ຊີວິດຂອງຄົນທີ່ເຮັດວຽກແບບອິດສະຫຼະ ບາງເທື່ອ ອາດຈະຮູ້ສຶກໂດດດ່ຽວປ່ຽວເຫງົາໄດ້ ຖ້າຫາກບໍ່ມີຫ້ອງການໃຫ້ນັ່ງເຮັດວຽກເປັນຫຼັກ ເປັນແຫຼ່ງໃນແຕ່ລະມື້. ດັ່ງນັ້ນ, ການສະໜອງພື້ນທີ່ ໃນການເຮັດວຽກໃຫ້ແກ່ ກຸ່ມຄົນທີ່ເຮັດວຽກແບບ ອິດສະຫຼະ ຈຶ່ງບໍ່ໄດ້ເປັນພຽງແຕ່ການສະໜອງ ໂຕະ, ຕັ່ງ ແລະ ອິນເຕີເນັດ ເທົ່ານັ້ນ, ແຕ່ມັນຍັງເປັນການສົ່ງ ເສີມຊຸມຊົນຄົນເຮັດວຽກ ແບບອິດສະຫຼະໄປໃນຕົວ.
ພາຍຫຼັງທີ່ ສຸພາພອນ ສວນນະວົງ ຫຼື ນານ່າ ຮຽນຈົບ ປະລິນຍາໂທ ສາຂາ ການເງິນ ຈາກ ໂຣເຊັສເຕີ, ນິວຢອກ, ສະຫະລັດອາເມລິກາ ໃນປີ 2009, ນານ່າກໍ່ໄດ້ກັບມານະຄອນຫຼວງວຽງຈັນ ແລະ ຜັນ ຕົນເອງ ມາເຮັດວຽກອິດສະຫຼະ, ແຕ່ກໍ່ບໍ່ມີຫ້ອງການ ໃຫ້ນັ່ງເຮັດວຽກ ແບບເປັນຫຼັກເປັນແຫຼ່ງ, ຈຶ່ງໄດ້ອາໄສ ນັ່ງເຮັດວຽກຕາມຮ້ານກາເຟ ແລະ ຢູ່ເຮືອນຕົນເອງ.
ໃນຕອນນັ້ນ ນານ່າກໍ່ເລີ່ມຄິດຫາຫົນທາງ ສ້າງພື້ນທີ່ ເຮັດວຽກຮ່ວມກັນ ຫຼື co-working space ຂຶ້ນໃນວຽງຈັນ, ເຊິ່ງເປັນທຸລະກິດທີ່ປະສົບຜົນສຳເລັດຫຼາຍຢູ່ຕ່າງປະເທດ, ແລະ ໃນປີຕໍ່ໆມາ, ລາວກໍ່ສັງເກດເຫັນ ທຸລະກິດແບບນີ້ ເປີດຂຶ້ນຢູ່ຫຼາຍ ປະເທດໃນພາກພື້ນ, ຈຶ່ງຕັດສິນໃຈ ລົງມືເປີດ ພື້ນທີ່ເຮັດວຽກຮ່ວມກັນຂຶ້ນໃນວຽງຈັນ ໂດຍໃສ່ຊື່ວ່າ “ໂຕະລາວ”. ຄຳວ່າ “ໂຕະລາວ” ໝາຍເຖິງບ່ອນເຮັດ ວຽກຮ່ວມກັນແບບຮຽບງ່າຍ, ເປັນບ່ອນສະໜອງສິ່ງຈຳເປັນພື້ນຖານຕ່າງໆ ໃຫ້ສາມາດເຮັດວຽກໄດ້ຢ່າງມີປະສິດຕິຜົນ. ໂຕະລາວ ມີເຄືອຂ່າຍກັບ ບັນດາປະເທດ ເພື່ອນບ້ານ ເພື່ອໃຫ້ສະມາຊິກ ສາມາດນຳໃຊ້ພື້ນທີ່ ແລະໄດ້ຮັບຜົນປະໂຫຍດຕ່າງໆ ໃນເວລາເດີນທາງໄປ ເຮັດວຽກຢູ່ປະເທດອື່ນໆ.
ໃນເບື້ອງຕົ້ນ, ສິ່ງທ້າທາຍ ແມ່ນການດຶງດູດໃຫ້ ຄົນລາວເຮົາເອງ ມານໍາໃຊ້ພື້ນທີ່ ເນື່ອງຈາກເຂົາເຈົ້າ ຍັງບໍ່ເຂົ້າໃຈວ່າ ພື້ນທີ່ເຮັດວຽກຮ່ວມກັນແມ່ນຫຍັງ? ຢູ່ນີ້ມີແຕ່ໂຕະກັບຕັ່ງ, ເປັນຫຍັງຈຶ່ງຕ້ອງມາ? ມາແລ້ວເຮັດຫຍັງແດ່? ຄົນລາວເຮົາ ຍັງບໍ່ທັນ ເຫັນຄ່າຄວາມສຳຄັນ ຂອງຊຸມຊົນຄົນເຮັດວຽກ ແບບອິດສະຫຼະເທື່ອ. ດັ່ງນັ້ນ, ນານ່າຈຶ່ງເລີ່ມຈັດການ ຝຶກອົບຮົມ ແບບບໍ່ເສຍຄ່າ ເພື່ອໃຫ້ບຸກຄົນທົ່ວໄປ ໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບຜົນປະໂຫຍດຂອງການເຮັດ ວຽກໃນພື້ນທີ່ຮ່ວມກັນ ເຊິ່ງໄດ້ເຊີນເອົາຜູ້ປະກອບ ການຄົນລາວ ແລະ ຕ່າງປະເທດມາເປັນວິທະຍາກອນ.
ໃນປີ 2014, ນານ່າໄດ້ຈັດງານ Start-Up Weekend ຂຶ້ນເປັນຄັ້ງທໍາອິດໃນລາວ ເຊິ່ງມີ ຜູ້ເຂົ້າຮ່ວມກວ່າ 50 ຄົນ. ງານ Start-Up Weekend ເປັນງານສາກົນ ທີ່ຈັດຂຶ້ນຢູ່ຫຼາຍໆ ບ່ອນໃນທົ່ວໂລກ, ເປັນການແຂ່ງຂັນສ້າງຜູ້ປະກອບ ການ ພາຍໃນເວລາ 54 ຊົ່ວໂມງ, ເປີດໂອກາດໃຫ້ ຜູ້ເຂົ້າຮ່ວມໄດ້ມານຳສະເໜີ ແນວຄວາມຄິດ ເພື່ອສ້າງ ທຸລະກິດແບບ start-up, ທັງຍັງໄດ້ຮັບຄໍາເຫັນ ແລະຕຳແນະນຳ ຈາກບັນດາຄູຝຶກ ແລະ ຊຸມຊົນນັກ ທຸລະກິດທີ່ປະສົບຜົນສໍາເລັດ.
ໃນໄລຍະ 4 ປີທີ່ຜ່ານມາ, ໂຕະລາວສາມາດດຶງດູດ ກຸ່ມຄົນຈາກຫຼາກຫຼາຍສາຂາອາຊີບ ເຊັ່ນ ຊ່ຽວຊານ ຕ່າງປະເທດ ທີ່ມີສັນຍາເຮັດວຽກ ໄລຍະສັ້ນ, ຊາວຕ່າງຊາດທີ່ມາແລ່ນເອກະສານຕໍ່ວີຊ້າ, ລວມໄປເຖິງຫົວໜ່ວຍທຸລະກິດພາຍໃນ ທີ່ ຍັງບໍ່ມີຫ້ອງການຖາວອນ ເພື່ອຈົດທະບຽນທຸລະກິດ. ພື້ນທີ່ໃຫ້ເຊົ່າຢູ່ ໂຕະລາວ ມີທັງແບບ ໂຕະເຮັດວຽກສ່ວນຕົວ, ຫ້ອງການສ່ວນຕົວ, ແລະ ຫ້ອງການໃຫຍ່ຢູ່ຊັ້ນເທິງ. ນອກນັ້ນ ໂຕະລາວ ຍັງໄດ້ກາຍມາເປັນບ່ອນບົ່ມຊ້ອນ ໄວໜຸ່ມ ຜູ້ມີພອນສະຫວັນ ໃນທຸລະກິດ start-up ຂະແໜງເຕັກໂນໂລຢີ ນຳອີກ.
ເຫດຜົນໜຶ່ງທີ່ເຮັດໃຫ້ ນານ່າ ຢາກສ້າງໂຕະລາວ ຂຶ້ນມາ ແມ່ນຢາກພິສູດ ຂໍ້ສົງໄສສ່ວນຕົວເພາະໄວໜຸ່ມ ລາວເຮົາມັກມີຄວາມເຊື່ອວ່າ ຢູ່ບ້ານເຮົາ ບໍ່ມີຜູ້ ປະກອບການທີ່ແທ້ຈິງ. ນານ່າຍົກຕົວຢ່າງວ່າ “ໃນຕອນທີ່ ເຮົາຮຽນຢູ່ ວິທະຍາໄລ, ເຮົາອາດຈະມີ ແນວຄວາມຄິດຢາກເຮັດທຸລະກິດ ເປັນຂອງຕົນເອງ, ແຕ່ເມື່ອຮອດຕອນທີ່ຮຽນຈົບແລ້ວ, ພໍ່ແມ່ກໍ່ຈະມັກເວົ້າວ່າ ເຮັດທຸລະກິດມັນສ່ຽງໂພດ, ໄປເຮັດອັນອື່ນເຊັ່ນ ເປັນລັດຖະກອນ ຫຼື ເຮັດວຽກໃນອົງການຈັດຕັ້ງໃຫຍ່ໆ ດີກວ່າ”. ດັ່ງນັ້ນ, ລາວຈຶ່ງຢາກລອງພິສູດເບິ່ງວ່າ ທຸລະກິດແບບ start-up (ທຸລະກິດແບບລິເລີ່ມໃໝ່) ຈະປະສົບຜົນສໍາເລັດ ຫຼື ບໍ່ ຢູ່ໃນລາວເຮົາ.
Bizgital (ບິສຈິໂຕ) ເປັນໜຶ່ງໃນທຸລະກິດ start-up ຕົວແບບ ເຊິ່ງຕອນທີ່ເຂົາເຈົ້າເຂົ້າມາໂຕະລາວ ຫວ່າງ 10 ເດືອນກ່ອນແມ່ນມີພະນັກງານພຽງ 3 ຄົນ ແຕ່ປັດຈຸບັນເພີ່ມຂຶ້ນເຖິງ 15 ຄົນ ເກີນຄວາມຮອງຮັບຂອງໂຕະລາວ, ແຕ່ມັນກໍ່ເປັນບັນຫາ ທີ່ນານ່າແຮ່ງດີໃຈທີ່ໄດ້ແກ້ໄຂຊ່ວຍ ໂດຍການເປີດພື້ນທີ່ຕື່ມອີກແຫ່ງໜຶ່ງໄວໆນີ້. ຄວາມສຳເລັດຂອງ Bizgital ເຊິ່ງເປັນທຸລະກິດ ໃນຂະແໜງເຕັກໂນໂລຢີນີ້ ກໍ່ເປັນຕົວຢ່າງ ທີ່ສະແດງໃຫ້ເຫັນວ່າ ເປັນຫຍັງ ນານ່າ ຈຶ່ງຢາກຕັ້ງ ໂຕະລາວ ຂຶ້ນມາແຕ່ຕອນທຳອິດ.
ນານ່າຫວັງຢ່າງຍິ່ງວ່າ ຈະມີບັນດານັກທຸລະກິດໃນລາວ ແລະ ໃນພາກພື້ນ ທີ່ຕ້ອງ ການສະໜັບສະໜູນ ທຸລະກິດແບບ start-up ແລະ ທຸລະກິດຂະໜາດນ້ອຍ ເພື່ອຊ່ວຍໃຫ້ແນວຄິດ ເກີດດອກອອກຜົນ. ໃນຂະນະດຽວກັນ, ທຸລະກິດ ແບບ start-up ນີ້ ກໍ່ເປັນການເປີດໂອກາດ ໃຫ້ນັກລົງທຶນໄດ້ມາລົງທຶນນຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ.
ເຖິງຢ່າງໃດກໍ່ຕາມ, ນານ່າເອງກໍ່ຮັບຮູ້ເຖິງສະພາບການໃນບ້ານເຮົາ ກັບຕະຫຼາດ ທີ່ຂະຫຍາຍຕົວຊ້າ, ແລະ ບັນຫາທີ່ຍັງພົບຢູ່ແມ່ນທາງດ້ານທັກສະແລະການ ສຶກສາ. ນານ່າອະທິບາຍວ່າສິ່ງສຳຄັນຂອງທຸລະກິດແບບ start-up ແມ່ນການມີ ຄວາມຄິດສ້າງສັນ ແລະ ຄິດນອກກອບ. ດັ່ງນັ້ນ, ການປຸກລະດົມແນວຄວາມຄິດ ທີ່ຖືກຕ້ອງ ຜ່ານການສຶກສາ ຕັ້ງແຕ່ຍັງໜຸ່ມນ້ອຍ ຈຶ່ງສຳຄັນຫຼາຍ, ເຊິ່ງນານ່າ ກໍ່ຫວັງວ່າໃນອະນາຄົດ ລາວຈະສາມາດປະກອບສ່ວນ ເຂົ້າໃນການກະກຽມ ຫຼັກສູດສະເພາະ ໃຫ້ແກ່ບັນດາຜູ້ລິເລີ່ມທຸລະກິດ start-up ແລະ ຜູ້ປະກອບການ ເພື່ອຊ່ວຍພັດທະນາໃນຂະແໜງດັ່ງກ່າວ.
ບົດໂດຍ: Sally Pryor