ຄວາມຫລູຫລາ ເໜືອຍອດໄມ້

Author:

Category:

spot_img

ທີ່ພັກແຫ່ງໃຫມ່ທີ່ທັນສະໄຫມຫລູຫລາທີ່ສຸດໃນແຂວງຫລວງພະບາງ.

ສະຖານທີ່ແຫ່ງນີ້ປົກຄຸມໄປດ້ວຍຕົ້ນໄມ້ທີ່ຂຽວອຸ່ມທຸ່ມ,ສວນດອກໄມ້ທີ່ສວຍງາມ ແລະ ມີແມ່ນໍ້າໄຫລຜ່ານໃຫ້ຄວາມຮູ້ສຶກຊຸ່ມເຢັນ, ໂຮງແຮມ ໂຣສວູດ ຫລວງພະບາງເປັນສະຖານທີ່ສຸດແສນໂຣແມນຕິກ ເໝາະສຳລັບພັກຜ່ອນຫລັງຈາກທ່ຽວຊົມເມືອງ ແລ້ວຕ້ອງການມາພັກຜ່ອນຮ່າງກາຍໄປກັບຄວາມຫລູຫລາ ແລະ ໃກ້ຊິດກັບທຳມະຊາດຢ່າງແທ້ຈິງ.

ໂຮງແຮມແຫ່ງນີ້ສ້າງຂຶ້ນຢູ່ເທິງເນີນພູເໜືອແມ່ນໍ້າດົງ, ມີ 23 ຫ້ອງ ລວມມີເຮືອນວີນລາແຄມນໍ້າ, ຫ້ອງສະວີດພ້ອມສະລອຍນໍ້າສ່ວນຕົວແລະເຕັ້ນຊາຟາຣີທີ່ຫລູຫລາ; ທຸກຫ້ອງເຊື່ອມຕໍ່ກັນຜ່ານທາງຍ່າງກ້ອນດິນຈີ່ ແລະ ຂົວໄມ້. ທ່ານຈະໄດ້ຮັບຄວາມຮູ້ສຶກຄ້າຍຄືໄດ້ຜະຈົນໄພໃນທຳມະຊາດດັ່ງເດີນທາງທ່ອງທ່ຽວໃນເຂົາວົງກົດເຖິງວ່າອາດຈະບໍ່ໄດ້ຄືຢູ່ໃນປ່າແທ້ໆແຕ່ກໍເຮັດໃຫ້ທ່ານຮູ້ສຶກສົດຊື່ນທີ່ໄດ້ຍ່າງຊົມສວນ ຮັບອາກາດບໍລິສຸດໃນສະຖານທີ່ທີ່ສວຍງາມ.

ທ່ານສາມາດແນມເຫັນວິວແມ່ນໍ້າດົງໄດ້ຜ່ານເຮືອນພັກແຄມນໍ້າ ແລະ ຫ້ອງສະວີດ; ແຕ່ລະຫ້ອງຈະໃຫ້ຄວາມຮູ້ສຶກຄືຢູ່ໃນຫໍພິພິທະພັນ ມີຫີບໃສ່ເຄື່ອງແບບເກົ່າປະດັບຢູ່ມຸມຫ້ອງ, ໂຕະເຮັດວຽກແບບເກົ່າ, ພາບພິມລາຍໃບໄມ້ແລະແຜນທີ່ໃສ່ຂອບແຂວນຢູ່ຝາ, ບ່ອນນອນສີຂາວສະອາດຕາພ້ອມກັບຫ້ອງນໍ້າທີ່ມີການຕົບແຕ່ງດ້ວຍລວດລາຍສິລະປະ. ເມືອຢ່າງຂື້ນໄປເຖິງເນີນຜາ, ຈະມີເຕັ້ນທີ່ຫລູຫລາ ຕົບແຕ່ງແບບຊາຟາຣີ 6 ຫລັງ,  ສາມາດແນມເຫັນສວນດ້ານລຸ່ມໃຫ້ຄວາມຮູ້ສຶກຄືການເປັນນັກສຳຫລວດປ່າ.

Bill Bensley ສະຖາປະນິກ ແລະ ນັກອອກແບບສັນຊາດອາເມລິກາ ໄດ້ສ້າງບັນຍາກາດອັນຫລູຫລາໃນຫ້ອງພັກແບບເຕັ້ນດ້ວຍໂຄມໄຟຜ້າໄໝສີສົ້ມຫ້ອຍລຽງລາຍຢູ່ເທິງເພດານ ແລະ ມີການແຕ້ມລາຍສີທອງໃສ່ຜືນຝາຜະໜັງສີຟ້າອົມຂຽວ ຄ້າຍກັບການແຕ້ມລາຍທີ່ເຮົາມັກພົບເຫັນໃນພະລາຊະວັງເກົ່າ. ໂຊຟາຍາວຕົບແຕ່ງດ້ວຍໝອນອິງ
ສີສັນສົດໃສເຮັດໃຫ້ຕຽງນອນສີຂາວມີສີສັນຂຶ້ນຕື່ມ,ມີການປະດັບຮູບຊ້າງແກະສະຫລັກ, ເສື້ອປັກລາຍຂອງຊົນເຜົ່າລີຊູແຂວນເທິງຝາຫ້ອງ ແລະ ພັດລົມສີທອງເຫລືອງ ເຮັດໃຫ້ຄິດເຖິງການພັກຜ່ອນຂອງຣາຊະວົງໃນປ່າ. ໃນຍາມຄໍ່າຄືນ, ທ່ານສາມາດນອນພັກຜ່ອນໃນອ່າງເບິ່ງແສງສີຈາກດວງດາວທີ່ເປັ່ງປະກາຍເທິງທ້ອງຟ້າ ແລະ ເມື່ອດວງອາທິດພົ້ນຂຶ້ນມາໃນຍາມເຊົ້າ, ທ່ານກໍຈະໄດ້ພົບກັບພາບທິວທັດເບື້ອງໜ້າທີ່ຂຽວຂະຈີ ຕັດກັບແສງອາທິດສີເຫລືອງອ່ອນ.

ເມນູອາຫານຂອງໂຮງແຮມແມ່ນພໍ່ຄົວຊາວຝຣັ່ງທີ່ມີຊື່ວ່າ Sébastien Rubis ເປັນຜູ້ຄົ້ນຄິດ,ໂດຍການຫາວັດຖດິບທີ່ໄດ້ຈາກທ້ອງຖິ່ນ ແລະ ອາຫານປອດສານພິດໃນລາວ, ສັນສ້າງເປັນອາຫານເລີດລົດ ແລະ ເສີບໃນຫ້ອງອາຫານທີ່ຫລູຫລາ.

ຫ້ອງອາຫານແມ່ນຖືກຕົບແຕ່ງດ້ວຍໂຕະຫີນອ່ອນ ຂາຂອງໂຕະຄ້າຍຄືກັນກັບງາຊ້າງ ຄູ່ກັບຕັ່ງບຸນວມສີເຫລືອງມັສຕາດສີສັນສົດໃສ.ຈຸດເດັ່ນຂອງ Sébastien ແມ່ນ ລາວຈະເນັ້ນອາຫານແບບຊາວວັງ, ເຮັດ ແລະ ເສີບແບບສະໄໝກ່ອນ, ອາຫານເດັ່ນໆຂອງຫ້ອງອາຫານປະກອບມີ: ກ້ອຍປາ, ພະແນງໄກ່, ແກງກະຫລີໄກ່ ແລະ ເອາະຫລາມງົວ. ປະເພດອາຫານເບົາກໍມີເຊັ່ນກັນ ເບີເກີຊີ້ນຄວາຍ ຫລື ເບຍລາວກັບປາທຸບເປັນອາຫານສວາຍ ແມ່ນແຊບທີ່ສຸດ.

ຫລັງຈາກຮັບປະທານອາຫານທີ່ແຊບຊ້ອຍໄປແລ້ວ, ທ່ານສາມາດໄປຜ່ອນຄາຍທີ່ Sense Spa ເຊິ່ງຈະມີການປະຄົບຢາສະໝຸນໄພເພື່ອບັນເທົາອາຫານເຈັບປວດກ້າມເນື້ອ; ແລະ ໃນຂະນະທີ່ທ່ານກຳລັງນວດກໍສາມາດຊົມພາບປານ້ອຍລອຍຜ່ານສາຍນໍ້າດ້ານລຸ່ມ ຜ່ານພື້ນກະຈົກກ້ອງຕຽງສະປາ. ທ່ານຈະຮູ້ສຶກຜ່ອນຄາຍທັງກາຍ ແລະ ໃຈ ກັບທິວທັດທີ່ຢູ່ຕໍ່ໜ້າ ແລະ ພະນັກງານທີ່ກຳລັງນວດຄາຍກ້າມເນື້ອໃຫ້ທ່ານຢູ່.

ຜູ້ນຳທ່ຽວຍັງສາມາດພາທ່ານໄປຢ້ຽມຊົມໝູ່ບ້ານພື້ນເມືອງ, ຫລືທ່ານອາດຈະເລືອກໄປຂີ່ລົດຖີບຂຶ້ນເຂົາ, ໄປຫລິ້ນນໍ້າທີ່ນໍ້າຕົກຕາດ, ໄປຍ່າງຫລິ້ນກັບຊ້າງ ຫລື ໄປຮ່ວມນັ່ງສະມາທິໃນເຂດພັກຜ່ອນຂອງໂຮງແຮມ. ການຜະຈົນໄພຂອງຂ້າພະເຈົ້ານັ້ນລຽບງ່າຍ, ຂ້າພະເຈົ້າເລືອກທີ່ຈະນອນພັກຜ່ອນ, ຟັງສຽງນໍ້າໄຫລ, ເບິ່ງທິວທັດອ້ອມຮອບ, ເທົ່ານີ້ຂ້າພະເຈົ້າກໍຖືວ່າການມາທ່ຽວຄັ້ງນີ້ຄຸ້ມຄ່າແລ້ວ.

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫລື້ອງ

ຮູບໂດຍ ໂຣສວູດ ຫລວງພະບາງ

Read More

Related Articles