ສະເໜ່ອອກແບບ

Author:

Category:

spot_img

Text by: Vila Phounvongsa
Photos by: Vila Phounvongsa and Phoonsab Thevongsa

ສະບາຍດີ!

ຂ້ອຍຊື່ ວິລະ ພູ່ນວົງສາ ຖິ່ນຖານບ້ານເກີດຂອງຂ້ອຍແມ່ນຕົວເມືອງນ້ອຍໆທີ່ສະຫງົບສຸກແຫ່ງໜຶ່ງ ເຊິ່ງເຄີຍເປັນສະໜາມບິນ ແລະ ຄ້າຍທະຫານຟຣັ່ງໃນຍຸກອະດີດ ນັ້ນກໍ່ຄື ເຊໂນ ຂ້ອຍເກີດ ແລະ ເຕີບໃຫຍ່ຂຶ້ນທີ່ເມືອງນ້ອຍໆແຫ່ງນີ້ ໃນສະໄໝຮຽນມັດທະຍົມ ຂ້ອຍມັກເລື່ອງພູມສາດ, ປະຫວັດສາດ ແລະ ພາສາອັງກິດ (ມັກຫຼາຍກວ່າໝູ່) ຕັ້ງແຕ່ສະໄໝຮຽນມັດທະຍົມແລ້ວທີ່ຂ້ອຍມັກອ່ານເລື່ອງປະຫວັດສາດເປັນຊີວິດຈິດໃຈ ທຸກໆໂມງເລີກຮຽນຂ້ອຍຈະໄປປະຈຳຢູ່ຫໍສະໝຸດຈົນຕີແກັ່ງເລີກເມືອ ເພາະສະໄໝນັ້ນມັນບໍ່ມີຫຍັງເຮັດ ໂທລະສັບກໍບໍ່ມີ ຖ້າມື້ໃດຫ້ອງສະໝຸດເປີດຂ້ອຍກັບໝູ່ຈະມີຄວາມສຸກຫຼາຍ ບາງເທື່ອຄວາມຫຼ້າຫຼັງມັນກະຍັງມີປະໂຫຍດຢູ່ ວ່າບໍ?

ຍ້ອນວິກິດ ເຮັດໃຫ້ຮູ້ໃຈຕົນເອງ

ພາຍຫຼັງຮຽນຈົບມັດທະຍົມປາຍທີ່ເຊໂນ, ຂ້ອຍໄດ້ມາຮຽນຕໍ່ທີ່ວຽງຈັນ ຂ້ອຍເລືອກຮຽນສະຖາປັດ ເພາະເຫັນວ່າມັນເທ້ ແລະ ດູດີ ຍ້ອນຄວາມຄິດແບບຕື້ນໆແນວນັ້ນມັນຄືຄວາມຜິດພາດຢ່າງມະຫັນທີ່ຂ້ອຍຕ້ອງປະເຊີນເຖິງ 4 ປີ ຍ້ອນບໍ່ມັກສາຍທີ່ກຳລັງຮຽນຢູ່ (ແຕ່ກໍບໍ່ໄດ້ໝາຍຄວາມວ່າວິຊາຊີບນີ້ບໍ່ດີ), ພາຍຫຼັງຮຽນຈົບຂ້ອຍກໍ່ເປັນເໝືອນດັ່ງທຸກຄົນທີ່ຄິດວ່າຢາກມີວຽກເຮັດງານທຳດີໆເຮັດ ແຕ່ຊໍ້າຮ້າຍໃນປີ 2019 ຫຼັງຈາກທີ່ຮຽນຈົບມາໝາດໆ ເກີດການແຜ່ລະບາດຂອງເຊື້ອພະຍາດ COVID-19 ໄປທົ່ວໂລກ ຍ້ອນພະຍາດໂຄວິດນີ້ເອງເຮັດໃຫ້ເສັ້ນທາງຊີວິດຂ້ອງຂ້ອຍປ່ຽນແປງໄປ ຈາກຄົນທີ່ເຄີຍເຂົ້າໆອອກໆວຽກມາຫຼາຍບ່ອນ ຍ້ອນເບື່ອໃນວົງຈອນຊີວິດແບບນັ້ນ ສຸດທ້າຍຂ້ອຍເລີຍປ່ຽນທິດເຂັມຊີວິດໃຫ້ຫັນມາຈິງຈັງກັບສິ່ງໃດສິ່ງໜຶ່ງນີ້ເອງຄືຈຸດເລີ່ມຕົ້ນຂອງ SNAÉ DESIGN (ສະເໜ່ອອກແບບ).

ກ່ອນໜ້ານີ້ຂ້ອຍກໍ່ເຄີຍພະຍາຍາມຢາກເຮັດທຸລະກິດເປັນຂອງໂຕເອງ ເຊັ່ນ: ຮັບອອກແບບ, ເຮັດເພຈ໌, ຂາຍໂປສກາດແບບຫຼິ້ນໆທີ່ສອນສຳນຽງພາສາທ້ອງຖິ່ນຂອງແຕ່ລະແຂວງ ແຕ່ວ່າມັນກໍ່ລົ້ມເຫຼວໝົດ ເພາະຂາດປະສົບການ ແລະ ບໍ່ຮູ້ຈັກໂຕເອງດີພໍ ສິ່ງນີ້ສຳຄັນຫຼາຍ ຂ້ອຍເລີ່ມຫັນມາແນມເບິ່ງໂຕເອງຄັກໆ ແລະ ຖາມໂຕເອງວ່າສິ່ງໃດຄືສິ່ງທີ່ເຮົາມັກ ແລະ ສົນໃຈມັນແທ້ໆຂ້ອຍຮຽນສະຖາປັດມາຫຼາຍປີ ຂ້ອຍຢູ່ກັບສິ່ງທີ່ຂ້ອຍບໍ່ມັກມາຍາວນານ ແຕ່ສິ່ງທີ່ເຮັດໃຫ້ຂ້ອຍເພີດເພີນທີ່ສຸດໃນສະໄໝຮຽນນັ້ນກໍຄືການຈັດໂປສເຕີນຳສະເໜີ ສະຫຼຸບວ່າຂ້ອຍຮູ້ສຶກວ່າໂຕເອງມີຄວາມມັກໃນດ້ານ Graphic Design ຫຼາຍກ່ອນ. ພ້ອມກັນນັ້ນຂ້ອຍເອງກໍຫຼົງໄຫຼໃນເລື່ອງຂອງປະຫວັດສາດ ແລະ ຄວາມເກົ່າ, ຍ້ອນຂ້ອຍມີຄວາມສາມາດໃນການອອກແບບຄອມພິວເຕີກຣາຟິກ ແລະ ຫຼົງໄຫຼໃນປະຫວັດສາດ ກັບ ຄວາມເກົ່າ ຂ້ອຍກໍເລີຍເອົາສອງຢ່າງນີ້ມາປະສົມປະສານເຂົ້າກັນແລ້ວຕັ້ງຊື່ໃຫ້ອາຊີບຂອງໂຕເອງໃໝ່ວ່າເປັນ Retro Designer (ນັກອອກແບບຄວາມເກົ່າ). ຍ້ອນຂ້ອຍເອງເປັນຄົນທີ່ມັກໄປສ່ອງເພຈ໌ຮູບພາບເກົ່າໆກ່ຽວກັບເມືອງລາວຢູ່ເລື້ອຍໆ ທຸກຄົນເມື່ອເຫັນສິ່ງໃດເກົ່າໆຈາກອະດີດມັກຈະຄອມເມັ້ນວ່າມີສະເໜ່ຫຼື ຢ່າງຂີ້ລ້າຍຕ້ອງມີຄຳວ່າສະເໜ່ປະກອບກັບປະໂຫຍກໃນຄອມເມັ້ນ ກະເລີຍຄິດວ່າ ຄຳນີ້ລະດີທີ່ສຸດສະເໜ່ອອກແບບຫຼື  SNAÉ DESIGN ຄຳວ່າÉຕ້ອງມີຂີດຫົວໃຫ້ມັນຄ້ອງຈອງກັບພາສາລາວທີ່ມີໄມ້ເອກ ແລະ ພາສາຝຣັ່ງທີ່ມີ Accent aigu ທາງທ້າຍ ໃນທີ່ສຸດຂ້ອຍຈຶ່ງໄດ້ກໍຕັ້ງສະເໜ່ອອກແບບຂຶ້ນໃນຕົ້ນປີ 2022

“1,000 ກີບ ສໍາລັບເຈົ້າມີຄ່າເທົ່າໃດ?”

ຄົນເລີ່ມຮູ້ຈັກຂ້ອຍ ແລະ ສະເໜ່ອອກແບບຫຼາຍຂຶ້ນຍ້ອນຂ້ອຍເອົາຮູບສາມນາງໃນເງິນ 1,000 ກີບມາເຮັດເປັນລາຍເສື້ອຍືດຂາຍ, ອັນທີ່ຈິງສາເຫດທີ່ຂ້ອຍເຮັດແບບນັ້ນຫຼັກໆມີຢູ່ 2 ເຫດຜົນຄື: 1). ຂ້ອຍມີຄວາມຊົງຈຳທີ່ດີກັບມັນ ຄືຍາມຍັງນ້ອຍທຸກ ແມ່ເອົາເງິນໃຫ້ໄປກິນເຂົ້າປຽກຕອນສວາຍກັບອ້າຍຢູ່ໂຮງຮຽນຄົນລະ 1,000ກີບ ໃນແຕ່ລະມື້ 2). ໄພເງິນເຟີ້ເຊິ່ງເປັນຜົນກະທົບຫຼັງໂຄວິດ ສອງສິ່ງເຫຼົ່ານີ້ມັນໄດ້ຫຼໍ່ຫຼອມຄວາມຄິດໃຫ້ຂ້ອຍກ້າທີ່ຈະສ້າງສັນສິ່ງທີ່ແປກໃໝ່. ຂ້ອຍຄິດວ່ານອກຈາກຂ້ອຍແລ້ວ ຄົນລາວຄົນອື່ນໆ ທຸກຄົນບໍ່ມີໃຜທີ່ຈະບໍ່ຮູ້ຈັກສາມນາງ ຍິງສາວຊົນເຜົ່າສາມຄົນທີ່ທຸກຄົນຄຸ້ນຕາ ຂ້ອຍຈຶ່ງມີໄອເດຍບ້າໆໃນຕອນເລີ່ມຕົ້ນວ່າ: ຈະເກີດຫຍັງຂຶ້ນລະ? ຖ້າສິ່ງທີ່ເຮົາເຫັນທຸກໆມື້ໃນເງິນ ມັນມາຢູ່ໃນເສື້ອຍືດທີ່ສາມາດໃສ່ໄປໃສກໍໄດ້. ຫຼັງຈາກນັ້ນຂ້ອຍຈື່ໄດ້ວ່າ ຂ້ອຍໄດ້ໂພສ ແບບຈຳລອງ ຮູບສິນຄ້າທີ່ມີລາຍສາມນາງລົງເປັນເທື່ອທຳອິດ ໃນວັນທີ 15 ສິງຫາ ປີ 2022, ປະມານ 5 ນາທີຜ່ານໄປຫຼັງໂພສລົງ Facebook ມີສຽງແຈ້ງເຕືອນຂໍ້ຄວາມທຳອິດເດັ້ງເຂົ້າມາວ່າຂໍລາຄາແນ່ຫຼັງຈາກນັ້ນທຸກໆ 5 ວິນາທີຈະມີສຽງແຈ້ງເຕືອນຂໍ້ຄວາມເຂົ້າແລະຖາມໃນທຳນອງດຽວກັນຢ່າງລຽນຕິດ, ມີການຄອມເມັ້ນສະແດງຄວາມຄິດເຫັນ ແລະ ແຊຣ໌ ກັນຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ, ນອກຈາກນີ້ຍັງມີບາງຄົນຕໍ່ສາຍກົງໂທຫາຂ້ອຍເພື່ອຢາກເປັນໂຕແທນຈຳໜ່າຍ (ທັງໆທີ່ຕອນນັ້ນສິນຄ້າຊີ້ນດຽວຂ້ອຍກະຍັງບໍ່ທັນມີ), ຂ້ອຍຈື່ໄດ້ວ່າຊ່ວງນັ້ນ ຂ້ອຍຕ້ອງປິດສຽງໂທລະສັບໄວ້ເຖິງ 3 ວັນ ແລະ ໂພສບອກວ່າປິດອໍເດີແລ້ວ ຄົນຈຶ່ງເຊົາແຊັດມາ, ຮູບແຕ້ມສາມນາງຖືກຕີພິມລົງໃນໃບເງິນໃບລະ 1,000 ກີບ ແລະ ຖືກປ່ອຍໃນທ້ອງຕະຫຼາດເປັນຄັ້ງທຳອິດ ໃນປີ 1992, ແລະ ໃນອີກ 30 ປີ ຕໍ່ມາ ຈຶ່ງມີເດັກໜຸ່ມຄົນໜຶ່ງນຳມາພິມລົງໃນເສື້ອຍືດຂາຍ ເຊິ່ງກໍຄືຂ້ອຍເອງ ຄວາມມະຫັດສະຈັນຂອງສາມນາງທີ່ຂ້ອຍສັງເກດເຫັນໄດ້ກໍຄືແມ່ນແຕ່ເດັກນ້ອຍອາຍຸ 4-5 ປີ ຍັງຮູ້ຈັກວ່າມັນມາຈາກເງິນ ເຫັນແລ້ວພາກັນທ້ວງຂຶ້ນໂລດວ່າເສື້ອເງິນໃບຄວາຍເງິນໃບຄວາຍຄືເງິນໃບ 1,000 ກີບ ເປັນຊື່ຫຼິ້ນທີ່ເດັກນ້ອຍລາວມັກເອີ້ນ ເພາະດ້ານຫຼັງຂອງເງິນມີຮູບຄວາຍ ກັບ ງົວ ຝູງໜຶ່ງຢູ່ກາງທົ່ງນາ ເຊິ່ງຟັງແລ້ວກໍເປັນຊື່ທີ່ໜ້າຮັກດີ.

ແຕ່ສໍາລັບຂ້ອຍ 1,000 ກີບ ມີຄ່າມະຫາສານ!

ຂ້ອຍບໍ່ເຄີຍຄາດຄິດວ່າ ເງິນ 1,000 ກີບ ເຊິ່ງເປັນພາບຈື່ຄວາມທຸກຍາກໃນໄວເດັກ ຈະສາມາດຜັນປ່ຽນໃຫ້ກາຍເປັນທຸລະກັິດທີ່ສາມາດສ້າງລາຍໄດ້ໃຫ້ຕົນເອງເມື່ອເຕີບໃຫຍ່ຂຶ້ນມາ, ຂ້ອຍຕ້ອງຂໍຂອບໃຈຄວາມຈົນທີ່ເຮັດໃຫ້ຄົນມີຄວາມຄິດສ້າງສັນ, ປັດຈຸບັນນີ້ຂ້ອຍເອງມີຮ້ານຄ້ານ້ອຍໆ ຊື່ວ່າ SNAÉ SHOP (ສະເໜ່ຊ໋ອບ) ເປັນຮ້ານເປີດບູດຂາຍໃນຕອນກາງຄືນສິນຄ້າສ່ວນໃຫຍ່ແມ່ນຂ້ອຍເປັນຄົນອອກແບບເອງ ເນັ້ນຂາຍສິນຄ້າທີ່ຊົມໃຊ້ໃນຊີວິດປະຈຳວັນໄດ້ເຊັ່ນ: ເສຶ້ອຜ້າ, ກະເປົ໋າຜ້າ, ໝວກ, ໂສ້ງ, ໂປສກາດ, ສະຕິກເກີແບບລາວໆ ແລະ ອື່ນໆ.ສິນຄ້າທີ່ທຸກທ່ານບໍ່ຄວນພາດບໍ່ວ່າດ້ວຍເຫດຜົນໃດໆກໍ່ຕາມ ນັ້ນກໍ່ຄືເສື້ອຍືດລາຍສາມນາງໃສ່ແວ່ນຕາ ເຊິ່ງເປັນເສື້ອຍືດລາຍຍອດນິຍົມຂອງແບຣນສະເໜ່ໃນຂະນະນີ້! ໂດຍກຸ່ມລູກຄ້າສ່ວນໃຫຍ່ທີ່ມາຢາມ ແມ່ນຊາວຕ່າງຊາດທີ່ມາທ່ຽວລາວ (ຖ້າໃຜບໍ່ມາ ຖືວ່າພາດຢ່າງຍິ່ງ) ການສ້າງຄວາມຮັບຮູ້ໃນເລື່ອງລາວຂອງສິນຄ້າ ສຳລັບລາຍສາມນາງຂ້ອຍມີເຕັກນິກແບບງ່າຍໆຄືເອົາເງິນໃບ 1,000 ກີບ ເໜັບໄວ້ກັບສິນຄ້າ ແລະ ເວລາລູກຄ້າຊາວຕ່າງຊາດມາຊື້ ຂ້ອຍກໍຈະບອກເຂົາເປັນພາສາອັງກິດວ່າແລ້ວຂ້ອຍກໍຈະເຫັນ Aha Moment ຂອງພວກເຂົາທັນທີ!

 

ຂໍ້ມູນເພິ່ມຕື່ມ: 

ເຂົ້າໄປເບິ່ງລາຍຕ່າງໆ ຂອງວິລະ ທີ່ FB: SNAÉ DESIGN. ຊື້ເຄື່ອງຂອງລາວຢູ່ທີ່ ຮ້ານຢູ່ວຽງຈັນ (ຫຼື ອອນລາຍ FB: SNAÉ SHOP) ເປີດຕັ້ງແຕ່ເວລາ 17:00 – 22:30. 

ຮ້ານຕັ້ງຢູ່ກົງກັນຂ້າມກັບວັດອົງຕື້ ລະຫວ່າງໂຮງແຮມ Memory ກັບ ໂຮງແຮມ Salana ທຸກທ່ານສາມາດມາແວ່ກັນໄດ້

Read More

Related Articles