ຄົ້ນຫາຄວາມລຶກລັບ ໃນເຊອຸນ

Author:

Category:

spot_img
ຍາມຢູ່ວັງ Gyeongbokgung
ການເຂົ້າຊົມ Gyeongbokgung, ‘ພະລາຊະວັງແຫ່ງພອນອັນຍິ່ງໃຫຍ່’ ແມ່ນບໍ່ເສຍຄ່າ ສຳລັບຜູ້ທີ່ແຕ່ງກາຍໃນຊຸດປະຈຳຊາດ ຮານບົກ ຂອງເກົາຫຼີ

ບົດໂດຍ: ເຈສັນ ໂຣລັນ

ພາບໂດຍ: ມິກ ຊິບເພັນ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ທ່ານ ມິກ ຊິບເພັນ, ນັກຂຽນປະຈໍາຄໍລໍາອາຫານ ແລະ ທ່ອງທ່ຽວ ຄິດມາຕະຫຼອດວ່າ ພໍຈະສາມາດຄາດຫວັງຫຼາຍສິ່ງຢ່າງທີ່ປາກົດເຫັນໃນຕົວເມືອງໃຫຍ່ໆຕ່າງໆໄດ້ ເປັນຕົ້ນແມ່ນ: ໜ້າດິນທີ່ເຕັມໄປດ້ວຍຊີມັງຄອນກຣີດ, ອາຫານຈານດ່ວນຫຼາຍເຍື່ອງທີ່ວາງຂາຍຕາມຮ້ານຂາຍອາຫານແຄມທາງ, ແລະ ຫ້າງຮ້ານຕ່າງໆທີ່ເມື່ອກ່ອນເຄີຍເປັນພື້ນທີ່ຕັ້ງຂອງວັດວາອາຮາມ. ເມືອງເຊອຸນ ເຊິ່ງເປັນບ່ອນຢູ່ອາໄສຂອງປະຊາກອນກວ່າ 10 ລ້ານຄົນ, ຄ້າຍກັບວ່າ ຕົວເມືອງຂະໜາດໃຫຍ່ແຫ່ງນີ້ຈະເປັນລາງຝັນຮ້າຍສໍາລັບ ມິກ ຊິບເພັນ ກໍວ່າໄດ້.

ແຕ່ກົງກັນຂ້າມ, ເມືອງເຊອຸນ  ຊໍ້າພັດສ້າງຄວາມປະຫຼາດໃຈແບບຄາດບໍ່ເຖິງ. ຕົວເມືອງແຫ່ງນີ້ ບໍ່ຕ່າງຫຍັງກັບການແກະຫໍ່ຂອງຂວັນແຕ່ລະຊັ້ນ ໂດຍເຜີຍໃຫ້ເຫັນສິ່ງມະຫັດສະຈັນ ທີ່ເປັນມົນສະກົດໃຫ້ ມິກ ຊິບເພັນ ຕ້ອງຢຸດນິ້ງ ທັງຈ້ອງເບິ່ງດ້ວຍໃຈອັນຈົດຈໍ່ ກ່ອນຈະດໍາດິ່ງລົງໄປຂ້າງໃນສິ່ງມະຫັດສະຈັນດັ່ງກ່າວ. ໃນໝູ່ບ້ານອັນເກົ່າແກ່ຂອງ ບຸກຊອນ(Bukchon), ຜູ້ກ່ຽວພະຍາຍາມຫຼົບຫຼີກບັນດານັກທ່ອງທ່ຽວທີ່ກໍາລັງເມົາມັນກັບການຖ່າຍແຊວຟີ ບວກກັບຜູ້ຄົນທີ່ສວມຊຸດປະຈໍາຊາດ ກໍາລັງກວດເຊັກໂທລະສັບຂອງໃຜລາວ. ບາງຄັ້ງກໍເບິ່ງຄືກັບວ່າ ພວກເຂົາເຫຼົ່ານັ້ນແມ່ນຄົນໆດຽວກັນ.

ສໍາລັບອາຫານ ຖືເປັນສື່ສະທ້ອນທີ່ບອກເລົ່າເລື່ອງລາວອັນແທ້ຈິງ. ເນື່ອງຈາກເມືອງເຊອຸນ  ໄດ້ປະສົມປະສານເອົາທັງສິ່ງເກົ່າ ແລະ ໃໝ່ເຂົ້າໃສ່ກັນ ໃນລັກສະນະທີ່ເບິ່ງຄືວ່າບໍ່ໜ້າຈະເຂົ້າກັນໄດ້ ແຕ່ພວກເຂົາຊໍ້າພັດເຮັດໄດ້, ນັບແຕ່ອາຫານປະເພດປີ້ງຕາມແຄມທາງທີ່ເສີບກັນແບບສົດໆຮ້ອນໆ ໄປຈົນຮອດພິທີຊົງຊາອັນງຽບສະຫງົບ. ບັນດາຮູບຖ່າຍເຫຼົ່ານີ້ ໄດ້ຖ່າຍທອດຄວາມປະສົມປະສານດັ່ງກ່າວໄດ້ຢ່າງກົມກືນກັນ ບໍ່ວ່າຈະເປັນພະລາຊະວັງເກົ່າແກ່ໃນຍຸກບູຮານ ທີ່ຕັ້ງຢູ່ຕິດກັບຮ້ານບາຄາລາໂອເກະ ທີ່ມີແສງສີນີອອນ, ລວມທັງວັດພຸດທີ່ຕັ້ງຢູ່ຟາກກົງກັນຂ້າມກັບຮ້ານກາເຟສຸດທັນສະໄໝ. ທັງໝົດທີ່ບອກເລົ່າມານີ້ແມ່ນ ເມືອງ ເຊອຸນ, ຕົວເມືອງທີ່ໃຫ້ຄວາມເຄົາລົບນອບນ້ອມຕໍ່ອະດີດຕະການ ແຕ່ກໍມຸ່ງໜ້າສູ່ອະນາຄົດຢ່າງບໍ່ຢຸດຢັ້ງ.

ມ່ວນກັບການຄົ້ນພົບ ອາຫານ, ຖ່າຍຮູບ ແລະ ຊົມສະຖາປັດຕະຍະກຳໃນໃຈກາງເມືອງເຊອຸນ
ສໍາລັບອາຫານ ແລະ ເຄື່ອງດື່ມ, ໄປຕະຫຼາດກາງຄືນ Myeongdong
ວັດ Jogyesa ທີ່ມີຄວາມສີສັນ ແມ່ນໃກ້ກັບຖະຫນົນຂາຍເຄື່ອງທີ່ນິຍົມ Insadong
Insadong ເປັນເຂດຄົນຍ່າງທີ່ມີຮ້ານອາຫານ, ເຮືອນຊາ, ຮ້ານຄ້າ ແລະ ຫ້ອງວາງສະແດງຫຼາຍ
ຈຸດເດັ່ນຂອງການເດີນທາງໄປເມືອງເຊອຸນແມ່ນອາຫານ. ລອງຊິມລົດຊາດໃໝ່ທີ່ຕະຫຼາດ Gwangjang
ຈຸດເດັ່ນຂອງການເດີນທາງໄປເມືອງເຊອຸນແມ່ນອາຫານ. ລອງຊິມລົດຊາດໃໝ່ທີ່ຕະຫຼາດ Gwangjang

Read More

Related Articles