ຫຼວງພະບາງ ຮາຟມາລາທອນ ປະຈໍາປີ 2025

Author:

Category:

spot_img

ແລ່ນເພື່ອເດັກນ້ອຍ ທຸກກ້າວທີ່ທ່ານແລ່ນ ຊ່ວຍຕໍ່ຊີວິດເດັກນ້ອຍທີ່ເຈັບປ່ວຍໄດ້ 

ໃນຂະນະທີ່ດວງຕາເວັນກໍາລັງພຸ່ງຂຶ້ນເໜືອອາຮາມສີທອງຂອງຫຼວງພະບາງ ເຊິ່ງໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກ ໂດຍອົງການອຸຍແນສໂກ; ໃນແຕ່ລະປີ, ຈະມີຜູ້ຄົນນັບພັນອອກມາແລ່ນແຂ່ງກັນຕາມທ້ອງຖະໜົນ ເຊິ່ງບໍ່ພຽງແຕ່ແລ່ນເພື່ອຍາດເອົາຜົນງານອັນດັບຕົ້ນໆມາມອບໃຫ້ແກ່ຕົນເອງເທົ່ານັ້ນ, ແຕ່ຍັງເປັນການແລ່ນເພື່ອການກຸສົນທີ່ມີຄວາມໝາຍສໍາຄັນຫຼາຍກວ່າລາງວັນທີ່ຍາດມາໄດ້ນໍາອີກ. 

 

ງານຫຼວງພະບາງຮາຟມາລາທອນ “ແລ່ນເພື່ອເດັກນ້ອຍ” ເຊິ່ງເປັນງານແລ່ນປະຈໍາປີຈະໄດ້ຫວນກັບຄືນມາອີກຄັ້ງ ໃນວັນທີ 25 ຕຸລາ 2025 ໂດຍເຊີນຊວນບັນດານັກແລ່ນທຸກເພດໄວຈາກທົ່ວໂລກ ເຂົ້າຮ່ວມໃນກິດຈະກໍາການລະດົມທຶນທີ່ສໍາຄັນທີ່ສຸດອີກງານໜຶ່ງຂອງລາວ.

ຈຸດປະສົງຂອງການຈັດງານດັ່ງກ່າວ ກໍເພື່ອເປັນການລະດົມທຶນທີ່ຈໍາເປັນຢ່າງຍິ່ງໂດຍຈະມອບໃຫ້ແກ່ ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ (LFHC), ເຊິ່ງເປັນໂຮງໝໍເດັກແຫ່ງດຽວໃນລາວທີ່ໃຫ້ບໍລິການປິ່ນປົວແບບບໍ່ເສຍຄ່າ 100%. 

 

ງານແລ່ນຫຼວງພະບາງຮາຟມາລາທອນ ປະກອບມີ 3 ໄລຍະທາງ ຄື: 7 ກິໂລແມັດ, 14 ກິໂລແມັດ ແລະ 21 ກິໂລແມັດ ຖືເປັນກິດຈະກໍາທີ່ທຸກຄົນສາມາດເຂົ້າຮ່ວມໄດ້ ບໍ່ວ່າຈະເປັນນັກແລ່ນນ້ອງໃໝ່ ຫຼື ຜູ້ທີ່ເຄີຍເປັນນັກກິລາມາກ່ອນ ໂດຍຈັດຂຶ້ນໃນຕົວເມືອງທີ່ມີຊື່ສຽງ ແລະ ເຕັມໄປດ້ວຍຈິດວິນຍານອັນໜ້າຄົ້ນຫາແຫ່ງໜຶ່ງຂອງພາກພື້ນນີ້. ສໍາລັບງານແຂ່ງຂັນເມື່ອປີຜ່ານມາ (2004) ຖືເປັນງານຄົບຮອບ 10 ປີ ແຫ່ງການສ້າງຕັ້ງໂຮງໝໍ LFHC, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 2,400 ຄົນ ຈາກ 53 ປະເທດ ມາເຕົ້າໂຮມກັນຢູ່ເມືອງຫຼວງພະບາງ; ໂດຍບັນດານັກແລ່ນເຫຼົ່ານັ້ນ ຕ່າງກໍມີເປົ້າໝາຍດຽວກັນ ຄື: ແລ່ນເພື່ອເດັກນ້ອຍທຸກຄົນໃນລາວ ໄດ້ມີໂອກາດຕໍ່ສູ້ກັບໂລກໄພໄຂ້ເຈັບ. 

 

ສໍາລັບປີນີ້, ຈະມີການເດີມພັນທີ່ຍິ່ງໃຫຍ່ຂຶ້ນກວ່າຄັ້ງຜ່ານມາ. ທ່ານ ດຣ. ໂຣເບີດ ວິໂນເກີ (Dr Robert Winokur), ຜູ້ອໍານວຍການໂຮງໝໍເພື່ອນລາວສໍາລັບເດັກນ້ອຍ (LFHC) ກ່າວວ່າ “ປີ 2025 ນີ້ອາດຈະເປັນປີທີ່ປະສົບບັນຫາ ຫຍຸ້ງຍາກທີ່ສຸດອີກປີໜຶ່ງສໍາລັບອົງການບໍ່ຫວັງຜົນກໍາໄລໃນທົ່ວໂລກ”. ເນື່ອງຈາກອົງການບໍ່ຫວັງຜົນກໍາໄລຫຼາຍແຫ່ງ ຕ້ອງປະເຊີນໜ້າກັບຄວາມກົດດັນດ້ານການເງິນຫຼາຍຂຶ້ນ, ເຮັດໃຫ້ມີຄວາມຈໍາເປັນອັນຮີບດ່ວນເພີ່ມຂຶ້ນ ໃນການສະໜັບສະໜູນໂຮງໝໍ LFHC. ເຊິ່ງທ່ານ ດຣ. ວິໂນເກີ ກ່າວຕື່ມວ່າເຖິງແມ່ນຈະມີເງິນທຶນເຫຼືອໜ້ອຍລົງ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ເດັກນ້ອຍຈໍາເປັນຕ້ອງຢຸດຕິເຂົ້າຮັບການປິ່ນປົວ

 

ເງິນທຸກກີບທຸກອັດທີ່ລະດົມໄດ້ຈາກງານແລ່ນຄັ້ງນີ້ ແມ່ນຈະນໍາໄປມອບໃຫ້ກັບໂຮງໝໍໂດຍກົງ. ເຊິ່ງໃຫ້ບໍລິການປິ່ນປົວເດັກນ້ອຍ ເຖິງ 44,000 ກວ່າຄົນ ສະເພາະປີ 2024 ໃນໄລຍະເວລາພຽງປີດຽວ, ແລະ ຕົວເລກດັ່ງກ່າວກໍມີທ່າອ່ຽງເພີ່ມຂຶ້ນໃນທຸກໆປີ. ເພື່ອສະແດງໃຫ້ເຫັນເຖິງໝາກຜົນຂອງການສະໜັບສະໜູນດັ່ງກ່າວ, ເດັກນ້ອຍຈໍານວນໜຶ່ງທີ່ເຄີຍເຂົ້າຮັບປິ່ນປົວຢູ່ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ກໍຈະເຂົ້າຮ່ວມລິຂິດເສັ້ນໄຊໄປພ້ອມກັນ. ພວກເຂົາເຫຼົ່ານີ້ປຽບເໝືອນເຄື່ອງເຕືອນໃຈທີ່ມີຊີວິດ ແລະ ລົມຫັນໃຈ ເພື່ອຕອກຢໍ້າເປົ້າໝາຍສໍາລັບການແຂ່ງຂັນຄັ້ງນີ້. 

 

ງານແລ່ນມາລາທອນດັ່ງກ່າວ ຍັງຄົງເປັນກິດຈະກໍາທີ່ສົ່ງມອບຄວາມຫວັງ ແລະ ຄວາມສຸກໃນການຕອບແທນແກ່ສັງຄົມ. 

ທຸກບາດກ້າວໃນປີນີ້ ລ້ວນແຕ່ມີຄວາມໝາຍສໍາຄັນກວ່າປີຜ່ານມາ ແລ່ນເພື່ອຕົວທ່ານເອງ ແລ່ນເພື່ອທ່ຽວຊົມທິວທັດອ້ອມຂ້າງອັນສວຍງາມ ແຕ່ທັງໝົດທັງມວນ ກໍຄື:. 

ທ່ານພ້ອມທີ່ຈະແລ່ນແລ້ວ ຫຼື ຍັງ? 

ສາມາດລົງທະບຽນໄດ້ແລ້ວນັບແຕ່ມື້ນີ້ເປັນຕົ້ນໄປ ໂດຍເປີດໃຫ້ບໍລິການທີ່ເວັບໄຊຢ່າງເປັນທາງການ ຂອງ Run For Children: luangprabangmarathon.com, ຫຼື ທ່ານສາມາດສະແກນລະຫັດ QR ເພື່ອລົງທະບຽນໄດ້.

 

Read More

Related Articles