ຄິດນອກກະລາ

Author:

Category:

spot_img

ສ້າງສັນຄວາມງາມຈາກທຳມະຊາດ

Les Artisans Lao ເປັນບໍລິສັດທີ່ຜະລິດ ແລະ ຂາຍເຄື່ອງຫັດຖະກຳ, ຜະລິດຕະພັນບໍາລຸງຜິວພັນ ແລະ ນໍ້າຫອມ ເຊິ່ງສ້າງຕັ້ງຂຶ້ນໂດຍທ່ານ ມີເຊວ ຊາດາ (Michel Saada). ເພິ່ນເປັນຄົນຝຣັ່ງທີ່ຍ້າຍມາຢູ່ວຽງຈັນໄດ້ 25 ປີແລ້ວ.

ທຸລະກິດນີ້ເລີ່ມຈາກການເອົາກະໂປະໝາກພ້າວມາເຮັດເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນເຮືອນ. ເມື່ອຜະລິດຫຼາຍຂຶ້ນ, ໃນໝາກພ້າວທີ່ຕ້ອງຂູດຖິ້ມເພື່ອເອົາກະໂປະ ກໍ່ເພີ່ມຫຼາຍຂຶ້ນ. ທ່ານ ມິເຊວຈຶ່ງຊອກຫາວິທີໝູນໃຊ້ ໃນໝາກພ້າວທີ່ເຫຼືອມາເຮັດນໍ້າມັນໝາກພ້າວ ແລະ ສະບູ. ຈາກຈຸດເລີ່ມຕົ້ນຈຸດນີ້, ເພິ່ນໄດ້ເລີ່ມຄົ້ນຄິດ ແລະ ເລີ່ມເຮັດຜະລິດຕະພັນບໍາລຸງຜິວ ແລະ ນໍ້າຫອມ ເຊິ່ງເຮັດວັດຖຸດິບຈາກທຳມະຊາດ ທີ່ອ່ອນໂຍນຕໍ່ຜິວ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ນອກຈາກເລື່ອງຄຸນນະພາບຂອງຜະລິດຕະພັນ, ທ່ານ ມິເຊວ ຍັງມີຄວາມເອົາໃຈໃສ່ໃນການເລືອກສິ່ງບັນຈຸ ແລະ ພາຊະນະຫຸ້ມຫໍ່ທີ່ສວຍງາມ ແລະ ເໝາະສົມຕໍ່ສິນຄ້າແຕ່ລະປະເພດ. ເພິ່ນໃຊ້ເວລາ 6 ເດືອນ ຫຼື ບາງຄັ້ງເປັນປີໃນການສຶກສາຄວາມພໍໃຈຂອງລຸູກຄ້າຕໍ່ຜະລິດຕະພັນແຕ່ລະຢ່າງທີ່ອອກສູ່ຕະຫຼາດ.

ພະນັກງານທີ່ເຮັດວຽກກັບທ່ານ ມິເຊວ ແມ່ນຄົນລາວທັງໝົດ. ທີມງານຂອງເພິ່ນໃຊ້ເວລາຫຼາຍເດືອນເພື່ອຄົ້ນຄວ້າສູດ ກ່ອນຈະປ່ອຍຜະລິດຕະພັນໃດໜຶ່ງອອກສູ່ຕະຫຼາດ. ທ່ານ ມິເຊວໄດ້ກ່າວວ່າ: “ພວກເຮົາເອົາໃຈໃສ່ໃນລາຍລະອຽດ ແລະ ລະມັດລະວັງເວລາປະສົມສູດຂອງຜະລິດຕະພັນແຕ່ລະຢ່າງ. ຂ້ອຍບອກພະນັກງານຂອງຂ້ອຍວ່າ ຖ້າຫາກມັນບໍ່ຖືກຕ້ອງ, ຖ້າຫາກເຈົ້າເຮັດຜິດພາດ ແມ່ນໃຫ້ຖິ້ມເລີຍ ແລ້ວເຮັດໃໝ່”

ຜະລິດຕະພັນຂອງ Les Artisans Lao ແມ່ນເປັນທີ່ນິຍົມຂອງນັກທ່ອງທ່ຽວຄົນຈີນ ແລະ ເກົາຫຼີ ທີ່ມັກຊື້ເປັນຂອງຕ້ອນ. ເຂົາເຈົ້າມັກຊື້ຜະລິດຕະພັນບໍາລຸງຜິວທີ່ເຮັດຈາກທຳມະຊາດທີ່ມີຄວາມເປັນເອກະລັກສະເພາະ ແລະ ເປັນສິ່ງທີ່ຫາຊື້ຢູ່ບ່ອນອື່ນບໍ່ໄດ້.

ປັດຈຸບັນ, ຜະລິດຕະພັນຂອງ Les Artisans Lao ປະກອບມີ ສະບູ, ຄີມທາຜິວ, ຢາສະຜົມ, ນໍ້າມັນເພີ່ມຄວາມຊຸ່ມຊື່ນສຳລັບຜິວໜ້າ, ນໍ້າມັນສະກັດຈາກທໍາມະຊາດ, ທຽນ ແລະ ຢາສີດກັນຍຸງ. ທ່ານສາມາດຊື້ຜະລິດຕະພັນດັ່ງກ່າວນີ້ທີ່ຮ້ານ ຈົບຫຼາຍ ແກເລີຣີ ທີ່ບ້ານມີໄຊ, ນະຄອນຫຼວງວຽງຈັນ ຫຼື ຕາມຮ້ານຄ້າ ແລະ ຮ້ານຂາຍເຄື່ອງຫັດຖະກຳເຊັ່ນ: ໂຮມໄອເດຍ (Home Ideal), ຮ້ານຂາຍເຄື່ອງຫັດຖະກຳ ຊາວບ້ານ (Xaoban Handicrafts) ແລະ ຮ້ານມິນິມາກ ສີອາວອນ

Read More

Related Articles