ອງຂຽນຊື່ແທ້, ບົດຄວາມສັ້ນໆໃນອັງກິດ ຫຼື ລາວກໍໄດ້ (ບໍ່ເກີນ 50 ຄໍາ) ອະທິບາຍວ່າຮູບພາບດັ່ງກ່າວແມ່ນຖ່າຍຢູ່ສະຖານທີ່ໃດ, ເປັນຫຍັງສະຖານທີ່ໃນພາບຈຶ່ງເປັນເມືອງລາວຂອງທ່ານ, ເປັນສະຖານທີ່ທີ່ທ່ານຮູ້ສືກມັກ ແລະ ປະທັບໃຈ.
  6.   ຖ້າຫາກທ່ານມີຂໍ້ສົງໃສ ຫຼື ຄໍາຖາມກ່ຽວກັບການແຂ່ງຂັນດັ່ງກ່າວ, ທ່ານສາມາດສອບຖາມໄດ້ທີ່ photo@champameuanglao.com ໂດຍໃສ່ຫົວຂໍ້ອີເມວວ່າ “My Favorite Place Photo Competition 2018”, ຫຼື ໂທສອບຖາມທີ່ເບີ +856 20 55731717.
  7.   ທ່ານຈະຕ້ອງຮັບຜິດໍອບຄ່າໃຊ້ຈ່າຍຕ່າງໆທີ່ເກີດຂຶ້ນໃນການສົ່ງຮູບພາບ ແລະ ຖ່າຍພາບດ້ວຍຕົວເອງ​ (ຖ້າມີ).
  8.   ການສົ່ງຮູບພາບເຂົ້າປະກວດຄັ້ງນີ້, ທ່ານອະນຸຍາດໃຫ້ວາລະສານຈໍາປາເມືອງລາວ ແລະ ລັດວິສາຫະກິດການບິນລາວ:
  9. ກ. ຕີພິມຮູບພາບຂອງທ່ານລົງວາລະສານຈໍາປາເມືອງລາວ ແລະ ເວັບໄຊ້ຂອງການບິນລາວ ລວມທັງເວັບໄຊ້ທີ່ກ່ຽວຂ້ອງຄື laoairlines.com, champameuanglao.com, laopost.com, laotiantimes.com, ແລະ ສື່ອອນລາຍອື່ນໆທີ່ຄວບຄຸມໂດຍວາລະສານຈໍາປາເມືອງລາວ, ແລະ ໃຫ້ສິດວາລະສານຈໍາປາເມືອງລາວໃນການໃຊ້, ຕີພິມຄືນ, ແກ້ໄຂ ແລະ/ຫຼື ດັດແປງ ຮູບຂອງທ່ານ ໃນສື່ໃດໜຶ່ງ/ທັງໝົດ (ລວມທັງສື່ອີເລັກໂທນິກ, ສິ່ງພິມຕ່າງໆທີ່ກ່ຽວຂ້ອງກັບວາລະສານຈໍາປາເມືອງລາວ) ເຊິ່ງມີຈຸດປະສົງກ່ຽວຂ້ອງກັບການປະກວດຮູບພາບ ແລະ ຂໍ້ກຳນົດ ແລະ ເງື່ອນໄຂທີ່ລະບຸໄວ້ນີ້, ແລະ

    ຂ. ສິດ ໃນການໃຊ້ຊື່ ແລະ ປະເທດທີ່ຢູ່ອາໄສຂອງທ່ານ ເພື່ອບົ່ງບອກທ່ານໃນການເປັນເຈົ້າຂອງຮູບ ແລະ/ຫຼື ເປັນຜູ້ຊະນະໃນການປະກວດດັ່ງກ່າວ.

  10.  ຮູບທີ່ທ່ານສົ່ງເຂົ້າປະກວດຕ້ອງແມ່ນຮູບທີ່ຖ່າຍດ້ວຍຕົວຂອງທ່ານເອງ, ຫ້າມບໍ່ໃຫ້ນໍາມາຈາກແຫຼ່ງອື່ນ, ໃນຮູບຂອງທ່ານຈະຕ້ອງບໍ່ມີວັດຖຸ ຫຼື ເນື້ອຫາຂອງບຸກຄົນອື່ນທີ່ທ່ານບໍ່ໄດ້ຮັບອະນຸຍາດໃຫ້ໃຊ້, ຫ້າມບໍ່ໃຫ້ມີກາໝາຍການຄ້າໃດໆ, ຫ້າມບໍ່ໃຫ້ສະແດງເຖິງພຶດຕິກຳທີ່ບໍ່ເໝາະສົມ ຫຼື ອັນຕະລາຍ ຫຼື ໂປ້ເປືອຍ, ໝິ່ນປະໝາດ, ຂົ່ມຂູ່ ລ່ວງລະເມີດ ຫຼື ຂັດກັບລະບຽບ ແລະ ກົດໝາຍຂອງບ້ານເມືອງ, ຂັດກັບແນວທາງຂອງພັກ-ລັດ. ຖ້າຫາກທາງທີມງານວາລະສານມີເຫດຜົນໃນການເຊື່ອວ່າຮູບພາບທີ່ສົ່ງເຂົ້າມາບໍ່ແມ່ນຜົນງານຂອງທ່ານເອງ ຫຼື ບໍ່ປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂທີ່ລະບຸໄວ້ນີ້, ທາງວາລະສານຈະບໍ່ພິຈາລະນາຜົນງານຂອງທ່ານ ແລະ ອາດຈະ ຕັດສິດຜົນງານດັ່ງກ່າວ.
  11. ທ່ານຢືນຢັນວ່າບຸກຄົນ ແລະ ສິ່ງຂອງທີ່ມີປະກົດໃນຮູບພາບຍິນຍອມເຫັນດີສໍາລັບການນໍາໃຊ້ຮູບພາບຂອງເຂົາເຈົ້າໃນການແຂ່ງຂັນນີ້. ບຸກຄົນທີ່ປະກົດໃນພາບທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງໄດ້ຮັບການຍິນຍອມໃຫ້ປະກົດໃນຮູບພາບຈາກພໍ່ແມ່ ຫຼື ຜູ້ປົກຄອງຂອງບຸກຄົນນັ້ນ.
  12. ຜູ້ຊະນະຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການມາເອົາປີ້ເຮືອບິນເອງທີ່ບໍລິສັດ ອາດີເຄ ກຣຸບ, ຕັ້ງຢູ່ບ້ານ ຊຽງຍືນ, ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ ຫລື ເຄົາເຕີ້ການບິນລາວແຕ່ລະສາຂາໃນລາວ.
  13. ທາງເຮົາຈະແຈ້ງຜູ້ຊະນະການປະກວດຮູບພາບທາງອີເມວ, ແລະ ຖ້າບໍ່ໄດ້ຮັບການຕອບຮັບພາຍໃນ 72 ຊົ່ວໂມງ ແມ່ນຈະຖືກຕັດສິດທັນທີ
  14. ຮູບພາບທີ່ສົ່ງເຂົ້າມາຈະຕ້ອງບໍ່ເຄີຍເຜີຍແຜ່ຢູ່ສື່ໃດມາກ່ອນ ບໍ່ວ່າຈະເປັນສື່ອີເລັກໂທນິກ ຫຼື ສິ່ງພິມໃດໆ
  15. ຜູ້ເຂົ້າຮ່ວມສາມາດສົ່ງຮູບພາບເຂົ້າປະກວດໄດ້ ຄົນໜຶ່ງຕໍ່ຮູບໜຶ່ງເທົ່ານັ້ນ