ງານບຸນມະໂຫລານຮູບເງົາ Blue Chair ຈະຫວນກັບມາອີກຄັ້ງທີ່ນະຄອນຫຼວງພະບາງ
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ງານບຸນມະໂຫລານຮູບເງົາ Blue Chair ຈະມີການນໍາສະເໜີຜົນງານຮູບເງົາດີເດັ່ນ ຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍໃນຕົວເມືອງທີ່ບໍ່ມີໂຮງຮູບເງົາແມ່ນແຕ່ແຫ່ງດຽວ ແລະ ນັ້ນກໍແມ່ນຈຸດປະສົງຫຼັກທີ່ເຮັດໃຫ້ງານບຸນມະໂຫລານຮູບເງົາຄັ້ງນີ້ມີຄວາມແຕກຕ່າງຢ່າງແທ້ຈິງ.

ຫຼວງພະບາງຖືເປັນຕົວເມືອງທີ່ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກວ່າເວລາບໍ່ຈໍາເປັນຕ້ອງລ່ວງເລີຍໄປແບບຮີບຮ້ອນ. ບັນຍາກາດໃນຕອນເຊົ້າ ແມ່ນເປັນຊ່ວງເວລາຂອງພະສົງສາມະເນນທີ່ອອກຮັບບິນທະບາດ, ສໍາລັບຕອນບ່າຍແມ່ນຊ່ວງເວລາຂອງສາຍນໍ້າໄຫຼ, ສ່ວນຍາມຄໍ່າຄືນ ໂດຍສະເພາະໃນຊ່ວງຕົ້ນເດືອນທັນວາ ຖືເປັນຊ່ວງເວລາຂອງງານບຸນມະໂຫລານຮູບເງົາ Blue Chair. ງານບຸນມະໂຫລານຮູບເງົາດັ່ງກ່າວຈະຈັດຂຶ້ນເປັນເວລາ 5 ຄືນ ໃນລະຫວ່າງວັນທີ 4 ຫາ 8 ທັນວາ 2026 ເຊິ່ງຈະເຮັດໃຫ້ເມືອງມໍລະດົກໂລກຂອງອົງການອຸຍເນັສໂກ (UNESCO) ທີ່ງຽບສະຫງົບແຫ່ງນີ້ ກາຍເປັນສະຖານທີ່ຈັດງານບຸນມະໂຫລານຮູບເງົາທີ່ໂດດເດັ່ນ ແລະ ມີເອກະລັກຂອງອາຊີ ທີ່ຈັດຂຶ້ນທຸກໆສອງປີແບບຮຽບງ່າຍ ແຕ່ມີຄວາມໝາຍສໍາຄັນ.
ງານບຸນມະໂຫລານຮູບເງົາ Blue Chair ແຕກຕ່າງຈາກງານບຸນມະໂຫລານຮູບເງົາທົ່ວໄປຢ່າງເຫັນໄດ້ຊັດເຈນ ເນື່ອງຈາກບໍ່ມີເຊືອກກັ້ນທາງຍ່າງ ຫຼື ພົມແດງ, ບໍ່ມີປີ້ເຂົ້າຊົມ ແລະ ບໍ່ມີພິທີມອບລາງວັນໃດໆ. ມີພຽງຕັ່ງຢາງສີຟ້າຫຼາຍຮ້ອຍໜ່ວຍ ຕັ້ງລຽນລາຍຢູ່ເດີ່ນກາງແຈ້ງຂອງເຮືອນໄມ້ລາວບູຮານທີ່ມີອາຍຸກວ່າ 1 ສະຕະວັດ ແລະ ເດີ່ນໂຮງຮຽນປະຖົມສຶກສາ. ເໜືອຕັ່ງຢາງເຫຼົ່ານັ້ນ, ກໍມີຈໍຮູບເງົາຂະໜາດໃຫຍ່ໂດຍສະແດງຜົນງານທີ່ຜ່ານການຄັດເລືອກຢ່າງພິຖີພິຖັນຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້. ພ້ອມກັນນັ້ນ, ມວນຊົນສາມາດເຂົ້າຊົມໂດຍບໍ່ເສຍຄ່າ ເຊັ່ນດຽວກັບຊ່ວງເລີ່ມຕົ້ນ ແລະ ການຈັດງານບຸນມະໂຫລານຮູບເງົາໃນແຕ່ລະຄັ້ງ.
ໂຮງຮູບເງົາແຫ່ງຫຼ້າສຸດຂອງຫຼວງພະບາງຖືກປິດໂຕລົງໃນປີ 1985. ແຕ່ເຖິງແມ່ນຈະບໍ່ມີໂຮງຮູບເງົາ ກໍບໍ່ມີບັນຫາອຸປະສັກແຕ່ຢ່າງໃດ, ກົງກັນຂ້າມຊໍ້າພັດກາຍເປັນແຮງບັນດານໃຈໃນການກໍາເນີດງານບຸນມະໂຫລານຮູບເງົາແຫ່ງນີ້. ງານບຸນມະໂຫລານຮູບເງົາ Blue Chair ສ້າງຕັ້ງຂຶ້ນໃນປີ 2009 ພາຍໃຕ້ຊື່ງານບຸນມະໂຫລານຮູບເງົາຫຼວງພະບາງໂດຍມີພັນທະກິດຫຼັກເພື່ອສະໜັບສະໜູນອຸດສາຫະກໍາຮູບເງົາລາວທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວ ຜ່ານການເຊື່ອມໂຍງນັກສ້າງຮູບເງົາລາວເຂົ້າກັບວົງການຮູບເງົາລະດັບພາກພື້ນ. ດ້ວຍຄວາມຮ່ວມມືຈາກຄະນະຜູ້ຊ່ຽວຊານດ້ານຮູບເງົາຈາກຫຼາຍປະເທດ ເຮັດໃຫ້ Blue Chair ສາມາດຮວບຮວມຜົນງານທີ່ມີຄຸນນະພາບ ຈາກ 11 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ໄດ້ຢ່າງຕໍ່ເນື່ອງ ໂດຍປະສົມປະສານເອົາຮູບເງົາທີ່ໄດ້ຮັບການຍອມຮັບຈາກສາກົນ ແລະ ຜົນງານໃໝ່ທີ່ໜ້າສົນໃຈເຂົ້າຮ່ວມກັນ.
ນອກຈາກການສາຍຮູບເງົາໃນຊ່ວງຕອນຄໍ່າແລ້ວ, ງານບຸນມະໂຫລານຮູບເງົາດັ່ງກ່າວຍັງເຕັມໄປດ້ວຍຫຼາກຫຼາຍກິດຈະກໍາໃນຊ່ວງກາງເວັນ ມີທັງການສາຍຮູບເງົາເພີ່ມຕື່ມ, ງານເສວະນາກັບນັກສ້າງຮູບເງົາ, ງານເສວະນາສາທາລະນະ ລວມທັງງານສະແດງສົດໃນຊ່ວງຫົວຄໍ່າ. ຢ່າງໃດກໍຕາມ, ສິ່ງທີ່ມີຄຸນຄ່າບໍ່ຕ່າງຈາກກິດຈະກໍາຢ່າງເປັນທາງການສໍາລັບງານ Blue Chair ກໍແມ່ນຊ່ວງເວລານອກຕາຕະລາງວຽກ ເມື່ອນັກສ້າງຮູບເງົາທີ່ມາຈາກ 5 ຫຼື 6 ປະເທດ ມານັ່ງອ້ອມວົງໂອ້ລົມສົນທະນາ, ແລກປ່ຽນປະສົບການ ແລະ ແບ່ງປັນແຮງບັນດານໃຈຮ່ວມກັນ. ຫຼາກຫຼາຍການຮ່ວມມືດ້ານຮູບເງົາລ້ວນແຕ່ເລີ່ມຕົ້ນຂຶ້ນຈາກບັນດາບົດສົນທະນາເຫຼົ່ານີ້ ຂະນະທີ່ຫຼາຍໂຄງການຕ່າງກໍມີໂອກາດໄດ້ພົບປະກັບຜູ້ອໍານວຍການສ້າງ ແລະ ຮູບເງົາຫຼາຍເລື່ອງກໍມີໂອກາດໄດ້ຄົ້ນພົບຜູ້ຊົມຂອງຕົນເອງ.
ງານບຸນມະໂຫລານຮູບເງົາທີ່ຈັດຂຶ້ນໃນປີ 2024 ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງ Blue Chair ໄດ້ຢ່າງຊັດເຈນ ດ້ວຍການສາຍຮູບເງົາຍາວຈໍານວນ 24 ເລື່ອງ ແລະ ຮູບເງົາສັ້ນ 40 ເລື່ອງໃນສະຖານທີ່ 3 ແຫ່ງ. ໂດຍມີຜົນງານໂດດເດັ່ນ ເປັນຕົ້ນແມ່ນ ຮູບເງົາທີ່ກ່ຽວຂ້ອງກັບການເມືອງແບບລະທຶກຂວັນຈາກອິນໂດເນເຊຍ ເລື່ອງ Autobiography, ຮູບເງົານອກກະແສທີ່ເນັ້ນການດໍາເນີນເລື່ອງແບບເຊື່ອງຊ້າຈາກຫວຽດນາມ ເລື່ອງ Cu Li Never Cries, ລວມທັງການເປີດໂຕຮອບປະຖົມມະເລິກຂອງຮູບເງົາເລື່ອງ Angkat ເຊິ່ງເປັນຜົນງານຂອງທ່ານ Azizuddin ຜູ້ກໍາກັບຊາວມາເລເຊຍ, ໂດຍໂຄງການດັ່ງກ່າວໄດ້ຮັບການພັດທະນາສ່ວນໜຶ່ງຜ່ານ Talent Lab ຂອງງານບຸນມະໂຫລານຮູບເງົາໃນຊ່ວງຫຼາຍປີກ່ອນໜ້ານີ້. ເສັ້ນທາງຈາກຜູ້ເຂົ້າຮ່ວມກິດຈະກໍາເວີກຊັອບສູ່ການເປີດໂຕຮູບເງົາລະດັບໂລກ ລ້ວນແຕ່ສະທ້ອນໃຫ້ເຫັນເຖິງເປົ້າໝາຍສໍາຄັນທີ່ Blue Chair ກໍາລັງພະຍາຍາມສ້າງຂຶ້ນ.
ທ່ານ Sean Chadwell, ຜູ້ອໍານວຍການບໍລິຫານງານ Blue Chair ກ່າວວ່າ: “ຫຼາຍຄົນມັກຖາມພວກເຮົາວ່າ ມີການປະກວດ ຫຼື ມອບລາງວັນໃດໜຶ່ງ ຫຼື ບໍ່,”. “ຄໍາຕອບກໍຄື ບໍ່ມີ. ເນື່ອງຈາກເມືອງຫຼວງພະບາງເປັນສະຖານທີ່ທີ່ເໝາະສົມທີ່ສຸດສໍາລັບການພົບປະກັບນັກສ້າງຮູບເງົາເພື່ອແລກປ່ຽນຄໍາຄິດເຫັນ, ວາງແຜນໂຄງການໃໝ່ ແລະ ຊື່ນຊົມສິ່ງທີ່ມີຢູ່ເຊິ່ງໜ້າ ແລ້ວເຫດຜົນຫຍັງພວກເຮົາຈິ່ງຕ້ອງປ່ອຍໃຫ້ການແຂ່ງຂັນເຂົ້າມາບົດບັງສິ່ງເຫຼົ່ານັ້ນ?” ຄວາມຈິງແລ້ວ, ສິ່ງທີ່ Blue Chair ເລືອກມອບທົດແທນການແຂ່ງຂັນກໍແມ່ນ ບັນຍາກາດແຫ່ງມິດຕະພາບ, ການຮຽນຮູ້ ແລະ ແຮງບັນດານໃຈ.
ຢ່າງໃດກໍຕາມ, ການເປີດໂອກາດໃຫ້ເຂົ້າຊົມໂດຍບໍ່ເສຍຄ່າທັງໝົດ ໃນຕົວເມືອງທີ່ບໍ່ມີພື້ນຖານໂຄງລ່າງດ້ານໂຮງຮູບເງົາ ຈໍາເປັນຕ້ອງໄດ້ອາໄສຄວາມຮ່ວມມືຢ່າງຈິງຈັງ ແລະ ຄວາມເຊື່ອໝັ້ນຈາກຫຼາຍພາກສ່ວນ. ງານບຸນມະໂຫລານຮູບເງົາ ສາມາດດໍາລົງຢູ່ໄດ້ຍ້ອນຄວາມເອື້ອເຟື້ອເພື່ອແຜ່ຂອງບັນດາຜູ້ປະກອບການໂຮງແຮມ ແລະ ບໍລິການໃນຫຼວງພະບາງ, ໂດຍມີໂຮງແຮມທ້ອງຖິ່ນກວ່າ 20 ແຫ່ງ ຮ່ວມເປັນຄູ່ຮ່ວມມືກັບ Blue Chair ໃນການຕ້ອນຮັບນັກສ້າງຮູບເງົາ ແລະ ແຂກຜູ້ເຂົ້າຮ່ວມງານໃນທຸກໆ 2 ປີ. ຂະນະທີ່ແສງ, ສີ, ສຽງ, ການສະແດງສົດ ແລະ ການສາຍຮູບເງົາຕ່າງໆ ລ້ວນແຕ່ໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກບັນດາຜູ້ສະໜັບສະໜູນ ແລະ ອົງການຮ່ວມມືຈາກທົ່ວພາກພື້ນ, ພາຍໃຕ້ຄວາມເຊື່ອຮ່ວມກັນວ່າ ຮູບເງົາອາຊີຕາເວັນອອກສ່ຽງໃຕ້ຄຸ້ມຄ່າແກ່ການລົງທຶນ. ຖ້າປາສະຈາກການຮ່ວມມືຂອງທຸກຝ່າຍ, ງານບຸນມະໂຫລານຮູບເງົາ Blue Chair ກໍບໍ່ອາດເກີດຂຶ້ນໄດ້.

ຂໍ້ມູນເພີ່ມຕື່ມ:
ງານບຸນມະໂຫລານຮູບເງົາ Blue Chair ປະຈໍາປີ 2026 ຈະຈັດຂຶ້ນລະຫວ່າງວັນທີ 4 ຫາ 8 ທັນວາ ທີ່ຫຼວງພະບາງ. ເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່ www.bluechair.film.
ການເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກຮາໂນ່ຍ,
ຊຽງໃໝ່ ແລະ ນະຄອນຫຼວງວຽງຈັນ.



English
